ອາຊີບຫັດຖະກຳຂອງຊາວເຜົ່າກຶມມຸ

(vovworld) - ຊາວ​ເຜົ່າ​ກຶມ​ມຸມີ​ປະ​ເພນີ​ປູກຝັງ​ດ້ວຍ​ການ​ປູກຝັງ, ເຮັດ​ໄຮ່​ໄຖ​ນາ ​ແລະ ຊີວິດ​ການ​ເປັນ​ຢູ່ຍາມ​ໃດ​ກໍ່​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ທຳ​ມະ​ຊາດ​ເຂດ​ພູຜາ​ປ່າ​ໄມ້. ​ໃນ​ວິວັດ​ແຫ່ງ​ການ​ອອກ​ແຮງ​ງານ​ປະດິດ​ສ້າງ, ຊາວ​ເຜົ່າກຶມມຸ​ໄດ້​ສ້າງ​ເປັນ​ເຄື່ອງ​ໃຊ້, ​ເຄື່ອງມື​ຫັດຖະກຳ​ຕ່າງໆ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ​​, ເຊິ່ງ​ເຂັ້ມ​ຂຸ້ນ​ໄປ​ດ້ວຍສີສັນ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ.
ອາຊີບຫັດຖະກຳຂອງຊາວເຜົ່າກຶມມຸ - ảnh 1
(ພາບປະກອບ)

        ຕາມ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ກ່ອນ​ນີ້​ນັບ​ຮ້ອຍ​ປີ, ຊາວ​ເຜົ່າ​ກຶມ​ມຸ ດຳລົງ​ຊີວິດ​ແບບ​ເຄື່ອນ​ທີ່, ​ເມື່ອ​ປູກຝັງ, ​ເຮັດ​ໄຮ່​ໄຖ​ນາ, ​ເຂົາ​ເຈົ້ານຳ​ໃຊ້​ເຄື່ອງມື​ຜະລິດ​ແບບ​ປະຖົມ​ປະ​ຖານ​ເຊັ່ນ: ພ້າມີດ, ​ໄມ້ຄ້ອນ ​ແລະ ລ່າ​ເນື້ອ, ​ເກັບ​ຜັກ, ໝາກ​ໄມ້​ເປັນ​ຕົ້ນ. ນອກ​ນັ້ນ​ຊົນ​ເຜົ່າ​ນີ້​ຍັງ​ມີ​ບັນດາ​ອາຊີບ​ຫັດຖະກຳ​ທີ່​ມີ​ລັກສະນະ​ກຸ້ມ​ຕົນ​ເອງ, ນັ້ນ​ແມ່ນ​ອາຊີບ​ຖັກ​ສານ. ຢູ່​ບາງ​ແຫ່ງ​ເຂົາ​ເຈົ້າ​ຍັງ​ຮູ້​ອາຊີບ​ຕີ​ເຫຼັກ, ຊ່າງ​ໄມ້, ຕ່ຳ​​ຫູກ. ຈາກ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ດ້ວຍ​ຈິດ​ໃຈ​ເຈືອ​ຈານ​​ເຂົ້າກັບ​ທຳ​ມະ​ຊາດ, ຊາວ​ເຜົ່າ​ກຶມ​ມຸ​ໄດ້​ສ້າງ​ເປັນ​ເຄື່ອງ​ໃຊ້​ຫັດຖະກຳ​ຕ່າງໆ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ອາຊີບ​ຖັກ​ສານ​ຂອງ​ຊາວ​ເຜົ່າ​ກຶມ​ມຸພັດທະນາ​ທີ່​ສຸດ ​ແລະ ບັນລຸ​ໄດ້​ລະດັບ​​ເຕັກນິກ​ສູງ. ບັນດາ​ເກົ້າ​ອີ້​, ພາ​ເຂົ້າ, ​ແອບ​ເຂົ້າ, ກະພາ, ​ເຊິ່ງ​ແມ່ນ​ເຄື່ອງ​ໃຊ້​ທົ່ວ​ໄປ​ລ້ວນ​ແຕ່​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ, ​​ແລະ ຫວາຍ, ຜ່ານ​ສີມື​ອັນປາ​​ນີດຂອງ​ບັນດາ​ນັກ​ສິລະ​ປະການ, ​ໄດ້​ກາຍ​ເປັນ​ເຄື່ອງ​ໃຊ້​ທີ່​ສວຍ​ງາມ​ໃນ​ຄອບຄົວ, ຊ້ອນ​ແຝງ​ຈິດວິນຍານ​ອັນ​ສັກກະ​ລະ​ບູຊາ​ຂອງ​ເຂດ​ພູຜາ​ປ່າ​ໄມ້. ປະຈຸ​ບັນ, ອາຊີບ​ຖັກ​ສານ​ພວມ​ກາຍ​ເປັນອາຊີບ ຫາ​ເງິນ​ລ້ຽງ​ຊີບ​ຕົ້ນຕໍ​ຂອງ​ຊາວ​ເຜົ່າ ກຶມ​ມຸ. ທ່ານ ​ແຊວ​ວັນ​ແຮ, ຊົນ​ເຜົ່າ ກຶມ​ມຸ, ​ໃຫ້​ຮູ້​ວ່າ: ປະຈຸ​ບັນຊາ​ວ​ເຜົ່າ​ກຶມ​ມຸດຳ​ລົງ​ຊີວິດ​ຢູ່​ຫຼາຍ​ທ້ອງ​ຖີ່​ນທີ່​ແຕກ​ຕ່າງ​ກັນ.

        “ຊາວ​ເຜົ່າ​ກຶມ​ມຸ​ເຄີຍ​ຖັກ​ສານ, ຜູ້​ໃດ​ກໍ່​ຮູ້​ຖັກ​ສານ ​ແລ້ວ​ສອນ​ໃຫ້​ລູກ​ຫຼານ​ຮູ້ຈັກ​ອີກ​ເພື່ອ​ພ້ອມ​ກັນ​ເຮັດ. ປະຈຸ​ບັນ​ເຂົາ​ເຈົ້າ​ຖັກ​ສານ​ເຄື່ອງ​ຕ່າງໆ​ເພື່ອ​ນຳ​ໄປ​ຂາຍ, ຖ້າ​ຂາຍ​ບໍ່​ໝົດ​ຈະ​ນຳ​ມາ​ໃຊ້​​ໃນ​ຄອບຄົວ“.

     ຊາວ​ເຜົ່າ​ກຶມ​ມຸສາ​ມາດ​ຖັກ​ສາ​ນເຄື່ອງ​ໃຊ້​ຫຼາຍ​ປະ​ເພດ​ເຊັ່ນ: ​ເຄື່ອງ​ບັນຈຸ, ອຸປະກອນ​ຂົນ​ສົ່ງ, ​ເຄື່ອງ​ມື​​ໃນ​ການ​ຜະລິດ, ​ການ​ຫາ​ປາ ກໍ່​ຄື​ເຄື່ອງ​ໃຊ້​ໃນ​ພິທີ​ບູຊາ​ອີກ. ​ເຄື່ອງ​ຂອງ​ທັງ​ໝົດ​ເຫຼົ່າ​ນັ້ນ ​ລ້ວນ​ແຕ່​​ໄດ້​ຮັບ​ການ​ຖັກ​ສານ​ຢ່າງ​ລະອຽດ​ລະ​ອໍ. ​ເຄື່ອງ​ຖັກ​ສານຫັດຖະກຳ​ຂອງ​ຊາວ​ເຜົ່າ​ກຶມ​ມຸ ບໍ່​ພຽງ​ແຕ່​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ນຳ​ໃຊ້​ໄດ້​ໃນ​ໄລຍະ​ຍາວ​ອີກ​ດ້ວຍ. ອີງ​ຕາມ​ຄວາມ​ຕ້ອງການ​ໃນ​ການ​ນຳ​ໃຊ້, ຊາວ​ເຜົ່າ​ກຶມ​ມຸສາ​ມາດ​ຖັກ​ສາ​ນດ້ວຍ​ຫຼາຍ​ວິທີ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ເມື່ອ​ຖັກ​ສານ​ກະພາ, ​ເກົ້າ​ອີ້​ແມ່ນ​ຕ້ອງການ​ດ້ານ​ເຕັກ​ນິກສູງ​ກວ່າ. ທ່ານ ຫງວຽນ​ຈູງ​ແທງ, ຜູ້​ຄົ້ນ​ຫາ, ຮຽບຮຽງ​ບັນດາ​ວັດຖຸ, ​ເຄື່ອງ​ໃຊ້​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ​ໃຫ້​ຮູ້​ວ່າ:

​ໃນ​ບັນດາ​ເຄື່ອງ​ຖັກ​ສານ​ຂອງ​ຊາວ​ເຜົ່າ​ກຶມ​ມຸ, ​ແອ​ງ​ແມ່ນ​ອຸປະກອນ​ຂົນ​ສົ່ງ​ທີ່​ເຄີຍ​ໃຊ້​ທົ່ວ​ໄປ ​ແລະ ຖືກ​ຖັກ​ສານ​ຢ່າງ​ລະອຽດ​ລະ​ອໍ​ທີ່​ສຸດ.    ​ແອ​ງຄ້າຍຄື​ກັນ​ກັບກະພາ​ຂອງ​ຊາວ​ເຜົ່າ​ມົ້ງ ​ແລະ ປາກ​ແອ​ງ​ ພັດມີ​​ເຊືອກ​ມັດ​ໃຫຍ່ ​ຢູ່​ໃຈກາງ​ມີ​ແພ​ຮອງ, ພາດຜ່ານໜ້າຜາກ, ທັງສ້າງ​ເປັນ​ບ່ອນ​ອີງ​ຢູ່​ສັນຫຼັງ ​ແລະ ໜ້າຜາກ, ທັງສ້າງ​ຄວາມ​ສົມ​ດູ​ນລະຫວ່າງ​ກຳລັງ​ກາຍ​ກັບ​ນ້ຳໜັກ​ສິນຄ້າ​ໃນ​ແອ​ງ“.

      ຊາວ​ເຜົ່າ​ກຶມ​ມຸຍັງ​ຖື​ວ່າ, ​ເມື່ອ​ຖັກ​ສານ​ກະພາ​ບັນຈຸ​ເຂົ້າ​ເປືອກ ຫຼືຕິບ​ເຂົ້າ ​ແມ່ນຄວນ​ສານ​​ເປັນ​ລວດລາຍ​ຕື່ມ​ອີກ, ​ເຮັດ​​ຄື​ແນວ​ນັ້ນ, ​ເຈົ້າ​ຂອງ​ບັນດາ​ເຄື່ອງ​ໃຊ້​ດັ່ງກ່າວ​ຈຶ່ງ​ຫາ​ເງິນ​ລ້ຽງ​ຊີບ​ໄດ້​ດີ. ນອກຈາກ​ອາຊີບ​ຖັກ​ສານ​ເກົ້າ​ອີ້, ພາ​ເຂົ້າ​ດ້ວຍ​ຫວາຍ​ແລ້ວ, ​ເຄື່ອງ​ຖັກ​ສານ​ອື່ນໆ​ຫ​ຼາຍປະ​ເພດ​ຂອງ​ຊາວ​ເຜົ່າ​ກຶມ​ມຸ​ໄດ້​ກາຍ​ເປັນ​ສິນຄ້າ​ເພື່ອ​ແລກປ່ຽນ​ຊື້​ຂາຍ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ​ຮ່ວມດຳລົງ​ຊີວິດ​ນຳ​ກັນ​ອີກ.

ອາຊີບຫັດຖະກຳຂອງຊາວເຜົ່າກຶມມຸ - ảnh 2
(ພາບປະກອບ)

​    ໄມ້​ໄຜ່, ​ໄມ້​ເຮ້ຍ​, ບໍ່​ພຽງ​ແຕ່​ໃຊ້​ເພື່ອ​ຖັກ​ສານ​ເຄື່ອງ​​ໃຊ້​ສອຍ​ໃນ​ການດຳລົງຊີວິດ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເປັນ​ເຄື່ອງ​ດົນຕີ​ນຳ​ໃຊ້​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ​ກຶມ​ມຸອີກ​ດ້ວຍ. ​ເພື່ອ​ຜະລິດ​ບັນດາ​ເຄື່ອງ​ໃຊ້ ຫຼື ​ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ, ​ແມ່ນ​ຕ້ອງ​ມີ​ຝີມື​ດີ, ມີ​ປະສົບ​ການ ​ແລະ ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ຖັກ​ສານ​ອີກ. ທ່ານ ກົງ​ເຢິ່ນ, ຊາວ​ເຜົ່າ​ກຶມ​ມຸ, ​ໃຫ້​ຮູ້​ວ່າ:

    “​ເມື່ອ​ຜະລິດ​ບັນດາ​ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​ ແມ່ນ​ຕ້ອງ​ມີ​ຄວາມ​ຊຳນານ​ຈຶ່ງ​ສາມາດ​ເຮັດ​ໄດ້. ຂ້າພະ​ເຈົ້າ​ຢ້ານ​ວ່າ​ລຸ້ນໜຸ່ມ​ບໍ່​ສາມາດ​ເຮັດ​ເຄື່ອງ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຕົນໄດ້ອີກ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຕ້ອງ​ສອນ​ວິທີ​ເຮັດ​ເພື່ອໃຫ້​ພວກ​ຫຼານ, ພວກ​ນ້ອງຮັກສາ​ອາຊີບ​ນີ້​ຂອງ​ຊົນ​ເຜົ່າ​ຕົນ​ໄວ້“.

​ເຖິງ​ວ່າ​ຈະ​ແມ່ນ​ອາຊີບ​ສຳຮອງ​ກໍ່ຕາມ, ​ແຕ່​ອາຊີບ​ຖັກ​ສານ​ເຄື່ອງ​ໃຊ້​ດ້ວຍ​ໄມ້​​ໄຜ່​ໄມ້​ເຮ້ຍ​ພັດ​ສ້າງ​ເປັນ​ລາຍ​ຮັບ​ຕົ້ນຕໍ​ໃຫ້​ແກ່​ຊາວ​ເຜົ່າ​ກຶມ​ມຸ. ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ບັນດາ​ສະຫະກອນ​ເຄື່ອງ​ຖັກ​ສານດ້ວຍ​ຫວາຍ ​ແລະ ​​ໄມ້​ໄຜ່ຂອງ​ຊາວ​ເຜົ່າ​ກຶມ​ມຸ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໄດ້​ປະກອບສ່ວນ​ສົ່ງ​ເສີມ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ພັດທະນາ, ນຳ​ມາ​ເຊິ່ງຜະລິດ​ຕະພັນ​ສິນຄ້າ​ທີ່​ມີ​ມູນ​ຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ