ອາຊີບຕໍ່າແພພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າ K’ho

     (vovworld) - ຊາວ​ເຜົ່າ K’ho ມີ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຄວາມ​ເປັນ​ເອກະລັກ​ສະ​ເພາະ​ນັ້ນ​ບໍ່​ພຽງ​ແຕ່​ຄົງ​ຕົວ​​ໃນບັນດາ​ຄຸນຄ່າທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ວິວັດ​ແຫ່ງການ​ຜະລິດ​​ບັນດາ​ຜະລິດ​ຕະພັນ​ຕໍ່າ​ແຜ່ນ​ຕັດຫຍິບ. ​ໂດຍ​ຜ່ານ​ວິວັດ​​ແຫ່ງການຕໍ່າ​ແຜ່ນ​ແພ, ​ ແມ່ຍິງ​ຊົນ​ເຜົ່າ K’ho ​ໄດ້​ຝາກຝັງ​ຈິດ​ວິນ​ຍານ, ອາລົມ​ຈິດ​ກໍ່​ຄື​ຄວາມ​ຮູ້ສຶກ​ຂອງ​ໂລກ​ແຫ່ງ​ທຳ​ມະ​ຊາດ​ເຂົ້າ​​ຜະລິດ​ຕະພັນ​ແພ​ພື້ນ​ເມືອງ. ບົດ​ຂຽນ “ອາຊີບ​ຕໍ່າ​ແພ​ພື້ນ​ເມ​ືອງທີ່​ເປັນ​ມູນ​ເຊື້ອ​ຂອງຊົນເຜົ່າ K’ho” ຂອງ​ ໂຕ​ຕ໋ວນ, ນັກ​ຂ່າ​ວວິທະຍຸ​ກະຈາຍສຽງ​ຫວຽດນາມ.
ອາຊີບຕໍ່າແພພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າ K’ho - ảnh 1
(ພາບປະກອບ)

      ປະຊາ​ຄົມ​ຊາວ​ເຜົ່າ K’ho ​ເຄີຍ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ສູງ ດ້ວຍ​ພື້ນຖານ​ເສດຖະກິດ​ກຸ້ມ​ຕົນ​ເອງ​ເພິ່ງ​ຕົນ​ເອງ. ນອກຈາກ​ແຫຼ່ງອາຫານ​ທີ່​ອີງ​ໃສ່​ທຳ​ມະ​ຊາດ​ພູຜາ​ປ່າ​ໄມ້​ແລ້ວ, ຊາວ​ເຜົ່າ K’ho ກໍ່​ຍັງ​ຮູ້ຈັກ​ປູກ​ຝ້າຍ, ຕໍ່າ​ແຜ່ນ​ແພ, ຫຍິບ​ສົ້ງ​ເສື້ອໃຫ້​ຊົນ​ເຜົ່າ​ຂອງຕົນ. ມີໄລຍະ​ໜຶ່ງ ອາຊີບ​ຕໍ່າ​ແພ​ພື້ນ​ເມ​ືອງ ຂອງປະຊາ​ຄົມ​ຊາວ​ເຜົ່າ K’ho ​​ ​ພັດທະນາ​​ທີ່​ສຸດ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ K’ho ​ແລ້ວ, ​ແມ່ຍິງ​ຕ້ອງ​ຮັບຜິດຊອບ​​ເຄື່ອງ​ນຸ່ງ​ຖື​ໃຫ້​ທັງ​ຄອບຄົວ, ​ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ຄາວ​ຍັງ​ນ້ອຍ,  ບັນດາ​ເດັກ​ຍິງ​ຊາວ​ເຜົ່າ K’ho ໄດ້​ຮັບ​ການ​ຮຽນວິທີ​ຕໍ່າ​ແຜ່ນ​ແພ, ຫຍິບ​ສົ້ງ​ເສື້ອຈາກບັນດາ​ແມ່, ປ້າ, ນ້າ, ອາ. ​ ສະ​ນັ້ນ​ແມ່ຍິງ​ຊາວ​ເຜົ່າ K’ho ສ່ວນ​ຫຼາຍ​ລ້ວນ​ແຕ່​ຮູ້ຈັກ​ຕໍ່າ​ຫູກ ​ແລະ ອາຊີບ​ຕໍ່າ​ແພ​ພື້ນ​ເມືອງ. ທ່ານ ຫງວຽນ​ແຄ໋ງນາມ, ນັກ​ຄົ້ນຄວ້າ​ວັດທະນະທຳ​ບັນດາ​ເຜົ່າສ່ວນ​ໜ້ອຍ​, ​ໃຫ້​ຮູ້​ວ່າ:

      “ ປະ​ເພນີ​ຕໍ່າ​ແພ​ພື້ນ​ເມືອງ​ຂອງ​ພໍ່​ແມ່​ປະຊາຊົນ ​ເຜົ່າ K’ho ມີ​ມາຕັ້ງ​ແຕ່​ບູຮານ​ນະ​ການ. ​ໃນ​ເມື່ອ​ກ່ອນ​ຍ້ອນດຳລົງ​ຊີວິດ​ຢູ່​ ​ບັນດາ​ເຂດ​ພູ​ສູງ ບໍ່​ຢູ່​ໃກ້​ຕະຫຼາດ, ສະ​ນັ້ນ ພໍ່​ແມ່​ປະຊາຊົນ​ຈຶ່ງ​ປູກ​ຝ້າຍ​ຕໍ່າ​ແພ​ເອງ. ວິວັດ​​ແຫ່ງການ​ຕໍ່າ​​ແຜ່ນແພ​ຜືນ​ໜຶ່ງ​ແມ່ນ​ລະອຽດ​ລະ​ອໍ​ທີ່​ສຸດ, ນັບ​ແຕ່​ຂັ້ນ​ຕອນ​ອິ້ວ​ຟ້າ​ຍ, ​ເຂັນຝ້າຍ​ໃຫ້​ເປັນ​ເສັ້ນ​ຕະຫຼອດ​ຮອດ​ຂັ້ນ​ຕອນ​ຕໍ່າ​​​ແຜ່ນແພ ​ແລະ ຫຍິບເປັນ​ຜະລິດ​ຕະພັນ ​ແມ່ນຕ້ອງ​ເສຍ​ເວລາ​ຫຼາຍ.”

        ຮູ້ຈັກ​ຕໍ່​າແພ​ພື້ນ​ເມືອງ, ຫຍິບ​ສົ້ງ​ເສື້ອ​ເອງ​ໃຫ້​ຄອບຄົວ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຕະຖານ ​ເຊິ່ງບັນດາ​ຜູ້​ຊາຍ​ຊາວ​ເຜົ່າ K’ho ​ ໄດ້​ວາງ​ອອກ​ໃນ​ການ​ເລືອກ​ເມຍແຕ່ລະ​ເທື່ອ​. ​ໃນ​ເມື່ອ​ກ່ອນ ບັນດາ​ແມ່ຍິງ​ຊາວ​ເຜົ່າ K’ho ລ້ວນ​ແຕ່​ຕໍ່າ​ບັນດາ​ແຜ່ນ​ແພ​ພື້ນ​ເມືອງ​ດ້ວຍ​ຕົນ​ເອງ. ນອກຈາກ​ວຽກ​ຫຍິບ​ສົ້ງ, ​ເສື້ອ, ສີ້​ນທີ່​ສວຍ​ງາມ​ໃຫ້​ຄອບຄົວ​ແລ້ວ, ບັນດາ​ແມ່ຍິງ​ຊາວ​ເຜົ່າ K’ho ຍັງ​ຕ້ອງ​ຕໍ່າ​ບັນດາ​ຜ້າຫົ່ມ​ຕື່ມ​ອີກ ​ເພື່ອ​ເປັນ​ເຄື່ອງ​ຂອງສິນ​ສອດ​ນໍາ​ໄປ​ເຮືອນ​ເຈົ້າ​ບ່າວໃນ​ມື້​ຈັດງານ​ແຕ່ງ​ດອງ. ບັນດາ​ແມ່ຍິງ​ຊາວ​ເຜົ່າ K’ho ນອກຈາກ​ວຽກ​​ໄຮ່ການ​ນາ, ​​​ເວລາ​ບໍ່​ຕິດ​ເຄືອງ​ນຳ​ວຽກ​ງານ, ​ເຂົາ​ເຈົ້າ​ກໍ່ຕໍ່າ​ແຜ່ນ​ແພ. ປ້າ K’Thi Lien, ຊາວ​ເຜົ່າ K’ho ​ໃຫ້​ຮູ້​ວ່າ ປ້າ​ຮຽນ​ຕໍ່າ​ແພ​ພື້ນ​ເມືອງ​ຈາກແມ່​ຍ່າ​ຂອງຕົນ ​ແລະ ບັນດາ​ຜູ້​ມີ​ອາຍຸ​ສູງ​ໃນ​ບ້ານ​, ແລ້ວ​ກໍ່​ຄ່ອຍໆມີ​ຄວາມ​ຊຳນານ. ບັນດາ​ລວດລາຍ​ທັງ​ໝົດ​ໃນ​ແຜ່ນ​ແພ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K’ho ກ່ອນ​ນີ້​ປ້າ​ລ້ວນ​ແຕ່ຕໍ່າ​ເປັນ.
       “​ເຮົາ​ໄດ້​ຮຽນ​ຕຳ່​ແຜ່ນ​ແພ​​ແລະ ຫຍິບ​ສົ້ງ​ເສື້ອນັບ​ແຕ່​ເວລາ​ຍັງ​ເປັນ​ເດັກນ້ອຍ, ມາ​ຮອດ​ປະຈຸ​ບັນ​ກໍ່​ຍັງ​​ເຮັດ​ຢູ່ ​ ​ເພື່ອ​ທັງຂາຍ, ທັງ​ໃຫ້​ລູກ​ຫຼານ​ຈັດ​ງານ​ດອງ. ກ່ອນ​ນີ້​ຕຳ່​​ແພພື້ນ​ເມືອງໄດ້​ປະມານ 200 ​ແຜ່ນ/ປີ, ມາ​ບັດ​ນີ້ສອນ​ໃຫ້​ລູກ​ຫຼານ​​ຕຳ່ໄດ້​ພຽງ 50 ​ແຜ່ນ​ເທົ່າ​ນັ້ນ“.

ອາຊີບຕໍ່າແພພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າ K’ho - ảnh 2
(ພາບປະກອບ)

       ​ເຄື່ອງມື​ຕຳ່​​ແພ​ພື້ນ​ເມືອງ​ ​ແລະ ກີ່​ຕຳ່​ຫູກຂອງ​ຊາວ​ເຜົ່າ K’ho ​ແມ່ນ​ງ່າຍດາຍ​ພໍ​ສົມຄວນ. ກີ່​ຕຳ່​ຫູກ​ພຽງໃຊ້​ໃຫ້​​ແກ່ຜູ້​ດຽວ​ເທົ່າ​ນັ້ນ, ບໍ່​ຕັ້ງ​ຄົງ​ທີ່. ​ໂຄງ​​ເຮັດ​ດ້ວຍ​ໄມ້, ​ໄມ້​ໄຜ່​, ໄມ້​ເຮ້ຍ, ​ເມື່ອ​ຕຳ່​ຈຶ່ງ​​ເອົາ​ມາກາງ​ອອກ, ​ຖ້າ​ບໍ່​ຕຳ່​ຈະ​​ມ້ຽນໄວ້ຢ່າງ​ກະທັດ​ລັດ. ຖ້າ​ຫາກ​ບໍ່​ມີ​ຜະລິດ​ຕະພັນ​​ບໍ່​ທັນ​ສຳ​ເລັດ​ຮູບ, ຍາກ​ທີ່ຈະ​ຮູ້​ໄດ້​ວ່າ​ນີ້​ແມ່ນ​ກີ່​ຕຳ່ຫູກ. ລວດລາຍ​ໃນ​ແພ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K’ho ສ່ວນ​ຫຼາຍ​ແມ່ນ​ຮູບ​ດອກ​ຈັນ, ຮູບ​ສາມຫຼ່ຽມ​ທີ່​ຕິດຕໍ່​ກັນ​ເຮັດ​ໃຫ້​​ແຜ່ນ​ແພ​ມີ​ຄວາມ​ງາມ​ຕື່ມ​ອີກ, ອັນ​ໄດ້ສ້າງ​ເປັນສີສັນ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ K’ho. ສີ​ຕົ້ນຕໍ​ໃນ​​​ແພ​ພື້ນ​ເມືອງຂອງຊາວ​ເຜົ່າ K’ho ​ແມ່ນ​ສີດຳ, ສີຂາວ, ນອກ​ນັ້ນ​ຍັງ​ມີ​ສີຟ້າ, ສີ​ແດງ​​ເພື່ອ​ປະດັບ​ປະດາ​ໃຫ້​ແກ່​ລວດລາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຜະລິດ​ຕະພັນ​ດ້ວຍ​ແພ​ພື້ນ​ເມືອງ​ພັດ​ມີ​ຊື່​ສຽງ​ດ້ວຍ​ຄວາມ​ໝັ້ນ​ດີ, ສວຍ​ງາມ ​ແລະ ສີສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ. ທ່ານ ຫງວຽນ​ແຄ໋ງນາມ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

      “ບັນດາ​ແຜ່ນ​ແພ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K’ho  ທັງ​ໝັ້ນ​ດີ ​ແລະ ສວຍ​ງາມ. ຜະລິດ​ຕະພັນ​ເຮັດ​ດ້ວຍ​ແພ​ພື້ນ​ເມືອງ​ທັງແໜ້ນໜາດີ, ທັງອ່ອນ​ນຸ້ມ, ​ແລະ ນຳ​ໃຊ້​ຢ່າ​ງສະ​ບາຍ. ​​ແຕ່​ເພື່ອ​ຕຳ່​ແພ​ພື້ນ​ເມືອງ​ໃຫ້​ໄດ້​ແຜ່ນ​ໜຶ່ງ ​ແມ່ນ​ຕ້ອງ​​ໃຊ້​ເຫື່ອ​ແຮງ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນຈຳນວນ​ຜູ້​ຕຳ່​ແຜ່ນ​ແພ​ກໍ່ນັບ​ມື້​ນັບ​ໜ້ອຍ​ລົງ. ປະຈຸ​ບັນ, ມີແຕ່​ຜູ້​ອາຍຸ​ສູງ​ຍັງ​ຄົງ​ຮັກສາ​ອາຊີບ​ຕຳ່​ແພ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ​ນີ້​​​ໄວ້ເທົ່າ​ນັ້ນ“.

   ປະຈຸ​ບັນ, ​ໃນ​ໄລຍະ​​ແຫ່ງ​ການເຊື່ອມ​ໂຍງ, ການພົວພັນ​ແລກປ່ຽນ​ກັບ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ, ລະບົບ​ຄົມມະນາຄົມ, ຕະຫຼາດ​ພັດທະນາ​ຢ່າງ​ແຮງ, ດັ່ງ​ນັ້ນ​ປະຊາຊົນ​ບັນດາ​ເຜົ່າ​ຈຶ່ງ​ມີ​ຄວາມ​ສະດວກ​ໃນ​ການ​ເລືອກ​ເຟັ້ນ​ແພ​ເພື່ອ​ຕັດຫຍິບ​ສົ້ງ​ເສື້ອ​ໃຫ້​ແກ່​ຕົນ. ພ້ອມ​ກັບ​ການ​ພັດທະນາ​ຂອງ​ຂະ​ແໜງການທ່ອງທ່ຽວ, ບັນດາ​ແຜ່ນ​ແພ​ພື້ນ​ເມືອງ​ພວມ​ໄດ້​ຮັບ​ຄວາມ​ຮູ້ຈັກ​ ​ແລະ ຄວາມ​ນິຍົມຈາກ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ທ່າ​ອ່ຽງນັ້ນ, ອາຊີບ​ຕຳ່​ແພ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ K’ho ສືບ​ຕໍ່​ມີ​ໂອກາດ​ເພື່ອ​ພັດທະນາ.

       

 

 

ຕອບກັບ

ຂ່າວ/ບົດ​ອື່ນ