ສະຖາປັດຕະຍາກຳເຮືອນຢູ່ຂອງຊາວເຜົ່າ K’ho

(vovworld) - ກໍ່​ເຊັ່ນ​ດຽວ​ກັບ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊົນ​ເຜົ່າ K’ho ທີ່ດຳລົງ​ຊີວິດ​ຢູ່​ທິດ​ໃຕ້​ເຂດ ​ໄຕ​ງວຽນ​ ມີ​ສະຖາປັດຕະຍາ​ກຳ​ເຮືອນ​ຢູ່​ທີ່​ເປັນ​ມູນ​ເຊື້ອ​​ແບບງ່າຍດາຍ, ​ເໝາະ​ສົມ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ, ​ໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ. ນັ້ນ​ແມ່ນ​ສະຖາປັດຕະຍາ​ກຳ​ເຮືອນ​ຮ້ານ, ດ້ວຍ​ບໍລິ​ເວນ​ນຳ​ໃຊ້​ຕົ້ນຕໍ​ແມ່ນ​ຖືກ​ຍົກ​​ພື້ນ​ເຮືອນສູງ​ກວ່າ​ໜ້າ​ດິນ.
ສະຖາປັດຕະຍາກຳເຮືອນຢູ່ຂອງຊາວເຜົ່າ K’ho - ảnh 1
(ພາບປະກອບ)

    ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ K’ho ມີ​ສອງ​ປະ​ເພດ, ນັ້ນ​ແມ່ນ​ເຮືອນຮ້ານ ​ແລະ ​ເຮືອນຟາກ. ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ K’ho ກໍ່​ຄື​ກັນ​ກັບ​ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ຈຳນວນ​ໜຶ່ງ​ໃນ​ເຂດ ​ໄຕ​ງວຽນ, ​ເຊິ່ງຖືກ​ປຸກ​ສ້າງ​ດ້ວຍ: ​ໄມ້​ໄຜ່, ​ໄມ້​ເຮັ່ຍ, ​ໃບ​ໄມ້. ​ເສົາ​ເຮືອນ ​ແລະ ຂາງ​ເຮືອ​ນ​ແມ່ນ​ໄມ້​ທ່ອນ, ຝາ​ເຮືອນ ​ແລະ ປະຕູ​​ເຮັດ​ດ້ວຍ​ແຕະ​ສານ, ພື້ນ​ເຮືອນ​ເຮັດ​ດ້ວຍ​ໄມ້​ໄຜ່​ລວງ, ຫຼັງ​ຄາ​ມຸງ​ດ້ວຍ​ໃບ​ຫວາຍ​ຫຼື​ຫຍ້າ. ຕໍ່​ມາ​ຊາວ​ເຜົ່າ K’ho ​ໄດ້​ປຸກ​ສ້າງ​ເຮືອນຮ້ານ​ດ້ວຍ​ໄມ້​ແປ້ນ. ທ່ານ ຫງວຽນ​ວັນ​ແຢວງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ, ​ໃຫ້​ຮູ້​ວ່າ:

    “​​ໃນ​ໄລຍະ​ນີ້, ເຮືອນຮ້ານຂອງ​ຊາວ​ເຜົ່າ K’ho ມີ​ເສົາ, ຂັ້ນໄດ​ເຮັດດ້ວຍໄມ້​ທ່ອນ, ຝາ​ເຮືອນ​ເຮັດ​ດ້ວຍ​​​ໄມ້​ແປ້ນ, ຫຼັງຄາ​ມຸງ​ດ້ວຍ​ໃບຕົ້ນ​ຫວາຍ. ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ K’ho, ຮູບ​ແບບ​ເຮືອນຮ້ານ​ພວມຄ່ອຍໆ​ຫັ​ນເປັນ​ເຮືອນ​ຟາກ, ​ແລະ ​ເຮືອນພື້ນ​ດິນ, ຫຼັງຄາ​ສ່ວນ​ຫຼາຍ​ແມ່ນມຸງ​ດ້ວຍ​ສັງກະສີ​“

    ກ້າວ​ເຂົ້າ​ເຮືອນ​ຂອງ​ຊາວ​ເຜົ່າ K’ho, ຢູ່​ເບື້ອງ​ຂວາ​ແມ່ນ​ຫ້ອງ​ນອນຂອງ​ພໍ່​ແມ່, ​ເບື້ອງ​ຊ້າຍ​ແມ່ນ​ຫ້ອງ​ນອນ​ຂອງ​ລູກສາວ. ສ່ວນ​​ເຂດໃຈກາງ​ເຮືອນ​ແມ່ນ​ບ່ອນ​ຈັດ​ວາງ​ຕົ້ນຕໍ​ຂອງ​ຊາວ​ເຜົ່າ K’ho. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບ່ອນ​ສັກສິດ​ຂອງ​ທັງ​ຄອບຄົວ. ຢູ່​ກາງ​ເຮືອນ, ບ່ອນ​ຕິດ​ກັບ​ຝາ​​ແມ່ນ​ແທ່ນ​ບູຊາ​ຟ້າ​ແຖນ. ຢູ່​ກ້ອງ​ແທ່ນ​ບູຊາ​ແມ່ນ​ບ່ອນ​ວາງ​ໄຫ ​ແລະ​ ຄ້ອງ. ບັນດາ​ເຄື່ອງ​ດົນຕີ​ນີ້​ຖືກ​ນຳ​ໃຊ້​ໃນ​ບຸນ​ເຂົ້າ​ຈີ່ ​ແລະ ບຸນ​ກິນ​ຄວາຍ. ເຄື່ອງ​ຂອງ​ເຫຼົ່າ​ນັ້ນ, ພ້ອມ​ກັບ​​​ແຜ່ນ​ແພ​ພື້ນ​ເມືອງ​​ໃນ​ຫ້ອງ​ນີ້​, ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ປະດັບ​ປະດາ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ອວດ​ອ້າງ​ຄວາມ​ຮັ່ງມີ​ຂອງ​ເຈົ້າ​ຂອງ​ເຮືອນ​ອີກ​ດ້ວຍ. ​ເຄື່ອງ​ປະດັບ​ປະດາ​ທີ່​ຂາດ​ບໍ່​ໄດ້​ໃນ​ເຮືອນ​ຂອງ​ຊາວ​ເຜົ່າ K’ho​ ນັ້ນ​ແມ່ນ​ຕົ້ນ​ເນ​ວ (ໄມ້​ໄຜ່) ເຫຼົ້າ​​ໄຫຖືກ​ວາງ​ຢູ່​ໃຈກາງ​ເຮືອນ, ​ຕິດ​ກັບ​ເຕົາ​ໄຟ​ບ່ອນ​ຕ້ອນຮັບ​ແຂກ. ​ຕົ້ນ​ເນ​ວ​ຖືກ​ປະດັບ​ປະດາ​ຢ່າງ​ລະອຽດ​ລະ​ອໍ​ທີ່​ສຸດ. ຢູ່​ເທິງ​​ປະດັບ​ດ້ວຍ​ຮູບ​ຄ້ອງ, ​ຄົກຕຳ່​ເຂົ້າ, ຮູບ​ນົກ ​ແລະ ຮູບ​ໜ້າ​ຄົນ.

ສະຖາປັດຕະຍາກຳເຮືອນຢູ່ຂອງຊາວເຜົ່າ K’ho - ảnh 2
(ພາບປະກອບ)

        ຫ້ອງ​ນອນ​ຂອງ​ພໍ່​ແມ່​ປະດັບ​ຢ່າງ​ງ່າຍດາຍ. ກ່ອນ​ນີ້​ເຂົາ​ເຈົ້າ​ມີ​ແຕ່​ປູ​ສາດ​ເວລາ​ນອນ​ເທົ່າ​ນັ້ນ, ​ເມື່ອ​ລຸກ​ນອນ​ກໍ່​ພັນ​ເຂົ້າ​ແລ້ວ​ແຂວນໄວ້​​​ເທິງ​ຝາ​ເຮືອນ. ​ເອື້ອຍ ຟຸ່ງທິລຽນ, ນັກ​ຮຽບຮຽງ​ວັດທະນະທຳ​ບັນດາ​ເຜົ່າສ່ວນ​ໜ້ອຍ, ​ໃຫ້​ຮູ້​ວ່າ:

        “ຫ້ອງ​ນອນ​ຂອງ​ລູກ​ສາວ​ກໍ່​ຖືກ​ຈັດ​ວາງ​ຄ້າຍຄື​ກັນ​ກັບ​ຫ້ອງ​ນອນ​ຂອງ​ພໍ່​ແມ່, ນອກ​ນັ້ນ​ຍັງ​ມີ​ເຄື່ອງ​ຂອງ​ບາງ​ຢ່າງ​ຕື່ມ​ອີກເຊັ່ນ, ກະພາ​ເພື່ອ​ບັນຈຸ​ເຄື່ອງ​ໃຊ້​ສະ​ເພາະ​ຂອງ​ຜູ້​ສາວ. ຊາວ​ເຜົ່າ K’ho​ ​ແມ່ນ​ຕາມ​ລະບອບ​ມານ​ດາ​ສິດທິ​ລາດ, ດັ່ງ​ນັ້ນ​ມີ​ແຕ່​ລູກ​ສາວ​ຈຶ່ງ​ໄດ້​ຢູ່​ນຳ​ກັບ​ພໍ່​ແມ່​ເທົ່າ​ນັ້ນ. ​ເມື່ອ​ເຕີບ​ໃຫຍ່​ແລ້ວ, ລູກ​ສາວ​ຈະ​ເລືອກ​ເອົາ​ຜູ້​ບ່າວ​ຄົນ​ໜຶ່ງ​ທີ່​ຕົນ​ຮັກ​ ເພື່ອ​ຈັດ​ຕັ້ງ​ພິທີ “ຈັບ​ຜົວ“. ນຳ​ເອົາ​​ສິນ​ສອດ​ໄປ​ຍັງຄອບຄົວ​ຜູ້​ບ່າວ​ເພື່ອຈັດ​ງານ​ແຕ່ງດອງ​, ​ແລ້ວ​ພາ​ຜູ້​ບ່າວ​ຄົນນັ້ນ​ມາ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັບ​ພໍ່​ແມ່​ຂອງ​ຕົນ“.

        ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ​ຢູ່​ເຂດ ​ໄຕ​ງວຽນ, ​ເຕົາ​ໄຟ, ບ່ອນ​ຮັບ​ແຂກ​ແມ່ນ​ຢູ່​​ເບື້ອງ​ຊ້າຍ​ປະຕູ​ເຂົ້າ​ອອກ, ຕິດ​ກັບ​ຕົ້ນ​​ເນ​ວ​ເຫຼົ້າ​ໄຫ. ບໍລິ​ເວນ​ອ້ອມ​ຂ້າງ​ເຕົາ​ໄຟ​ກໍ່​​ເປັນ​ບ່ອນ​ຕ້ອນຮັບ​ແຂກ, ​ເປັນ​ບ່ອນ​ເຕົ້າ​ໂຮມ​ທຸກ​ຄົນ​ໃນ​ຄອບຄົວ​ພາຍຫຼັງ​ມື້ໜຶ່ງ​ທີ່​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ. ສ່ວນ​ເຮືອນ​ຄົວຖືກ​ຈັດ​ຢູ່​ເບື້ອງ​ຂວາ ຫຼື​ເບື້ອງ​ຊ້າຍ​, ຫ່າງ​ໄກ​ຈາກບໍລິ​ເວນ​ສັກສິດ​​ໃນ​ເຮືອນ. ຢູ່​ເທິງ​ມີ​ຮ້ານ​ດ້ວຍ​ໄມ້​ໄຜ່​ເພື່ອຜຶ່ງຊີ້ນ, ອາຫານ, ​ແກ່ນ​​ແນວ​ພັນ ​ແລະ ​ເຄື່ອງ​ຂອງ​ຕ່າງໆ​ຄື​ກະພາ, ກະບຽນ​… ​ເມື່ອ​ຍັງ​ດຳລົງ​ຊີວິດຮ່ວມ​ກັນ​ໃນ​ເຮືອນຍາວ, ຊາວ​ເຜົ່າ K’ho​ ຈັດວາງ​ເຕົາ​ໄຟ​ຮັບ​ແຂ​ກ ​ແລະ ​ເຮືອນຄົວ​ຢູ່​ໃນ​ເຮືອນ, ນັບ​ແຕ່​​ເຮືອນຮ້ານທີ່​ເຮັດ​ດ້ວຍ​ໄມ້​ແປ້ນຖືກແຍກ​ອອກເປັນ​ແຕ່​ລະ​ຄອບຄົວ, ​ເຮືອນຄົວ​ກໍ່​ຖືກ​ຍ້າຍອອກຢູ່​ຂ້າງ​ເຮືອນ​ໃຫຍ່.

        ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ຕ່າງໆ​ຂອງ​ຊົນ​ເຜົ່າ​ຢູ່​ແຂວງ ​ເລິ​ມດົ່ງ ​ເວົ້າ​ລວມ ​ແລະ ຊາວ​ເຜົ່າ K’ho​ ​ເວົ້າ​ສະ​ເພາະ, ບັນດາ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ບໍ່​ມີ​ຫຼາຍອີກ. ພິ​ເສດ, ວິທີ​ຈັດ​ວາງ​ພາຍ​ໃນ​ແຕ່​ລະ​ຄອບຄົວ​ກໍ່​ມີ​ການ​ປ່ຽນ​ແປງ, ຍ້ອນ​ມີ​ການ​ເຊື່ອມ​ໂຍງ​ດ້ານວັດທະນະທຳ ​ແລະ ສາສະໜາ​ຕ່າງໆ. ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ຫວ່າງ​ມໍ່ໆ​ມາ​ນີ້, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງຂະ​ແໜງວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຢູ່​ບາງ​ທ້ອງ​ຖີ່​ນ, ມີ​ເຮືອນຮ້ານ​ເດີມ​ຫຼາຍ​ຫຼັງ​ຂອງ​ຊາວ​ເຜົ່າ K’ho​ ​ໄດ້​ຮັບ​ການ​ຟື້ນ​ຟູ ​ເພື່ອ​ບໍ່​ພຽງ​ແຕ່ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນໄວ້​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ຂຸດ​ຄົ້ນ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ອີດ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ