ອາຊີບຈັກສານທີ່ເປັນມູນເຊື້ອຂອງຊາວເຜົ່າ ປາໂກ

(VOVWORLD) -ອາຊີບຈັກສານທີ່ເປັນມູນເຊື້ອໄດ້ສະຫນິດຕິດພັນກັບຊາວເຜົ່າ ປາໂກ ມາແຕ່ດົນນານແລ້ວ. ດ້ວຍສີມືອັນຄ່ອງແຄ້ວ, ເຂົາເຈົ້າໄດ້ຜະລິດບັນດາຜະລິດຕະພັນລຽບງ່າຍ, ແຕ່ເມື່ອນຳໃຊ້ໃນຊີວິດປະຈຳວັນແມ່ນມີຄວາມສະດວກທີ່ສຸດ.. ບົດຂຽນຂອງນັກຂ່າວໂຕຕວນທີ່ມີຊື່ວ່າ “ອາຊີບຈັກສານທີ່ເປັນມູນເຊື້ອຂອງຊາວເຜົ່າ ປາໂກ”
ອາຊີບຈັກສານທີ່ເປັນມູນເຊື້ອຂອງຊາວເຜົ່າ ປາໂກ - ảnh 1 ອາຊີບຈັກສານຂອງຊາວເຜົ່າ ປາໂກ ມາຮອດປະຈຸບັນຍັງຄົງຮັກສາໄວ້

ຊາວເຜົ່າ ປາໂກ ເຄີຍດຳລົງຊີວິດຢູ່ບັນດາເຂດພູສູງລຽບຕາມສາຍພູຫລວງ, ສະນັ້ນ ຊີວິດຂອງເຂົາເຈົ້າແມ່ນສະຫນິດຕິດພັນກັບທຳມະຊາດ. ບັນດາໝູ່ບ້ານຂອງຊາວເຜົ່າ ປາໂກ ຖືກປົກຄຸມໄປດ້ວຍສີຂຽວຂອງພູຜາປ່າໄມ້, ສະນັ້ນ ຈິດວິນຍານຂອງຊາວເຜົ່າ ປາໂກ ແມ່ນສະຫວາດສະເຫວີຍ ແລະ ມີລັກສະນະລຽບງ່າຍ. ເຊິ່ງລັກສະນະດັ່ງກ່າວນີ້ ກໍ່ສະແດງຢ່າງຈະແຈ້ງຜ່ານເຄື່ອງຈັກສານຂອງຊາວເຜົ່າປາໂກ. ສິ່ງພິເສດ ຕາມປະເພນີແລ້ວ, ຜະລິດຕະພັນຈັກສານຂອງຊາວເຜົ່າ ປາໂກ ສ່ວນຫລາຍແມ່ນຜູ້ຊາຍເປັນຜູ້ເຮັດ. ຊາວເຜົ່າ ປາໂກ ເຄີຍສະຫລະເວລາເມື່ອສຳເລັດຈາກການເຮັດໄຮ່ໄຖນາ ຫລື ລະດູຫນາວ ເພື່ອຜະລິດເຄື່ອງຈັກສານ. ທ່ານ ໂຮ່ຕິງ ຢູ່ ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ຍັງຄົງຮັກສາອາຊີບຈັກສານທີ່ເປັນມູນເຊື້ອໂດຍຄົນລຸ້ນກ່ອນປະໄວ້. ດ້ວຍເຕັກນິກສີມືບັນລຸລະດັບລະອຽດລະອໍ, ທ່ານ ໂຮ່ຕິງ ໄດ້ຜະລິດອອກບັນດາຜະລິດຕະພັນເຄື່ອງຈັກສານທີ່ເປັນເອກະລັກສະເພາະຄື: A the (ກະພາໃຫຍ່), A chooiq (ກະພານ້ອຍ), Ka ooi (ຂ້ອງ), Ti letq (ກະພາມີຫລາຍຂັ້ນ) Adieen (ພາເຂົ້າບູຊາ), ທ່ານ ໂຮ່ຕີງ ໃຫ້ຮູ້ວ່າ: ຢາກມີກະພາດີ ແຫນ້ນຫນາ ແລະ ສວຍງາມນັ້ນ, ຕ້ອງເຂົ້າໄປປ່າເລິກເພື່ອເລືອກເອົາບັນດາຕົ້ນຫວາຍທີ່ເໝາະສົມ ແລະ ຜ່ານຫລາຍຂັ້ນຕອນຈຶ່ງຜະລິດອອກບັນດາກະພາສວຍງາມໄດ້.

        “ຕົ້ນຫວາຍ ໄມ້ໄຜ່, ໄມ້ເຮ້ຍ ເອົາມາຈາກປ່າ ຕາມປົກກະຕິຕ້ອງແຊ່ຢູ່ຫ້ວຍນ້ຳ, ຫລັງຈາກນັ້ນເອົາໄປຕາກແດດໃຫ້ແຫ້ງ ແລ້ວ ເຫລົາເປັນແຕ່ລະເສັ້ນ, ແຕ່ລະດີ້ວ, ມີບາງປະເພດ ໂຕກະພາແມ່ນເຮັດດ້ວຍຫວາຍ, ສ່ວນຕີນ ແລະ ຂອບກະພາແມ່ນເຮັດ  ດ້ວຍໄມ້ໄຜ່. ສະເພາະຕີນກະພາຕ້ອງເຮັດກ່ອນແລ້ວເອົາມາກ້ວນໃສ່ກັບໂຕກະພາທີ່ຢ້າງໄຟໃຫ້ແຫ້ງືກ່ອນນີ້ 10-15 ມື້  ເພື່ອປ້ອງກັນບໍ່ໃຫ້ປວກ, ມອດກັດ ແລະ ຍັງສ້າງ ສີສັນໃຫ້ກະພານຳອີກ.”

        ໃນບັນດາຜະລິດຕະພັນເຄື່ອງຈັກສານຂອງຊາວເຜົ່າ ປາໂກ, ກະພາແມ່ນຜະລິດຕະພັນທີ່ເປັນເອກະລັກສະເພາະທີ່ສຸດຍ້ອນຄຸນປະໂຫຍດຂອງມັນ. ນີ້ແມ່ນພາຫະນະໃສ່ວັດຖຸເຄື່ອງຂອງທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງຊາວເຜົ່າ ປາໂກ ເວົ້າສະເພາະ ແລະ ບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດພູສູງເວົ້າລວມ. ກະພາບໍ່ພຽງແຕ່ແມ່ນເຄື່ອງໃຊ້ເມື່ອໄປໄຮ່ເທົ່ານັ້ນ ຫາກຍັງໄດ້ຮັບການຕົບແຕ່ງທີ່ສະແດງໃຫ້ເຫັນສີມືອັນຄ່ອງແຄ້ວຂອງຜູ້ສານກະພາອີກດ້ວຍ. ພິເສດ ວິທີຕົບແຕ່ງກະພາແມ່ນສະແດງໃຫ້ເຫັນຄວາມງາມທີ່ເປັນເອກະລັກສະເພາະຂອງຊົນເຜົ່າ. ກະພາໃຫຍ່ເປ້ທາງຫລັງຂອງຊາວຊົນເຜົ່າເມື່ອຂຶ້ນພູລົງຫ້ວຍ ເມື່ອໄປເຮັດໄຮ່ໄຖນາ. ບັນດາກະພາທີ່ເປ້ຢູ່ຫລັງຂອງແມ່ຍິງຊົນເຜົ່າ ຕາມປົກກະຕິແມ່ນຊະນິດນ້ອຍກວ່າ, ມີຫລາຍຊັ້ນ ແລະ ສາມາດບັນຈຸເຄື່ອງຂອງທີ່ຈຳເປັນຮັບໃຊ້ຊີວິດປະຈຳວັນ, ນັບແຕ່ເມັດເຂົ້າ, ມັນດ້າງມັນຕົ້ນຕະຫລອດຮອດຜັກພືດທີ່ເກັບກູ້ມາຈາກໄຮ່. ປະເພດກະພາ 3 ຂັ້ນ ທີ່ສານດ້ວຍຫວາຍ ແມ່ນສະຫງວນໃຫ້ແກ່ເດັກຍິງ ທັງໃຊ້ໃນການເກັບຜັກຫັກຫນໍ່, ຫາປາ ທັງມີຊັ້ນໄວ້ເສື້ອກັນຝົນ, ຂອງກິນເຄື່ອງດື່ມອີກ. ບັນດາກະພາຂອງເດັກຍິງບໍ່ພຽງແຕ່ນຳໃຊ້ຄືດັ່ງວັດຖຸສິ່ງຂອງທີ່ສະດວກເທົ່ານັ້ນ ຫາກຍັງໄດ້ຮັບການຕົບແຕ່ງປະດັບປະດາດ້ວຍບັນດາລວດລາຍຄືກັນກັບເຄື່ອງເອ້ຢ້ອງຂອງຜູ້ສາວຊາວເຜົ່າ ປາໂກອີກດ້ວຍ. ມາຮອດປະຈຸບັນ ບັນດາຜະລິດຕະພັນເຄື່ອງຈັກສານຂອງຊາວເຜົ່າ ປາໂກ ບໍ່ພຽງແຕ່ໄດ້ນຳໃຊ້ໃນຄອບຄົວເທົ່ານັ້ນ ຫາກຍັງໄດ້ນຳໄປຂາຍຢູ່ຕະຫລາດອີກດ້ວຍ.

        ຍັງມີຜະລິດຕະພັນຫັດຖະກຳອີກປະເພດຫນຶ່ງທີ່ພົ້ນເດັ່ນຂອງຊາວເຜົ່າ ປາໂກ ນັ້ນແມ່ນຕົ້ນກັນຖິນ ຊື່ງໄດ້ນຳໃຊ້ໃນບັນດາງານບຸນຕ່າງໆ. ເພື່ອເຮັດຕົ້ນກັນຖິນສຳເລັດ ຕ້ອງມີນາຍຊ່າງທີ່ມີສີມືຢ່າງຫນ້ອຍສຸດ 4-5 ຄົນ ແລະ ຮູ້ຈັກເຖິງຮີດຄອງປະເພນີຈຶ່ງເຮັດໄດ້. ທ່ານ ໂຮ່ເຟີຍ, ນັກສິລະປະການຊາວເຜົ່າ ປາໂກ ໃຫ້ຮູ້ວ່າ:

        “ເຮັດຕົ້ນກັນຖິນແມ່ນເພື່ອຮັບໃຊ້ບັນດາງານບຸນ ຕາມຮີດຄອງປະເພນີຂອງ ບ້ານ. ຕົ້ນກັນຖິນ ແມ່ນຮູບຈຳລອງຮັດແຄບຂອງຫນ່ວຍໂລກ ແມ່ນສັນຍາລັກຂອງຟ້າແຖນໃນງານບຸນ ຕ້ອງມີຕົ້ນກັນຖິນເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ດົນບັນດານໃຫ້ປະຊາຊົນທຸກຄົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ.”

        ປະຈຸບັນ ບັນດາຜະລິດຕະພັນເຄື່ອງຈັກສານຫັດຖະກຳຂອງບັນດາເຜົ່າຢູ່ເຂດພູດອຍເວົ້າລວມ ແລະ ຂອງຊາວເຜົ່າ ປາໂກ ເວົ້າສະເພາະ ຍັງປະສົບກັບຄວາມຫຍຸ້ງຍາກໃນການຈຳຫນ່າຍຢູ່ຕະຫລາດ ຍ້ອນຕ້ອງແກ້ງແຍ້ງກັບບັນດາຜະລິດຕະພັນເຮັດດ້ວຍປະລາສະຕິກ ທັງມີຫລາຍຮູບແບບ ແລະ ລາຄາກໍ່ຖືກ. ຍິ່ງກວ່ານັ້ນ ຜູ້ທີ່ຮູ້ຈັກອາຊີບຈັກສານ ສ່ວນຫລາຍແມ່ນຜູ້ມີອາຍຸສູງແລ້ວ ສະນັ້ນ ຈຳນວນຜູ້ເຮັດອາຊີບຈັກສານນັບມື້ນັບຫນ້ອຍລົງ. ຕໍ່ຫນ້າສະພາບຄວາມຈິງຂອງອາຊີບນີ້, ມີຫລາຍທ້ອງຖິ່ນໄດ້ຈັດຕັ້ງເປີດບັນດາຊຸດອົບຮົມເພື່ອສອນອາຊີບຈັກສານໃຫ້ລຸ້ນຫນຸ່ມ, ຂົນຂວາຍພໍ່ແມ່ປະຊາຊົນປູກປ່າ, ສ້າງຜະລິດຕະພັນໃຫ້ອາຊີບຈັກສານ ແລະ ຜ່ານນັ້ນ ຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນໄວ້. 

ຕອບກັບ

ຂ່າວ/ບົດ​ອື່ນ