45 ປີ ແຫ່ງການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ

(VOVWORLD) -ວັນທີ 21 ກັນຍາ ແມ່ນວັນສະເຫຼີມສະຫຼອງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່່ປຸ່ນ ຢ່າງເປັນທາງການ ຄົບຮອບ 45 ປີ. 45 ປີຜ່ານມາ, ຫວຽດນາມ  ແລະ ຍີ່ປຸ່ນ ນັບມື້ນັບກາຍເປັນຄູ່ຮ່ວມມືສໍາຄັນຂອງກັນໃນຫຼາຍຂົງເຂດ. ພິເສດ, ນັບແຕ່ເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີ” ເມື່ອເດືອນ ມີນາ 2014, ໄດ້ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ມີບາດກ້າວພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ.

ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີງາມທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ.  25 ປີມານີ້, ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດຄື ການເມືອງ, ການຕ່າງປະເທດ, ເສດຖະກິດ, ວັດທະນະທໍາ... ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ. ໃນນັ້ນ, ການພົວພັນດ້ານການເມືອງ ແມ່ນກໍາລັງໜູນ, ການພົວພັນດ້ານເສດຖະກິດແມ່ນເສົາຄໍ້າ, ສ່ວນການພົວພັນດ້ານວັດທະນະທໍາແມ່ນພື້ນຖານ.

        ພື້ນຖານທີ່ໝັ້້ນແກ່ນ

        ການພັດທະນາຢ່າງໄວວາ, ໝັ້ນຄົງເຂັ້ມແຂງຂອງການພົວພັນດ້ານການເມືອງລະຫວ່າງຫວຽດນາມ - ຍີ່ປຸ່ນ ແມ່ນ ສິ່ງທີ່ບໍ່ອາດປະຕິເສດໄດ້. ບັນດາການຢ້ຽມຢາມຂອງການນໍາສອງປະເທດ ລວມທັງຂັ້ນສູງສຸດ, ໃນນັ້ນ ມີການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່່ປຸ່ນ ເມື່ອຕົ້ນປີ 2017 ແລະ ການຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເມື່ອເດືອນ ມິຖຸນາ ຜ່ານມາ ແມ່ນພະຍານຫຼັກຖານລະອຽດ. ທ່ານ ຫງວຽນກັວກເກືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ:

        “ປັດຈຸບັນ ສອງປະເທດໄດ້ສ້າງຕັ້ງຂອບເຂດການພົວພັນສອງປະເທດ ນັ້ນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ, ວັດທະນາຖາວອນຂອງພາກພື້ນ ອາຊີ - ປາຊີຟິກ. ການກໍານົດທິດໃຫຍ່ທີ່ສຸດຂອງສອງປະເທດ ນັ້ນແມ່ນ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດນັ້ນ ນັບມື້ນັບ ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ”.

45 ປີ ແຫ່ງການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານ ຫງວຽນກັວກເກືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ 

ບໍ່ພຽງແຕ່ຢຸດຢູ່ຂອບເຂດຂອງການພົວພັນສອງຝ່າຍເທົ່ານັ້ນ, ສອງປະເທດຍັງສົມທົບ ແລະ ເຫັນດີເຫັນພ້ອມນໍາກັນ ຢູ່ບັນດາເວທີປາໄສສາກົນ ຄື ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ  ແລະ ພ້ອມກັນຊຸກຍູ້ການເຈລະຈາ, ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ .... ບັນດາການພົວພັນດ້ານການເມືອງ ທີ່ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈດັ່ງກ່າວນັ້ນ ໄດ້ສ້າງກໍາລັງໜູນໃຫ້ແກ່ການພັດທະນາຮອບດ້ານຂອງການຮ່ວມມືລະຫວ່່າງຫວຽດນາມ - ຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາຫວຽດນາມ Umeda Kunio ຢັ້ງຢືນວ່າ:

        “ສິ່ງທີ່ເຮັດໃຫ້ທາງ ຍີ່ປຸ່ນ ພວກຂ້າພະເຈົ້າຕື້ນຕັນໃຈ ນັ້ນແມ່ນ ບັນດາການນໍາກໍຄື ປະຊາຊົນຫວຽດນາມ ທີ່ພວມສະຫງວນຄວາມໄວ້ເນື້ອເຊື່ອໃຈຫຼາຍທີ່ສຸດໃຫ້ແກ່ ຍີ່ປຸ່ນ. ຝ່າຍຍີ່ປຸ່ນ ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ ເພື່ອສາມາດຕອບສະໜອງຄວາມໄວ້ເນື້ອເຊື່ອໃຈນັ້ນ. ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດສະໜົມຂອງປະຊາຊົນຫວຽດນາມ ທີ່ມີຕໍ່ ຍີ່ປຸ່ນ ແມ່ນ ສິ່ງທີ່ປະທັບໃຈທີ່ສຸດສໍາລັບພວກຂ້າພະເຈົ້າ...”

        ໃນຂົງເຂດເສດຖະກິດ, ຍີ່ປຸ່່ນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານເສດຖະກິດທີ່ສໍາຄັນແຖວໜ້າຂອງຫວຽດນາມ ແລະ ແມ່ນປະເທດ G7 ທໍາອິດ ທີ່ຮັບຮອງກົນໄກເສດຖະກິດການຕະຫຼາດຂອງຫວຽດນາມ ເມື່ອເດືອນ ຕຸລາ 2011. ມາຮອດປັດຈຸບັນ, ຍີ່ປຸ່ນ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີສອງ, ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ແລະ ຄູ່ຮ່ວມມືດ້ານທ່ອງທ່ຽວໃຫຍ່ອັນດັບທີ 3 ຂອງຫວຽດນາມ. ຍີ່ປຸ່ນ ກໍແມ່ນປະເທດອຸປະຖໍາແຫຼ່ງທຶນ ODA ຫຼາຍທີ່ສຸດ ໃຫ້ແກ່ຫວຽດນາມ, ກວມເອົາປະມານ 30% ຍອດທຶນ ODA ຂອງປະຊາຄົມສາກົນມີຄໍາໝັ້ນສັນຍາອຸປະຖໍາໃຫ້ ຫວຽດນາມ. ປັດຈຸບັນ, ມີວິສາຫະກິດ ກວ່າ 2.500 ແຫ່ງ, ໃນນັ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ຂອງຍີ່ປຸ່ນ ເກືອບທັງໝົດ ພວມມາລົງທຶນ, ດໍາເນີນທຸລະກິດຢູ່່ ຫວຽດນາມ. ທ່ານ Hironobu Kitagawa, ຜູ້ຕາງໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ຢູ່ຫວຽດນາມ ຖືວ່າ:

        “ ການຮ່ວມມືກັບຫວຽດນາມ ຂອງບັນດາວິສາຫະກິດ ຍີ່ປຸ່ນ ກໍມີການປ່ຽນແປງໄປຕາມ ແຕ່ລະໄລຍະ. ຕົວຢ່າງຄື ໃນທົດສະວັດ 90, ຍີ່ປຸ່ນ ໄດ້ສຸມໃສ່ຮ່ວມມືກັບຫວຽດນາມ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງໃຫ້ສໍາເລັດ ແລະ ພັດທະນາຂະແໜງອຸດສາຫະກໍາປະດິດສ້າງ. ໃນຊຸມປີມໍ່່ໆມານີ້ ຍີ່ປຸ່ນ ຂົງເຂດການຮ່ວມມືພວມມີການປ່ຽນແປງ. ປັດຈຸບັນ, ເຖິງວ່າ ຂະແໜງປະດິດສ້າງ ຍັງຄົງຮ່ວມມືກັນເປັນຢ່າງດີ ກໍຕາມ ແຕ່ບັນດາວິສາຫະກິດ ຍີ່ປຸ່ນ ພວມມຸ່ງໄປເຖິງຕະຫຼາດຂອງຫວຽດນາມ, ພິເສດແມ່ນ ຢູ່ບັນດາຂົງເຂດຂາຍຍ່ອຍ, ການຈໍາໜ່າຍ, ການສຶກສາ... ດ້ວຍເປົ້າໝາຍເປີດກວ້າງຕະຫຼາດຢູ່ຫວຽດນາມ. ເພາະສະນັ້ນ,ຂ້າພະເຈົ້າຖືວ່າ ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ຈະນັບມື້ນັບ ມີຫຼາຍຮູບຫຼາຍແບບຕື່ມອີກ”.

ແງ່ຫວັງທີ່ຕັ້ງໜ້າໃນການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ

        ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະ 45 ປີ ຜ່ານມາ ມີບາດກ້າວພັດທະນາບຸກທະລຸ, ເປັນພື້ນຖານສໍາຄັນທີ່ສຸດ ເພື່ອພັດທະນາການພົວພັນສອງຝ່າຍ ໃນທຸກຂົງເຂດໃນໄລຍະຈະມາເຖິງ. ການພັດທະນາດັ່ງກ່າວ ໄດ້ເລີ່ມມາຈາກ ຄວາມຕ້ອງການ, ຜົນປະໂຫຍດຂອງແຕ່ລະຝ່າຍ.

        ນອກຈາກນັ້ນ, ຍັງມີພື້ນຖານໃໝ່ໜຶ່ງອີກ ສໍາລັບການພົວພັນຂອງສອງປະເທດ ນັ້ນແມ່ນ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ພ້ອມກັນຕັ້ງໜ້າ ແລະ ເຈລະຈາ ເພື່ອມຸ່ງໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ຕາມການຄາດຄະເນແລ້ວ, ສັນຍາດັ່ງກ່າວ ຈະເລີ່ມມີຜົນສັກສິດ ນັບແຕ່ປີ 2019 ເປັນຕົ້ນໄປ ເປັນການເປີດແງ່ຫວັງໃນການຮ່ວມມືໃໝ່ໃຫ້ແກ່ວິສາຫະກິດສອງປະເທດ. ທ່ານ Toshimitsu Moteghi ລັດຖະມົນຕີ ກະຊວງກໍ່ສ້າງເສດຖະກິດຄືນໃໝ່ຂອງ ຍີ່ປຸ່ນ ເນັ້ນໜັ້ກວ່າ:

        “ໃນບັນດາໝາກຜົນທີ່ບັນລຸໄດ້ ແມ່ນມີການຮ່ວມມືແໜ້ນແຟ້ນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ສອງຝ່າຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຊຸກຍູ້ວິວັດການເຈລະຈາ. ອາດຈະຖືໄດ້ວ່າ ນີ້ແມ່ນຫຼັກການແລກປ່ຽນໃໝ່ຂອງການຊຸກຍູ້ຂະບວນການໃໝ່່ໃນດ້ານການຄ້າ, ການລົງທຶນໃນສະຕະວັດທີ 21 ນີ້, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງ ພາກພື້ນ ອາຊີ - ປາຊີຟິກ ເຊິ່ງພວມພັດທະນາຢ່າງຂະຫຍັນຂັນເຄື່ອນ ໃຫ້ດີ ກວ່າອີກ”.

        ຫວຽດນາມ ແລະ ຍີ່ປຸ່ນ ມີສາຍພົວພັນກັນມາແຕ່ດົນນານ ກ່ຽວກັບດ້ານປະຫວັດສາດ, ວັດທະນະທໍາ ແລະ ການຄ້າ. ໃນໄລຍະຈະມາເຖິງ, ດ້ວຍຄວາມມານະພະຍາຍາມ, ມີນະໂຍບາຍຖືກຕ້ອງຂອງທັງສອງຝ່າຍ, ສອງປະເທດ ຈະສືບຕໍ່ທ່າພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ນໍາການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງ ພາກພື້ນ ອາຊີ” ກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃນບັນດາຂົງເຂດ,  ໂດຍສະເພາະ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຕັກໂນໂລຢີສູງ./.


ຕອບກັບ

ຂ່າວ/ບົດ​ອື່ນ