ເຕົາໄຟໃນຊີວິດດ້ານຈິດວີນຍານຂອງຊາວເຜົ່າຢ້າວ


(vovworld) – ຢູ່​ລາຍ​ເຈົາ, ຊາວ​ຊົນ​ເຜົ່າ​ຢ້າວ​ເຄົາ​ສ່ວນ​ຫຼາຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ເມືອງ​ສິ່ນ​ໂຮ່. ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຊົນ​ເຜົ່າ​ອື່ນໆ​ຢູ່​ເມືອງ​ສິ່ນ​ໂຮ່, ຊາວ​ເຜົ່າ​ຢ້າວ​ເຄົາ​ຖື​ວ່າ, ​ເຕົາ​ໄຟ​ບໍ່​ພຽງ​ແຕ່​ເພື່ອ​ຄົວກິນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍສຳຄັນ​ໃນ​ວັດທະນະທຳ​​ດ້ານຈິດ​ວີນຍານ​ຂອງ​​​ຊົນ​ເຜົ່າຕົນ​ອີກ​ດ້ວຍ. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ຢ້າວ ຍັງ​ຄົງ​ຮັກ

ເຕົາໄຟໃນຊີວິດດ້ານຈິດວີນຍານຂອງຊາວເຜົ່າຢ້າວ - ảnh 1

ເຕົາໄຟຂອງຊາວເຜ່າຢ້າວເຄົາ

(ພາບອິນເຕີແນດ)

       

ຊາວ​ເຜົ່າ​ຢາ​ວ​ເຄົາ​ຢູ່​ສິ່ນ​ໂຮ່, ​​ແຂວງ​ລາຍ​ເຈົາມີ​ທັດສະນະ​ວ່າ, ​​ໃນ​ຄອບຄົວ​ໃດ​ກໍ່​ຕ້ອງ​ມີ​ 3 ເຕົາ​ໄຟ, ຖືກຕັ້ງ​ຢູ່​ 3 ຫ້ອງ​ທີ່​ແຕກ​ຕ່າງ​ກັນ​ໃນ​ເຮືອນ, ດ້ວຍ​ຂໍ້​ກຳນົດ ​ແລະ ການ​ຄະລຳ​​ເຄັ່ງ​ຄັດທີ່​ສຸດ. ​ເຕົາ​ໄຟ​ໃຫຍ່​ກວ່າ​ໝູ່ຖືກ​ຕັ້ງ​ຢູ່​​​ຫ້ອງ​ນ້ອຍ​​ເບື້ອງ​ຊ້າຍ​ຂອງ​ເຮືອນ ​ແລະ ມຸ່ງ​ອອກ​ສູ່​ປະຕູ, ຊາວ​ເຜົ່າ​ຢ້າວ​ເຄີຍ​ເອີ້ນ​ວ່າ “​ຕົ້ມ​ໂຢ໋“. ​ເຕົາ​ໄຟ​​ນີ້​ເຮັດ​ດ້ວຍ​ດິນດາກ, ​ເຄີຍ​ໃຊ້​ເພື່ອ​ຕົ້ມ​ອາຫານ​ໃຫ້​ໝູ, ຕົ້ມ​ເຫຼົ້າ, ​​ເຂົ້າໜົມ ​ແລະ ​ຕົ້ມ​ນຳ້…ເຕົາ​​ໄຟທີ​ສອງຖືກ​ຕັ້ງ​ຢູ່​​ເບື້ອງຊ້າຍ​ຂອງ​​ເຮືອນ​ກໍ່​ເຮັດ​ດ້ວຍດິນດາກ, ​ແຕ່​ນ້ອຍ​ກວ່າ​ເຕົາ​ໄຟ​ທີ​ໜຶ່ງ​​ນ້ອຍໜຶ່ງ, ​ເອີ້ນ​ວ່າ “​ໂຢ່ຕອນ“ ​ແມ່ນ​ໃຊ້​ເພື່ອ​ຄົວກິນ, ຮັບ​ໃຊ້​ການ​ດຳລົງ​ຊີວິດ​ປະຈຳ​ວັນ. ​ສ່ວນເຕົາ​ໄຟ​ທີ​ສາມ​ແມ່ນ​ຕັ້ງ​ຢູ່​ຫ້ອງ​ນ້ອຍ​ເບື້ອງ​ຂວາຂອງ​ເຮືອນ. ​ເຕົາ​ໄຟ​ນີ້​ຖືກ​​ເຮັດເປັນ​​​ເບົ້າຮູບ​ມົນ​ເພື່ອ​ດັງ​ໄຟ​​ໃຫ້​ງ່າຍ. ​ໃຊ້​ເພື່ອ​ຕົ້ມ​ນຳ້, ຝີງ​ໄຟ ​ເຊິ່ງ​ເອີ້ນ​ວ່າ “​ໂຢ່ລາວ“. ​ໃນ​ຈຳນວນ 3 ​ເຕົາ​ໄຟ​ດັ່ງກ່າວ, ​ເຕົາ​ໄຟ​ທີ 2 ​ແມ່ນ​ສຳຄັນ​ກວ່າ​ໝູ່, ດັ່ງ​ນັ້ນ​ຈຶ່ງ​ເອີ້ນ​ວ່າ​ເຕົາ​ໄຟ​ສັກສິດ. ​​ເພາະວ່າ ​ຊາວ​ເຜົ່າ​ຢ້າວ​ເຄົາຖື​ເຕົາ​ໄຟ​ນີ້​ແມ່ນ​ທີ່ຢູ່​ອາ​ໄສຂອງ​ເທວະ​ດາ​ເຕົາ​ໄຟ. ຍ້ອນ​ເຫດ​ນັ້ນ​ບໍ່​ໄດ້​ຢືນ, ນັ່ງ​ຫຼື​ຮ້າຍ​ດ່າ​ເຕົ່າ​ໄຟ​ນີ້. ປ້າ ​ເຕິ໋ນກວາ​ຍລ່ວາງ, ຢູ່​ບ້ານຮ່ວາງ​ໂຮ່, ຕາ​ແສງ​ຟັງ​ໂຊ​ລິນ, ​ເມືອງ​ສິ່ນ​ໂຮ່, ​ໃຫ້​ຮູ້​ວ່າ:

        “​ເຕົາ​ໄຟ​ນີ້​ແມ່ນທີ່​ຢູ່ອາ​ໄສ​ຂອງ​ເທວະ​ດາ​ເຕົາ​ໄຟ, ດັ່ງ​ນັ້ນ​ການ​ຄົວກິນ​ຕ້ອງ​ສະອາດ. ຊາວ​ເຜົ່າ​ຢ້າວ​ເຄົາ​ຍັງ​ຄະລຳ​ບໍ່​ໃຫ້​ນຳ​ເອົາ​ຜ້າອ້ອມ​ຂອງ​ເດັດ​ມາ​ລົນ, ​ແມ່ຍິງ​​ກໍ່ບໍ່​ໄດ້​ນັ່ງ​ຕໍ່ໜ້າ​ເຕົາ​ໄຟ. ຜູ້​ໃຫຍ່​ຕ້ອງ​ບອກສອນ​ໃຫ້​ລູກ​ຫຼານ​ຮູ້​ປະ​ເພນີ ​ແລະ ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ“.

ເຕົາໄຟໃນຊີວິດດ້ານຈິດວີນຍານຂອງຊາວເຜົ່າຢ້າວ - ảnh 2

ເຕົາໄຟທີ່ໃຊ້ເພື່ອຕົ້ມອາຫານໃຫ້ໂຕໝູ ຕົ້ມເຫຼົ້າ ແລະ ຕົ້ມນຳ້ຂອງຊາວເຜ່າຢ້າວເຄົາ

(ພາບອິນເຕີແນດ)

      

​ເພື່ອ​​​ເຮັດ​ເຕົາ​ໄຟ​ທີ 2 ​ໃຫ້​ຮຽບຮ້ອຍ, ບໍ່​ແຕະຕ້ອງ​ເຖິງ​ເທວະ​ດາ, ຊາວ​ເຜົ່າ​ຢ້າວ​ເຄົາ​ຕ້ອງ​ເລືອກ​ເອົາ​ມື້​ສັນ​ວັນ​ດີ, ຕາມ​ທຳ​ມະ​ດາ​ແມ່ນ​ໃນ​ວັນ​ທີ 9, 19, 29 ຕາມ​ຈັນທະ​ປະຕິທິນ​ປະຈຳ​ເດືອນ ຫຼື ​ແຕ່​​ເດືອນ 12 ປີ​ນີ້​ເຖິງ​ທ້າຍ​ເດືອນ 2 ​ໄລ່​ຕາມ​ຈັນທະ​ປະຕິທິນ ​ແມ່ນ​ສາມາດ​​ເຮັດ​ເຕົາ​ໄຟ​ໄດ້ ​ເພາະ​ເຂົາ​ເຈົ້າ​ຖື​ວ່າ​ຮອດຊຸມ​ມື້​ນັ້ນ​ເທວະ​ດາ​ເຕົາ​ໄຟ​ຈະ​ຂຶ້ນ​ຟ້າ. ​ເຕົາ​ໄຟ​ຕ້ອງ​ເຮັດ​ດ້ວຍ​ດິນດາກ​ທີ່​ດີ ​ແລະ ຕ້ອງ​ກະກຽມ​ໄມ້ອັດ 4 ​ແຜ່ນ​ທີ່​ຍາວ 1 ​m, ກວ້າງ 60 cm ​ເພື່ອ​ສ້າງ​ເປັນ​​ຂອບ. ​ເຕົາ​ໄຟ​ມີ​ຮູບສີ່ແຈ​ສາກ, ສູງ 50 cm, ມີ 2 ຮູ​ເພື່ອ​ຕັ້ງ​ໝໍ້​ຄົວກິນ ​ແລະ 2 ປະຕູ​ຂອງ​ເຕົາ​ໄຟ​ ​ກໍ່ຖືກຄວັດ​ໃຫ້​ໃຫຍ່​ພໍດີ​ເພື່ອ​ປະຢັດ​ຟືນ​ໃນ​ເວລາຄົວກິນ. ​ເຕົາ​ໄຟ​ຂອງ​ຊາວ​ເຜົ່າ​ຢ້າວ​ເຄົາ​ສາມາດ​ໃຊ້​ເປັນ​ເວລາ 15-20 ປີ. ​ເອື້ອຍ​ແຈ່ວ​ໜາຍ​ເມັ່ງ, ຢູ່​ບ້ານ​ຕາ​ຝິ່ນ, ​ເມືອງ​ສິ່ນ​ໂຮ່, ​ໃຫ້​ຮູ້​ວ່າ:

        “​ເພື່ອເຮັດເຕົາ​ໄຟ, ຄອບຄົວ​ຂ້າພະ​ເຈົ້າ​ຕ້ອງ​ເລືອກ​ມື້​ສັນ​ວັນ​ດີ​ ​ແລະ ​ດິນດາກ​ສີ​ເຫຼືອງ​ປະ​ເພດ​ທີ່​ດີ​ເພື່ອ​ເຮັດ, ຄື​ແນວ​ນັ້ນ​ເຕົາ​ໄຟ​ຈຶ່ງ​ໃຊ້​ໃນ​ໄລຍະ​ຍາວ​ໄດ້. ການ​ເຮັດເຕົາ​ໄຟລະອຽດ​ຮຽບຮ້ອຍ​ຄື​ແນວ​ນັ້ນ​ຈຶ່ງບໍ​ເປືອງຟືນ ​ແລະ ​ເທວະ​ດາ​ເຕົາ​ໄຟຈະດົນບັນດານ​ໃຫ້​ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ“.

ເຕົາໄຟໃນຊີວິດດ້ານຈິດວີນຍານຂອງຊາວເຜົ່າຢ້າວ - ảnh 3

ເຕົາໄຟທີສອງທີ່ໃຊ້ເພື່ອຄົວກິນຂອງຊາວເຜ່າຢ້າວເຄົາ

(ພາບອິນເຕີແນດ)

​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ຢາ​ວ​ເຄົາ. ວຽກ​ງານ​ສຳຄັນ​ທັງ​ໝົດ​ຂອງ​ຄອບຄົວ​ລ້ວນ​ແຕ່​ຖືກ​ຈັດ​ຕັ້ງ​ຢູ່​ຫ້ອງ​ຕັ້ງ​ເຕົາ​ໄຟ​ທີ 2 ນີ້. ​ຊາວເຜົ່າ​ຢ້າ​ວ​ເຄົາ​ຖື​ວ່າ, ຖ້າ​ບໍ່​ຄະລຳ​ໄດ້​ດີ, ຄອບຄົວ​ຈະ​ປະສົບ​ກັບ​ຄວາມ​ສ່ຽງ. ພິ​ເສດ​ແມ່ນ​ໃນ​ໂອກາດ​ບຸນ​ເຕັດ (ບຸນປີ​ໃໝ່​ປະ​ເພນີ), ​ເຕົາ​ໄຟ​ນີ້​ຍາມ​ໃດ​ກໍ່​ມີ​ໄຟ, ຮູບ​ພາບ​ໄຟ​ໄໝ້ ​ແລະ ຖ່ານ​ແດງ​ເປັນ​ຍາ​ສາ​ລັກ​ໃຫ້​ຄູ່​ຕາ​ຂອງ​ບັນພະບຸລຸດ​. ຍ້ອນ​ເຫດ​ນັ້ນ​ຮອດ​ວັນ​ທີ 1 ຂອງ​ບຸນ​ເຕັດ, ຊາວ​ເຜົ່າ​ຢ້າວ​ທຸກ​ຄົນ​ລ້ວນ​ແຕ່​ຈູດ​ທູບ​ທຽນ, ຕິດ​ເຈ້ຍ​ບູຊາ​​ເທວະ​ດາ​ເຕົາ​ໄຟ​ຢູ່​ປະຕູ​ຫ້ອງ​ຕັ້ງ​ເຕົາ​ໄຟ​ນີ້. ​ເມື່ອ​ເວົ້າ​ເຖິງ​ລັກສະນະ​ພິ​ເສດ​ຂອງ​ເຕົາ​ໄຟ​ສຳລັບ​ຊາວ​ເຜົ່າ​ຢ້າ​ວ​ເຄົາ. ທ່ານ ​ເຕິ໋ນກິມຟູ, ນັກ​ສິລະ​ປະການ​ຄົ້ນ​ຄ້ວາ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ຢ້າ​ວ ຢູ່​ເມືອງ​ສິ່ນ​ໂຮ່, ​ໃຫ້​ຮູ້​ວ່າ:

        “ຢູ່​ສິ່ນ​ໂຮ່. ພຽງ​ແຕ່​ຊົນ​ເຜົ່າ​ຢ້າວ​ເຄົາ​ຈຶ່ງ​ມີ​ເຕົາ​ໄຟ​ແບບ​ນີ້. ​ເຕົາ​ໄຟ​ນີ້​ບໍ່​ພຽງ​​ແຕ່​ສ້າງ​ຄວາມ​ສະດວກ​​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ​ອີກ​ດ້ວຍ. ນັ້ນ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢາ​ວ​ເຄົາ​ທີ່​ມີ​ມາ​ແຕ່​ດົນ​ນານ. ​ເຖິງ​ວ່າ​ປະຈຸ​ບັນ​ໄດ້​ມີ ​ເຕົາແກ​ດ ​ແລະ ​​ເຕົາໄຟຟ້າ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ຢ້າວ​ເຄົາ​ຍັງ​ນິຍົມ ​ແລະ ມີ​ຄວາມ​ຊິນ​ເຄີຍ​ນຳ​ໃຊ້​ເຕົາ​ໄຟ​ຂອງ​ຊົນ​ເຜົ່າ​ຕົນ​ຢູ່



ເຕົາໄຟໃນຊີວິດດ້ານຈິດວີນຍານຂອງຊາວເຜົ່າຢ້າວ - ảnh 4

ເຕົາໄຟທີສາມຂອງຊາວເຜ່າຢ້າວເຄົາ

(ພາບອິນເຕີແນດ)

ທັດສະນະຂອງ​ຊາວ​ເຜົ່າ​ຢ້າວ​ເຄົາ​ຢູ່​ເມືອງ​ສິ່ນ​ໂຮ່, ​ແຂວງ​ລາຍ​ເຈົາທີ່​ວ່າ​ໃນ​ເຮືອນ​ມີ 3 ​ເຕົາ​ໄຟນັ້ນ​ຍັງ​ຄົງ​ຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ. ​ແຕ່ລະ​ເຕົາ​ໄຟ​ກໍ່​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ, ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ເມື່ອ​ບຸນ​ເຕັດ​ວຽນມາ​ຄອບຄົວ​ຊາວ​ເຜົ່າ​ຢ້າວ​ເຄົາ​ກໍ່​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ເຕົາ​ໄຟ ​ແລະ ​ເລົ່າ​​​ໃຫ້​ກັນ​ຟັງ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ, ບັນດາ​ເລື່ອງ​ນິທານ, ​ເທບ​ນິຍາຍ ​ແລະ ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ ​ທີ່ມາ​ແຕ່​ດົນ​ນານຈົນ​ຮອດ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ