ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ

(VOVWORLD) -ໃນວັນບຸນສະແດງຕົ້ນກັນຖິນ ແລະ ລາຍການພົບປະແລກປ່ຽນວັດທະນະທຳບັນດາເຜົ່າສ່ວນຫນ້ອຍ ຫວຽດນາມ ດຳເນີນຢູ່ ບ້ານວັດທະນະທຳ ເກີຕູ, ເມືອງ ໄຕຢາງ, ແຂວງ ກວ໋າງນາມ ຫວ່າງແລ້ວນີ້, ບັນດານັກສິລະປະການ, ນັກສະແດງ ທີ່ມາຈາກ 15 ເຜົ່າສ່ວນຫນ້ອຍ ໃນທົ່ວປະເທດ ໄດ້ພ້ອມກັນສະແດງບັນດາວິທີການສ້າງຕົ້ນກັນຖິນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ສຳລັບເຜົ່າ ເກີຕູ ແລ້ວ, ເຈົ້າກົກເຈົ້າເຫລົ່າ ບຣີວໂປ  ພ້ອມກັບພໍ່ແມ່ປະຊາຊົນຕາແສງ ລັງ, ເມືອງ ໄຕຢາງ ໄດ້ຮັບຫນ້າທີ່ແມ່ນສະແດງການສ້າງຕົ້ນກັນຖິນຂອງເຜົ່າຕົນ. ບົດຂຽນຂອງນັກຂ່າວ ທູຮວາ ດ້ວຍຫົວຂໍ້ວ່າ: ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ. 

ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ - ảnh 1 ວັນບຸນສະແດງຕົ້ນກັນຖິນຂອງຊາວເຜົ່າ ເກີຕູ

ພາບ:ອິນເຕີແນັດ

ໃນເຮືອນຫລັງຫນຶ່ງຢູ່ ບ້ານ ອາເຣີ ຕາແສງ ລັງ, ເມືອງ ໄຕຢາງ, ເຈົ້າກົກເຈົ້າເຫລົ່າ ບຣີວໂປ ສະຫລະເວລາຫລາຍເພື່ອແນະນຳການອອກແບບຕົ້ນກັນຖິນຂອງຊາວເຜົ່າ ເກີຕູ ແລະ ອະທິບາຍຢ່າງລະອຽດກ່ຽວກັບແຕ່ລະລວດລາຍ. ນີ້ແມ່ນຊຸມມື້ຄາວຽກຫຍຸ້ງງານທີ່ສຸດເມື່ອທ່ານໄດ້ຮັບການມອບຫມາຍຈາກບັນດາເຈົ້າກົກເຈົ້າເຫລົ່າອື່ນໃນບ້ານ ສະເຫນີ ທ່ານເປັນຜູ້ຫນຶ່ງດຽວມີຄວາມສາມາດອອກແບບຕົ້ນກັນຖິນໄດ້ ແລະ ບັນຊາກອງສິລະປະການພ້ອມກັນສ້າງຕົ້ນກັນຖິນທີ່ເປັນປະເພນີຂອງເຜົ່າ ເກີຕູ ໃນໂອກາດດຳເນີນງານບຸນສະແດງຕົ້ນກັນຖິນຊື່ງຈັດຂຶ້ນເປັນຄັ້ງທຳອິດຢູ່ ເມືອງໄຕຢາງ. ເຈົ້າກົກເຈົ້າເຫລົ່າ ບຣີວໂປ ອອກແບບຕົ້ນກັນຖິນ ຢ່າງລະອຽດລະອໍ, ແລ້ວກໍ່ມີເອກະສານຈົດແຕ້ມຄຳອະທິບາຍລວດລາຍໄປພ້ອມ.

        “ຕົ້ນກັນຖິນຂອງເຜົ່າ ເກີຕູ ມີສອງພາກສ່ວນຕົ້ນຕໍ. ນັ້ນແມ່ນກົກ ແລະປາຍ. ພາກສ່ວນທາງກົກບໍ່ມີຫຍັງ, ແຕ່ຝັງລົງດິນສ່ວນໃດສ່ວນຫນຶ່ງເທົ່ານັ້ນ. ແຕ່ ພິເສດແມ່ນພາກສ່ວນທາງປາຍໄດ້ແບ່ງເປັນສອງສາມສ່ວນ. ຫນຶ່ງແມ່ນສ່ວນທີ່ຢູ່ເທິງສາຍແອວຂອງແມ່ຍິງ, ຊາວເຜົ່າ ເກີຕູ ຖືວ່າ ນີ້ແມ່ນສ່ວນທີ່ງາມກວ່າໝູ່ຂອງແມ່ຍິງ. ທີສອງ ທັງໝົດຂອງພາກສ່ວນນີ້ ເອີ້ນວ່າຕົ້ນໄມ້ໄຜ່ປະເພດຫນຶ່ງ ເຕີບໂຕໄວທີ່ສຸດ , ມີດອກສວຍງາມ ແລະ ມີ ກິ່ນຫອມ. ຍ້ອນການເຕີບໂຕໄວ ແລະ ມີກິ່ນຫອມ ສະນັ້ນ ແຕ່ລະປີ ເມື່ອລະດູການສັກເຂົ້າ ສຳເລັດ, ຊາວເຜົ່າ ເກີຕູເຄີຍເອົາໄມ້ສັກເຂົ້າຂອງຕົນໄປບູຊາ ພາວະນາຂໍໃຫ້ເທວະດາຟ້າແຖນບົນບັນດານໃຫ້ເຂົ້າທີ່ເຂົາເຈົ້າຫາກໍ່ສັກນັ້ນອອກຫນໍ່ໄວ ແລະ ເຕີບໂຕໄວ  ຄືຕົ້ນໄມ້ໄຜ່ນີ້.”

ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ - ảnh 2 ເຈົ້າກົກເຈົ້າເຫລົ່າ ບຣີວໂປ 

ພາບ:ອິນເຕີແນັດ

        ຕາມເຈົ້າກົກເຈົ້າເຫລົ່າ ບຣີວໂປ ແລ້ວ, ໃນແຕ່ລະລວດລາຍຊື່ງທ່ານແຕ້ມກ່ຽວກັບຕົ້ນກັນຖິນນັ້ນ ລ້ວນແຕ່ສະແດງໃຫ້ເຫັນຮູບພາບຊີວິດການເປັນຢູ່ຂອງຊາວເຜົ່າ ເກີຕູ. ຕາມນັ້ນແລ້ວ, ຮູບພາບທີ່ມີຊີວິດຊີວາຂອງບັນດາແມ່ຍິງຊາວເຜົ່າ ເກີຕູ ພວມເມົາມົວກັບວາດຟ້ອນ ຕຸງຕຸງຢາຢາ, ບັນດາກິ່ງດອກໄມ້ ເດີລົມ ໄດ້ແຕກຫນໍ່ຈໍ່ດອກໃນທ່າມກາງປ່າ  ແລະ ສຽງຕ່ຳເຂົ້າດັງຕາມຈັງຫວະໃນທົ່ວທົ່ງໄຮ່.

        “ນີ້ແມ່ນດອກຂອງຕົ້ນໄມ້ໃຜ່ນັ້ນ ແຕ່ຢູ່ກາງດອກໄມ້ໃຜ່ ແມ່ນບັນດາອຸປະກອນເຮັດດ້ວຍໄມ້ໃຜ່, ໄມ້ເຮ້ຍ ແມ່ນເຄື່ອງຮັບໃຊ້ໃນຊີວິດປະຈຳວັນ ທີ່ຂາດບໍ່ໄດ້ຂອງຊາວເຜົ່າ ເກີຕູ. ຕໍ່ມາແມ່ນຮູບເປັນສັນຍາລັກໃຫ້ແກ່ກອງ. ເຈົ້າກົກເຈົ້າເຫລົ່າ ເຜົ່າ ເກີຕູ ສະເຫນີ ຕ້ອງຄວັດແກະສະຫລັກມັງກອນ 2 ໂຕໃສ່ຫນ້າກອງສອງເບື້ອງ.”

ສຳລັບຊາວເຜົ່າ ເກີຕູ ຢູ່ ຕາແສງ ລັງ ເມືອງ ໄຕຢາງແລ້ວ, ທ່ານ ໂປ ແມ່ນ ເຈົ້າກົກເຈົ້າເຫລົ່າ ໄດ້ຮັບການແຕ່ງຕັ້ງຈາກຊາວບ້ານມາເປັນເວລາຫລາຍປີແລ້ວ. ສິ່ງທີ່ປະຊາຊົນທັງໝົດໃນບ້ານເຊີດຊູທ່ານ ຍ້ອນທ່ານມີຄວາມເຂົ້າໃຈຢ່າງກວ້າງເລິກກ່ຽວກັບບ້ານ ເກີຕູ, ກ່ຽວກັບວັດທະນະທຳຂອງຊາວເຜົ່າຕົນ.  ເມື່ອເວົ້າເຖິງຕົ້ນກັນຖິນ, ເຈົ້າກົກເຈົ້າເຫລົ່າ ໂປ ໃຫ້ຮູ້ວ່າ:

“ຕາມຄວາມສຳນຶກຂອງຊາວເຜົ່າ ເກີຕູແລ້ວ, ຕົ້ນກັນຖິນຕ້ອງໄດ້ຮັບການປະດັບປະດາຢ່າງງາມຕາ. ທີສອງ ມັນສ່ອງແສງໃຫ້ເຫັນສິ່ງທີ່ສຳຄັນທີ່ສຸດໃນຊີວິດການເປັນຢູ່ຂອງຊາວເຜົ່າ ເກີຕູ. ແລະ ເພື່ອລະດົມກຳລັງໃຈກັນໃນຊີວິດ, ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວຄືແນວນີ້. ກ່ຽວກັບດ້ານຈິດວິນຍານ, ຊາວເຜົ່າ ເກີຕູ ຖືວ່າ: ມະນຸດງາມ ດ້ານຈິດວິນຍານກໍ່ງາມເຊັ່ນດຽວກັນ, ມະນຸດບໍ່ງາມ ດ້ານຈິດວິນຍານກໍ່ບໍ່ດີ. ສະນັ້ນ ຈຶ່ງສ້າງຕົ້ນກັນຖິນໃຫ້ງາມຕາ ເມື່ອເຊື້ອເຊີນເທວະດາຟ້າແຖນ, ຊາວບ້ານຈະໄດ້ຮັບສິ່ງທີ່ຕົນມີຄວາມມຸ່ງມາດປາດຖະຫນາຢ່າງສະດວກກວ່າ.”

ພາຍຫລັງງານບຸນ, ຕົ້ນກັນຖິນຂອງຊາວເຜົ່າ ເກີຕູ ຢູ່ ຕາແສງລັງ ຖຶກຕັ້ງຂຶ້ນຢູ່ໝູ່ບ້ານວັດທະນະທຳພື້ນເມືອງ ເກີຕູ ຢູ່ເມືອງ ໄຕຢາງ. ຕົ້ນນ້ອຍກວ່າ ຖືກນຳໄປໄວ້ຢູ່ເຮືອນ ເກືອຍ ໝາຍເຖິງສາລາບ້ານຂອງເຜົ່າ ເກີຕູ ໃນເຂດປ່າໂລ່ງເລ່ງ ຢູ່ ອາຊານ. ບໍ່ພຽງແຕ່ແມ່ນຜະລິດຕະພັນນຳໃຊ້ໃນງານບຸນຕ່າງໆເທົ່ານັ້ນ, ເຈົ້າກົກເຈົ້າເຫລົ່າ ໂປ ພ້ອມກັບເພື່ອນຮ່ວມງານໄດ້ສ້າງຕົ້ນກັນຖິນດ້ວຍຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ ແລະ ຄວາມເຊື່ອໝັ້ນວ່າ ນັ້ນຈະແມ່ນຊັບສົມບັດທີ່ປະໄວ້ໃຫ້ເຂດດິນແດນ ໄຕຢາງ. ຈາກນັ້ນ ຈະມີຕົ້ນກັນຖິນຫລາຍໆຕົ້ນໄດ້ຮັບການສ້າງຂຶ້ນ ຈາກແນວຄິດ, ຈິດໃຈຂອງໄວຫນຸ່ມຊາວເຜົ່າ ເກີຕູລຸ້ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ