APPF 27 ຍົກສູງທີີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມ

(VOVWORLD) -   ສະພາແຫ່ງຊາດຫວຽດນາມ ຍາມໃດກໍກໍານົດວ່າ ການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງ ເວທີປາໄສ APPF ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ທີ່ສໍາຄັນໃນຂອບເຂດລາຍການເຄື່ອນໄຫວການຕ່າງປະເທດທັງໝົດຂອງປີ

ວັນທີ 14 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ ເວທີປາໄສ ລະຫວ່າງລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 27 (APPF 27), ເຊິ່ງຖືກຈັດຂຶ້ນຢູ່ ກໍາປູເຈຍ. ເລື່ອງການນໍາສູງສຸດຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສໍາຄັນສໍາລັບການຮ່ວມມືລະຫວ່າງລັດຖະສະພາ ຂອງພາກພື້ນ ພ້ອມທັງກໍເປັນກາລະໂອກາດ ເພື່ອໃຫ້ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນວິວັດແຫ່ງການພັດທະນາຂອງ APPF.

         ເວທີປາໄສ APPF ຖືກສ້າງຕັ້ງຂຶ້ນແຕ່ປີ 1993, ນີ້ແມ່ນເວທີປາໄສ ທີ່ສະຫງວນໃຫ້ບັນດາສະມາຊິກລັດຖະສະພາ, ລັດຖະສະພາບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ປັດຈຸບັນ, APPF ມີ ທັງໝົດ 27 ລັດຖະສະພາສະມາຊິກ ໃນນັ້ນມີ ອົດສະຕາລີ, ກໍາປູເຈຍ, ການາດາ, ຈີເລ, ໂກລົມເບຍ, ຈີລີ, ໂອກົວດໍ, ອິນໂດເນເຊຍ, ຍີ່ປຸ່່ນ, ສ.ເກົາຫຼີ, ລາວ, ມາເລເຊຍ, ຟິລິບປິນ, ລັດເຊຍ, ສິງກະໂປ, ໄທ, ອາເມລິກາ, ຫວຽດນາມ... ຫວຽດນາມ ເຂົ້າເປັນສະມາຊິກຂອງ APPF ເມື່ອເດືອນ ມັງກອນ 1995.

APPF 27  ຍົກສູງທີີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ APPF 26

        ບັນດາຂີດໝາຍຂອງຫວຽດນາມໃນ APPF

        ສະພາແຫ່ງຊາດຫວຽດນາມ ຍາມໃດກໍກໍານົດວ່າ ການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງ ເວທີປາໄສ APPF ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ທີ່ສໍາຄັນໃນຂອບເຂດລາຍການເຄື່ອນໄຫວການຕ່າງປະເທດທັງໝົດຂອງປີ. ນັບແຕ່ເມື່ອເປັນສະມາຊິກຂອງ APPF ແຕ່ເດືອນມັງກອນ  1995 ມາຮອດປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງເວທີປາໄສ.  ບັນດາການປະກອບສ່ວນ, ຂໍ້ລິເລີ່ມຂອງຫວຽດນາມ ໄດ້ສະແດງອອກຜ່ານຫຼາຍຂົງເຂດຢ່າງຮອບດ້ານ, ນັບແຕ່ການເພີ່ມທະວີການສົມທົບລະຫວ່າງລັດຖະສະພາກັບລັດຖະບານຂອງບັນດາປະເທດ ອາຊີ - ປາຊີີຟິກ ຕະຫຼອດຮອດການຊຸກຍູ້ການຮັບຮອງເອົາມະຕິສະເພາະກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການສ້າງກົນໄກຮ່ວມມືລວມຂອງພາກພື້ນ ອາຊີ - ປາຊີຟິກ... ເມື່ອຕີລາຄາກ່ຽວກັບຄວາມສໍາຄັນຂອງການຮ່ວມມື APPF ຕໍ່ກັບຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ:

        “ຫວຽດນາມ ຍາມໃດກໍຕີລາຄາສູງ ແລະສະໜັບສະໜູນບັນດາເປົ້າໝາຍຂອງເວທີປາໄສ APPF, ຖືນີ້ເປັນເວທີປາໄສທີ່ສໍາຄັນ ປະກອບສ່ວນເຂົ້າໃນການເຈລະຈາກ່ຽວກັບບັນດາບັນຫາດ້ານການເມືອງ - ຄວາມໝັ້ນຄົງ ແລະ ຜົນປະໂຫຍດລວມຂອງພາກພື້ນ ອາຊີ - ປາຊີຟີກ, ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບພາຍໃນພາກພື້ນ. ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງຕັ້ງໜ້າ, ພ້ອມກັບ  APPF ແລະ ລັດຖະສະພາບັນດາປະເທດ ປະຕິບັດວິໄສທັດ ເຊິ່ງພວກເຮົາໄດ້ວາງໄວ້ ໃຫ້ປະກົດຜົນເປັນຈິງ ແລະ ຍົກອອກບັນດາຂໍ້ສະເໜີແນະ, ມະຕິຂອງ APPF ໃຫ້ກາຍເປັນການກະທໍາລະອຽດ”.

        ໃນໄລຍະເວລາ ເປັນສະມາຊິກຂອງ APPF, ຫວຽດນາມ ກໍໄດ້ສ້າງບັນດາຂີດໝາຍທີ່ສໍາຄັນໃນການເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ 2 ຄັ້ງຂອງຂອບການຮ່ວມມືລະຫວ່າງລັດຖະສະພາໃນພາກພື້ນ (APPF 13 ເຊິ່ງຖືກຈັດຂຶ້ນໃນປີ 2005 ແລະ APPF 26 ທີ່ຈັດຂຶ້ນໃນປີ 2018). ທີ່ກອງປະຊຸມ APPF 13, ຫວຽດນາມ ໄດ້ສະເໜີກ່ຽວກັບການຮ່ວມມືເພື່ອຜ່ານຜ່າໄພພິບັດແຜ່ນດິນໄຫວ, ຄື້ນຟອງຍັກ. ນີ້ແມ່ນການກະທໍາທີ່ທັນການ ອັນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການແບ່ງປັນຂອງບັນດາປະເທດສະມາຊິກ APPF ທີ່ມີຕໍ່ກັບບັນດາປະເທດຖືກໄພພິບັດ.

        ກອງປະຊຸມ APPF 26 ດ້ວຍ “ຖະແຫຼງການຮ່າໂນ້ຍ” ໄດ້ເປີດວິໄສທັດໃໝ່ ໃຫ້ແກ່ການພົວພັນຄູ່ຮ່ວມມືລະຫວ່າງລັດຖະສະພາ ອາຊີ - ປາຊີຟິກ ຮອດປີ 2030. ທີ່ກອງປະຊຸມ  APPF 26, ໜຶ່ງໃນບັນດາຈຸດພົ້ນເດັ່ນ ນັ້ນແມ່ນ ເປັນຄັ້ງທໍາອິດ ທີ່ກອງປະຊຸມ ສະມາຊິກລັດຖະສະພາຍິງ APPF ໄດ້ກາຍເປັນກົນໄກເປັນທາງການ ແລະ ຈັດຂຶ້ນຕາມການກໍານົດເວລາຢູ່ບັນດາກອງປະຊຸມປະຈໍາປີີ ຂອງເວທີປາໄສ. APPF 26 ກໍໄດ້ປະຕິບັດສໍາເລັດເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ APPF  ແລະ APEC ( ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ), ອັນໄດ້ສ່ອງແສງເຖິງທ່າອ່ຽງຂອງພື້ນຖານການທູດ ລັດຖະສະພາໃນໄລຍະພັດທະນາໃໝ່ຂອງມ່ວນມະນຸດ. ທ່ານຮອງປະທານສະພາສູງ ກໍາປູເຈຍ Tep Ngorn, ຫົວໜ້າຄະນະຜູ້ແທນ ກໍາປູເຈຍ ຢູ່ APPF 26 ຕີລາຄາວ່າ:

        “ຜົນສໍາເລັດຂອງກອງປະຊຸມໄດ້ສ້າງຂີດໝາຍໃໝ່ຂອງ APPF ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມກັບການປະກອບສ່ວນ, ການແບ່ງປັນວິໄສທັດຈາກບັນດາປະເທດສະມາຊິກ. ບັນດາຜົນສໍາເລັດໃໝ່ນີ້ ໄດ້ສະແດງໃຫ້ເຫັນນໍ້າໃຈຄວາມຮັດຜິດຊອບກໍຄື ຄໍາໝັ້ນສັນຍາ ກ່ຽວກັບດ້ານການເມືອງ ໄດ້ປະຕິບັດວິໄສທັດຊຸກຍູ້ການຮ່ວມມືໃນພາກພື້ນໃຫ້ປະກົດຜົນເປັນຈິງ. ກໍາປູເຈຍ ມີຄວາມເປັນກຽດທີ່ໄດ້ເປັນປະເທດເຈົ້າພາບຈັດ APPF 27 ແລະ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮັບປະກັນທຸກເງື່ອນໄຂ ເພື່ອຈັດຕັ້ງເຫດການດັ່ງກ່າວໃຫ້ປະສົບຜົນສໍາເລັດ”.

        ສືບຕໍ່ປະກອບສ່ວນເຂົ້າໃນເວທີປາໄສລັດຖະສະພາຫຼາຍຝ່າຍ

        ໂດຍຕໍ່ເນື່ອງຈາກບັນດາຄໍາໝັ້ນສັນຍາຢ່າງແຮງ ເຊິ່ງໄດ້ຢັ້ງຢືນໃນຖະແຫຼງການຮ່າໂນ້ຍນັ້ນ, ກອງປະຊຸມ APPF 27 ທີ່ຈະຈັດຂຶ້ນຢູ່ Siem Riep, ກໍາປູເຈຍ ມີຫົວຂໍ້ວ່າ “ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງລັດຖະສະພາ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງ”. ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ມີບົດກ່າວປາໄສ ຢູ່ພິທີໄຂ ດ້ວຍຖານະເປັນປະທານ APPF 26. ສະມາຊິກຄະນະຜູ້ແທນຫວຽດນາມ ຈະເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ວາລະປຶກສາຫາລືກ່ຽວກັບບັນດາບັນຫາດ້ານການເມືອງ ແລະ ຄວາມໝັ້ນຄົງ, ບັນດາບັນຫາເສດຖະກິດ ແລະ ການຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ເຂົ້າຮ່ວມຄະນະກໍາມະການຮຽບຮຽງມະຕິ, ແຈ້ງການຮ່ວມ ແລະ ຖະແຫຼງການ Siem Riep.

        ໂດຍເປັນສະມາຊິກຂອງເວທີປາໄສລະຫວ່າງລັດຖະສະພາ ອາຊີ - ປາຊີຟີກ ມາເປັນເວລາ 20 ກວ່າປີ, ສະພາແຫ່ງຊາດຫວຽດນາມ ນັບມື້ນັບມີບັນດາການປະກອບສ່ວນອັນແທດຈິງ ເພື່ອເຮັດໃຫ້ການຮ່ວມມືໃນ APPF ໝັ້ນຄົງເຂ້ັມແຂງຂຶ້ນຕື່ມ. ບັນດາຄວາມມານະພະຍາຍາມດັ່ງກ່າວ ກໍມີຄວາມໝາຍເຊັ່ນດຽວກັນກັບການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອໃຫ້ຫວຽດນາມ ແລະ ບັນດາປະເທດພ້ອມກັນພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ