APEC ຫວຽດນາມ 2017: ເພີ່ມພູນຄູນສ້າງອະນາຄົດລວມໃນໂລກພວມຫັນປ່ຽນ

(VOVWORLD) -ວັນທີ 06 ພະຈິກ, ສັນປະດາຂັ້ນສູງ APEC 2017 ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນດ່ານັ້ງ. ນີ້ແມ່ນເຫດການສຳຄັນທີ່ສຸດໃນປີ APEC ຫວຽດນາມ 2017. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີບົດຂຽນ ຢືນຢັນວ່າ APEC ຫວຽດນາມ 2017: ເພີ່ມພູນຄູນສ້າງອະນາຄົດລວມໃນໂລກພວມຫັນປ່ຽນ. VOV ຂັດສະເໜີເນື້ອໃນຕົ້ນຕໍ່ຂອງບົດຂຽນນີ້.

APEC ຫວຽດນາມ 2017: ເພີ່ມພູນຄູນສ້າງອະນາຄົດລວມໃນໂລກພວມຫັນປ່ຽນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

(ພາບປະກອບ)

ເປີດສາກບົດຂຽນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ພາຍຫຼັງໄລຍະ 28 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ນັບມື້ນັບຢືນຢັນບົດບາດເປັນກົນໄກຮ່ວມມືດ້ານເສດຖະກິດແຖວໜ້າຂອງພາກພື້ນ. ໃນໂລກຫັນເປັນໂລກາພິວັດທີ່ເຕັມໄປດ້ວຍການຫັນປ່ຽນ ແລະ ອາຊີ - ປາຊີຟິກ ພັດທະນາຢ່າງຂະຫຍັນຂັນເຄື່ອນ, APEC ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ, ຄວາມສະດວກ ກໍ່ຄືຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ບໍ່ແມ່ນໜ້ອຍ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນ, ໃນຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ຮັບຜິດຊອບໜ້າທີ່ນຳກັນ ພ້ອມກັບບັນດາສະມາຊິກ ຫັນຄວາມຕັດສິນໃຈຂອງບັນດາການນຳ APEC ໃຫ້ເປັນຜົນງານລະອຽດ, ນຳ APEC ຫຍັບເຂົ້າໃກ້ກັບປະຊາຊົນ ແລະ ປະຊາຄົມວິສາຫະກິດກວ່າ, ຜ່ານນັ້ນຫັນວິໄສທັດຍຸດທະສາດກ່ຽວກັບປະຊາຄົມອາຊີ - ປາຊີຟິກ ພັດທະນາຢ່າງໝັ້ນຄົງ ແລະ ກວມລວມໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງ.

APEC ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຂອງໂລກທີ່ພວມຫັນປ່ຽນ

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງການອີງໃສ່ເຊິ່ງກັນ ແລະ ກັນ ແລະ ການຕິດພັນກັນນັບມື້ນັບແໜ້ນແຟ້ນລະຫວ່າງບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ ພວມເປີດກາລະໂອກາດໃໝ່ຫຼາຍຢ່າງ ເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກເພີ່ມທະວີການຮ່ວມມື, ຮ່ວມສຳພັນ.

ຄຽງຂ້າງບັນດາສິ່ງທ້າທາຍຄື ທ່າອ່ຽງຊັກຊ້າໄວ້ຂອງວິວັດການຮ່ວມສຳພັນເສດຖະກິດສາກົນ; ການເພີ່ມທະວີຂອງລັດທິອາລັກຂາດ້ານການຄ້າ, ຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ຄວາມທຸກຍາກ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງບໍ່ເປັນການທະຫານ ແລະ ຄວາມໝັ້ນຄົນດ້ານການທະຫານ, APEC ກໍ່ພວມມີບັນດາເງື່ອນໄຂສະດວກເພື່ອສາມາດປະກອບສ່ວນຢ່າງຕັ້ງໜ້າກວ່າເຂົ້າໃນການຮັກສາອາຊີ - ປາຊີຟິກ ແມ່ນກຳລັງໜູນຂອງການເຕີບໂຕ ແລະ ຮ່ວມສຳພັນທົ່ວໂລກ.

ດ້ວຍສັນຍາການຄ້າເສລີ 2 ຝ່າຍ ແລະ ຫຼາຍຝ່າຍ ກວ່າ 150 ສະບັບ ເຊິ່ງບັນດາສະມາຊິກ APEC ພວມເຂົ້າຮ່ວມ ແລະ ຜັນຂະຫຍາຍ, ລວມທັງຄວາມມານະພະຍາຍາມມຸ່ງໄປເຖິງການສ້າງຕັ້ງພາກພຶ້ນການຄ້າເສລີອາຊີ - ປາຊີຟິກ (FTAAP), ທີ່ໝັ້ນໝາຍເປີດບັນດາຄວາມສາມາດບົມຊ້ອນອັນໃຫຍ່ຫຼວງກ່ຽວກັບຕະຫຼາດ, ເຕັກໂນໂລຊີ, ແຫຼ່ງການເງິນໃຫ້ແກ່ພາກພື້ນ.

ເຖິງຢ່າງໃດກໍ່ຕາມ, ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ເລື່ອງຫັນບັນດາສິ່ງທ້າທາຍ ແລະ ຍາດແຍ່ງປະສິດທິຜົນບັນດາກາລະໂອກາດໃຫ້ໄດ້ ນັ້ນແມ່ນຕ້ອງອີງໃສ່ຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງບັນດາສະມາຊິກ APEC.

ໃນສະພາບການນັ້ນ, ກອງປະຊຸມບັນດາການນຳເສດຖະກິດ ຖືກດຳເນີນໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ດ່ານັ້ງ ມີບົດບາດສຳຄັນເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື, ການຮ່ວມສຳພັນ ແລະ ການເຕີບໂຕຂອງ APEC. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ APEC ເຮັດໃຫ້ເລິກເຊິ່ງ ແລະ ຍົກລະດັບການພົວພັນຮ່ວມມືກວ່າ, ມຸ່ງໄປເຖິງການສ້າງສາຍພົວພັນຄູ່ຮ່ວມມືອາຊີ - ປາຊີຟິກ ໃຫ້ພັດທະນາຢ່າງໝັ້ນຄົງ ແລະ ກວມລວມໃນສະຕະວັດທີ 21.

APEC ຫວຽດນາມ 2017: ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງອະນາຄົດ APEC

        ທ່ານປະທານປະເທດຢືນຢັນວ່າ, ໃນສັບປະດາຂັ້ນສູງ APEC 2017, ການນຳບັນດາພື້ນຖານເສດຖະກິດປຶກສາຫາລືບັນດາທິດກຳນົດໃຫ້ເວທີປາໄສໃນບັນດາບັນຫາຫຼັກແຫຼ່ງ.

        ບັນດາເນື້ອໃນລວມມີ: ປຸກລຸກກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມຂອງບັນດາພື້ນຖານເສດຖະກິດ APEC; ຍູ້ແຮງການຫັນການຄ້າ, ການລົງທຶນເປັນເສລີ ແລະ ເພີ່ມທະວີການເຊື່ອມຕໍໃນພາກພື້ນ; ປະກອບສ່ວນເຂົ້າໃນການປັບປຸງບົດບາດນຳພາຂອງ APEC ໃນການຄຸ້ມຄອງເສດຖະກິດທົ່ວໂລກ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.

        ພິເສດ, ທ່ານປະທານປະເທດເນັ້ນໜັກວ່າ, ເພື່ອກະກຽມໃຫ້ APEC ກ້າວເຂົ້າສູ່ທົດສະວັດພັດທະນາທີ 4, APEC ກໍ່ຕ້ອງປຶກສາຫາລືບັນດາບາດກ້າວເດີນເພື່ອສ້າງວິໄສທັດຍຸດທະສາດໃຫ້ເວທີປາໄສພາຍຫຼັງປີ 2020.

        ຕາມທ່ານປະທານປະເທດແລ້ວ, ວິໄສທັດນັ້ນຕ້ອງຕິດພັນກັບເລື່ອງນຳ APEC ນຳໜ້າໃນການຊຸກຍູ້ການຮ່ວມສຳພັນ, ເຊື່ອມຕໍ່, ເຕີບໂຕຢ່າງມີຄຸນນະພາບ, ຍືນຍົງ ແລະ ກວມລວມ; ຍູ້ແຮງການປະຕິຮູບເສດຖະກິດ, ເສດຖະກິດດີຈີຕອນ, ເສດຖະກິດອີນເຕີແນັດ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັດແຄບຊ່ອງຫວ່າງໃນການພັດທະນາ… ນີ້ແມ່ນຄວາມຮຽກຮ້ອງຕ້ອງການພັດທະນາໃນປະຈຸບັນຂອງບັນດາພື້ນຖານເສດຖະກິດສະມາຊິກ ແລະ ທ່າອ່ຽງລວມຂອງການຮ່ວມມືສາກົນໃນສະຕະວັດທີ 21.

        ສຸດທ້າຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການຕິດພັນລະຫວ່າງຫວຽດນາມ ກັບ APEC, ໃນຕະຫຼອດເກືອບ 20 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນບັນດາຄວາມເອົາໃຈໃສ່ລວມຂອງເວທີປາໄສ.

        ກ້າວເຂົ້າສູ່ໄລຍະປ່ຽນໃໝ່ຢ່າງຄົບຊຸດ ແລະ ຮອບດ້ານ, ດ້ວຍເລື່ອງເປັນເຈົ້າພາບຈັດຕັ້ງປີ APEC 2017, ຫວຽດນາມ ປາດຖະໜາຢາກສືບຕໍ່ຢືນຢັນແຜນນະໂຍບາຍຫັນເປັນຫຼາຍທິດ, ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ເປັນເພື່ອນ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ, ສູ້ຊົນພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ ເພີ່ມພູນຄູນສ້າງປະຊາຄົມອາຊີ - ປາຊີຟິກ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ