ຮີດຄອງປະເພນີ ແລະ ການເຊື່ອຖືຂອງຊາວເຜົ່າ H're

(vovworld) - ຊາວ​ເຜົ່າ H're ມີ​ມູນ​ເຊື້ອ​ປູກ​ເຂົ້ານາ​ທາມ ​ແລະ ​ເຮັດ​ໄຮ່, ດັ່ງ​ນັ້ນ​ການ​ດຳ​ເນີນ​ຊີວິດ ​ແລະ ການ​ເຊື່ອ​ຖືທັງ​ໝົດ​ລ້ວນ​ແຕ່​ຕິດ​ພັນ​ກັບ​ຮອບຊີວິດ​ຂອງ​ຕົ້ນ​ເຂົ້າ. ນັບ​ແຕ່​ກິ​ແຕ່​ກ່ອນ, ຊາວ​ເຜົ່າ H're ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ເທວະ​ດາ, ຊາວ​ເຜົ່າ H're ​ເຄີຍ​ຈັດ​ຕັ້ງ​ພິທີບູຊາ​ຕ່າງໆ​ເພື່ອ​ພາວະນາ​ຂໍ​ໃຫ້​ບັນດາ​ເທວະ​ດາ​ອຸ້ມ​ຊູຊ່ວຍ​ເຫຼືອ, ປັດ​ເປົ່າ​ຄວາມ​ຊົ່ວ​ຮ້າຍ, ​ໂລກລະບາດ, ​ແລະ​ ຂໍ​ໃຫ້ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຊີວິດຢູ່​ເຢັນ​ເປັນ​ສຸກ.

ຮີດຄອງປະເພນີ ແລະ ການເຊື່ອຖືຂອງຊາວເຜົ່າ H're - ảnh 1
(ພາບປະກອບ)

        ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ວີນຍາມ, ນັບ​ແຕ່​ດົນ​ນານມາ​ແລ້ວ, ຊາວ​ເຜົ່າ H're ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ຂອງ​ມະນຸດ​ລ້ວນ​ແຕ່​ຖືກ​ຄອບ​ງຳ​ດ້ວຍ​ກຳລັງ​ອະພິທຳ​ມະ​ຊາດ, ຍ້ອນ​ເຫດ​ນັ້ນ, ​ໃນ​ການ​ດຳລົງ​ຊີວິດ ກໍ່​ຄື​ໃນ​ການ​​​ຜະລິດ, ປູກຝັງ​​​ເຄີຍມີຫຼາຍ​ພິທີ​ບູຊາ. ບັນດາ​ພິທີ​ບູຊາ​ກະສິກຳ​ຄື: ບູຊາ​ວີນຍານ​ເຂົ້າ, ບູຊາ​ເທວະ​ດາ​ທີ່​ດິນ, ​ເທວະ​ດາ​ນ້ຳ… ​​ເຄີຍໄດ້​ຮັບ​ການ​ປະຕິບັດ​ໃນ​ວິວັດ​ແຫ່ງ​ການ​ຜະລິດ​ເຂົ້າ, ​ແຕ່​​ຕົ້ນຕໍ່​ແມ່ນ​ສຸມ​ໃສ່​ສອງ​ໄລຍະ​ຂອງ​ລະດູ​ການ​ຜະລິດຄື: ​ໄລຍະຕົກກ້າ​ດຳນາ ​ແລະ ​ໄລຍະ​ເກັບ​ກ່ຽວ, ມ້ຽນ​ເຂົ້າ​​ໃນ​ສາງ. ພິ​ເສດ, ພິທີ​ບູຊາ​ໃດ​ກໍ່​ມີ​ສັດ​ຖວາຍ​ຊີວິດ, ​​ໃນ​ນັ້ນສັດໂຕໃຫຍ່ທີ່​ສຸດ​ແມ່ນ​ໂຕ​ຄວາຍ. ພິທີ​ບູຊາ​​ໂຕຄວາຍ​ແມ່ນ​ພິທີ​ ທີ່ມີ​ລັກສະນະ​ປະຊາ​ຄົມ​ໃຫຍ່​ສຸດ, ຍາມ​ໃດ​ກໍ່​ດຶງ​ດູດ​ຊາວບ້ານ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ນາງ ຟຸ່ງທິລານ, ພະນັກງານ​ຄົ້ນ​ຄ້ວາ​ຢູ່​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພິທີ​ບູຊາ​​ໂຕຄວາຍ​ກໍ່​ແມ່ນ​ພິທີ​ໃຫຍ່​ກວ່າ​ໝູ່​ໃນ​ຊີວິດ​ທາງ​ຈິດ​ວີນຍານ​ຂອງ​ເຂົາ​ເຈົ້າ. ຊາວ​ເຜົ່າ H're  ​ເລືອກ​ເອົາ​ໂຕ​ຄວາຍ​ເພາະ​ນັ້ນ​ແມ່ນ​ສັດ​ທີ່​ລ້ຳ​ຄ່າ, ​​ແລະໄດ້​ຮັບ​ຖື​ວ່າ​ແມ່ນ​ເພື່ອນ​ຜູ້​​ໃກ້ຊິດ​ສະໜິດສະໜົມ ​ແລະ ຕິດ​ພັນ​ກັບ​ມະນຸດ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ. ພິທີ​ຖວາຍຊີວິດ​ໂຕຄວາຍ ​ເຄີຍ​ຈັດ​ຕັ້ງ​ໃນ​ໂອກາດ​ພິ​ເສດ​ເຊັ່ນ: ງານ​ບຸນເປີດ​ສະຫຼອງ​ເຮືອນຣົງ (​ເຮືອນຮ້ານ​ຫຼັງ​ຍາວຂອງ​ປະຊາ​ຄົມ), ງານບຸນຊົມ​ເຊີຍລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ງານ​ບຸນ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ເທວະ​ດາ​ຟ້າ​ແຖນ ​ເຊິ່ງ​ໄດ້​ດົນ​ບັນດານ​ໃຫ້​ຊາວບ້ານ​ມີ​ກຳລັງ​ແຮງ​ເພື່ອ​ບັນລຸ​ຜົນສຳ​ເລັດ“.

        ​ໃນ​ບັນດາ​ພິທີ​ບູຊາ​ເທວະ​ດາ​ເຂົ້າຂອງ​ຊາວ​ເຜົ່າ H're ນັ້ນ, ພິທີ “ບູຊາ​ເຂົ້າ​ຈີ່“ ​ໄດ້​ຮັບ​ຖື​ເປັນ​ສຳຄັນ​ທີ່​ສຸດ. ຕາມ​ທັດ​ສະ​ນະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ H're ແລ້ວ, ແມ່​ຍິງ​​ແມ່ນ​ເຈົ້າ​ຂອງ​ເຂົ້າ, ດັ່ງ​ນັ້ນ​ໃນ​ຄອບ​ຄົວ, ຜູ້​ເປັນເມຍ​​ຂອງເຈົ້າ​​ເຮືອນນັ້ນ ແມ່ນ​ຜູ້​ຄຸ້ມ​ຄອງ​ທັນ​ຍາ​ຫານ, ທັງແມ່ນ​ຜູ້​ມີ​ການ​ພົວ​ພັນແບບ​ເລິກ​ລັບ​ກັບ​ວີນ​ຍານ​ເຂົ້າ. ​ໃນ​ພິທີ​ບູ​ຊາ​ເຂົ້າ​ຈີ່, ເຈົ້າ​ຂອງ​ເຂົ້າ​ຈະ​​ເກັບ​ເອົາ​ເຂົ້າ​ຈາກ​ໄຮ່​, ​ແລ້ວ​ນຳ​ມາຂົ້ວ, ຕຳ​, ຕົ້ມ​ເຂົ້າໃນ ”ໝໍ້​ສັກ​ສິກ” ​ເພື່ອບູ​ຊາ, ຫຼັງ​ຈາກ​ນັ້ນ​ຈະກິນ​ເຂົ້າ​ຜູ້​ດຽວ. ແລະ​ມີ​ແຕ່​ແມ່​ຍິງ​ຜູ້​ເປັນ​ເຈົ້າ​ຂອງ​ເຂົ້າ​ຈຶ່ງ​ໄດ້​ເກັບກ່ຽວ​ເຂົ້າ ແລະ ນຳ​ເອົາ​ກະ​ພາເຂົ້າ​ທຳ​ອິດ​ມາເ​ກັບມ້ຽນ​ໃນ​ສາງ​ເທົ່າ​ນັ້ນ. ງານ​ບຸນ​ບູ​ຊາ​​ໂຕຄວາຍ ຫຼື​ງານ​ບູນ​ບູ​ຊາ​ຊົມ​ເຊີຍລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບ່າວ​ສາວ​​ໃນ​ບ້ານ ແລະ ນອກ​ບ້ານ​ພົບ​ປະ​ແລກ​ປ່ຽນ, ພ້ອມ​ກັນ​ດື່ມ​ເຫຼົ້າ, ຟ້ອນ​ລຳ​ທຳ​ເພງ ແລະ ສະ​ແດງ​ຄວາມ​ຮັກ​ນຳ​ກັນ.

ຮີດຄອງປະເພນີ ແລະ ການເຊື່ອຖືຂອງຊາວເຜົ່າ H're - ảnh 2
(ພາບປະກອບ)

        ສຳ​ລັບ​ຊາວ​ເຜົ່າ H're, ພິ​ທີບູ​ຊາ​ເຂົ້າເຮືອນ​ໃໝ່​ແມ່ນ​ເຫດ​ການ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ​ເຈົ້າ​ຂອງ​ເຮືອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ງານ​ບຸນ​ລວມ​ຂອງ​ທັງ​ໝູ່​ບ້ານ​ອີກ​ດ້ວຍ. ພິ​ທີ​ບູ​ຊາ​ເຂົ້າ​ເຮືອນ​ໃໝ່​ຖືກ​ແບ່ງ​ເປັນ 2 ພາກສ່ວນ: ນັ້ນແມ່ນ​ພິ​ທີ​ ແລະ ​ງານ​ບຸນ. ໃນ​ພິ​ທີ, ໝໍ​ຜີ​ຈະ​ທຳ​ພິ​ທີ​ບູ​ຊາ​ສອງ​ເທື່ອ. ເທື່ອ​ທຳ​ອິດ​ຖືກດຳ​ເນີນ​ຢູ່​ເດີນ​ບ້ານ. ເຄື່ອງ​ຂອງ​ບູ​ຊາ​ເທວະ​ດາ​ມີ​ຊີ້ນ​ໝູ, ໄກ່, ເຂົ້າ, ເຫຼົ້າ… ​ເທື່ອ​ທີ​ສອງ​ຖືກ​ຈັດ​ຕາມຫຼັງ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ບ້ານ​ພ້ອມ​ກັນ​ດື່ມ​ເຫຼົ້າ​ໄຫ, ຟ້ອນ​ລຳ, ຕີ​ຄ້ອງອວຍ​ພອນ​ເຈົ້າ​ຂອງ​ເຮືອນ. ສຳ​ລັບ​ຄອບ​ຄົວ​ທີ່​ມີ​ເງື່ອນ​ໄຂ​ເສດ​ຖະ​ກິດ, ບາງ​ເທື່ອ​ຈະ​ຈັດ​ງານ​ບຸນໃນ​ຕະຫຼອດ​ສັບ​ປະ​ດາ, ແຕ່​ຕາມ​ທຳ​ມະ​ດາ​ແລ້ວ, ​ເຂົ້າ​ເຈົ້າ​ເຄີຍ​ຈັດ​ໃນ​ເວ​ລາ​ຄືນ​ໜຶ່ງ​ເທົ່າ​ນັ້ນ. ໃນ​ມື້​ນັ້ນ, ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ​ບໍ່​ໄດ້​ອອກ​ຈາກ​ເຮືອນ, ບໍ່​ໄດ້​ໄປ​ໄຮ່.

        ສຳ​ລັບ​ຊາວ​ເຜົ່າ H're ພິ​ທີ​ບູ​ຊາ​ຊັບ​ຊ້ອນ​ເຮືອນ​ຊານ​ເອົາ​ບຸນ​ເຕັດ​ຍາມ​ຕົ້ນ​ປີ​ກໍ່​ແມ່ນ​ພິ​ທີ ທີ່​ຂາດ​ບໍ່​ໄດ້. ພິ​ທີ​ບູ​ຊານີ້​ເຖິງວ່າ​ຈະ​ງ່າຍ​ດາຍ​ແຕ່​ຍັງ​ຄົງ​ໄດ້​ຮັບ​ການຮັກສາ​ໄວ້​ຕາມ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ. ທ່ານ ຟ້າມ​ວັນ​ດາດ, ນັກ​ຄົ້ນ​ຄ້​ວາ​ຊົນ​ເຜົ່າ, ໃຫ້​ຮູ້​ວ່າ:

        “ໃນ​ຍາມ​ຕົ້ນ​ປີ, ກ່ອນ​ທີ່​ຫໍ່​ເຂົ້າ​ຕົ້ມ, ຊາວ​ເຜົ່າ H're ເຄີຍຈັດ​ພິ​ທີ​ບູ​ຊາ​ຊັບ​ຊ້ອນ​ເຮືອນ​. ພິ​ທີນີ້​ງ່າຍ​ດາຍ​ທີ່​ສຸດ, ພຽງ​ແຕ່ມີ​ໄຂ່​ໄກ່ ແລະ ໄກ່​ຜູ້, ດ້ວຍ​ຄວາມ​ໝາຍລົບ​ລ້າງສິ່ງ​ບໍ່​ຈົບ​ບໍ່​ງາມ​ໃນປີ​ເກົ່າ ແລະ ຕ້ອນ​ຮັບ​ສິ່ງ​​ທີ່ດີ​ງາມ​​ໃນ​ປີ​ໃໝ່, ເພື່ອ​ໃຫ້​ທຸກ​ຄົນ​ໃນຄອບ​ຄົວ​ໄດ້​ຕ້ອນຮັບບຸນ​ປີ​ໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ເບີກ​ບານ​ມ່ວນ​ຊື່ນ”.

        ໃນ​ໂອ​ກາດ​ບຸນ​ເຕັດ, ຊາວ​ເຜົ່າ H're ຍັງ​ມີຫຼາຍ​ພິ​ທີ​ບູ​ຊາ ແລະ ງານ​ບຸນ​ຕ່າງໆ​ອີກ. ບຸນ​ເຕັດ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ H're ​ເຄີຍຈັດ​ຕັ້ງ​​ແຕ່​ຕົ້ນ​ເດືອນ 2 ເຖິງ​ເດືອນ 3 (​ໄລ່ຕາມ​ຈັນ​ທະ​ປະ​ຕິ​ທິນ). ​ຊາວ​ເຜົ່າ H're ​ໃນແຕ່​ລະໝູ່​ບ້ານ ສາ​ມາດ​ກຳ​ນົດ​ວັນ​ຈັດ​ຕັ້ງ​ບຸນ​ເຕັດສະ​ເພາະ​ໃຫ້​ແກ່ໝູ່​ບ້ານ​ຂອງ​ຕົນ​ໄດ້. ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ, ຊາວ​ເຜົ່າ H're ໄດ້​ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ນັບ​ແຕ່​ອາ​ຫານ, ເຄື່ອງ​ດື່ມ, ການ​ຊັບ​ຊ້ອນ​ເຮືອນ​ຊານ, ແຫຼ່ງ​ນ້ຳ, ເຮັດ​ອະ​ນາ​ໄມ​ທາງ​ບ້ານ, ຜັດ​ຖູ​ຄ້ອງ, ເຄື່ອງ​ດົນ​ຕີ, ກະ​ກຽມ​ເສື້ອ, ກະ​ໂປ່ງງາມ​ທີ່​ສຸດ. ​ໃນ​ຊຸມມື້ນີ້, ບັນ​ຍາ​ກາດງານ​ບຸນ​​​ໄດ້ດຳ​ເນີນ​ໄປຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​​ທົ່ວ​​​​ບ້ານ. ບັນ​ດາ​ພິ​ທີ​ບູ​ຊາ​ໃນ​ໂອ​ກາດ​ຕົ້ນ​ປີ​ຂອງ​ຊາວ​ເຜົ່າ H're  ແມ່ນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ ແລະ ພາ​ວະ​ນາ​ຂໍ​ເທວະ​ດາ​ດົນ​ບັນ​ດານ​ໃຫ້​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ