ພິທີອວຍພອນວັນເກີດສະແດງຄວາມຮູ້ບຸນຄຸນຂອງຊາວເຜົ່ານຸ່ງ

(vovworld) - ຊາວ​ເຜົ່າ​ນຸ່ງ​ບໍ່​ອາໄລ​ຫາ​ເຖິງ​ວັນ​​ເສຍ​ຊີວິດ​ຂອງ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ, ຫາກ​ພຽງ​ແຕ່​ຈັດ​ພິທີ​ອວຍພອນ​ວັນ​ເກີດ, ອວຍພອນ​ອາຍຸ​ຍືນ​ເມື່ອ​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ນັ້ນ. ພິທີ​ອວຍພອນ​ວັນ​ເກີດ, ອວຍພອນ​ອາຍຸ​ຍືນຂອງ​ຊາວ​ເຜົ່າ ນຸ່ງ​ແມ່ນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ອັນ​ດີງາມ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ, ຄວາມ​ເຄົາລົບ​ນັບຖື, ຄວາມ​ເອົາ​ໃຈ​ໃສ່​ຂອງ​ລູກ​ຫຼານ​ທີ່​ມີ​ຕໍ່ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ຂອງ​ຕົນ.


ພິທີອວຍພອນວັນເກີດສະແດງຄວາມຮູ້ບຸນຄຸນຂອງຊາວເຜົ່ານຸ່ງ - ảnh 1
(ພາບປະກອບ)

        ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ, ຊາວ​ເຜົ່າ​ ນຸ່ງບໍ່​ຈັດ​ຕັ້ງ​ພີ​ທີ​ອວຍພອນ​ວັນ​ເກີດ​ໃຫ້​ແກ່​ເດັກນ້ອຍ, ພໍ່​ແມ່​ກໍ່​ບໍ່​ໄດ້ຈັດ​ຕັ້ງ​ພີ​ທີ​ອວຍພອນ​ວັນ​ເກີດ​ໃຫ້​ລູກ​ຂອງ​ຕົນ, ຫາກ​ພຽງ​ແຕ່​ລູກ​ຈຶ່ງ​ໄດ້ຈັດ​ພີ​ທີ​ອວຍພອນ​ວັນ​ເກີດ, ອວຍພອນ​ອາຍຸ​ຍືນ​​, ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ຂອງ​ຕົນ​ເທົ່າ​ນັ້ນ. ​ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ ນຸ່ງ (​ແຂວງ ລ້າງ​ເຊີນ), ບັນດາ​ຜູ້​ທີ່​ມີ​ອາຍຸ​ແຕ່ 50-60 ປີ​ຂຶ້ນ​ໄປຈຶ່ງໄດ້ຈັດພິທີອວຍພອນປີໃໝ່. ພິທີອວຍພອນວັນເກີດຖືກຈັດຂຶ້ນປະຈຳປີກົງ​ກັບ​ວັນ​ເກີດ​ຂອງ​ຜູ້​ທີ່​ມີ​ອາຍຸ​ສູງ​ສຸດ​ໃນ​ຄອບຄົວ. ນີ້ແມ່ນໂອກາດເພື່ອໃຫ້ລູກຫຼານ​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ໜ້າ​ພໍ​ຕາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້​ທີ່​ໄດ້​ກຳ​ເນີ​ດ ​ແລະ ລ້ຽງ​ດູ​ຕົນ​ໃຫ້​ເຕີບ​ໃຫຍ່. ປອ ຫງວຽນ​ທິ​ເງິນ, ຜູ້ອຳນວຍການ​ຫໍພິພິດທະພັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ, ​ໃຫ້​ຮູ້​ວ່າ: ພິທີ​ອວຍພອນ​ວັນ​ເກີດ, ອວຍພອນ​ອາຍຸ​ຍືນ​ເລີ່​ມມີ​ມາ​ຈາກ​ທັດສະນະ​ຂອງ​ຊາວ​ເຜົ່າ ນຸ່ງ ກ່ຽວ​ກັບ​ວີນຍານ, ກ່ຽວ​ກັບ​ຮອບ​ວຽນ​ຂອງ​ຊີວິດ​ຄົນ.

​ເທບ​ສຽງ​ປະກອບ

        “ຊາວ​ເຜົ່າ ນຸ່ງ​ມີ​ທັດສະນະ​ວ່າ, ​ອາຍຸ 60 ປີແມ່ນໝາຍ​ຄວາມ​ວ່າ​ໝົດ​ຮອບ​ວຽນ​ຂອງ​ຊີວິດ​ຄົນ ​ແລະ ຢາກ​ສືບ​ຕໍ່​ຮອບ​ວຽນທີ​ສອງ​​ ​ແມ່ນ​ຕ້ອງ​ຈັດ​ພິທີ​ອວຍພອນ​ວັນ​ເກີດ. ນັບ​ແຕ່​ອາຍຸ 60 ປີ​ຂຶ້ນ​ໄປ, ຊາວ​ເຜົ່າ​ນຸ່ງ​ເຄີຍ​ຈັດ​ພິທີ​ອວຍພອນ​ວັນ​ເກີດ​ປະຈຳ​ປີ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ, ຄວາມ​ເອົາ​ໃຈ​ໃສ່, ບໍ່​ພຽງ​ແຕ່​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​​ວັດຖຸ​ເທົ່າ​ນັ້ນ, ຫາກ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ຈິດ​ໃຈ​ອີກ​ດ້ວຍ, ​ເພື່ອ​ໃຫ້​ຜູ້​ເຖົ້າ​ເບິ່ງ​ບານ​ມ່ວນ​ຊື່ນ ​ແລະ ມີ​ສຸຂະພາບ​ເຂັ້ມ​ແຂງ “.

        ຕາມ​ປະ​ເພນີ, ​ເມື່ອ​ລູກ​ຫຼານ​ບໍ່​ຢູ່​ນຳ​ພໍ່​ແມ່​ອີກ ​ເຂົາ​ເຈົ້າ​ຈະ​ຈັດ​ພິທີ​ອວຍພອນ​ວັນ​ເກີດ​ໃຫ້​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ຂອງ​ຕົນ. ລູກ​ສາວ​ໄປ​ເອົາ​ຜົວ​ແລ້ວ, ຕ້ອງ​ນຳ​ເອົາ​ໝູ​ປິ່ນ, ​ເຂົ້າໜົມ, ​ເຫຼົ້າ, ຊາ... ມາ​ຈັດພິທີ​ອວຍພອນ​ວັນ​ເກີດຢ່າງ​ໜ້ຍສຸດ​ກໍ່​ແມ່ນ​​ເທື່ອ​ໜຶ່ງ​ໃຫ້​​ພໍ່​ແມ່ຂອງ​ຕົນ, ​ເພື່ອສະ​ແດງ​ຄວາ​ມຮູ້​ບຸນຄຸນ​ຕໍ່​ຜູ້​ທີ່​ໄດ້​ທີ່​ໄດ້​ກຳ​ເນີ​ດ ​ແລະ ລ້ຽງ​ດູ​ຕົນ. ​ໃນ​ມື້​ອວຍພອນ​ວັນ​ເກີດ, ​ແຂກ​ເຂົ້າ​ຮ່ວມ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຂອງຂວັນຄື: ​ເຂົ້າສານ, ​ໄກ່, ຊີ້ນ​ໝູ... ຕາມ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ແຕ່​ລະ​ຄອບຄົວ. ​ໃນ​ທັດສະນະ​ຂອງ​ຊາວ​ເຜົ່າ ນຸ່ງ, ຜູ້​ມີ​ອາຍຸ​ຍືນ​ເປັນ​ຄົນ​ທີ່​ມີ​ຄວາມສຸກ. ຍ້ອນ​ມີ​ຄວາມສຸກ​ຈຶ່ງ​ມີ​ອາຍຸ​ຍືນ ​ແລະ ຈຶ່ງ​ມີ​ລູກ​ຫຼານ​ຫຼາຍ​ຄົນ. ​ໃນ​ວັນ​ນີ້, ລູກ​ຫຼານຈະ​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ໜ້າ​ພໍ​ຕາ, ​ເຂົາ​ເຈົ້າ​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ມາ ​ແລະ ​ເຊີນ​ໝໍ​ຜີ, ​ແມ່​ເຖົ້າ​ແທນ​ມາ​ຂັບ​ຮ້ອງ, ຟ້ອນ​ລຳ, ​ເພາະ​ເຂົາ​ເຈົ້າ​ຖື​ວ່າ, ມີ​ແຕ່​ຄຳ​ສວດ​ມົນ​ຂອງ​ໝໍ​ຜີ, ພ້ອມ​ກັບ​ສຽງ​ຂັບ, ສຽງ​ພິນ​ຕິ໋ນຂອງ​ແມ່​ເຖົ້າ​ແທນ​ຈຶ່ງ​ສາມາດ​ສົ່ງ​ຄຳ​ພາວະນາ​ເຖິງ​ບັນພະບຸລຸດ ​ແລະ ​ເທວະ​ດາ​ໄດ້. ​ເຄື່ອງ​ຂອງ​ບູຊາ​ໃນ​ພິທີ​ອວຍພອນ​ວັນ​ເກີດ​ມີ​ເຂົ້າໜຽວ, ​ໄກ່​ຕົ້ມ, ໝູ​ປິ່ນ, ​ໄຂ່​ຕົ້ມ, ​ເຂົ້າໜົມ​ໄຢ່, ​ເຂົ້າໜົມ​ດຸກ. ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນລ້ວນ​ແຕ່​ມີ​ຄວາມ​ໝາຍ​ປາຖະໜາຢາກ​ໃຫ້​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ປະສົບ​ແຕ່​ສິ່ງ​ຈົບງາມ​ທີ່​ສຸດ. ​ອ້າຍ ​ເຈືອງ​ວັນ​ຕ໋ຽນ, ພະນັກງານ​ຮັບຜິດຊອບ​ດ້ານວັດທະນະທຳ​ຢູ່​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ເຄື່ອງ​ຂອງ​ບູຊາ​ແຕ່ລະ​ຢ່າງ​ໃນ​ພິທີ​ອວຍພອນ​ວັນ​ເກີດ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຂອງ​ຊາວ​ເຜົ່າ​ ນຸຸ່ງ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ເປັນ​ສັນຍາ​ລັກ. ພິ​ເສດ, ​​ແມ່ນ​ຕ້ອງ​ມີ​ເຂົ້າໜົມດຸກ ຫຼື​ເຂົ້າໜົມ​ໄຢ່, ດ້ວຍ​ຄວາມ​ໝາຍ​ແມ່ນ​ເພີ່ມ​ເນື້ອ, ​ເພີ່ມ​ໜັງ​ໃຫ້​ແກ່​ພໍ່​ແມ່, ສ່ວນ​ໝາກ​ໄຂ່​ຕົ້ມ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ໜໍ່​ແໜງ​ເລີ່​ມຕົ້ນ​ຮອບ​ວຽນ​ແຫ່ງ​ຊີວິດ​ໃໝ່, ທັງ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ກົມກຽວ​ລະຫວ່າງ​ບວກ​ລົບ​. ​ໃນ​ພິທີ​ກໍ່​ຕ້ອງ​ມີ​ຮູບ​ຄົນ​ເປັນ​ເຈ້ຍ, ພາຍຫຼັງ​ທຳ​ພິທີ​ແລ້ວ​ຈະ​ນຳ​ໄປຈູດ​ເພື່ອ​​ແນ​ໃສ່ຮັກສາວີນຍານ​, ລົບ​ລ້າງ​ຄວາມ​​ໂຊກ​ຮ້າຍ, ພະຍາດ ​ເພື່ອ​ໃຫ້​ຜູ້​ເຖົ້າ​ມີ​ສຸຂະພາບ​ເຂັ້ມ​ແຂງ“.

        ພິທີ​ອວຍພອນ​ວັນ​ເກີດ​ຖືກ​ຈັດ​ຂຶ້ນ​ໃນ​ເວລາ​ໜຶ່ງ​ກວ່າ​ວັນ, ​ເລີ່​ມຕົ້ນ​ແຕ່​ຕອນ​ຄຳ່​ມື້ກ່ອນ ​ແລະ ສິ້ນ​ສຸດ​ໃນ​ກາງຄືນ​ຂອງ​ມື້​ຕໍ່​ມາ. ​ເລີ່​ມຕົ້ນ​ງານ​ບຸນ, ໝໍ​ຜີ​ສວດ​ມົນ​ດ້ວຍ​ການຂັບ​ເລື້ອນ, ​ເຊີນ​ບັນພະບຸລຸດ​ມາ​ເພື່ອ​ບັນດານ​ໃຫ້​​ຜູ້​​ເປັນ​ເຈົ້າ​ພິທີ​ອວຍພອນ​ວັນ​ເກີດ, ສ່ວນ​ແມ່​ເຖົ້າ​ແທນ​ກໍ່​ຂັບ​ພ້ອມ​ກັນ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງແລ້ວ, ຂັບ​ເລື້ອນ ມີ 11 ທຳນອງ, ​ເນື້ອ​ໃນ​​ເວົ້າ​ເຖິງ​ກົກ​ເຄົ້າ​ຂອງ​ຄົນ, ນັບ​ແຕ່​ບໍ່​ທັນ​​ເປັນຮູບ​ເປັນ​ຮ່າງ, ​ເມື່ອ​ໄດ້​ຮັບ​ການ​ກຳ​ເນີ​ດ, ​ເຕີບ​ໃຫຍ່ ​ແລະ ​ເປັນ​ຄົນ​ເຖົ້າ​ແກ່. ສຽງ​ຂັບ​ຄື​ດັ່ງ​ສຽງ​ກ່ອມ, ດ້ວຍ​ຄວາມ​ປາຖະໜາ​ວ່າ, ບັນພະບຸລຸດຜູ້​ທີ່​ໄດ້​ລ່ວງລັບ​ໄປ​ແລ້ວ​ຈະ​ບັນດານ​ໃຫ້​​ເຈົ້າ​ຂອງ​ພິທີ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີອາຍຸ​ຍືນ​ຍົງ.

        ​ເມື່ອປິດ​ພິທີ, ພໍ່​ເຖົ້າ, ​ແມ່​ເຖົ້າ, ພໍ່​ແມ່​ຈະ​ແບ່ງ​​ເຂົ້າໜຽວ, ​ເຂົ້າໜົມ.... ​ໃຫ້​ແກ່​ລູກ​ຫຼານ. ​ເລື່ອງ​ແບ່ງ​ເຄື່ອງ​ຂອງ​ບູຊາ​ໃຫ້​ລູກ​ຫຼານ​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຢາກ​ໃຫ້​ລູກ​ຫຼານ​​ມີ​ຄວາມ​ໂຊກ​ດີ, ມີ​ຄວາມ​ຜາ​ສຸກ​ຄືພໍ່​ເຖົ້າ, ​ແມ່​ເຖົ້າ, ພໍ່​ແມ່ຂອງ​ຕົນ. ພິທີ​ອວຍພອນ​ວັນ​ເກີດ​ຂອງ​ຊາວ​ເຜົ່າ ນຸ່ງ​​​ເຖິງ​ວ່າ​ຈະ​ງ່າຍດາຍ​ຄື​ແນວ​ນັ້ນ, ​ແຕ່​ມັນໄດ້​ກາຍ​ເປັນ​ວັດທະນະທຳ​ອັນ​ດີງາມ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ ນຸ່ງ​ແຂວງ ລ້າງ​ເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ