ເພງພື້ນເມືອງຂອງຊາວເຜົ່າ H're

(vovworld) - ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ H're ແມ່ນຮູບ​ການ​ສິ​ລະ​ປະ​ຂັບ​ຮ້ອງ​ທີ່​ໄດ້ຮັບ​ຄວາມ​ນິ​ຍົມ​ຈາກຫຼາຍ​ຄົນ, ໃນ​ນັ້ນ​ບັນ​ດາ​ທຳ​ນອງ​ເພງ H'choi (Ka choi) ແລະ Ta teu (K leu) ​ແມ່ນສັນ​ຍາ​ລັກ​ຂອງຊາວ​ເຜົ່າ H're . ໃນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ປະ​ຈຳ​ວັນ, ຊາວ​ເຜົ່າ H're ສາ​ມາດ​ຂັບ​ຮ້ອງເພງ​ພື້ນ​ເມືອງ​ຢູ່​ທຸກ​ແຫ່ງ, ທຸກ​ເວ​ລາ, ພາຍຫຼັງ​ການ​ອອກ​ແຮງ​ງານ, ຫຼື​ໃນ​ງານ​ບຸນ, ໃນ​ການ​ລະຫຼິ້ນ.
ເພງພື້ນເມືອງຂອງຊາວເຜົ່າ H're - ảnh 1
(ພາບປະກອບ)

        ກໍ່​ເຊັ່ນ​ດຽວ​ກັບ​ບັນ​ດາຊົນ​ເຜົ່າ​ອ້າຍ​ນ້ອງ​ຢູ່​ເຂດ​ສາຍ​ພູຫຼວງ - ໄຕ​ງວຽນ, ຊາວ​ເຜົ່າ H're ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ດົນ​ຕີ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​, ດ້ວຍຫຼາຍ​ຮູບຫຼາຍ​ແບບ. ຊາວ​ເຜົ່າ H're ມີ​ເລື່ອງ​ລາວ​ບູ​ຮານຫຼາຍ​ເລື່ອງ, ເຂົາ​ເຈົ້າ​ມັກ​ແຕ່ງ​ບົດ​ກະ​ວີ ແລະ ນິ​ຍົມ​ຂັບ​ຮ້ອງ. ຊາວ​ເຜົ່າ H're ມີ​ເຄື່ອງ​ດົນ​ຕີ​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ, ​ເປືອກໝາກ​ນຳເຕົ້າ​ແຫ້ງຫຼາຍ​ປະ​ເພດ​ຄື: ພິນ brook, ຂຸ່ຍ Talia, ປີ popel, ຊໍ radang, “ຄ້ອງ​ໄມ້​ໄຜ່” ching kala. ສິ່ງ​ພິ​ເສດ​ນັ້ນແມ່ນ, ເຄື່ອງ​ດົນ​ຕີ​​ເຫຼົ່າ​ນັ້ນເກືອບ​ທັງ​ໝົດລ້ວນ​ແຕ່​​ຖືກນຳ​ໃຊ້​ໃນ​ການ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ. ບັນ​ດາ​ບົດ​ເພງ​ພື້ນ​ເມືອງ ແລະ ວິ​ທີ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ຂອງຊາວ​ເຜົ່າ H're ​​ມີ​ຈຸດ​ພິ​ເສດ ແລະ ມີ​ສີ​ສັນ​ສະ​ເພາະ​ຂອງຊາວ​ເຜົ່າ H're . ທ່ານ ວີ​ເຕິ໋ນ​ບາວ, ນັກ​ຮຽບ​ຮຽງ, ຄົ້ນ​ຄ້​ວາ​ດົນ​ຕີ​ພື້ນ​ເມືອງ, ໃຫ້​ຮູ້​ວ່າ:

        “ໃນ​ໂອ​ກາດ​ບຸນ​ເຕັດ, ງານດອງ ຫຼື​ໃນ​ການ​ເຄື່ອນ​ໄຫວ​ລະຫຼິ້ນ, ຊາວ​ເຜົ່າ H're ເຄີຍ​ຂັບ​ຮ້ອງ​ທຳ​ນອງ​ເພງ Ka choi, Ka leu… ໃຫ້​ກັນ​ຟັງ. ​​ແລະ ຂັບ​ຮ້ອງ​ພ້ອມ​ກັບ​ສຽງ​ຄ້ອງ​ຕາມ​ທຳ​ນອງ​ເອີ້ນ​ວ່າ ຈິງ​ຕົກ ຫຼື​ຂັບ​ຮ້ອງ​ພ້ອມ​ກັບ​ສຽງ​ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ H're, ​​ບັນ​ດາ​ບົດ​ເພງ​ພືນ​ເມືອງ​ມີ​ເນື້ອ​ໃນ​ຍ້ອງ​ຍໍ​ບ້ານ​ເກີດ​ເມືອງນອນ, ຍ້ອງ​ຍໍ​ການ​ດຳ​ລົງ​ຊີ​ວິດ, ການ​ອອກ​ແຮງ​ງານ, ພິ​ເສດ​ແມ່ນ​ຄວາມ​ຮັກ​ລະ​ຫວ່າງ​ບ່າວ​ສາວ. ຊາວ​ເຜົ່າ H're ຂັບ​ຮ້ອງ​ເພງ​ພື້ນ​ເມືອງເພື່ອ​ແບ່ງ​ປັນ​ອາ​ລົມ​ຈິດ, ແນວ​ຄິດ​ຈິດ​ໃຈ​ໃນ​​ການ​ດຳ​ລົງ​ຊີ​ວິດ ແລະ ການ​ຜະ​ລິດ”.

        ໃນ​ພື້ນ​ຖານ​ດົນ​ຕີພື້ນ​ເມືອງ​ຂອງຊາວ​ເຜົ່າ H're ນັ້ນ, ທຳ​ນອງ​ດົນ​ຕີ Kaleu, Kachoi (ຂັບຖາມ​ຕອບ​ລະ​ຫວ່າງ​ຍິງ​ຊາຍ) ແມ່ນ​ບັນ​ດາ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ H're. Kachoi ແມ່ນ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ມີ​ຫຼາຍຈັ່ງ​ຫວະ ແລະ ມີຫຼາຍ​ບົດ​ທີ່​ສຸດ, ສ່ວນ Kaleu ພຽງ​ແຕ່​ມີ​ທຳ​ນອງ​ດຽວ​ເທົ່າ​ນັ້ນ. ທຳ​ນອງດົນ​ຕີ Kachoi ແມ່ນ​ເຄີຍມີ​ຢູ່​ແລ້ວ, ສ່ວນ​ເນື້ອ​ໃນ​ບົດ​ເພງ​ໂດຍ​ຜູ້​ຂັບ​ຮ້ອງ​ແຕ່ງ​ເອງ​ຢູ່​ກັບ​ທີ່​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ, ດັ່ງ​ນັ້ນ​ສາ​ມາດ​ຂັບຫຼາຍ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ສະ​ບາຍ. ໃນ​ໂອ​ກາດ​ບຸນເຕັດ, ພິ​ທີ​ບູ​ຊາ, ງານດອງ ຫຼື​ໃນ​ການ​ລະຫຼິ້ນ​ບັນ​ເທິງ. ພາຍຫຼັງ​ດື່ມ​ເຫຼົ້າ​ໄຫ​ແລ້ວ, ຊາວ​ເຜົ່າ H're ເຄີຍ​ຂັບ​ຮ້ອງ​ທຳ​ນອງ​ເພງ​ Kaleu, Kachoi ​ເພື່ອ​ແລກ​ປ່ຽນ, ແບ່ງ​ປັນ​ແນວ​ຄິດ​ຈິດ​ໃຈ​ນຳ​ກັນ, ຫຼື​ສະ​ແດງ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ຂັບ​ຖາມ​ຕອບ​ກັບ​ທຸກ​ຄົນ. ມີ​​ບາງ​ຄູ່​ສາ​ມາດ​ຂັບ​ຕະຫຼອດ​ຄືນ, ເຮັດ​ໃຫ້​ບັນ​ຍາ​ກາດ​ໃນງານ​ບຸນ​ຍາມ​ລະ​ດູ​ບານ​ໃໝ່ມີ​ຄວາມ​ຟດ​ຟື້ນ, ອົບ​ອຸ່ນ ແລະ ມີ​ຄວາມ​ໝາຍກວ່າ.

ເພງພື້ນເມືອງຂອງຊາວເຜົ່າ H're - ảnh 2
(ພາບປະກອບ)

        ຊາວ​ເຜົ່າ H're ເຄີຍ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ເພື່ອ​ສະ​ແດງ​ຄວາມ​ຮັກ, ຄວາມ​ໃນ​ໃຈ, ແຮກ​ສ່ຽວ​, ຫຼື​ແລກ​ປ່ຽນ​ເນື້ອ​ໃນ​ວຽກ​ງານ​ໃດ​ໜຶ່ງ. ຜ່ານ​ການ​ຂັບ​ຖາມ​ຕອບ​, ຄຳ​ກາບກອນ, ດົນ​ຕີ​ເພື່ອ​ສະ​ແດງ​ອາ​ລົມ​ຈິດ​ຂອງ​ຕົນ. ພິ​ເສດ, ​ຖ້າ​ຫາກ​ທັງ​ສອງ​ຄົນ​ລ້ວນ​ແຕ່​ຮູ້​ເປົ່າ​ປີ່, ທັງ​ຂັບ​ຮ້ອງ, ທັງ​ເປົ່າ​ປີ່​ໄດ້, ຈະ​ສ້າງ​ຄວາມ​ດຶງ​ດູດ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ກວ່າ.

        ຜ່ານ​ການ​ເວ​ລາ, ບັນ​ດາ​ຮູບ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ພິ​ທີ​ງານ​ບຸນ, ດົນ​ຕີ​ພື້ນ​ເມືອງ​ຂອງຊາວ​ເຜົ່າ H're ພວມ​ຄ່ອຍໆ​ເສື່ອມ​ເສຍ​ໄປ. ຈຳ​ນວນ​ນັກ​ສິ​ລະ​ປະ​ການຊາວ​ເຜົ່າ H're, ​ຜູ້​ທີ່ຮູ້​ຂັບ​ຮ້ອງ, ດົນ​ຕີ​ແລະ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ດົນ​ຕີ ແລະ ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ນັບ​ມື້​ນັບ​ໜ້ອຍ​ລົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ H're ຍັງ​ມີ​ນັກ​ສິລະ​ປະການ ດິງງອກ​ຊູ, ຢູ່​ເມືອງ ​ເຊີນ​ຮ່າ, ​ແຂວງ ກວາງ​ຫງາຍ ມີ​ຄວາມ​ສາມາດ​ທັງ​ປະດິດເຄື່ອງ​ດົນຕີ, ທັງ​ຫຼິ້ນ​ດົນຕີຫຼາຍ​ປະ​ເພດ, ທັງ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ຂອງຊາວ​ເຜົ່າ H're ​ໄດ້, ທ່ານ​ກໍ່​ແມ່ນ​ຜູ້​ທີ່​ຍັງ​ຈື່​ຈຳ ​ແລະ ຮຽບຮຽງ​ບົດ​ເພງ​ພື້ນ​ເມືອງ​​ເກົ່າຂອງ​ຊາວ​ເຜົ່າ H're ​ໄດ້​ຫຼາຍ​ບົດ. ຍ້ອນ​ເຫດ​ນັ້ນ, ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ໄດ້​ຕີ​ລາຄາ​ ບັນດາ​ນັກ​ສິລະ​ປະການ​ຄື​ທ່ານ ດິງງອກ​ຊູ ຄື​ດັ່ງ​​ເພັດ​ມະນີ​ອັນ​ລ້ຳ​ຄ່າ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ ດິງງອກ​ຫວູ, ​ໃຫ້​ຂໍ້​ສັງ​ເດ​ກວ່າ:

        “ນັກ​ສິລິ​ປະການ ດິງງອກ​ຊູ ​ແມ່ນ​ຜູ້​ຮັກສາ​ວີນຍານ​ໃຫ້ຊົນ​ເຜົ່າ H're ​, ທ່ານ​ສາມາດ​ຂັບ​ຖາມ​ຕອບ​ກັນ​ມ່ວນ​ທີ່​ສຸດ. ພິ​ເສດ, ທ່ານ​ຍັງ​ປະດິດ​ແຕ່ງ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ H're ​ ​ໄດ້​ຫຼາຍ​ປະ​ເພດ. ຂະ​ແໜງ​ວັດທະນະທຳ​ພວມ​ສົມທົບ​ກັບ​ທ່ານ​ເພື່ອ​ເປີດ​ບັນດາ​ຊຸດ​ຮຽນ​ກ່ຽວ​ກັບ​ການ​ປະດິດ​​​ເຄື່ອງ​ດົນຕີ ​ແລະ ວິທີ​ນຳ​ໃຊ້​ເຄື່ອງ​ດົນຕີປະ​ເພດ​ຕ່າງໆ, ກໍ່​ຄື​ຂັບ​ຮ້ອງ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ H're “.

        ​ໃນ​ງານ​ປະ​ກວດ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ທົ່ວ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ທຳນອງ​ເພງ​ພື້ນ​ເມືອງ ​ແລະ ສຽງ​ດົນຕີ​ຂອງ​ຊາວ​ເຜົ່າ H're ​​ໄດ້​ສ້າງ​ຄວາມ​ ​ດູດ​ດື່ມ​ໃຫ້​ແກ່ຜູ້​ຊົມ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນັກ​ສິລະ​ປະການ ດິງງອກ​ຊູ ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ ​ແລະ ​ເສບ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ H're ​​ຢູ່ ສ​ເກົາຫຼີ. ຢູ່​ທີ່​ນີ້​ທ່ານ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້​ຊົມ​ປະ​ເທດ​ຕ່າງໆ. ​ເລື່ອງ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ພັດທະນາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາວ​ເຜົ່າ H're ​​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ວັດທະນະທຳ ​ແລະ ນັກ​ສິລະ​ປະການ ດິງງອກ​ຊູ ​ໄດ້​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ ຫວຽດນາມ ທີ່​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ