ປະເພນີຈັບຜົວ ແລະ ການສົມລົດຂອງຊາວເຜົ່າ K'ho

(vovworld) - ​ເພື່ອຮັກສາ​ລະບອບ​ມານ​ດາ​ສິດທິ​ລາດ ພ້ອມ​ກັບປະ​ເພນີ: “ຈັບ​ຜົວ“, ​ແມ່ຍິງ​ເປັນ​ເຈົ້າ​ການ​ໃນ​ການ​ສົມລົດ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຊິ່ງ​ໄດ້​ມີ​ມາ​​ນັບແຕ່​ດົນ​ນານຂອງ​ຊົນ​ເຜົ່າ K'ho. ​ປະຈຸ​ບັນ, ​​ເຖິງວ່າບາງປະ​ເພນີ​ເດີມ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ນັ້ນ, ​ ​​ແຕ່ບັນດາ​ຄູ່​ຜົວ​ເມຍ​ຊາວ​ເຜົ່າ K'ho ​ໄດ້ປະຕິບັດການ​ສົມລົດ​ຕາມ​ທິດ​ສີວິ​ໄລ ​ແລະ ທັນ​ສະ​ໄໝ. ບົດ​ຂຽນ “ປະ​ເພນີ​ຈັບ​ຜົວ ​ແລະ ການ​ສົມລົດ​ຂອງ​ຊາວ​ເຜົ່າ K'ho“ ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ​ ວິທະຍຸ​ກະຈາຍສຽງ​ ຫວຽດນາມ.

ປະເພນີຈັບຜົວ ແລະ ການສົມລົດຂອງຊາວເຜົ່າ K'ho - ảnh 1

(ແມ່ຍິງK'ho )

        ບໍ່​ຮູ້​ວ່າປະ​ເພນີ​ຈັບ​ຜົວຂອງ​ຊາວ​ເຜົ່າ K'ho ​ເລີ່ມມີ​ມາ​ແຕ່​ຍາມ​ໃດ, ແຕ່ມາ​ຮອດ​ປະຈຸ​ບັນ​ມັນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢູ່, ຕາມ​ປະ​ເພນີ​ແລ້ວ, ​​ຄອບຄົວ​ຜູ້​ສາວ​ຈະ​ເປັນ​ເຈົ້າ​ການໃນ​ການ​ສົມລົດ​. ຖ້າ​ຫາກ​ຜູ້​ສາວ​ຮັກ​ຜູ້​ຊາຍ​ຄົນ​ໃດ​ໃນ​ບ້ານ,  ຫຼື​ນອກ​ບ້ານ  ​​ເຂົາ​ເຈົ້າ​ຈະລາ​ຍງານ​ຕໍ່​ພໍ່​ແມ່​​ຫາ​ພໍ່​ສື່​ແມ່​ສື່​ໄປ​ຍັງ​ຄອບຄົວ​ຜູ້​ຊາຍ​ເພື່ອ​ຕັ້ງ​ບັນຫາ​ກ່ຽວ​ກັບ​ເລື່ອງ “ຢາກ​ຈັບ“ ຜູ້​ຊາຍ​ຄອບຄົວ​ນີ້​ມາ​ເປັນ​ຜົວ. ຖ້າ​ຫາກ​ຜູ້​ຊາຍ​ເຫັນ​ດີ, ຄອບຄົວ​ຜູ້​ສາວ​ຈະ​ຂໍ​ວັນ​ມາສູ່ຂໍ​ຜົວ. ພໍ່​ສື່​ແມ່​ສື່​ຈະ​ນຳ​ເອົາ​ເຄື່ອງ​ຂອງ, ເຊິ່ງ​ປະ​ກອບ​ມີ: ໄກ່, ​ເຫຼົ້າ, ໝາກ​ປັດ…..​ໄປ​ຍັງ​ຄອບຄົວ​ຜູ້​ຊາຍ​ເພື່ອ​ທຳ​ພິທີ​ສູ່ຂໍ​ຜົວ. ຖ້າ​ຫາກ​ຄອບຄົວ​ຜູ້​ຊາຍ​ບໍ່​ເຫັນ​ດີ​ໃຫ້​ຜູ້​ສາວ “ຈັບ​ມາ​ເປັນ​ຜົວ“ ຈະ​ຊອກ​ຫາ​ວິທີ​ປະຕິ​ເສດ​ດ້ວຍ​ການ​ຮຽກ​ຄ່າ​ສິນ​ສອດ​​ແພງ, ​ເພື່ອ​ໃຫ້​ຄອບຄົວ​ຜູ້​ສາວ​ເບື່ອ​ໜ່າຍ​ຈົນ​ຕ້ອງ​ປະລະຈຸດປະສົງ​ຂອງ​ຕົນ. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ K'ho, ກຳລັງຮ່າງກາຍ, ຄວາມ​ສາມາດ​ອອກ​ແຮງ​ງານ​ຂອງ​ຜູ້​ຊາຍ​ນັ້ນ ​ແມ່ນ​ຊັບ​ສົມບັດ​ຂອງ​ແຕ່​ລະ​ຄອບຄົວ, ຍ້ອນ​ເຫດ​ນັ້ນ​ຄອບຄົວ​ຜູ້​ຊາຍ​ມີ​ສິດ​ຮຽກ​ຄ່າ​ສິນ​ສອດ. ຜູ້​ຊາຍ​ຍິ່ງ​ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ເກັ່ງ​ກ້າ​​ສາມາດ​ເທົ່າ​ໃດ, ຄ່າ​ສິນສອດ​ກໍ່​ຍິ່ງ​ແພງເທົ່າ​ນັ້ນ. ກ່ອນ​ນີ້​ເຄື່ອງ​ຂອງສິນ​ສອດ​ບາງ​ເທື່ອ​ຈະແມ່ນ​ໄກ່, ​​ເຫຼົ້າໄຫ, ບາງ​ເທື່ອ​ແມ່ນ​ໂຕ​ຄວາຍ, ຄ້ອງ, ​ໄຫ, ພິ​ເສດ​ແມ່ນ​ຄ້ອງ​ດົ່ງ​ລາ. ປະຈຸ​ບັນ​ເລື່ອງ​ຄອບຄົວ​ຜູ້​ຊາຍ​ຮຽກ​ຄ່າ​ສິນ​ສອດ​ຍັງ​ມີ​ຢູ່​, ​ແຕ່​ເຄື່ອງ​ຂອງ​​ສິນ​ສອດ​ພັດ​ງ່າຍດາຍ​ກວ່າ​​ເກົ່າ​ຫຼາຍ​. ປ້າ K'Nam, ຊາວ​ເຜົ່າ K'ho, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຜູ້​ສາວຕ້ອງ​ມີສິນ​ສົມລົດຈຶ່ງ​ເອົາ​ຜົວ​ໄດ້. ຖ້າ​ບໍ່​ມີ​ແມ່ນ​ບໍ່​ໄດ້​ເອົາຜົວ. ​ປະຈຸ​ບັນ​​, ຍັງ​ມີ​ປະ​ເພນີ​ຮຽກ​ຄ່າ​ສິນ​ສອດ​ຢູ່, ​ແຕ່​ເຂົາ​ເຈົ້າ​ພັດ​ຮຽກ​ຄ່າ​ສິນ​ສອດ​ດ້ວຍ​ເງິນ​ແຕ່ 30 ລ້ານ ​ເຖິງ 50 ລ້ານ​ດົ່ງ. ຖ້າ​ຜູ້​ຊາຍ​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ວຽກ​ເຮັດ​ງານ​ທຳ​, ຄອບຄົວ​ຈະ​ຮຽກ​ຄ່າ​ສິນ​ສອດ​ເຖິງ 50 ລ້ານ​ດົ່ງ, ສຳລັບ​ຄົນ​ທຳ​ມະ​ດາ​ແມ່ນ​ປະມານ 30 ລ້ານດົ່ງ​ເທົ່າ​ນັ້ນ“.

       ເມື່ອ​ຄອບຄົວ​ຜູ້​ສາວ​ເຫັນ​ດີ​ຕໍ່​ຄ່າ​ສິນ​ສອດ​ແລ້ວ, ຮອດ​ວັນ​ແຕ່ງ​ດອງ​ຈະ​ນຳ​​ເອົາເຄື່ອງ​ຂອງ​ເຫຼົ່າ​ນັ້ນມາ​ຄອບຄົວຜູ້​ຊາຍ. ຄອບຄົວ​ຜູ້​ຊາຍ​ຈະ​ວາງ​ເຄື່ອງ​ຂອງ​ສິນ​ສອດ​ຂອງ​ຄອບຄົວ​ຜູ້​ສາວ​ໄວ້​ເທິ​ງ​ແທ່ນ​ບູຊາ​ຂອງ​ຄອບຄົວ​ຕົນ​ເພື່ອ​ບູຊາ​ບັນພະບຸລຸດ, ​ແຈ້ງ​ໃຫ້​ບັນພະບຸລຸດ​ຊາບ​ວ່າ, ​ໄດ້​ອະ​ນຸ​ຍາດໃຫ້ລູກ​ຊາຍ​ຂອງ​ຕົນ​ເອົາ​ເມຍ. ພາຍຫຼັງ​ທຳ​ພິທີ​ບູຊາ​ຢູ່​ຄອບຄົວ​ຜູ້​ຊາຍ​ແລ້ວ, ຄອບຄົວ​ຜູ້​ສາວ​ຈະ​ແຫ່​ເຈົ້າ​ບ່າວ​ມາ​ ​ແລະ ຈັດ​ພິທີ​ງານ​ດອງ​ຢູ່​ເຮືອນຂອງ​ຕົນ. ສ່ວນ​ຄອບຄົວ​ຜູ້​ຊາຍ​ກໍ່​ຈັດ​ຄະ​ນະ​ໜຶ່ງ​ ລວມ​ມີຍາດຕິ​ພີ່ນ້ອງ ​ແລະ ໝູ່​ເພື່ອນ​ຂອງ​ເຈົ້າ​ບ່າວໄປສົ່ງ​ເຈົ້າ​ບ່າວ​​​ເຖິງ​ຄອບຄົວຜູ້​ສາວ​… ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຫຼື​ຜູ້​ຕາງ​ໜ້າ​​ຝ່າຍຄອບ​ຄົວເຈົ້າ​ສາວ​ຈະ​ທຳ​ພິ​ທີ​ບູ​ຊາ​ບັນ​ພະ​ບຸ​ລຸດ ແລະ ຟ້າ​ແຖນ, ພາ​ວະ​ນາ​ໃຫ້​ຄູ່​ບ່າວ​ສາວ​ມີ​ຄວາມ​ຜາ​ສຸກ. ຫຼັງ​ຈາກ​ນັ້ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ກໍ່​ຕັກ​ເຕືອນບອກສອນ​ໃຫ້ຄູ່ຜົວ​ເມຍໜຸ່ມມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດຕໍ່​ກັນ. ຈາກ​ນັ້ນ​ແມ່ນ​ພິ​ທີອວຍ​ພອນ​​​ໃຫ້ຄູ່ຜົວ​ເມຍ​ໜຸ່ມມີ​ຄວາມ​​ຜາສຸກ. ຜູ້​ບ່າວ, ຜູ້​ສາວ​ໃນ​ບ້ານ​ພ້ອມ​ກັນ​ຟ້ອນ​ລຳ​ທຳ​ເພງ. ພາຍຫຼັງ​ງານດອງ, ເຈົ້າ​ບ່າວ​ຈະ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ສາວ​ເລີຍ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ກ່ອນນີ້​ຖ້າ​ຫາກ​ຄອບ​ຄົວ​ຜູ້​ສາວ​ນຳ​ເອົາ​ເຄື່ອງ​ຂອງ​ສິນ​ສອດ​ມາ​ຄອບ​ຄົວ​ຜູ້​ຊາຍ​ບໍ່​ທັນ​ຄົບ​ຖ້ວນ, ເຈົ້າ​ບ່າວ ແລະ ເຈົ້າ​ສາວ​ຈະ​ຕ້ອງ​ຢູ່​ນຳ​ຄອບ​ຄົວ​ຜູ້​ຊາຍ​ຈົນ​ເຖິງ​ເວ​ລາ​ໃດ​ສົ່ງ​ຄືນ​ຄ່າ​ສິນ​ສອດ​ໃຫ້​ໝົດ, ເຈົ້າ​ບ່າວ​ຈຶ່ງ​ມາ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ສາວ​ສາວ. ດ້ວຍ​ທັດ​ສະ​ນະ​ຮັກ​ສາ​ລະ​ບອບ​ມານ​ດາ​ສິດ​ທິ​ລາດ, ດັ່ງ​ນັ້ນ​ລູກຫຼານເມື່ອ​ໄດ້​ຮັບ​ການ​ກຳ​ເນີດ​ຕ້ອງ​ຖື​ສະ​ກຸນ​ຂອງ​ແມ່.

ປະເພນີຈັບຜົວ ແລະ ການສົມລົດຂອງຊາວເຜົ່າ K'ho - ảnh 2
(ພາບປະກອບ)

        ເຖິງວ່າ​ປະ​ເພ​ນີ​ເດີມ​ກ່ຽວ​ກັບ​ການ​ສົມ​ລົດ​ໄດ້​ຊຶມ​ເລິກ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ K'ho ແລ້ວ​ກໍ່​ຕາມ, ແຕ່​ປະ​ຈຸ​ບັນ, ເຂົາ​ເຈົ້າ​ໄດ້​ມີ​ທັດ​ສະ​ນະ​ໃໝ່​ກ່ຽວ​ກັບ​ຄວາມ​ຮັກ, ການ​ສົມ​ລົດ ແລະ​ ຄອບ​ຄົວ. ບັນ​ດາ​ຮູບ​ການ​ສູ່ຂໍ, ແຕ່ງ​ງານທີ່​ສັບ​ສົນ, ການ​ກິນ​ດຶ່ມ​ຟູມ​ເຟືອຍ​ກໍ່ຖືກ​ຍຸບ​ເລີກ. ​ທ່ານ K'jan, ຊາວ​ເຜົ່າ K'ho, ໃຫ້​ຮູ້​ວ່າ:

        ‘’ປະ​ຈຸ​ບັນ, ຊາວ​ເຜົ່າ K'ho ມີ​ເງື່ອນໄ​ຂຕິດ​ຕໍ່​ສຳ​ຜັດ​ກັບ​ຊົນ​ເຜົ່າ​ອື່ນໆຫຼາຍກວ່າ. ເຂົາ​ເຈົ້າ​ຍັງ​ຄົງ​ຮັກ​ສາ​ປະ​ເພ​ນີ​ຄອ​ບ​ຄົວ​ຜູ້​ສາວ​ນຳ​ເອົາ​ເຄື່ອງ​ຂອງ​ສິນ​ສອດ​ໄປ​ຍັງ​ຄອບ​ຄົວ​ຜູ້​ຊາຍ​ເພື່ອ​ຂໍ​ຜົວ. ຄອບ​ຄົວ​ຜູ້​ຊາຍ​ຮຽກ​ຄ່າ​ສິນ​ສອດ, ແຕ່​ພັດອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງ, ບໍ່​ບັງ​ຄັບ​ຕ້ອງ​ມີ​ເຄື່ອງ​ຂອງ​ສິນ​ສອດ​ຢ່າງ​ຄົບ​ຖ້ວນ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ຈັດ​ງານດອງ, ເພາະ​ວ່າ​ຄູ່​ບ່າວ​ສາວ​ໄດ້​ມີ​ຄວາມ​ຮັກ​ນຳ​ກັນ​ແລ້ວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ຫາ​ຈັດ​ຕັ້ງ​ງານດອງແມ່ນ​ຕ້ອງ​ມີຢ່າງ​ເດັດ​ຂາດ.’’

        ປະ​ຈຸ​ບັນ, ຊາວ​ເຜົ່າ K'ho ໄດ້​ຮູ້​ໝູນ​ໃຊ້ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົນ​ເຂົ້າໃນ​ວຽກ​ງານ​ຮັກ​ສາ​ຄວາມ​ສຸກ​ໃນ​ຄອບ​ຄົວ, ຮັກ​ສາ​ການ​ພົວ​ພັນ​ໃນ​ປະ​ຊາ​ຄົມ. ປະ​ເພ​ນີ​ຍົກ​ສູງ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ​ລະ​ຫວ່າງ​ຜົວ​ເມຍ, ບັນ​ດາ​ກໍ​ລະ​ນີຫຼິ້ນ​ຊູ້, ການ​ຮ່ວມ​ເພດ​ກັບ​ຄົນ​ສາຍ​ເລືອດ​ດຽວ​ກັນ, ການ​ປະ​ຮ້າງ​ກັນ ຖືກ​ປະ​ຊາ​ຄົມ​ກ່າວ​ປະ​ນາມ ແລະ ໃຊ້​ວິ​ທີ​ການ​ປັບ​ໄໝລົງ​ໂທດ​ຢ່າງ​ໜັກ​ໜ່ວງ, ຖ້າເ​ປັນ​ໂທດ​ເບົາ​ແມ່ນ​ປັບ​ໄໝ​ດ້ວຍ​ຄວາຍ, ເຫຼົ້າ. ສ່ວນ​ໂທດ​ໜັກ​, ນອກ​ຈາກ​ຖືກ​ປັບ​ໄໝ​ແລ້ວ, ບາງ​ເທື່ອ​ຈະ​ຖືກ​ໄລ່​​ອອກ​ຈາກ​ປະ​ຊາ​ຄົມ. ນີ້​ແມ່ນ​ຂໍ້​ກຳ​ນົດ​ຢ່າງເຄັ່ງ​ຄັດ, ແຕ່​ພັດ​ກ້າວ​ໜ້າ, ​ເຊິ່ງ​ເຄີຍ​ມີ​ມາ​​​ແຕ່​ບູ​ຮານໃນ​ປະ​ຊາ​ຄົມ​ຊາວ​ເຜົ່າ K'ho ແລ້ວ.

ຂ່າວ/ບົດ​ອື່ນ