10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ

  

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 1

ເຫດ​ການ​ທີ 1 : ປະ​ເທດ​ອັງ​ກິດ​ຖອນອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ-EU(Brexit)
ວັນ​ທີ 24/6/2016 ໄດ້​ເຂົາ​ສູ່​ປະ​ຫວັດ​ສາດອັງ​ກິດ ແລະ EU ຂະ​ນະ​ທີ່​ມີ​ເຖິງ 51,9% ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ​ໄປ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບໃນ​ການ​ລົງ​ປະ​ຊາ​ມະ​ຕິ. ອັງ​ກິດຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ EU ຖືກ​ສູນ​ເສຍ​ສະ​ມາ​ຊິກ​ໜຶ່ງ​ທີ່​ສຳ​ຄັນ​ຊຶ່ງ​ມີ​ສຽງ​ເວົ້າ​ຕັດ​ສິນ​ໃນ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຂອງ EU. ກ່ອນ​ອື່ນ​ໝົດ, ຜົນ​ກະ​ທົບ​ຂອງ Brexit ໄດ້​ເຮັດ​ໃຫ້ທີ່​ຕັ້ງ​ບົດ​ບາດ​ຂອງ EU ຊຶ່ງ ເປັນ​ຕະຫຼາດ​ຮ່ວມ​ໃຫຍ່ກວ່າ​ໝູ່​ໃນ​ໂລກຖືກ​ອ່ອນ​ແອ​ລົງ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 2

ຫດ​ການ​ທີ 2 . ມະ​ຫາ​ເສດ​ຖີ Donald Trumph ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ

    ດ້ວຍ​ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​ຄື​ໄດ້​ຮັບ​ 70 ບັດ​ສະ​ໜັບ​ສະ​ໜູນ​ຂອງບັນ​ດາ​ຜູ້​ຕາງ​ໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ Donald Trumph, ຜູ້​ສະ​ໝັກ​ເລືອກ​ຕັ້ງ​ສັງ​ກັດ​ພັກ​ສາ​ທາ​ລະ​ນະ​ໄດ້​ເອົາ​ຊະ​ນະ​ຕໍ່​ຄູ່​ແຂ່ງ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ ທ່ານ​ນາງ Hillary Clinton ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປີ 2016 ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ​ໄດ້​ຝາກ​ຝັງ​ຄວາມ​ເຊື່ອ​ໝັ້ນ​ຍ້ອນ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຮັດ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ກັບ​ຄືນ​ສູ່​ຄວາມ​ເຂັ້ມ​ແຂງ, ​ຈະ​ເລີນ​ຮຸ່ງ​ເຮືອງ. ຊາວ​ອາ​ເມ​ລິ​ກາ​ປາດ​ຖະ​ໜາ​ວ່າ ໃນ 4 ປີ​ທີ່​ຈະ​ມາ​ເຖິງ, ປະ​ເທດ​ອາ​ເມ​ລິ​ກາ​ຈະ​ມີ​ການ​ປ່ຽນ​ແປງ, ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຈະ​ຂະ​ຫຍາຍ​ຕົວ, ອັດ​ຕາ​ການ​ວ່າງ​ງານຫຼຸດ​ລົງ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ​ພ້ອມ​ກັບ​ບັນ​ດາ​ກິດ​ຈະ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໄດ້​ນຳ​ມາ​ເຊິ່ງ​ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ກ່​ວາ​ໃຫ້​ແກ່​ເຂົາ​ເຈົ້າ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 3

ຫດ​ການ​ທີ 3.  ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ PCA ໄດ້​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ບັນ​ດາການ​ຂັດ​ແຍ້ງ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ.    ວັ​ນ​ທີ 12/7, ພາຍຫຼັງ​ດຳ​ເນີນ​ການ​ແກ້​ໄຂກໍ​ລະ​ນີ​ຮ້ອງ​ຟ້ອງມາ​ເປັນ​ເວ​ລາ 3 ປີ,  ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ PCA ຢູ່​ລາ​ໄຮ​ປະ​ເທດ​ໂຮນ​ລັງ​ໄດ້​ອອກ​ຄຳ​ຕັດ​ສິນ​ຕໍ່​ກໍ​ລະ​ນີ​ຮ້ອງ​ຟ້ອງ​ຈີນ​ຂອງ​ຟີ​ລິບ​ປິນ​ກ່ຽວ​ກັບ​ການ​ທ່ວງ​ເອົາ​ “ບັນ​ດາສິດ​ປະ​ຫວັດ​ສາດ”ຂອງ​ຈີນ​ສຳ​ລັບ​ບັນ​ດາ​ບໍ​ລິ​ເວນ​ທະ​ເລ​ທີ່ນອນ​ໃນ​ຂອບ​ເຂດ “ເສັ້ນ​ລີ້ນ​ງົວ 9 ຕອນ” ແມ່ນ​ໄປ​ຝືນ​ກັບ​ສົນ​ທິ​ສັນ​ຍາ​ຂອງ ສ.ປ.ຊ​ ກ່ຽວ​ກັບກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982; ຈີນບໍ່​ມີ​ຖາ​ນະ​ດ້ານ​ປະ​ຫວັດ​ສາດ​ສຳ​ລັບ​ບັນ​ດາ​ບໍ​ລິ​ເວນ​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບໍ່​ມີ​ພື້ນ​ຖານ​ດ້ານ​ນິ​ຕິ​ທຳ​ເພື່ອ​ຍົກ​ອອກ​ບັນ​ດາ​ຖະ​ແຫຼງ​ການ​ກ່ຽວ​ກັບ“ບັນ​ດາສິດ​ປະ​ຫວັດ​ສາດ” ສຳ​ລັບ​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃນຂອບ​ເຂດ “ເສັ້ນ​ລີ້ນ​ງົວ 9 ຕອນ”. ແຕ່​ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ຕັດ​ສິນ​ຂອງ​ສານ, ຈີນ​ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ປີນ​ຂັ້ນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເປັນ​ຕົ້ນ​ແມ່ນ​ຢູ່​ບໍ​ລິ​ເວນ​ໝູ່​ເກາະ​ເຈື່ອງຊາ ແລະ ຮ່​ວາງ​ຊາ​ຂອງ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ ກໍ​ເປີດ​ກ້​ວາງ ໃຫ້​ກໍ່​ສ້າງບັນ​ດາ​ເກາະ​ທຽ​ມ ແລະ ໄດ້​ຈັດ​ສົ່ງ​ເຮືອ​ບິນ, ລູກ​ສອນ​ໄພ, ອາ​ວຸດ​ຍຸດ​ທະ​ພັນ​ໄປ​ຍັງ​ເກາະ​ທຽມ, ຈັດ​ສົ່ງ​ເຮືອ​ບິນ​ບັນ​ທຸກ​ຜູ້​ໂດຍ​ສານ​ໄປ​ຍັງ​ໝູ່​ເກາະ​ຮ່​ວາງ​ຊາ; ດຳ​ເນີນ​ການ​ຊ້ອມ​ຮົບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 4

ເຫດ​ການ​ທີ 4. ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ.     ວັນ​ທີ 4/11/2016, ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການພາຍຫຼັງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ 72 ປະ​ເທດ​ຊຶ່ງກວມ​ເອົາ​ກວ່າ 56% ປະ​ລີ​ມານ​ອາຍ​ພິດ​ເຮືອນ​ແກ້ວ. ກ່ອນ​ໜ້ານັ້ນ, ໃນ​ວັນ​ໜ່ວຍ​ພິ​ພົບ 22/4, ຜູ້​ຕາງ​ໜ້າ​ຂອງ 175 ປະ​ເທດ​ໃນ​ໂລກ​ໄດ້​ລົງ​ນາມ​ໃນ ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູູ່​ສຳ​ນັກ​ງານ ສ.ປ.ຊ ທີ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ໄດ້​ຜ່ານ​ຜ່າ​ຜົນ​ປະ​ໂຫຍດ​ສ່​ວນ​ຕົວ, ຢື​ນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ເປົ້າ​ໝາຍ​ຕ້ານ​ຄືນ​ຄວາມ​ອຸ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 5

ເຫດ​ການ​ທີ 5 . ແຫຼມ​ເກົາຫຼີ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ   ສ.ປ.ປ.ເກົາຫຼີ ປະ​ຕິ​ບັດ​ການ​ທົດ​ລອງ​ລູກ​ລະ​ເບີດ​ປະ​ລະ​ມາ​ນູ​ເມື​່ອ​ເດືອນ 1 ແລະ ໄດ້​ດຳ​ເນີນ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຕິດ​ຫົວ​ນິວ​ເຄຼຍ​ຢ່າງ​ສຳ​ເລັດ​ຜົນເມື່ອ​ເດືອນ 9 ປີ 2016. ຫາງ​ສຽງ​ໂລກ​ໄດ້​ຄັດ​ຄ້ານ​ຢ່າງ​ຮຸ​ນ​ແຮງ​ບັນ​ດາ​ກໍ​ລະ​ນີ​ທົດ​ລອງ​ນິວ​ເຄຼຍ​ຂອງ ສ.ປ.ປ.ເກົາຫຼີ ແລະ ຖື​ວ່າ ບັນ​ດາ​ການ​ທົດ​ລອງນີ້​ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ໃນ​ຂະ​ນະ​ນັ້ນ, ສ.ເກົາຫຼີ​ພັດ​ຖືກ​ຕົກ​ເຂົ້​າສູ່ວິ​ກິດ​ການ​ການ​ເມືອງ​ທີ່​ຮ້າຍ​ແຮງ ອັນ​ໄດ້​ພາ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ Park Geun-hye ຖືກ​ໂຈະ​ການ​ດຳ​ລົງ​ຕຳ​ແໜ່ງ​ໄວ້​ຊົ່ວຄາວ.
10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 6


ເຫດ​ການ​ທີ 6. ທ່ານ Antonio Guterres ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ​່ ສ.ປ.ຊ

     ສະ​ມັດ​ຊາ​ໃຫຍ່ ສ.ປ.ຊ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ສະ​ເໜີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ເລືອກ​ເອົາ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີປອກ​ຕຸຍ​ການ ທ່ານ Antonio Guterres ເປັນ​ເລ​ຂາ​ທິ​ການ​ໃຫຍ​່ ສ.ປ.ຊ ແທນ​ໃຫ້​ທ່ານ Ban Ki Moon. ທ່ານ Antonio Guterres ອາ​ຍຸ 67 ປີ ແມ່ນເລ​ຂາ​ທິ​ການ​ໃຫຍ​່ຄົນ​ທີ 9 ຂອງ ສ.ປ.ຊ ດ້ວຍ​ອາ​ຍຸ​ການ​ແກ່​ຍາວ​ແຕ່​ວັນ​ທີ 1/1/2017 – 31/12/2022. ສິ່ງ​ທ້າ​ທາຍໃຫຍ່ກວ່າ​ໝູ່​ສຳ​ລັບ ເລ​ຂາ​ທິ​ການ​ໃຫຍ​ຄົນ​ໃໝ່​ຂອງ ສ.ປ.ຊ, ນັ້ນ​ແມ່ນ​ຕ້ອງ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ໃນ​ມະ​ຫາ​ຄອບ​ຄົວ ສ.ປ.ຊ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 7

ເຫດ​ການ​ທີ 7. ໂລກ​ສັ່ນ​ສະ​ເທື່ອນ​ພາຍຫຼັງ​ກໍ​ລະ​ນີ​ຮົ່ວ​ໄຫຼ “ສຳ​ເນົາ​ເອ​ກະ​ສາ​ນປາ​ນາ​ມາ”

     “ສຳ​ເນົາ​ເອ​ກະ​ສາ​ນ ປາ​ນາ​ມາ” ປະ​ກອບ​ດ້ວຍ​ເອ​ກະ​ສານ​ປະ​ມານ 11,5 ລ້ານ​ສະ​ບ​ັບ ໄດ້​ຖືກ​ໜັງ​ສື​ພິມ​ສະ​ບັບ​ໜຶ່ງ​ຂອງ​ເຢຍ​ລະ​ມັນແບ​່ງ​ປັນກັບ​ສະ​ຫະ​ສະ​ມາ​ຄົມ​ນັກ​ຂ່າວສາ​ກົນ ແລະ ໜັງ​ສື​ພິມກວ່າ 100 ສະ​ບັບ​ຢູ່​ເກືອບ 80 ປະ​ເທດ. “ສຳ​ເນົາ​ເອ​ກະ​ສາ​ນ ປາ​ນາ​ມາ” ຊຶ່ງ​ລວມ​ມີ​ບັນ​ດາ email, ຂ່​່າວ, ຮູບ​ພາບ​ທີ່​ກ່ຽວ​ຂ້ອງ​ເຖິງ 214 ບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ຊ່ວຍ​ລູກ​ຄ້າ​ຜູ້​ຮັ່ງ​ມີ​ທີ່​ໜີ້​ພາ​ສີ ແລະ ຟອກ​ເງິນ​ແຕ່​ກາງ​ທົດ​ສະ​ວັດ 1970 ຫາ​ປີ 2016. ມີ​ບັນ​ດາ​ນັກ​ການ​ເມືອງ, ນັກ​ກິ​ລາ​ທີ່​ມີ​ຊື່​ສຽງ, ມະ​ຫາ​ເສດ​ຖີ, ຫົວ​ໂປ​ກຸ່ມ​ຄ້າ​ຂາຍ​ຢາ​ເສບ​ຕິດຫຼາຍ​ຄົນ…ໄດ້ມີ​ຊື່ໃນ​ສຳ​ເນົາ​ເອ​ກະ​ສານ​ດັ່ງ​ກ່າວ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 8
ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກການ​ບຸກ​ໂຕມ​ຕີ​ຢູ່ Nice. ( Reuters)
ເຫດ​ການ​ທີ 8. ເຫດກໍ່​ການ​ຮ້າຍ​ອັນ​ນອງ​ເລືອດ​ໄດ້​ເກີດ​ຂຶ້ນ​ຢູ່ຝະ​ລັ່ງ ແລະ ຫຼາຍ​ປະ​ເທດ​ເອີ​ລົບ     ໃນ​ວັນ​ຊາດ​ຂອງ​ຝະ​ລັ່ງ, ມີ​ບຸກ​ຄົນ​ກໍ່​ການ​ຮ້າຍ​ໄດ້​ຂັບ​ລົດ​ບັນ​ທຸກ​ຕຳ​ໃສ່​ກຸ່ມ​ຄົນ​ພວມ​ເຕົ້າ​ໂຮມ​ຢູ່​ນະ​ຄອນ Nice, ອັນ​ໄດ້​ເຮັດ​ໃຫ້ 84 ຄົນ​ເສຍ​ຊີ​ວິດ ແລະ ນັບ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ມີ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​​ດ້ວຍ​ລົດ​ໂອ​ໂຕ​ຄ້າຍ​ຄື​ກັນ ກໍ​ໄດ້ເກີດ​ຂຶ້ນ​ຢູ່​ເຢັຍ​ລະ​ມັນ​ເມື່ອ​ທ້າຍ​ເດືອນ 12. ບຸກ​ຄົນ​ກໍ່​ການ​ຮ້າຍ​ໄດ້​ຂັບ​ລົດ​ຕຳ​ໃສ່​ເຂດຕະຫຼາດນັດ​ບຸນ​ຄິຼດສ​ມາດ​ຢູ່​ແບກ​ລີງ ເຮັດ​ໃຫ້ 12 ຄົນ​ເສຍ​ຊີ​ວິດ ແລະ ເກືອບ 50 ຄົນ​ໄດ້​ຮັບ​ບາດ​ເຈັບ. ສ່ວນ​ຢູ່ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ ໄດ້​ເກີດ​ເຫດກໍ່​ການ​ຮ້າຍ 3 ຄັ້ງ, ອັນ​ໄດ້ເຮັດ​ໃຫ້ 31 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 300 ຄົນ​ໄດ້​ຮັບ​ບາດ​ເຈັບ.
10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 9


ເຫດ​ການ​ທີ 9. ສົງ​ຄາມ​ຢູ່​ຊີ​ຣີ ຍັງ​ບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ

  ປະ​ເທດ​ຊີ​ຣີ​ໃນ​ປີ 2016 ຍັງ​ຄົງ​ຖືກ​ຕົກ​ຢູ່​ໃນ​ສ​ະ​ພາບ​ສົງ​ຄາມ​ອັນ​ນອງ​ເລືອດ. ຂໍ້​ຕົກ​ລົງ​ຢຸດ​ຍິງ​ 5-6 ສະ​ບັບທີ່​ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ບັນ​ດາ​ຝ່າຍ ກໍ​ລ້ວນ​ແຕ່​ຖືກທຳ​ລາຍ​ໃນ​ທັນ​ທີ. ການ​ແຊກ​ແຊງ​ຢ່າງ​ແຂງແຮງ​ຂອງ​ລັດ​ເຊຍ​ໄດ້​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບການ​ສູ້ຮົບ ແລະ ຄວາມ​ດຸ່ນ​ດ່ຽງດ້ານ​ກຳ​ລັງ​ຢູ່​ຊ​ີ​ຣີ. ການ​ຂັດ​ແຍ້ງ​ທາງ​ດ້ານ​ຜົນ​ປະ​ຫຍດ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ພາ​ໃຫ້​ການ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ​ໃຫ້​ແກ່​ຊີ​ຣີ​ຍັງ​ບໍ່​ມີ​ທາງ​ອອກ.
10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2016  ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 10

ເຫດ​ການ​ທີ 10. ຜູ້​ນຳ​ກູ​ບາ Fidel Castro Ruz ເຖິງ​ແກ່​ມໍ​ລະ​ນະ​ກຳ  ຜູ້​ນຳ​ກູ​ບາ Fidel Castro Ruz ເຖິງ​ແກ່​ມໍ​ລະ​ນະ​ກຳເມື່ອ​ວັນ​ທີ 25/11. ການ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້ປະ​ຊາ​ຊົນກູ​ບາກໍ​ຄື​ປະ​ຊາ​ຊົນ​ຜູ້​ຮັກ​ຫອມ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ, ​ສັນ​ຕິ​ພາບ, ຄວາມ​ກ້າວ​ໜ້າ​ໃນ​ໂລກ​ມີ​ຄວາມ​ໂສກ​ເສົ້າເສຍ​ດາຍ ແລະ ອາ​ໄລ​ອາ​ວອນ. ຊີ​ວິດ ແລະ ພາ​ລະ​ກິດ​ຂອງຜູ້​ນຳ​ກູ​ບາ Fidel Castro Ruz ແມ່ນ​ບົດ​ເພງ​ໄຊ​ກ່ຽວ​ກັບ​ນ້ຳ​ໃຈ​ອົງ​ອາດ​ກ້າ​ແກ່ນ, ຕໍ່​ສູ້​ເພື່ອ​ເອ​ກະ​ລາດ​ແຫ່ງຊາດ, ເສ​ລີ​ພາບ ແລະ ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ, ຕ້ານ​ຄວາມ​ບໍ່​ຍຸດ​ຕິ​ທຳ, ອາດ​ຍາ​ສິດ, ປັກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ເປັນ​ທຳ​ໃນ​ການ​ພົວ​ພັນ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ