ສີສັນປ່າໄມ້ໃນຊີວິດການເປັນຢູ່ ແລະ ໃນການດົນຕີຂອງຊາວເຜົ່າກຶມມຸ

     (vovworld) -  ຍ້ອນ​ປະ​ເພ​ນີປູກ​ຝັງ, ເຮັດ​ໄຮ່​ໄຖ​ນາ ແລະ ການ​ດຳ​ລົງ​ຊີ​ວິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ, ວັດ​ທະ​ນະ​ທຳຂອງ​ຊາວ​ເຜົ່າ ກຶມ​ມຸ ຍາມ​ໃດ​ກໍ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ເຂດພູ​ຜາ​ປ່າ​ໄມ້. ເຖິງວ່າ​ການ​ດຳ​ລົງ​ຊີ​ວິດ​ໃນ​ປະ​ຈຸ​ບັນ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ກໍ່​ຕາມ, ແຕ່​ບັນ​ດາ​ປະ​ເພ​ນີ​ອັນ​ດີ​ງາມ​ໃນ​ເມື່ອ​ກ່ອນ​ຍັງ​ຄົງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງໃນ​ຊີ​ວິດ​ປະ​ຈຳ​ວັນ; ​ໃນ​ງານ​ບຸນ ແລະ ການ​ດົນ​ຕີ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ ກຶມ​ມຸ ຢຸ່.

ສີສັນປ່າໄມ້ໃນຊີວິດການເປັນຢູ່ ແລະ ໃນການດົນຕີຂອງຊາວເຜົ່າກຶມມຸ - ảnh 1
(ພາບປະກອບ)

        ຖ້າ​ຫາກວ່າ​ຜູ້​ໃດ​ມີ​ໂອ​ກາດ​ແວ່​ຢາມ​ບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ກຶມ​ມຸ, ​ກໍ່​ໄດ້​ເຈືອ​ຈານ​​ໃນຊີ​ວິດການ​ເປັນ​ຢູ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາສຸກ​ຂ​ອງ​ເຂົາ​ເຈົ້າທ່າມ​ກາງ​​ເຂດປ່າ​ໄມ້​ທຳ​ມະ​ຊາດອັນ​ໃຫຍ່​ໂຕ​ມະ​ໂຫ​ຖານ ແລະ ຮົກ​ເຮື້ອ​ວ່າງ​ເປົ່າ. ບັນ​ດາ​ເຮືອນ​ຮ້ານ​ຖືກ​ປຸກ​ສ້າງ​ຂຶ້ນຈາກ​ໄມ້​ໄຜ່​, ໄມ້​ເຮ້ຍ​ໃນ​ປ່າ, ບັນ​ດາ​ຊຸດ​ອາ​ພອນ​ສີ​ຂຽວເຂັ້ມ​ຂອງ​ໄມ້​ປ່າ, ບັນ​ດາ​ທຳ​ນອງ​ເພງ​ພ້ືນ​ເມືອງທຳ​ມະ​ດາ​ຜ່າ​ເຜີຍ ​ແລະ ຜ່ອງ​ໃສ​ຄື​ສຽງ​ນ້ຳ​ຫ້ວຍ​ໄຫຼ​, ພ້ອມ​ກັບ​ເຄື່ອງ​ດົນ​ຕີ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ເຂດພູ​ຜາ​ປ່າ​ໄມ້​. ຮູບ​ພາບ​ທີ່​ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຮັບ​ຮູ້​ງ່າຍ​ທີ່​ສຸດ, ​ນັ້ນ​ແມ່ນ​ປູ​ສະ​ນີ​ຍະ​ສະ​ຖານ​ເຮືອນ​ຮ້ານທີ່​ມີ​ຄວາມ​ໃກ້​ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ​ເຊິ່ງ​ຖືກ​ປຸກ​ສ້າງ​ດ້ວຍ​ໄມ້​ປ່າ, ໄມ້​ໄຜ່​ໄມ້​ເຮ້ຍ, ຫຼັງ​ຄາ​ມຸງ​ດ້ວຍ​ຫຍ້າເປັນຮູບອ່ອງ​ເຕົ່າ, ​ແລະ ອີງຫຼັງ​ໃສ່​ໂນນ​ພູ, ໜ້າມຸ່ງສູ່​ຮ່ອມ​ພູ. ສີ​ສັນ​ເຂດ​ພູ​ຜາ​ປ່າ​ໄມ້​ຍັງ​ສະ​ແດງ​ອອກ​ຜ່ານ​ເຄື່ອງ​ໃຊ້​ໄມ້​ສອຍ​ໃນ​ຄອບ​ຄົວ, ຄື​ເຄື່ອງ​ຖັກສານ. ນັບ​ທັງ​ເຄື່ອງ​ດົນ​ຕີ​ປະ​ເພດ​ຕ່າງໆ​ກໍ່​ໄດ້​ຮັບ​ການ​ປະ​ດິດ​ສ້າງ​ດ້ວຍໄມ້​ໄຜ່​ໄມ້​ເຮ້ຍ, ດັງ​ເປັນສຽງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປະ​ກອບ​ສ່ວນ​ສ້າງ​​ຄວາມງາມ​ໃຫ້​​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜ່ົາ ກຶມ​ມຸ. ທ່ານ ດິງ​ເສົ໋າ, ນັກ​ຄົ້ນ​ຄ້​ວາ​ດົນ​ຕີ, ຮຽບ​ຮຽງ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ໃຫ້​ຮູ້​ວ່າ:

     “ບັນ​ດາ​ເຄື່ອງ​ດົນ​ຕີທີ່​ມີ​ສີ​ສັນຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ຍັງ​ຄົງ​ປະ​ກົດ​ຕົວ​ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ ກຶມ​ມຸ​​​ ຢູ່ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ແຂວງ ເງ້​ອານ ໃນ​ປະ​ຈຸ​ບັນ ຢູ່. ເຄື່ອງ​ດົນ​ຕີ​ປະ​ເພດ​ຕ່າງໆ​ເຊັ່ນ: “ອົມ​ດິງ”, “ດາວ”, “ຕອດ”, “ປີ່​ເຕີມ”… ຖືກ​ໃຊ້ປະ​ສານ​ສຽງເພື່ອຂັບ “ເຕີມ” ຫຼື​ຂັບ “ກຶນ​ເຈີ”. ບັນ​ດາ​ເຄື່ອງ​ດົນ​ຕີນີ້​ສາ​ມາດສ້າງເປັນທຳ​ນອງ​ເພງ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​​ບັນ​ດາງານ​ບຸນທີ່​ມີ​ລັກ​ສະ​ນະ​ປະ​ຊາ​ຄົມ​ຂອງ​ຊົນ​ເຜົ່າ ກຶມ​ມຸ, ເຊັ່ນ: “ເຕະ​​ປາ​ລອຍ”, “ເຕະ​​ຜ້າ​ປີງ”, “ເຕະ​ອວຍ​ພອນ​ປີ​ໃໝ່”…”.

        ພິນ​ເຄາະ “ດາວ” ແມ່ນ​ເຄື່ອງ​ດົນ​ຕີ​ທົ່ວ​ໄປ​ໃນ​ປະ​ຊາ​ຄົມ​ຊາວ​ເຜົ່າ ກຶມ​ມຸ. ເຄື່ອງ​ດົນ​ຕີ​ປະ​ເພດນີ້ຖືກ​ເຮັດ​ດ້ວຍ​ໄມ້​ເຮ້ຍ, ເມື່ອ​ເຄາະ​​ບາງ​ເທື່ອດັງ​ເປັນ​ສຽງ​​ຄ່ອຍໆ, ບາງ​ເທື່ອ​ເປັນ​ສຽງ​ສູງ. "ຕອດ" ແມ່ນ​ປີ່​ທີ່​ມີ 4 ຫຼື 6 ຮູ, ກໍ່​ຖືກ​ເ​ຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ. ສ່ວນ “ປີ່​ເຕີມ” ເຮັດ​ດ້ວຍ​ໄມ້​ໄຜ່​ອ່ອນ​ສາ​ມາດ​ອອກ​ເປັນ​ສຽງ​ລົມ​ພັດ​ທ່າມ​ກາງ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ສະ​ໂຫ​ຖານ. ປີ່​ເຕີມ​ໃຊ້​ເພື່ອ​ປະ​ສານ​ສຽງ​ໃຫ້​ທຳ​ນອງ​ເພງ​ພື້ນ​ເມືອງ “ເຕີມ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເຄື່ອງດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ​ຊາວ​ເຜົ່າ ກຶມ​ມຸ​ແມ່ນ “ອົມ​ດິງ”. ທ່ານ ກົງ​ເຢິ່ນ, ຊົນ​ເຜົ່າ ກຶມ​ມຸ, ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ ກຶມ​ມຸ ຢາກ​ເຕັ້ນ​ລຳ​ແຕ່​ບໍ່​ມີ​ຄ້ອງ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເອົາ​ລຳເຮ້ຍ​ມາ​ໃຊ້​ແທນ​ໃຫ້​ຄ້ອງ. ອົມ​ດິງ ມີ​ສຽງ​ຄ່ອຍ, ສຽງ​ກາງ ແລະ ສຽງ​ສູງ. ແຕ່​ເພື່ອເຮັດ​ໃຫ້​ມັນ​ອອກ​ສຽງ​ໄດ້​ຄື​ແນວ​ນັ້ນ​ແມ່ນ​ຍາກ​ຢູ່”.
         ຍ້ອນ​ມີ​ຄວາມ​ປອງດອງ​ກັບ​ທຳ​ມະ​ຊາດ ແລະ ນິ​ຍົມ​ເຕັ້ນ​ລຳ​ທຳ​ເພງ, ຊາວ​ເຜົ່າ ກຶມ​ມຸ ຈຶ່ງ​ປະ​ດິດ​ສ້າງ​ເປັນ​ເຄື່ອງ​ດົນ​ຕີ​ປະ​ເພດນີ້.  “ອົມ​ດິງ” ເຄີຍ​ຖືກ​ນຳ​ໃຊ້​ເມື່ອຂັບ​ລຳ​​ໃນ​ງານ​ບຸນ​ຕ່າງໆ, ສຽງ​ “ອົມ​ດິງ” ປຽບ​ເໝືອນ​ຈິດ​ວີນ​ຍານ​ຂອງ​ຊາວ​ເຜົ່າ ກຶມ​ມຸ ທັງເມດ​ຕາ, ບໍ​ລິ​ສຸດ ແລະ ປອງດອງ​ກັບ​ທຳ​ມະ​ຊາດ.

ສີສັນປ່າໄມ້ໃນຊີວິດການເປັນຢູ່ ແລະ ໃນການດົນຕີຂອງຊາວເຜົ່າກຶມມຸ - ảnh 2
(ພາບປະກອບ)

        ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ ແລະ ເຄື່ອງ​ດົນ​ຕີ​ທີ່​ມີ​ສີ​ສັນ​ເຂດ​ພູ​ຜາ​ປ່າ​ໄມ້ ແມ່ນ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຫາ​ຍາກ ​ບໍ່​ພຽງ​ແຕ່​ຂອງ​ຊົນ​ເຜົ່າ ກຶມ​ມຸ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊັບ​ສົມ​ບັດ​ລວມ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຫວຽດ​ນາມ​ ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ເລື່ອງ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ງານ​ບຸນ ພວມ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຄົມ. ປະ​ລິ​ຍາ​ເອກ ວີ​ວັນ​ອານ, ນັກ​ຄົ້ນ​ຄ້​ວາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສຳຫຼວດ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ ແລະ ເຄື່ອງ​ດົນ​ຕີ​ທັງ​ໝົດ​ຂອງ​ຊົນ​ເຜົ່າ ກຶມ​ມຸ ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ໄວ້ໃຫ້​ລຸ້ນ​ລູກ​ລຸ້ນຫຼານ​ສືບ​ທອດ ກໍ່​ຄື​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ຂອງ​ພື້ນ​ຖານ​ດົນ​ຕີ ຫວຽດ​ນາມ. ນອກ​ຈາກວາງ​ສະ​ແດງ​ບັນ​ດາ​ເຄື່ອງ​ດົນ​ຕີຢູ່​ຫໍ​ພ​ິ​ພິ​​ທະ​ພັນ​ແລ້ວ, ແມ່ນ​ຕ້ອງ​ສົ່ງ​ເສີມ, ໜູນ​ຊ່ວຍ​ຊາວ​ເຜົ່າ​ໃນປະ​ຊາ​ຄົມເພື່ອ​ໃຫ້​ເຂົາ​ເຈົ້າ​ສອນ​ໃຫ້​ລູກຫຼານ​ວິ​ທີ​ເຮັດ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງນີ້​ອີກ​ດ້ວຍ”.  

          ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ສົດ​ໃສ​ພ້ອມ​ກັບ​ເຄື່ອງ​ດົນ​ຕີ​ທີ່​ມີ​ສີ​ສັນ​ຊົນ​ເຜົ່າ​ໃນ​ເຂດ​ພູ​ຜາ​ປ່າ​ໄມ້​ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ກຶມ​ມຸ. ປະ​ຈຸ​ບັນ, ເຖິງວ່າ​ຊີ​ວິດ​ການ​ເປັນ​ຢູ່​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ແລ້ວ​ກໍ່​ຕາມ, ແຕ່​ຊາວ​ເຜົ່າ ກຶມ​ມຸ ຍັງ​ຄົງ​​ສະ​​ຫນິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ເຂົາ​ເຈົ້າ​ໄດ້​ສ້າງ​ຊີ​ວິດ​ອັນ​ດີ​ງາມ​ດ້ວຍ​ບັນ​ດາ​ສິ່ງ​ທຳ​ມະ​ດາ​ສາ​ມັນ​ແຕ່​ພັດ​ລ້ຳ​ຄ່າ​, ເຊິ່ງ​ພູ​ຜາ​ປ່າ​ໄມ້​ໄດ້​ດົນ​ບັນ​ດານ​ໃຫ້​ມະ​ນຸດ.                                        

 

ຕອບກັບ

ຂ່າວ/ບົດ​ອື່ນ