ສີສັນວັດທະນະທຳຂອງຊົນເຜົ່າ H're

(vovworld) - ຊົນ​ເຜົ່າ H're ແມ່ນຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ຜາ​ປ່າ​ໄມ້​ທຳ​ມະ​ຊາດ, ດັ່ງ​ນັ້ນ​ຈຶ່ງ​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ອຸ​ດົມ​ສົມ​ບຸນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ H're ທັງ​ມີ​ສີ​ສັນ​ສະ​ເພາະ, ທັງ​​ຊ້ອນ​ແຝງຫຼາຍ​​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດພູຫຼວງ, ໄຕ​ງວຽນ.

ສີສັນວັດທະນະທຳຂອງຊົນເຜົ່າ H're - ảnh 1
(ພາບປະກອບ)

        ຊາວ​ເຜົ່າ H're ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ປູກ​ເຂົ້າ​ນາ​ທາມ ແລະ ເຂົ້າ​ນາ​ໄຮ່​ເປັນ​ຕົ້ນ, ສ່ວນ​ການ​ຫາ​ປາ, ຕີ​ເຫຼັກ, ຕຳ່​ຜ້າ​ແມ່ນ​ອາ​ຊີບ​ສຳ​ຮອງ. ການປູກ​ເຂົ້າ​ນາ​ທາມ ແລະ ເຂົ້າ​ນາ​ໄຮ່​​ຂອງ​ເຂົາ​ເຈົ້າ​ໄດ້​ພັດ​ທະ​ນາ​ເຖິງ​ລະ​ດັບ​ສູງ. ຊາວ​ເຜົ່າ H're ຮູ້​ນຳ​ໃຊ້​ຮ່ອມ​ພູ, ທີ່​ດິນ​ຢູ່​ແຄມ​ແມ່ນ້ຳ ແລະ ເລືອກ​ເຟັ້ນ​ເຂົ້າ​ນາ​ທາມ​ເປັນ​ແນວ​ປູກ​ຕົ້ນ​ຕໍ. ຊາວ​ເຜົ່າ H're ອາ​ໄສ​ຄົງ​ທີ່​ຕາມ​ແຕ່​ລະ​ໝູ່ບ້ານ ​ແລະ ໝູ່​ບ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ H're ມີ​ຊື່​ເອີ້ນ​ຕາມ​ຊື່​ໂນນ​ພູ, ຫ້ວຍ​ນ້ຳ​ທຳ​ມະ​ຊາດ, ບ່ອນ​ທີ່​ເຂົ້າ​ເຈົ້າ​ຢູ່​ອາ​ໄສ. ຊາວ​ເຜົ່າ H're ຢູ່​ເຮືອນຮ້ານ, ​ແຕ່ລະ​ໝູ່​ບ້ານ​ມີ​ເຮືອນຮ້ານ​ແຕ່ 40-50 ຫຼັງ ​​ໃນ​ນັ້ນຜູ້​ທີ່​ເປັນຫົວໜ້າໝູ່​ບ້ານ​ແມ່ນເຈົ້າ​ກົກ​ເຈົ້າ​ເຫຼົ່າ. ກ່ອນ​ນີ້ຊາວ​ເຜົ່າ H're ບໍ່​ມີນາ​ມສະກຸນ. ປະຈຸ​ບັນ​ເຂົາ​ເຈົ້າ​ໃສ່​ນາມສະກຸນ ດິງ, ຟ້າ​ມ, ຫງວຽນ. ຜູ້​ຊາຍ​ຊາວ​ເຜົ່າ H're ​ເຄີຍ​ນຸ່ງ​ກະ​ຕ່ຽວ, ​ເສື້ອ​ສີດຳ, ​ແຂນ​ຍາວ, ​ໃສ່​ກະດູມຢູ່​ທາງ​ໜ້າ. ສ່ວນ​ແມ່ຍິງ​ຊາວ​ເຜົ່າ H're ນຸ່ງ​ກະ​ໂປ່​ງ, ​ເສື້ອ 5 ປ່ຽງ, ຍ້ອມ​​ສີຟ້າ​ເຂັ້ມ, ​​ແຂນ​ຍາວ ​ແລະ ຄັບ, ​ໃສ່​ກະ​ດູມ​ຢູ່​ຕີນ​ເສື້ອເບື້ອງ​ຂວາ​, ທັງ​ສັນຫຼັງ ​ແລະ ບ່າ​ເສື້ອ​ລ້ວນ​ແຕ່​ປັກດ້ວຍ​ເສັ້ນ​ໄໝ​ສີຂາວ ​ແລະ ສີ​ແດງ.

        ​ໂດຍ​ແມ່ນ​ຜູ້​ປູກ​ເຂົ້າ, ຊາວ​ເຜົ່າ H're ມີ​ຊີວິດ​ທາງ​ດ້ານ​ວັດທະນະ​ທຳ ​ແລະ ຈິດ​ໃຈ​ອຸດົມສົມ​ບຸນ​ທີ່​ສຸດ. ​ແຕ່ລະ​ປີ, ຊາວ​ເຜົ່າ H're ມີ​ຫຼາຍ​ພິທີ​ບູຊາ​ເທວະ​ດາ​ຟ້າແຖນ​ເຊັ່ນ: ​ເທວະ​ດາ​ເຂົ້າ, ​ເທວະ​ດາ​ພູ, ​ເທວະ​ດາ​ແມ່​ນ້ຳ, ​ເທວະ​ດາ​ຝົນ, ​​ເທວະ​ດາ​ໄມ້, ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ຕົ້ນ​ໄມ້​ສວຍ​ສົດ​ງົດ​ງາມ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ຊາວບ້ານ​ຢູ່​ເຢັນ​ເປັນ​ສຸກ. ຊາວ​ເຜົ່າ H're ກໍ່​ມີ​ພິທີ​ບູຊາ​ຄວາຍ ຫຼື​ພິທີ “ກິນ​ຄວາຍ“ ຄື​ດັ່ງປະ​ເພນີ​ລວມຢູ່​ສາຍພູ​ຫຼວງ - ​ໄຕ​ງວຽນ. ຊາວ​ເຜົ່າ H're ມັກ​ແຕ່ງ​ກະວີ, ນິຍົມ​ຂັບ​ຮ້ອງ ​ແລະ ຫຼິ້ນ​ເຄື່ອງ​ດົນຕີ​ຫຼາຍ​ປະ​ເພດ. ກາ​ຈອຍ ​ແລະ ກາ​ເລວ ​ແມ່ນ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ຊິນ​ເຄີຍ​ຂອງ​ຊາວ​ເຜົ່າ H're. ​ເລື່ອງ​ລາວ​ບູຮານ​ເຄີຍ​ເຕື້ອງ​ເຖິງ​ຄວາມ​ຮັກສັດ​ຊື່​ບໍລິສຸດ, ການ​ແຂ່ງ​ປັນຍາ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຮ້າຍ, ລະຫວ່າງ​ຄົນ​ຮັ່ງມີ​ກັບ​ຄົນ​ທຸກ​ຍາກ. ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ H're ມີ​ຫຼາຍ​ປະ​ເພດຄື: ພິນ ບຣຸກ, ຈິງ​ກາ​ລາ, ປີ່​ລິງ​ລາ, ຕາ​ເລ໋ຍ, ​ແຄນຣາວາຍ, ຣາງ໋ອຍ, ​ເປີ​ແປນ, ກອງ… ​ໃນ​ບັນດາ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ H're, ສິ່ງ​ລ້ຳ​ຄ່າ​ທີ່​ສຸດ​ແມ່ນ​ຄ້ອງ. ທ່ານ ດິງຊວນ​ຫາຍ, ຊາວ​ເຜົ່າ H're, ​ໃຫ້​ຮູ້​ວ່າ: ສຳລັບ​ຊາວ​ເຜົ່າ H're, ຄ້ອງ​ແມ່ນ​ສາຍ​ໃຈ, ​ແມ່ນ​ຈິດ​ວີນຍານ​ຂອງ​ຊາວ​ເຜົ່າ H're. ທ່ານ ດິງຊວນ​ຫາຍ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ​ຊຸດ​ຄ້ອງ​ບໍ່​ມີ​ຫຼາຍ​ອີກ, ມີ​ຫຼາຍ​ຄອບຄົວ​ໄດ້​ນຳ​ໄປ​ຂາຍ​ແລ້ວ, ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ຍັງ​ຄົງ​ຮັກສາ​ໄວ້​ໃຫ້​ລຸ້ນລູກ​ລຸ້ນຫຼານ, ​ເພາະວ່າ​ນີ້​ແມ່ນ​ຊັບ​ສິນ​ໂດຍ​ພໍ່​ແມ່​ປະ​ໄວ້. ຂ້າພະ​ເຈົ້າກໍ່​ໄດ້​ສອນ​ໃຫ້​ລູກ​ຫຼານ​ວິທີ​ຕີ​ຄ້ອງ​ເພື່ອ​ສາມາດ​ຕີ​ຄ້ອງ​ພ້ອມ​ກັບ​ອ້າຍ​ນ້ອງ​ໃນ​ບ້ານ​ໄດ້, ຖ້າ​ບໍ່​ເຮັດ​ຄື​ແນວ​ນັ້ນ, ບັນດາ​ທຳນອງ​ດົນຕີ​ໃນ​ການ​ຕີ​ຄ້ອງ​ຈະ​ເສື່ອ​ມຫາຍ​ໄປ“.

ສີສັນວັດທະນະທຳຂອງຊົນເຜົ່າ H're - ảnh 2

(ພາບປະກອບ)     

ຍ້ອນ​ມີ​ສະຕິ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ, ຊາວ​ເຜົ່າ H're ຈຶ່ງ​ສາມາດ​ຟື້ນ​ຟູ ​ແລະ ຮັກສາ​ເຄື່ອງ​ດົນຕີ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ຫຼາຍ​ປະ​ເພດ. ພິ​ເສດ​ແມ່ນ​ນັກ​ສິລະ​ປະ​ພື້ນ​ເມືອງ ດິງງອກ​ຊູ, ຢູ່​ແຂວງ ກວາງ​ຫງາຍ, ​ເປັນ​ຜູ້​ສາມາດ​ປະດິດ ​ແລະ ຫຼິ້ນ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ H're ​ໄດ້​ນັບ​ສິບ​ປະ​ເພດ. ນັກ​ສິລະ​ປະ ດິງງອກ​ຊູ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ, ການ​ຮັກສາ​ສີສັນ​ຊົນ​ເຜົ່າ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ. ຂ້າພະ​ເຈົ້າ​ພະຍາຍາມ​ຮັກສາ​ສີສັນ​ຊົນ​ເຜົ່າ H're ໃຫ້​ລຸ້ນລູກ, ລຸ້ນຫຼານຂອງ​ຕົນ​ໄວ້ຕະຫຼອດ​ໄປ. ຖ້າ​ເຮັດ​ບໍ່​ໄດ້​ມັນ​ຈະ​ຖືກ​ເສື່ອ​ມຫາຍ​ໄປ​“.

        ປະຈຸ​ບັນ, ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ຊາວ​ເຜົ່າ H're ຍັງມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ອະນຸລັກ​ຮັກສາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ. ​ການ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາວ​ເຜົ່າ H're ນັ້ນ ​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ ຫວຽດນາມ ທີ່​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ