APEC 2017 ຢຶດໝັ້ນເປົ້າໝາຍ Bogor ແລະ ບົດບາດເຊື່ອມຈອດຂອງ ຫວຽດນາມ

(VOVWORLD) - ເລື່ອງວາງອອກເປົ້າໝາຍ Bogor ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແມ່ນຂີດໝາຍສຳຄັນໃນປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງອົງການຈັດຕັ້ງນີ້. ໃນຕະຫຼອດກ່ວາ 2 ທົດສະວັດຜ່ານມາ, APEC ບັນລຸໄດ້ຫຼາຍຜົນງານປະທັບໃຈກ່ຽວກັບຄວາມເສລີດ້ານການຄ້າ ແລະ ການລົງທຶນ, ສະແດງອອກຢູ່ຫຼາຍແງ່ມູມແຕກຕ່າງກັນ. 

ຕໍ່ໜ້າທ່າອ່ຽງໂລກາພິວັດ ແລະ ທ່າອ່ຽງອາລັກຂາການຄ້າພວມເພີ່ມຂຶ້ນ, ຍິ່ງກ່ວາເວລາໃດໝົດ ເພື່ອປະຕິບັດສຳເລັດເປົ້າໝາຍ Bogor ແມ່ນຕ້ອງການຄວາມຕັດສິນໃຈອັນໃຫຍ່ຫຼວງຈາກບັນດາພື້ນຖານເສດຖະກິດສະມາຊິກ APEC. ເນື່ອງໃນໂອກາດສັບປະດາຂັ້ນສູງ APEC ພວມດຳເນີນ, ບັນນາທິການ VOV ມີບົດຂຽນ “APEC 2017 ຢຶດໝັ້ນເປົ້າໝາຍ Bogor ແລະ ບົດບາດເຊື່ອມຈອດຂອງ ຫວຽດນາມ”.

APEC 2017 ຢຶດໝັ້ນເປົ້າໝາຍ Bogor ແລະ ບົດບາດເຊື່ອມຈອດຂອງ ຫວຽດນາມ - ảnh 1  ເພື່ອໃຫ້ APEC ອາດສາມາດຢຶດໝັ້ນເປົ້າໝາຍ Bogor ໃຫ້ໄດ້ຕ້ອງມີເຈດຈຳນົງດ້ານການເມືອງຢ່າງໝັ້ນຄົງຂອງບັນດາການນຳຂັ້ນສູງ

        ເປົ້າໝາຍ Bogor ໄດ້ຮັບຮອງເອົາຈາກກອງປະຊຸມຂັ້ນສູງ APEC ຄັ້ງທີ 2 ໃນປີ 1994, ຢູ່ Bogor, ປະເທດ ອິນໂດເນເຊຍ, ຕາມນັ້ນແລ້ວໄດ້ກຳນົດ APEC ແມ່ນພາກພື້ນເສລີ ແລະ ເປີດປະຕູກ່ຽວກັບການຄ້າ ແລະ ການລົງທຶນ ໃນປີ 2010 ສຳລັບບັນດາພື້ນຖານເສດຖະກິດພັດທະນາ ແລະ ປີ 2020 ສຳລັບບັນດາພື້ນຖານເສດຖະກິດພວມພັດທະນາ. ເປົ້າໝາຍນີ້ກາຍເປັນການກຳນົດທິດໃຫ້ແກ່ການຮ່ວມມື APEC ຮອດປີ 2020 ແລະ ນຳ APEC ກາຍເປັນພາກພື້ນເສລີດ້ານການຄ້າ ແລະ ການລົງທຶນແຖວໜ້າໃນໂລກ.

ລະດັບຫັນການຄ້າເປັນເສລີດ້ວຍຄວາມປະທັບໃຈ

       ໃນຕະຫຼອດກ່ວາ 2 ທົດສະວັດຜ່ານມາ, APEC ບັນລຸໄດ້ຜົນງານປະທັບໃຈຫຼາຍຢ່າງ ກ່ຽວກັບການຫັນການຄ້າ ແລະ ການລົງທຶນເປັນເສລີ, ສະແດງໃຫ້ເຫັນໃນຫຼາຍແງ່ມູມທີ່ແຕກຕ່າງກັນ. ຕາມ “ບົດລາຍງານຕີລາຄາກາງສະໄໝກ່ຽວກັບຄວາມຄືບໜ້າໃນການປະຕິບັດເປົ້າໝາຍ Bogor” ໂດຍ APEC ປະກາດໃນປີ 2016, ລະດັບການຫັນການຄ້າ ແລະ ການລົງທຶນເປັນເສລີ, ເປີດປະຕູຕະຫຼາດໃນປະຈຸບັນຂອງ APEC ໄດ້ລື່ນກາຍຫຼາຍທີ່ສຸດເມື່ອທຽບໃສ່ຈຸດເວລາທີ່ເປົ້າໝາຍ Bogor ຖືກຍົກອອກມາ. ລະດັບການເປີດປະຕູສູງກ່ຽວກັບການຄ້າ ແລະ ການລົງທຶນ, ກໍ່ຄືການເອົາໃຈໃສ່ເປັນພິເສດເຖິງການສ້າງຄວາມສະດວກໃຫ້ແກ່ການຄ້າໄດ້ນຳ APEC ກາຍເປັນໜຶ່ງໃນບັນດາພາກພື້ນຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ປະກອບສ່ວນສຳຄັນໃຫ້ແກ່ຄວາມວັດທະນາຖາວອນລວມຂອງພາກພື້ນ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳຕື່ມອີກໃຫ້ແກ່ປະຊາຊົນ. ທ່ານ ປອ ເຈີ່ນວຽດທ໋າຍ, ຜູ້ອຳນວຍການສູນຄົ້ນຄ້ວາ APEC ຫວຽດນາມ, ຖືວ່າ:

        “ສິ່ງກີດຂວາງກ່ຽວກັບພາສີອາກອນ, ການບໍລິຫານໄດ້ຮັບການຍົກເລີກ, ຫຼາຍມາດຕະຖານ ໄດ້ຮັບການທ້ອນໂຮມເຂົ້າກັນ ແລະ ຍົກສູງຂຶ້ນ. ຫຼາຍໂຄງການຮ່ວມມືດ້ານເຕັກນິກໄດ້ສ້າງເປັນຮູບປະທຳຊ່ວຍໃຫ້ບັນດາພື້ນຖານເສດຖະກິດເຊື່ອມໂຍງ ແລະ ຮ່ວມສຳພັນນັບມື້ນັບດີກ່ວາ, ສ້າງເປັນລະບົບແຫຼ່ງສະໜອງ, ລະບົບການຜະລິດ, ປະກອບສ່ວນນຳບັນດາວິສາຫະກິດໃຫ້ຫຍັບມໍ່ເຂົ້າໃກ້ກັນກ່ວາ.”

        ລະດັບຄວາມເສລີຢ່າງເລິກເຊິ່ງ, ກ້ວາງຂວາງຂອງ APEC ຍັງສະແດງອອກໃນການເພີ່ມບັນດາສັນຍາການຄ້າເສລີ (FTA) ແລະ ບັນດາສັນຍາການຄ້າພາກພື້ນ (RTA) ຢ່າງໄວ. ເວົ້າແນວອື່ນ, APEC ແມ່ນຕົວເລັ່ງໜູນໃຫ້ແກ່ການກຳເນີດຫຼາຍສັນຍາການຄ້າຫຼາຍສະບັບ. ໃນໄລຍະ 20 ປີຜ່ານມາ, ແຕ່ປີ 1996 – 2016, ຈຳນວນ FTA/RTA ທີ່ໄດ້ຮັບ ການປະຕິບັດໃນ APEC ເພີ່ມຂຶ້ນແຕ່ 22 ເຖິງ 152 ສະບັບ.

APEC 2017 ຕັດສິນໃຈຍູ້ໄວການປະຕິບັດສຳເລັດເປົ້າໝາຍ Bogor

       ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກ APEC ພວມຢື່ນຢູ່ຕໍ່ໜ້າບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍ ເພື່ອປະຕິບັດສຳເລັດເປົ້າໝາຍ Bogor ຖືກກັບກຳນົດເວລາໃນຮອບເວລາ 3 ປີຈະມາເຖິງ, ໃນຂະນະທີ່ສະພາບການເສດຖະກິດທົ່ວໂລກໃນປະຈຸບັນໄດ້ແຕກຕ່າງກັນຫຼາຍເມື່ອທຽບໃສ່ຈຸດເວລາທີ່ເປົ້າໝາຍ Bogor ໄດ້ຮັບການວາງອອກ.

        ສືບຖືການ “ຍູ້ໄວການປະຕິບັດສຳເລັດເປົ້າໝາຍ Bogor” ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນໃນໂຄງການດຳເນີນງານຂອງ APEC ປີ 2017. ພາຍໃຕ້ບົດບາດເປັນເຈົ້າພາບ APEC 2017, ຫວຽດນາມ ຕັ້ງໜ້າພ້ອມກັບບັນດາສະມາຊິກຜັນຂະຫຍາຍບັນດາຂໍ້ລິເລີ່ມເພື່ອແນໃສ່ແກ້ໄຂບັນດາຮົ້ວກີດຂວາງທີ່ຍັງຄົງຄ້າງ, ສ້າງບົດບາດສະໜິດຕິດພັນໃນ APEC ເພື່ອແນໃສ່ມຸ່ງໄປເຖິງການປະຕິບັດເປົ້າໝາຍ Bogor ໃຫ້ສຳເລັດຜົນໃນປີ 2020. ທ່ານ Ken Waller, ອະດີດຜູ້ອຳນວຍການສູນຄົ້ນຄ້ວາ APEC ອົດສະຕາລີ, ຖືວ່າ:

        “ຫວຽດນາມ ໄດ້ປະຕິບັດສຳເລັດບົດບາດເປັນເຈົ້າພາບ APEC ເປັນຢ່າງດີ. ພວກຂ້າພະເຈົ້າມີບັນດາການປຶກສາຫາລືມີປະສິດທິຜົນທີ່ສຸດ, ໂຄງການດຳເນີນງານ, ບັນດາຫົວຂໍ້ ແລະ ເນື້ອໃນບຸລິມະສິດແມ່ນແຈ້ງທີ່ສຸດ ແລະ ແມ່ນຄວາມເອົາໃຈໃສ່ລວມຂອງທຸກໆປະເທດສະມາຊິກ. ຂ້າພະເຈົ້າຖືວ່າ, ວຽກງານທີ່ ຫວຽດນາມ ປະຕິບັດໃນປີນີ້ດ້ວຍບົດບາດເປັນປະທານ APEC 2017 ແມ່ນມີປະສິດທິຜົນທີ່ສຸດ.”

        ຫົວຂໍ້ “ສ້າງກຳລັງໜູນພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ໄດ້ຫັນເປັນລະອຽດດ້ວຍ 4 ບຸລິມະສິດແຫ່ງການຮ່ວມມື, ພິເສດແມ່ນບັນຫາການເຕີບໂຕກວມລວມ, ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດແຫ່ງການຮ່ວມມື APEC ແຖວໜ້າ ໃນສະພາບການເສດຖະກິດໂລກຟື້ນຟູຍັງບໍ່ທັນໝັ້ນຄົງເທື່ອນັ້ນ ແລະ ສະພາບຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍເພີ່ມຂຶ້ນ, ສ້າງແຮງບັນດານໃຈໃຫ້ຜູ້ແທນຂອງບັນດາພື້ນຖານເສດຖະກິດສະມາຊິກ. ທ່ານ Don Campell, ປະທານສະພາຮ່ວມມືເສດຖະກິດ APEC, ໃຫ້ຮູ້ວ່າ:

        “ພວກເຮົາຄວນສັງເກດບັນຫາການເຕີບໂຕຈາກທັດສະນະກວມລວມ. ພວກເຮົາຄວນຮັບປະກັນວ່າ ການເຕີບໂຕໃນສະຕະວັດທີ 21 ແມ່ນຍືນຍົງ, ພວກເຮົາຄວນເອົາໃຈໃສ່ເຖິງສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ຕ້ອງຮັບປະກັນບັນດາໝາກຜົນທີ່ພວກເຮົາບັນລຸໄດ້ແມ່ນມີຜົນປະໂຫຍດໃຫ້ແກ່ສິ່ງແວດລ້ອມ, ໃຫ້ແກ່ສຸຂະພາບ ແລະ ຄວາມວັດທະນະຖາວອນດ້ານເສດຖະກິດ. ເປັນທີ່ຈະແຈ້ງແລ້ວວ່າ, ພວກເຮົາບໍ່ຮູ້ກ່ອນວ່າ ອະນາຄົດຈະເປັນຄືແນວໃດ. ແຕ່ຖ້າຫາກເບິ່ງບັນດາປະເທດພວມເຕີບໂຕແຮງຄືຈີນ, ຫວຽດນາມ, ອິນໂດເນເຊຍ ອາດຈະເຊື່ອໝັ້ນວ່າ APEC ຈະເຕີບໂຕແຮງ ແລະ ຈະສືບຕໍ່ໃນໄລຍະເວລາ 20 30 ປີ ຕື່ມອີກ.”

        ເພື່ອໃຫ້ APEC ອາດສາມາດຢຶດໝັ້ນເປົ້າໝາຍ Bogor ໃຫ້ໄດ້ຕ້ອງມີເຈດຈຳນົງດ້ານການເມືອງຢ່າງໝັ້ນຄົງຂອງບັນດາການນຳຂັ້ນສູງ ກໍ່ຄືຄວາມເຊື່ອໝັ້ນ, ຄວາມເຫັນດີເຫັນພ້ອມລະຫວ່າງບັນດາກຸ່ມໃນສັງຄົມຄື: ວິສາຫະກິດ, ຜູ້ອອກແຮງງານ, ປະຊາຊົນ ກ່ຽວກັບບັນດາຜົນປະໂຫຍດຂອງການຄ້າເສລີ, ເຊິ່ງສຳຄັນທີ່ສຸດແມ່ນກຳລັງໜູນຂອງການເຕີບໂຕ ແລະ ສະຖຽນລະພາບເຊິ່ງໄດ້ຮັບການຢັ້ງຢືນສ່ວນໃດສ່ວນໜຶ່ງໃນກ່ວາ 2 ທົດສະວັດຜ່ານມາ. APEC 2017 ຢູ່ ຫວຽດນາມ ໄດ້ ແລະ ພວມຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ