APEC 2017 ຈະສ້າງບາດລ້ຽວໃຫ້ແກ່ດ້ານການຄ້າ, ການລົງທຶນໂລກ

(vovworld)- ບັນ​ດາ​ການ​ປະ​ຊຸມ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສຄັ້ງ​ທີ 1 ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC) ພວມ​ດຳ​ເນີນ​ຢູ່​ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ່​ວາ, ​ປະ​ເທດຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ການ​ເຄື່ອນ​ໄຫວ​ໃຫ້​ທັງ​ປີ APEC 2017 ຊື່​ງ​ຫວຽດ​ນາມ ເປັ​ນ​ເຈົ້າ​ພາບ​ຈັດ​ຕັ້ງ. ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກຳ​ລັງ​ຫນູນ​ໃຫມ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງໃຫ້​ອະ​ນາ​ຄົດ​ລວມ”, APEC 2017 ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່​ໃຫ້​ແກ່​ການ​ເຕີບ​ໂຕ, ​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ.

APEC 2017 ຈະສ້າງບາດລ້ຽວໃຫ້ແກ່ດ້ານການຄ້າ, ການລົງທຶນໂລກ - ảnh 1
ທ່ານ Raul Salazar, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ເຈົ້າ​ຫນ້າ​ທີ່​
ອະ​ວຸ​ໂສ (SOM) APEC ຂອງ​ເປ​ຣູ
ພາບ:APEC 2016

        ໃນ​ສະ​ພາບ​ການ​ວິ​ກິດ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ພວມ​ເຮັດ​ໃຫ້​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງວ່ອ​ງ​ໄວ, ການ​ຜັນ​ແປ ແລະ ສິ່ງ​ທ້າ​ທາຍ​ເພີ່ມ​ຂຶ້ນ​ໄດ້​​ກະ​ທົບ​ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງເຖິງພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ທັງ​ໝົດ.

        ຕາມ​ການ​ສະ​ຖິ​ຕິ​ແລ້ວ, ປີ 2016 ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້​ຫລຸດ​ລົງ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ນັບ​ແຕ່​ພາຍ​ຫລັງ​ວິ​ກິດ​ການ​ເສດ​ຖະ​ກິດເມື່ອ​ປີ 2008 – 2009, ບັນ​ລຸ​ພຽງ 2,2%. ຄຽງ​ຄູ່​ກັນ​ນັ້ນ, ໝາກ​ຜົນ​ຂອງ​ສະ​ພາບໂລ​ກາ​ພິ​ວັດ​ບໍ່​ໄດ້​ຮັບ​ການ​ຈັດ​ແບ່ງ​ຢ່າງ​ສະ​ໝ່ຳ​ສະ​ເຫມີ​ລະ​ຫວ່າງ​ບັນ​ດາ​ພາກ​ພື້ນ, ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ໄດ້​ເຮັດ​ໃຫ້​ທ່າ​ອ່ຽງ​ຄັດ​ຄ້ານ​ການ​ຄ້າ​ເສ​ລີ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ຢູ່​ຫລາຍ​ພາກ​ພື້ນ​ໃນ​ໂລກ, ພິ​ເສດ ຢູ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຢູ່ ອາ​ເມ​ລິ​ກາ ແລະ ເອີ​ລົບ, ບັນ​ດາ​ປະ​ເທດມີ​ທ່າ​ອ່ຽງ​ນຳ​ໃຊ້​ນະ​ໂຍ​ບາຍ​ອາ​ລັກ​ຂາ. ໃນ​ຂະ​ນະ​ນັ້ນ, ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ພັດ​ຂາດ​ການ​ຊີ້​ນຳ​ນຳ​ພາ​ເພື່ອ​ສະ​ກັດ​ກັ້ນ​ທ່າ​ອ່ຽງ​ດ້ານ​ການ​ຄ້າ​ເສ​ລີ. ເພາະ​ສະ​ນັ້ນ, ຫົວ​ເລື່ອງ​ຂອງ​ປີ APEC 2017 ແມ່ນ“ສ້າງ​ກຳ​ລັງ​ຫນູນ​ໃຫມ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດລວມ”, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ລວມ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC, ເພື່ອ​ສ້າງ​ກຳ​ລັງ​ຫນູນ​ຕື່ມ​ອີກ​ໃຫ້​ແກ່​ການ​ເຕີບ​ໂຕ​ໃຫມ່​ໃນ​ສະ​ພາບ​ການ​ໃຫມ່.

ເພື່ອ​ໃຫ້ APEC ຮ່ວ​ມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງກວ່າ

        ໃນ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ມີ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ, ຄຽງ​ຂ້າງ​ບັນ​ດາ​ການ​ບຸ​ລິ​ມະ​ສິດ ຊື່ງ​ຫວຽດ​ນາມ ວາງ​ຈຸດ​ສຸມ​ ແມ່ນ APEC 2017 ຊຸກ​ຍູ້​ວິ​ວັດ​ການ​ພັດ​ທະ​ນາ, ການ​ຮ່ວມ​ມື APEC ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ Bogor ກ່ຽວ​ກັບ​ການ​ຄ້າ​ເສ​ລີ ແລະ ການ​ລົງ​ທຶນ​ໃນ​ປີ 2020, ຫວຽດ​ນາມ ໄດ້​ພ້ອມ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຖື​​ຈຸດ​ສຸມ​​ເຂົ້າ​ໃນການ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຫນູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ນ້ອຍ ແລະ ນ້ອຍ​ທີ່​ສຸດ ໃນ​ສັງ​ກະ​ລາດ​ດີ​ຈີ​ຕອນ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ນຳ​ພາ, ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງ, ເພີ່ມ​ທະ​ວີ​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ, ຊຸກ​ຍູ້​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຄົມ. ທ່ານ Raul Salazar, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ (SOM) APEC ຂອງ ເປ​ຣູ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ຄັ້ງ​ນີ້ ແມ່ນ​ສຳ​ຄັນ​ທີ່​ສຸດ. ບັນ​ຫາ​ທຳ​ອິດ ນັ້ນ​ແມ່ນ​ເລື່ອງ​ໝູນ​ໃຊ້​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ເຕັກ​ໂນ​ໂລ​ຊີ​ໃຫມ່. ຂ້າ​ພະ​ເຈົ້າ​​ຖື​ວ່າ ຫວຽດ​ນາມ​ ໄດ້​ເລືອກ​ເຟັ້ນ​ບັນ​ຫານີ້ ແມ່ນ​ຖ​ືກ​ຕ້ອງ​ທີ່​ສຸດ ເພາະ​ວ່າ ນີ້​ແມ່ນ​ວິ​ທີ​ເພື່ອ​ໃຫ້​ພວກ​ເຮົາ​ຊ່ວຍ​ສັງ​ຄົມ​ພັດ​ທະ​ນາ​ຕາມ​ທິດ​ຮອບ​ດ້ານກວ່າ. ພວກ​ຂ້າ​ພະ​ເຈົ້າ​ກໍ​ຕີ​ລາ​ຄາ​ສູງ​ເລື່ອງ​ຫວຽດ​ນາມ ​ວາງ​ທິດ​ທາງ​ບຸ​ລິ​ມະ​ສິດ​ຈຸດ​ສຸມເຂົ້າ​ຕະ​ຫລາດ​ສະ​ບຽງ​ອາ​ຫານ ເພາະ​ສິ່ງນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​​ໃຫມ່.”

        ບັນ​ດາ​​ທິດບຸ​ລິ​ມະ​ສິດ​ຂອງ​ປີ APEC 2017 ຊື່ງ​ຫວຽດ​ນາມ ຍົກ​ອອກ​ມາໄດ້​ຕອບ​ສະ​ຫນອງ​ຢ່າງ​ຖືກ​ຕ້ອງ​ກັບ​ບັນ​ດາ​ບັນ​ຫາ​ຂອງ​ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ ຊື່ງ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ທັງ​ໝົດ​ມ​ີ​ຄວາມ​ສົນ​ໃຈ. ສະ​ນັ້ນ ບັນ​ດາ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດນີ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ​ໃນ APEC ຢ່າງວ່ອງ​ໄວ. ອາດ​ຈະ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ພາຍ​ຫລັງ​ວິ​ກິດ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ​ສອງ​ຄັ້ງ​ນັ້ນ, ເລື່ອງ​ຊອກ​ໄດ້​ບັນ​ດາ​ກຳ​ລັງ​ຫນູນ​ເຕີບ​ໂຕ​ໃຫມ່ ແມ່ນ​ສຳ​ຄັນ​ທີ່​ສຸດ. ຫນຶ່ງ​ໃນ​ບັນ​ດາ​ກຳ​ລັງ​ຫນູນ​ໃຫມ່ ນັ້ນ​ແມ່ນ ຍົກ​ສູງ​ກຳ​ລັງ​ຄວາມ​ສ​າ​ມາດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ, ນ້ອຍ ແລະ ນ້ອຍ​ສຸດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ນຳ​ພາ. ສະ​ນັ້ນ ເລື່ອງ​ຫວຽດ​ນາມ ມີ​ຂໍ້​ລິ​ເລີ​່ມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ​ໃນ​ຂອບ​ເຂດ​ປີ APEC 2017 ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC, ແລະ​ຖື​ວ່າ ນີ້​ແມ່ນ​ບາດ​ລ້ຽວ​ໃຫມ່, ປະ​ກອບ​ສ່ວນ​ຊຸກ​ຍູ້​ບົດ​ບາດ​ແມ່​ຍິງ​ເວົ້າ​ລວມ​ໃນ​ສັງ​ກະ​ລາດ​ດີ​ຈີ​ຕອນ​ເວົ້າ​ລວມ ແລະ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ ນ້ອຍ ແລະ ນ້ອຍ​ສຸດ ແລະ ຂະ​ຫນາດ​ກາງເວົ້າ​ສ​ະ​ເພາະ. ທ່ານ Allan Boollard, ຜູ້​ອຳ​ນວຍ​ການ​ຝ່າຍບໍ​ລິ​ຫານ​ຄະ​ນະ​ເລ​ຂາ​ທິ​ການ APEC ສາ​ກົນ ກໍ​ຖື​ວ່າ:

        “APEC ​ລໍ​ຖ້າການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ກຳ​ລັງ​ແຮງ​ງານ. ໃນ​ບັນ​ດາ​ການ​ແລກ​ປ່ຽນ, APEC ໄດ້​ເຕື້ອງ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແມ່​ຍິງ ກໍ​ຄື ເຮັດ​ແນວ​ໃດ​ເພື່ອ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແລະ ທິດ​ທາງ​ຂອງ APEC ແມ່ນ​ຕ້ອງ​ສຸມ​ໃສ່​ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ໃນ​ພາກ​ພື້ນ ເພື່ອ​ໝູນ​ໃຊ້ແຫລ່ງ​ກຳ​ລັງ​ຈາກ​ແມ່​ຍິງ ແລະ ວິ​ສາ​ຫະ​ກິດ​ຂະ​ຫນາດ​ນ້ອຍ. ຄວາມ​ຈິງ ມີ​ແມ່​ຍິງ​ຫລາຍ​ຄົນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດເມື່ອ​ເຂົາ​ເຈົ້າມີ​ແຫລ່ງການ​ເງິນ​​ຮັບ​ໃຊ້​ບັນ​ດາ​ໂຄງ​ການ, ຫລື​ລະ​ດົມ​ທຶນ​ຈາກ​ອິນ​ເຕີ​ແນັດ.”

       ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ

       APEC 2017, ຄຽງ​ຄູ​່​ກັບ​ກາ​ລະ​ໂອ​ກາດ​ໂຄ​ສະ​ນາ​ປະ​ເທດ​ຊາດ,  ດຶງ​ດູດ​ການ​ທ່ອງ​ທ່ຽວ, ຊອກ​ໄດ້​ຄູ່​ຮ່ວມ​ມື​ແລ້ວ, ຫວຽດ​ນາມ ມີ​ເງື່ອນ​ໄຂ​ຕື່ມ​ອີກ​ເພື່ອ​ສ້າງ​ການ​ພົວ​ພັນ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ຫນ້າ​ຢູ່​ພາ​ກ​ພື້ນ. ມີ​ວິ​ສາ​ຫະ​ກິດ​​ສາ​ກົນ ປະ​ມານ 1000 ແຫ່ງຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC ມາ​ຫວຽດ​ນາມ ໃນ​ໂອກ​າດ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ APEC ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ໃຫມ່​ຫລາຍ​ຢ່າງ. ທ່ານ ຮ່​ວາງວັນ​ຢູງ, ປະ​ທານ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ນັກ​ທ​ຸ​ລະ​ກິດ APEC (ABAC) ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ນັບ​ແຕ່​ປີ 2016 ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ, ພິ​ເສດ​ ກັບ​ບັນ​ດາ​ປະ​ເທດສະ​ມາ​ຊິກ APEC. ພ້ອມ​ກັບ​ການ​ຮ່ວມ​ມືນັ້ນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ. ​ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017 ຄັ້ງນີ້ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ຊອກ​ແຫລ່ງ​ລົງ​ທຶນ​ໃຫມ່, ນຳ​ມາ​ເຊິ່ງ​ ມູນ​ຄ່າ​ສ່ວນ​ເກີນ​ສູງກວ່າ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ແກ້​ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ, ຊື່ງ​ແມ່ນ​ຕະ​ຫລາດ​ ມີຈຳ​ນວນວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍກວມ​ເຖິງ 98%”

        ປີ APEC 2017 ຫາກໍ່​ເລີ່ມ​ຕົ້ນ. ດ້ວຍ​ຫົວ​ຂໍ້ ແລະ ບັນ​ດາ​ການ​ກຳ​ນົ​ດ​ທິດ, APEC 2017 ໝັ້ນ​ໝາຍ​ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່​ໃຫ້​ແກ່​ການ​ເຕີບ​ໂຕ, ການ​ຄ້າ ແລະ ການ​ລົງ​ທຶນ, ເພື່ອ​ໃຫ້ APEC ກາຍ​ເປັນ​​ອົງ​ການ​ນຳ​ຫນ້າ​ໃນ​ການກະ​ຕຸກ​ຊຸກ​ຍູ້​ການ​ເຕີບ​ໂຕ​ທົ່ວ​ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ