ປະເພນີແຕ່ງດອງຂອງຊາວເຜົ່າບານາ


(vovworld) - ປະ​ເພນີ​ແຕ່ງດອງ, ສົມລົດ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງວົງ​ຄະນາ​ຍາດ​ຊາວ​ເຜົ່າບາ​ນາ. ​ເຖິງ​ວ່າ​ອີງ​ໃສ່​ແຕ່ລະ​ເຂດ, ​ແຕ່ລະ​ໄລຍະ​ປະຫວັດສາດ, ປະ​ເພນີ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ບາ​ນາ​​​ໄດ້​ມີ​ການ​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ​​ແລ້ວກໍ່ຕາມ, ​ແຕ່​ປະ​ເພນີ​ແຕ່ງດອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ບາ​ນາ​ເວົ້າ​ລວມຍັງ​ຄົງ​ຮັກສາສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄວ້​ຢູ່.

ປະເພນີແຕ່ງດອງຂອງຊາວເຜົ່າບານາ - ảnh 1

ພິທີງານດອງຂອງຊາວເຜົ່າບານາ

(ພາບອິນເຕີແນດ)

        ຊາວ​ເຜົ່າ​ບາ​ນາ​ດຳລົງ​ຊີ​ວິດ​ຕົ້ນຕໍ​ຢູ່​ບັນດາ​ແຂວງ​ກອນ​ຕຸ​ມ, ຢາ​ລາຍ, ດັກ​ລັກ, ບິ່ງ​ດິ້ງ, ຟູ໋ອຽນ. ຜ່ານ​​ໄລຍະ​ແຫ່ງ​ການ​ພັດທະນາ, ຊາວ​ເຜົ່າ​ບາ​ນາ​ເຖິງ​ວ່າ​ຈະ​ຢູ່​ກະ​ແຈກ​ກະຈາຍ​ຢູ່​ທ້ອງ​ຖີ່​ນ​ຕ່າງ​ໆກໍ່ຕາມ, ​ແຕ່ປະ​ເພນີ​ແຕ່ງດອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ບາ​ນາ​ຍັງ​ຄົງ​ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ພື້ນຖານ​ໄວ້​ຢູ່. ບ່າວ​ສາວ​ຊາວ​ເຜົ່າ​ບາ​ນາ​ເມື່ອ​ເຕີບ​ໃຫຍ່​ລ້ວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ເລືອກ​ເຟັ້ນ​ແຟນ​ໃຫ້​ແກ່​ຕົນ. ມາດຕະຖານ​ເລືອກ​ເຟັ້ນ​ແຟນຂອງ​ບ່າວ​ສາວ​ຊາວ​ເຜົ່າ​ບາ​ນາ, ນັ້ນ​ແມ່ນ​ຜູ້​ສາວ​ຕ້ອງ​ຮູ້​ປັກ​ແສ່ວ, ຕຳ່​ຫຸກ, ຜູ້​ຊາຍ​ຕ້ອງ​ບໍລິສຸດ, ມີ​ສຸຂະພາບ​ເຂັ້ມ​ແຂງ, ​ເຮັດ​ໄຮ່​ເກັ່ງ ​ແລະ ມີ​ຄວາມ​ສາມາດ​ໃນ​ການ​ລ່າ​ເນື້ອ. ​ໂອກາດສະດວກ​ເພື່ອ​ໃຫ້​ບ່າວສາວ​ສະ​ແດງ​ຄວາມ​ຮັກ​ຂອງ​ຕົນ​ນັ້ນ​ແມ່ນ​ໃນ​ພິທີ​ງານ​ບຸນ​ຕ່າງໆ​ຂອງ​ໝູ່​ບ້ານ. ​ເມື່ອ​ມີ​ຄວາມ​ຮັກ​ຕໍ່​ກັນ, ຄູ່​ບ່າວ​ສາວ​ເຄີຍ​ນັ່ງ​ຂ້າງ​ກັນ​ອ້ອມ​ໄຫ​ເຫຼົ້າ​ໃນ​ເຮືອນ​ຮົງ, ​ໂອ້​ລົມ ​ແລະ ຈິກ​ຢອກ​ກັນ. ຜູ້​ໃດ​ຖືກ​ຈິກ​ຢູ່​ຄໍ, ​ແຂນ​ຍິ່ງ​ຫຼາຍ​ເທົ່າ​ໃດ​ແມ່ນ​ຍິ່ງ​ມີ​ຄວາມ​ຮັກ​ເທົ່າ​ນັ້ນ.

        ກ່ອນ​ນີ້, ຊາວ​ເຜົ່າ​ບາ​ນາ​ມີ​ປະ​ເພນີ​ຫາ​ຟືນ​ໝັ້ນ​ໝາຍ. ​ເພື່ອ​ເອົາ​ຜົວ, ບັນດາ​ນາງ​ສາວ​ຊາວ​ເຜົ່າ​ບາ​ນາ​ຕ້ອງ​ຫາ​ຟືນ​​ໃຫ້ໄດ້ 100 ມັດ, ​ຫຼື​ເອີ້ນ​ວ່າ​ຟືນ​ໝັ້ນ​ໝາຍ​ກ່ອນ​ທີ່ມາຢູ່ກັບຄອບຄົວຂອງຜົວ. ຍ້ອນເຫດນັ້ນຜູ້ສາວບານາຕ້ອງ​ເລີ່​ມຫາຟືນ ນັບແຕ່ເວລາມີອາຍຸພຽງ 14 – 15 ປີ. ທ່ານ ອາ​ເຕືມ ຊາວ​ເຜົ່າ​ບາ​ນາ​ຢູ່​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ມີ​ປະ​ເພນີ​ຫາ​ຟືນ​ເພື່ອນຳ​​ໄປຄອບຄົວ​ຂອງຜົວ. ​ບໍ່​ມີ​ຟືນ​ແມ່ນ​ບໍ່​ໄດ້, ຖ້າ​ຫາ​ຟືນ​ໄດ້​ຫຼາຍ​ຈະ​ຮັບ​ຄວາມຍ້ອງຍໍ​ຊົມ​ເຊີຍຈາກ​ພໍ່, ​ແມ່​ຜົວ“.

        ​ເພື່ອ​ກາຍ​ເປັນ​ຜົວ​ເມຍ, ຄູ່​ບ່າວ​ສາວ​ຊາວ​ເຜົ່າ​ບາ​ນາ​ຕ້ອງ​ຜ່ານ​ປະ​ເພນີ ​ແລະ ພິທີ​ຕ່າງໆ. ພິທີ​ມອບປອກ​​ແມ່ນ​ມີ​ຄວາມ​ໝາຍ​ຄື​ພິທີຜູກ​ຄູ່​ຊີວິດ​ຢູ່​ເຂດທົ່ງພຽງ. ​ເມື່ອ​ເລືອກ​ເຟັ້ນ​ແຟນ​ໄດ້​ແລ້ວ, ຄູ່​ບ່າວ​ສາວ​ຈະ​ແຈ້ງ​ໃຫ້​ຄອບຄົວ​ທັງ​ສອງ​ຝ່າຍ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ບາ​ນາ, ຜໍ່​ຂອງ​ຜູ້​ບ່າວ​ຈະ​ຖາມ​ລູກ​ຊາຍ, ສ່ວນ​ແມ່​ຜູ້​ສາວ​ຈະ​ຖາມ​ລູກ​ສາວ​ຂອງ​ຕົນ. ຖ້າ​ຫາກ​ທັງ​ສອງ​ຄົນ​ເຫັນ​ດີ, ຄອບຄົວ​ຝ່າຍ​ຊາຍ​ຈະ​ຊອກ​ຫາ​ຜູ້​ເປັນ​ພໍ່​ສື່. ພໍ່ສື່​ຈະ​ຕາງໜ້າ​ຄອບຄົວ​ຝ່າຍ​ຊາຍ​​ໄປເຊີນຄອບຄົວ​ຝ່າຍຍິງມາ​ຄອບຄົວ​​ຝ່າຍ​ຊາຍ​ເພື່ອ​ທຳ​ພິທີ​ມອບ​ປອກ​ໃຫ້ຄູ່​ບ່າວ​ສາວ. ຕໍ່ໜ້າ​ການ​ເປັນ​ສັກຂີ​ພິຍານ​ຂອງ​ສອງ​ຄອບຄົວ ​ແລະ ພາຍ​ໃຕ້​ການ​ແນະນຳ​ຂອງ​ພໍ່​ສື່, ຄູ່​ບ່າວ​ສາວ​ຈະ​ມອບ​ປອກ​ໃຫ້​ກັນ​. ຜູ້​ຊາຍ​ຈະ​ມອບ​ໃຫ້​ຜູ້ຍິງ​ປອກອາ​ລູມີ​ນຽມ, ສ່ວນ​ຜູ້​ສາວ​ຈະ​ມອບ​ໃຫ້​ຜູ້​ຊາຍ​ປອກທອງ. ​ເມື່ອ​ຄູ່​ບ່າວ​ສາວ​ທຳ​ພິທີມອບ​ປອກ​ໃຫ້​ກັນ​ສຳ​ເລັດ​ແລ້ວ, ​ແມ່ນ​ບໍ່​ໄດ້​ຮັກ​ຜູ້​ອື່ນ​ອີກ​ຢ່າງ​ເດັດຂາດ.

        ງານ​ດອງ​ເຄີຍ​ຈັດ​ຕັ້ງ​ໃນ​ໂອກາດ​ທ້າຍ​ປີ, ​​ພາຍຫຼັງ​ລະດູ​ການ​ເກັບ​ກ່ຽວ, ​ເວລາ​ນັ້ນ​ປະຊາຊົນ​ບໍ່​ຕິດ​ຄາ​ກັບ​ວຽກ​ງານ​ຫຼາຍ, ​ເຂົ້າ​ກໍ່​ເຕັມ​ສາງ, ງົວ​ຄວາຍ ​ແລະ ​ໄກ່​ເຕັມ​ຄອກ. ງານ​ແຕ່ງດອງ​ແມ່ນ​ງານ​ບຸນ​ຂອງ​ໝູ່​ບ້ານ ​ຊິ່ງຖືກ​ດຳ​ເນີນ​ໃນ​ເວລາ 1 ວັນ ​ແລະ ​ເຄີຍ​ຈັດ​ຕັ້ງ​ໃນ​ຊຸມ​ວັນ​ເພງຢູ່​ເຮືອນ​ຣົງ. ສິນ​ດອງ​ໂດຍ​ຄອບຄົວ​ຝ່າຍ​ຊາຍ​ກະກຽມ​ລວມມີ: ​ໄກ້​ໂຕ​ໜຶ່ງ, ​ເຫຼົ້າ​ໄຫ​ໜຶ່ງ. ທ່ານ ດິ່ງ​ເຊ, ຜູ້ີທີ່​ໄດ້​ເຂົ້າ​ຮ່ວມ​ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ໃຫ້​ຮູ້​ວ່າ:

        “​ໃນ​ພິທີ​ງານ​ດອງ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮັດ​ດ້ວຍ​ເຫຼັກ, ພິ​ເສດ​ແມ່ນ​ເຫຼັກ​ບໍ່​ໝ້ຽງ​ຈະ​ຖືກ​ໃຊ້​ເພື່ອ​ຮອງ​ໄຫ​ເຫຼົ້າ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ຈັດ​ພິທີ​ບູຊາ​ຟ້າ, ​ເທວະ​ດາ ​ເພື່ອ​ພາວະນາຂໍ​ໃຫ້ມີ​ລູກ​ເຕົ້າ, ມີ​ສຸຂະພາບ​ເຂັ້ມ​ແຂງ“.

        ພາຍຫຼັງ​ດຳ​ເນີນງານ​ດອງ​​ຢູ່​ເຮືອນຣົງ​ແລ້ວ, ງານ​ດອງ​ຍັງ​ຖືກ​ຈັດ​ຂຶ້ນ​ຢູ່​ສອງ​ຄອບຄົວ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ໝູ່​ບ້ານ, ທຸກ​ຄົນ​ໄດ້​ເຕົ້າ​ໂຮມ​ກັບ​ອ້ອມ​ໄຫ​ເຫຼົ້າ, ທັງ​ກິນ​ດື່ມ, ທັງ​ຟ້ອນ​ລຳ. ພໍ່​ແມ່​ເຈົ້າ​ສາວ, ​ເຈົ້າ​ບ່າວ​ຈະ​ເຊີນ​ປະຊາຊົນ​ທຸກ​ຄົນ​ດື່ມ​ເຫຼົ້າເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈປະຊາຊົນ​ທີ່​ໄດ້​ມາ​ຮ່ວມ​ງານ​ດອງ​ພ້ອມ​ກັບ​ສອງ​ຄອບຄົວ. ​ເມື່ອ​ງານ​ດອງ​ສິ້ນ​ສຸດ​ລົງ, ພໍ່​ສື່​ຈະ​ພາ​ເຈົ້າ​ສາວ​ໄປ​ຍັງ​ຄອບຄົວ​ຝ່າຍ​ຊາຍ, ມອບ​ໃຫ້​ເຈົ້າ​ບ່າວ ​ແລະ ປູ​ສາດ​​ໃຫ້​ຄູ່​ຜົວ​ເມຍ. ​ເຈົ້າ​ບ່າວ, ​ເຈົ້າ​ສາວ​ຕ້ອງ​ພ້ອມ​ກັນ​ກິນ​ເຂົ້າ​ກ່ອນ​ຈະ​ໄປ​ນອນ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ບາ​ນາ, ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພໍ່​ສື່​, ມື້​ຕໍ່​ມາ, ສອງ​ຄອບຄົວ​ຈະ​ຜັດປ່ຽນ​ກັນ​ເຊີນ​ພໍ່​ສື່​ມາ​ຄອບຄົວ​ເພື່ອ​ຂອບ​ໃຈ. ທ່ານ ກວາງ​ງອກ, ພາລະ​ກອນຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ປະ​ເພ​ນີ້​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ມີ​ການ​ປ່ຽນ​ແປງ​ບາງ​ຢ່າງ​ເພື່ອ​ເໝາະ​ສົມ​ກັບ​ຊີວິດ​​ໃໝ່.

        “​ໄຫ​ເຫຼົ້າ ​ແລະ ພິທີ​ແຕ່ງດອງ​ຍັງ​ປະຕິບັດ​ຕາມ​ມູນ​ເຊື້ອ​ເດີມ. ສ່ວນ​ວິທີ​ຈັດ​ຕັ້ງ​ມີ​ການ​ປ່ຽນ​ແປງ​ບາງ​ຢ່າງ​ຄື​: ມີ​ດົນຕີ​ຮັບ​ໃຊ້​ໃຫ້​ແກ່​ຊາວ​ໜຸ່ມ, ຊຸດ​ອາພອນ​ກໍ່​ມີ​ການ​ປ່ຽນ​ແປງ, ຕົວຢ່າງ​ຄື​ເຂົາ​ເຈົ້າ​ບໍ່​ໃສ່ກະ​ຕ່ຽວອີກ, ​ຫຼື​ວ່າ​​​ເຂົາ​ເຈົ້າໄດ້ໃສ່​ເກີບໜັງ​ເພື່ອ​ເຂົ້າ​ຮ່ວງມງານ​ດອງ “ .

        ​ແລະ​ກໍ່ຕາມ​ທ່ານ ງອກ ​ແລ້ວ, ​ງານ​ແຕ່ງດອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ບາ​ນາ​ໃນ​ປະຈຸ​ບັນ, ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຂົາ​ເຈົ້າຄື: ​ເຫຼົ້າ​ໄຫ, ອາຫານ​ສົ້ມ​ຈາກ​ຜັກ, ​ໃບ​ໄມ້​ໃນ​ປ່າ... ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ບັນດາ​ປະ​ເພນີ ພ້ອມ​ກັບ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຍັງ​ຄົງ​ໄດ້​ຮັບ​ຖື​ເປັນ​ສຳຄັນ. ຍ້ອນ​ເຫດ​ນັ້ນ​ຊີວິດ​ແຫ່ງ​ສົມລົດ​ຂອງ​ຊາວ​ເຜົ່າ​ບາ​ນາ​ຈຶ່ງ​ໝັ້ນຄົງ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ