ຟ້ອນພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ K'Ho

       (vovworld) - ​ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K'Ho ແມ່ນ​ມີ​ມາ​ແຕ່​ດົນ​ນານ ແລະ ແມ່ນ​ພາກ​ສ່ວນ​ທີ່​ຂາດ​ບໍ່​ໄດ້​ໃນ​ບັນ​ດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ. ໃນ​ບັນ​ດາ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃໝ່, ງານ​ບຸນ​ຂອງ​ໝູ່​​ບ້ານ, ການ​ຟ້ອນ​ພື້ນ​ເມືອງ​ໄດ້​ຮັບ​ຖື​ວ່າ ແມ່ນ​ພິ​ທີ​ບັງ​ຄັບ, ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນ​ຍານ ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​​ຟ້າ​ແຖນ, ເຊິ່ງ​ໄດ້​ດົນ​ບັນ​ດານ​ໃຫ້​ຕົ້ນ​ເຂົ້າ​ງອກ​ງາມ​ສົດ​ໄສ, ເຂົ້າ​ເຕັມ​ກະ​ຖາງ ​ແລະ ຊີ​ວິດ​ຢູ່​ເຢັນ​ເປັນ​ສຸກ.

ຟ້ອນພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ K'Ho - ảnh 1
(ພາບປະກອບ)

ເທບ​ສຽງ​ປ​ະ​ກອບ

        ໃນ​ໂອ​ກາດ​ງານ​ບຸນ, ເມື່​ອສຽງຄ້ອງດັງ​ກ້ອງ​ກັງ​ວານ, ບັນ​ດາ​ນາງ​ສາວ​ຊາວ​ເຜົ່າ K'Ho ສວຍ​ງາມ​ໃນ​ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອ, ດ້ວຍ​ບັນ​ດາ​ວາດ​ຟ້ອນ​ທີ່​ອ່ອນ​ຊ້ອນ, ງ່າຍ​ດາຍ, ສ້າງ​ເປັນ​ຄວາມ​ງາມ​ແບບ​ດູດ​ດື່ມ, ​ໃກ້​ຊິດ​ຕິດ​ແທດ​ກັບທຳ​ມະ​ຊາດ​. ສ່ວນ​ບັນ​ດາ​ຜູ້​ຊາຍເປື່ອຍ​ໂຕ​​ບໍ່ໃສ່​​ເສື້ອ, ນຸ່ງກະ​ຕຽວ, ອວດ​ຮູບ​ຮ່າງ​ລ້ຳ​ສັນ, ​ໃນວາດ​ຟ້ອນ​ທີ່​​ເຂັ້ມແຂງ​, ເດັດ​ດຽວ, ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ທີ່​ແຮງ​ກ້າ. ບັນ​ດາ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ K'Ho ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ດົນ​ຕີ​, ຄ້ອງ ແລະ ກອງ. ສຽງ​ຄ້ອງ, ສຽງ​ກອງ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດ​ພູ​ຜາ​ປ່າ​ໄມ້, ຄື​ດັ່ງກະ​ຕຸກ​ຊຸກ​ຍູ້, ດຶງ​ດູດ​ຜູ້​ຊົມ​ເຂົ້າ​ຮ່ວມ. ທຸກ​ຄົນ​ໂດຍບໍ່​ຈຳ​ແນກ​ເຖົ້າ​ແກ່, ໜຸ່ມນ້ອຍ, ບ່າວ, ສາວກໍ່​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ຟ້ອນໄດ້. ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ທີ່​​ສາ​ມາດດຶງ​ດູດ​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ຟ້ອນ​​, ນັ້ນ​ແມ່ນລັກ​ສະ​ນະທຳ​ມະ​ດາ​ສາ​ມັນ, ຟ້ອນ​ງ່າຍ ແລະ ສ້າງຄວາມ​ດູດ​ດື່ມ. ທຸກ​ຄົນ​ຈັບ​ມື​ກັນ​ສ້າງ​ເປັນ​ວົງ​ມົນ​ຟ້ອນ​ເຕັ້​ນຢູ່ອ້ອມ​ຕົ້ນ​ເນັວ (ຕົ້ນ​ໄມ້​ໄຜ່​ປັກ​ຢູ່​ເດີນ​ບ້ານ) ແລະ ກອງ​ໄຟ. ​ບັນ​ດາ​ວາດ​ຟ້ອນພື້ນ​ເມືອງນີ້​ໄດ້​ເຮັດ​ໃຫ້​ທຸກ​ຄົນ​ຫຍັບ​ມໍ່​ໃກ້​ກັນ​ກວ່າ ແລະ ຜູ້​ເຂົ້າ​ຮ່ວມ​ກໍ່​ນັບ​ມື້​ນັບຫຼາຍ. ພິ​ເສດ, ການ​ເຕັ້ນ​ດີດ​ຂອງ​ບັນ​ດາຜູ້​ຕີ​ຄ້ອງ ແລະເສບ​ດົນ​ຕີ​ກໍ່​ປະ​ກອບ​ສ່ວນ​ເຮັດ​ໃຫ້​ບັນ​ຍາ​ການ​ຂອງ​ງານ​ບຸນ​ຟົດ​ຟື້ນ ແລະ ​​ສ້າງ​ຄວາມຈັບ​ອົກ​ຈັບ​ໃຈກວ່າ​ອີກ .ຍ້ອນ​ເຫດ​ນັ້ນ, ບັນ​ດາ​ວາ​ດຟ້ອນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K'Ho, ນອກ​ຈາກ​ຄວາມ​ໝາຍ​ດ້ານ​ຈິດ​ວີນ​ຍານ​ແລ້ວ, ຍັງ​ມີ​ລັກ​ສະ​ນະ​ປະ​ຊາ​ຄົມ​ສູ​ງ​ອີກ​ດ້ວຍ. ທ່ານ ລືວ​ແຢງ​ແຢວນ, ນັກ​ຄົ້ນ​ຄ້​ວາ​ສິ​ລະ​ປະ​ຟ້ອນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ເຂດ​ໄຕ​ງວຽນ, ໃຫ້​ຮູ້​ວ່າ:

        ‘’ສິ​ລະ​ປະ​ຟ້ອນ​ພື້ນ​ເມືອງຂອງ​ຊົນ​ເຜົ່າ​ໃນ​ເຂດ ໄຕ​ງວຽນ​ເວົ້າ​ລວມ ແລະ ຊາວ​ເຜົ່າ K'Ho ເວົ້າ​ສະ​ເພາະ ແມ່ນ​ຮູບ​ການ​ສິ​ລະ​ປະ​ທີຍາມ​ໃດ​ກໍ່ຕິດ​ພັນ​​ກັບດົນ​ຕີຄ້ອງ, ​ຜ່ານ​ວາດ​ຟ້ອນ​ສະ​ແດງ​ໃຫ້​ເຫັນ​ທຸກ​ດ້ານ​ໃນ​ການ​ດຳ​ລົງ​ຊີ​ວິດ, ເຊັ່ນ​ກາ​ນ ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ຄວາມ​ໃກ້​ຊິດ​ຕິດ​ພັນ​ກັບ​ທ​ຳ​ມະ​ຊາດ, ໝູ່​ບ້ານ​ຂອງ​ຊາວ​ເຜົ່າ, ຜ່ານ​ຈິດ​ສຳ​ນຶກ​ຂອງຫຼາຍ​ລຸ້ນ​ຄົນ”.

        ຊາວ​ເຜົ່າ K'Ho ເຄີຍ​ຈັດ​ຕັ້ງ​ພິ​ທີ​ບູ​ຊາ​ຕ່າງໆ​ໃນ​ປີ, ພິ​ເສດ​ແມ່ນ​ໃນ​ງານ​ບຸນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຕົ້ນ​ເຂົ້າ. ບັນ​ດາ​ບົດ​ຟ້ອນ​ໃນ​ງານ​ບຸນ​ກໍ່​ແມ່ນ​ພິ​ທີ​​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ຟ້າ​ແຖນ. ບັນ​ດາ​ວາດ​ຟ້ອນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ເຜົ່າ​ເປັນ​ຈຳ​ນວນຫຼວງຫຼາຍ, ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນລະ​ຫວ່າງ​ຄົນ​ກັບ​ຄົນ, ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ, ແມ່ນລົມ​ຫາຍ​ໃຈ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ. ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ K'Ho ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸງ​ມາດ​ປາ​ຖະ​ໜາ​ຢາກ​ບືນ​ຕົວ​ຂຶ້ນ​ສິ່ງ​ທີ່ຈົບ​ງາມ​ທີ່​ສຸດ​ໃນ​ການ​ດຳ​ລົງ​ຊີ​ວິດ, ຊ່ວຍ​ເຂົາ​ເຈົ້າ​ມີ​ຄວາມ​ໃກ້​ຊິດ​ຕິດ​ພັນ, ຮັກ​ແພງ​ກັນ​ກວ່າ​ອີກ. ອ້າຍ K'ban, ຊົນ​ເຜົ່າ K'Ho, ໃຫ້​ຮູ້​ວ່າ:

        “​ເລື່ອງ​ຈັດ​ຕັ້ງການ​ຟ້ອນ​ລຳ​ທຳ​ເພງ​ໃນ​ງານ​ບຸນກໍ່​ແມ່ນ​ໂອ​ກາດ​ເພື່ອ​ເຕົ້າ​ໂຮມ​ກັນ, ຫຼື​ຕ້ອນ​ຮັບ​ແຂກ​ມາ​ຢາມ. ພາຍຫຼັງ​​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດຢ່າ​ງ​ອິດ​ເມື່ອຍ, ເຂົາ​ເຈົ້າ​​ກໍ່​ເຕົ້າ​ໂຮມ​ກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ຢູ່​ທີ່ນີ້. ດ້ວຍ​ຈຸດ​ປະ​ສົງ​​ ​ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ, ​ແລະ​ຄວາມສາ​ມັກ​ຄີ​​ລະ​ຫວ່າງທຸກ​ຄົນ​ນຳ​ກັນ​”.


ຟ້ອນພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ K'Ho - ảnh 2
(ພາບປະກອບ)

         ປະ​ຈຸ​ບັນ, ບັນ​ດາ​ກຸ່ມ​ຊາວ​ເຜົ່າ K'Ho ທີ່​ພວມ​ດຳ​ລົງ​ຊີ​ວິ​ດຢູ່ຫຼາຍ​ທ້ອງ​ຖີ່ນ ໄດ້​ສ້າງ​ຕັ້ງ​ບັນ​ດາ​ສະ​ໂມ​ສອນ, ກອງ​ຟ້ອນ​ພື້ນ​ເມືອງ, ເພື່ອ​ແນ​ໃສ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ທີ່ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊົນ​ເຜົ່າ​ຕົນ. ເອື້ອຍ K'Lien ຜູ້​ທີ່​ເຂົ້າ​ຮ່ວມກອງ​ຟ້ອ​ນຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ, ແບ່ງ​ປັນ​ວ່າ:

        “ຂ້າ​ພ​ະເຈົ້າ​ຮູ້​ສຶກ​ມ່ວນຫຼາຍ, ຍ້ອນ​ໄດ້​ສືບ​ທອດ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ສະ​ໄໝ​ກ່ອນ​ຂອງ​ຊົນ​ເຜົ່າ​ຕົນ. ສຳ​ລັບ​ຂ້າ​ພະ​ເຈົ້າ, ໄດ້​ເຂົ້າ​ຮ່ວມກອງ​ຟ້ອນ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ, ຍ້ອນ​ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ວັດ​ທະ​ນະ​ທຳ​ໃຫ້​ລຸ້ນຫຼັງ ແລະແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ K'Ho”.

        ຖ້າ​ຫາກມາ​ຢ້ຽມ​ຢາມ​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ, ຫຼື​້​ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ K'Ho ຢູ່​ແຂວງ​ເລິມ​ດົ່ງ ກົງ​ກັບ​ໂອ​ກາດ​ງານ​ບຸນ​ຂອງ​ຊາວ​ເຜົ່າ K'Ho, ຢູ່​ອ້ອມກອງ​ໄຟ​ແດງ, ​ພ້ອມ​ກັບໄຫ​ເຫຼົ້າ, ​ແລະສຽງ​ຄ້ອງ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​​ເຂດພູ​ຜາ​ປ່າ​ໄມ້​ນັ້ນ, ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​​ບັນ​ດາ​ວາດ​​ຟ້ອນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ K'Ho ​ໄດ້. ບັນ​ດາ​ວາດ​ຟ້ອນນີ້​ຈະ​ຊ່ວຍ​ບັນ​ເທົາ​ຄວາມໝົ່ນ​ໝອງ, ຄວາມ​ອິດ​ເມື່ອຍ, ສ້າງ​ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ທຸກ​ຄົນ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ແຫ່ງນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ