ມາຄ໋າຍຊໍ່ ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ

(VOVWORLD) -ຮ່າຢາງ ແມ່ນໜຶ່ງໃນ 13 ແຂວງຂອງທົ່ວປະເທດຫວຽດນາມທີ່ໄດ້ຮັບຮອງກ່ຽວກັບການອະນຸລັກ, ເສີມຂະຫຍາຍ ແລະ ຮັກສາວັດທະນະທຳເປົ່າແຄນຂອງຊາວເຜົ່າມົ້ງ. ໝາກຜົນນີ້ ມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກສິລະປະການໃນການຮັກສາ, ສືບທອດກັນມາກ່ຽວກັບກົກເຄົ້າຂອງແຄນ. ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ ມາຄ໋າຍຊໍ່ ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນໝູ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງ ຢູ່ ຮ່າຢາງ, ເປັນນັກສິລະປະການຜູ້ໜຶ່ງທີ່ຄວາມສຸດຂີດສຸດໃຈ ແລະ ຖືແຄນປຽບເໝືອນດັ່ງຈິດວິນຍານຂອງຊາວເຜົ່າມົ້ງ. ວ່າງລານ ນັກຂ່າວ VOV ເຂດ ໄຕ່ບັກ ມີບົດຂຽນກ່ຽວກັບນັກສິລະປະການດັ່ງກ່າວ ດ້ວຍຫົວຂໍ້ວ່າ: “ນັກສິລະປະການແຄນມົ້ງ: ມາຄ໋າຍຊໍ່”.

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ຖ໋າຍອານ, ເມືອງ ກວ໋ານບະ, ແຂວງ ຮ່າຢາງ, ແຕ່ຄາວຍັງນ້ອຍ ທ່ານ ມາຄ໋າຍຊໍ່ ໄດ້ມີຄວາມຕິດພັນກັບແຄນຂອງຊາວເຜົ່າມົ້ງ, ສືບທອດຈັງຫວະທຳນອງສຽງແຄນຈາກປູ່ ແລະ ພໍ່ຂອງຕົນ. ເມື່ອມີອາຍຸ 15 ປີ ທ່ານກໍ່ຮູ້ຈັກເປົ່າແຄນດ້ວຍຈັງຫວະເດີມ (ຊາວເຜົ່າມົ້ງ ເອີ້ນວ່າ jax ntir) ເຊິ່ງເມື່ອຮຽນເປົ່າແຄນ ໃຜກໍຕ້ອງຮຽນຜ່ານທຳນອງສຽງແຄນນີ້. ໃນຊຸມປີທີ່ທ່ານເປັນພະນັກງານຢູ່ແນວໂຮມ, ພໍ່ຂອງທ່ານ ຊໍ່ ກໍ່ເປັນນັກສິລະປະການຜູ້ໜຶ່ງທີ່ເກັ່ງກ້າຢູ່ໃນໝູ່ບ້ານ, ຍາມໃດກໍ່ຍາດເວລາໄປສອນໃຫ້ລູກຊາຍຕົນວິທີເປົ່າແຄນ ແລະ ຟ້ອນຕາມຈັ່ງຫວະສຽງແຄນຂອງຊາວເຜົ່າມົ້ງນີ້. ເມື່ອເຖິງເວລາພັກບຳນານ, ທ່ານ ມາຄ໋າຍຊໍ່ ກໍ່ຄົ້ນຄວ້າກ່ຽວກັບແຄນຂອງຊາວເຜົ່າມົ້ງ, ຮຽນເປົ່າເປັນບົດສຽງແຄນ. ທ່ານ ມາຄ໋າຍຊໍ່ ເລົ່າສູ່ຟັງກ່ຽວກັບຕົ້ນກຳເນີດຂອງແຄນຊາວເຜົ່າມົ້ງວ່າ:

ເລື່ອງມີຢູ່ວ່າ ມີອ້າຍນ້ອງ 7 ຄົນເປົ່າແຄນເກັ່ງທີ່ສຸດ, ເມື່ອພໍ່ແມ່ເສຍວິດ ແຕ່ລະຄົນນັ່ງຢູ່ແຈໃຜແຈລາວ ຮ້ອງໄຫ້ພໍ່ແມ່, ບໍ່ມີໃຜເຮັດໜ້າທີ່ຽກງານໃດໃນງານສົບເລີຍ. ເມື່ອເຫັນເປັນຄືແນວນັ້ນ, ທັງ 7 ອ້າຍນ້ອງກໍ່ນັ່ງປຶສາຫາລືກັນ ແລ້ໂຮມໄມ້ໄຜ່ 7 ບັ້ງເຂົ້າໃສ່ກັນເປັນອັນດຽວ ເພື່ອໃຫູ້້ໜຶ່ງເປົ່າ ນັ້ນເອີ້ນວ່າ ແຄນ (kênhx). ໃນເວລານັ້ນ ໃນອ້າຍນ້ອງ 7 ຄົນມຜູ້ໜຶ່ງເສຍຊີວິດ, ສະນັ້ນ ແຄນຂອງຊາວເຜົ່າມົ້ງຈຶ່ງຍັງເຫຼືອໄມ້ໄຜ່ 6 ບັ້ງໂຮມເຂົ້າກັນ ເຊິ່ງມີລະດັບຄວາມສັ້ນຍາທີ່ແຕກຕ່າງກັນ, ເປັນສັນຍາລັກໃຫ້ 6 ອ້າຍນ້ອງ. ແຄນກໍກຳເນີດເກີດຂຶ້ນນັບແຕ່ນັ້ນເປັນຕົ້ນມາ”.

ແລະກໍ່ຕາມການເລົ່າຂອງທ່ານ ຊໍ່, ຊາວເຜົ່າມົ້ງມັກເປົ່າແຄນ, ມັກຟ້ອນ ແລະ ຟັງສຽງເປົ່າແຄນ, ຍ້ອນແຄນສະແດງໃຫ້ເຫັນປະຫວັດຄວາມເປັນມາຂອງຊົນເຜົ່າ, ຄວາມຮັກລະຫວ່າງແມ່ ແລະ ລູກ, ຄວາມຮັກແພງລະຫວ່າງອ້າຍນ້ອງ ແລະ ວິຖີຊີວິດຂອງຊາວເຜົ່າມົ້ງ.

ອດປັດຈຸບັນ ຍັງບໍ່ທັນມີຜູ້ໃດນັບໄດ້ວ່າມີບົດເປົ່າແຄນເທົ່ໃດບົດ. ຜ່ານການເລົ່ຂານປາກຕໍ່ປາກ, ຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ ສຽງແຄນມີ 4 ປະເພດ, ເໝາສົມກັບັງຫວະນອງສຽງແຄນ 4 ປະເພດນັ້ນ ເຂົເຈົ້າກໍ່ແບ່ງບົດຂັບອອກເປັນ 4 ເພດ ຄື: ຂັບເດີມ, ຂັບກ້ຽວ, ຂັບໃນານສົບ ແລະ ຂັບເສັ້ນໄຫວ້ງົວຄວາ, ໃນນັ້ນ ຂັບເດີມ ແມ່ຄັນທີ່ສຸດ, ບໍ່ວ່າຢູ່ບ່ອນໃດໃນໂລກກໍ່ເປົ່ແຄນແບບດຽວກັນ. ແຄນ ມີມາແຕ່ລະອບຂ້າທາດ, ແຕ່ຍັງບໍ່ທັນໄດ້ຮັບານພັດທະນາ, ເມື່ອປ່ຽນມາເປັນລະອບັກນາ ແຄນຂອງຊາວເຜົ່າມົ້ງເລີ່ຕົ້ນໄດຮັບການພັດທະນາ ຈຶ່ງໄດ້ມີບັນດານັກອອແບບປະດິດສ້າງແຄນເຜົ່າມົ້ຂຶ້ນ”.

ມາຄ໋າຍຊໍ່ ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ  - ảnh 1 ທ່ານມາຄ໋າຍຊໍ່ອາຍຸ 89 ປີ

ປີນີ້ເຖິງວ່າມີ ອາຍຸ 89 ປີແລ້ວກໍຕາມ ແຕ່ ທ່ານ ມາຄ໋າຍຊໍ່ ຍັງຢາກຮັກສາວັດທະນະທຳຊົນເຜົ່າໂດຍຜ່ານສຽງແຄນຢູ່ສະເໝີ. ນອກຈາກຊາວໝຸ່ມ 20 ຄົນຢູ່ໃນບ້ານທີ່ທ່ານໄດ້ສອນເປົ່າ ແລະ ຟ້ອນໃຫ້ແລ້ວ, ທ່ານ ມາຄ໋າຍຊໍ່ ຍັງເຂົ້າຮ່ວມຫ້ອງສອນເປົ່າແຄນຢູ່ບັນດາທ້ອງຖິ່ນພາຍໃນແຂວງ, ດ້ວຍຈຳນວນຜູ້ມາຮຽນເປົ່າແຄນປະມານ 100 ຄົນນຳອີກ. ທ່ານກໍ່ສິດສອນ ແລະ ເຝິກໃຫ້ບັນດາຜູ້ເຂົ້າຮ່ວມແຂ່ງຂັນທີ່ຕາງໜ້າໃຫ້ແຂວງ ຮ່າຢາງ ໄປແຂ່ງຂັນໃນວັນບຸນວັດທະນະທຳຊົນເຜົ່າມົ້ງທົ່ວປະເທດທີ່ຜ່ານມາ.

ມາຮອດປັດຈຸບັນ ມີຫຼາຍຄົນເປົ່າແຄນ ແລະ ຟ້ອນຕາມຈັ່ງຫວະສຽງແຄນເຜົ່າມົ້ງໄດ້ຢ່າງຄ່ອງແຄ້ວ ເມື່ອໄດ້ຮັບການບອກສອນຈາກທ່ານ. ອ້າຍ ວ່າງຊ່າວຮຸ່ງ, ຢູ່ຕາແສງ ແທງເວີນ, ເມືອງ ກວ໋ານບະ, ແຂວງ ຮ່າຢາງ ເຊິ່ງເປັນໜຶ່ງໃນບັນດາລູກສິດຂອງທ່ານ ຊໍ່ ໃຫ້ຮູ້ວ່າ:

ໂດຍແມ່ນໄວໜຸ່ມູ້ໜຶ່ງ, ຂ້າພະເຈົ້າມັກວັດທະນະເປົ່າແຄນຂອງຊົນເຜົ່າຕົນທີ່ສຸດ. ທ່ານ ມາຄ໋າຍຊໍ່ ໄດ້ສອນໃຫ້ຂ້າພະເຈົ້າເປົ່ແຄນ, ຂ້າພະເຈົ້າມັກທີ່ສຸດ. ຂ້າພະເຈົ້າຈະຮຽນບັນດາບົດສຽງແຄນທັງໝົດ ເພື່ອສືບຕໍ່ຮັກສາບັນດາບົດສຽງແຄນເຫຼົ່ານີ້ໄວ້. ຍ້ອນບັນດາບົດສຽງແຄນນີ້ມີຄວາມຄັນທີ່ສຸດຕໍ່ວົງຄະນະຍາຊາວເຜົ່າມົ້ງ ແລະ ຈະໄດສືບທອໃຫ້ຄົນລຸ້ນຫຼັງ. ຂ້າພະເຈົ້າຂໍຂອບໃຈທ່ານ ຊໍ່ ທີ່ໄດ້ບອກສອນໃຫ້ຂ້າພະເຈົ້າ່າງສຸດຈິດສຸດໃຈ”.

ບັນດາບົດສຽງແຄນຂອງຊາວເຜົ່າມົ້ງແມ່ນມີຄວາມດູດດື່ມໃຈທີ່ສຸດ, ເມື່ອເວລາໂສກເສົ້າຫງ່ວມເຫງົາ ຫຼື ມ່ວນຊື່ນ ຊາວເຜົ່າມົ້ງ ລ້ວນແຕ່ນຳແຄນມາເປົ່າ. ສຽງແຄນທີ່ອ່ອນຊອນໃຈນັ້ນ ຈະດັງກ້ອງກັງວານໄປທົ່ວພູຜາປ່າໄມ້ຕະຫຼອດໄປ ເມື່ອມີບັນດາລູກຫຼານຂອງວົງຄະນະຍາດຊາວເຜົ່າມົ້ງຄືນັກສິລະປະການ ມາຄ໋າຍຊໍ່ ທີ່ຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ການຮັກສາ ແລະ ສືບທອດວັດທະນະທຳຂອງຊົນເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ