BRICS: ໄລຍະທາງ 16 ປີ ແລະ ບັນດາສິ່ງທ້າທາຍໃນສະເພາະໜ້າ

(VOVWORLD) -      ກອງປະຊຸມສຸດຍອດປະຈຳປີຂອງກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນ BRICS ຊຶ່ງລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ຊຶ່ງໄດ້ດຳເນີນແຕ່ວັນທີ 3 ຫາວັນທີ 5 ກັນຍາຢູ່ນະຄອນຮາມົນ ປະເທດຈີນ. ດ້ວຍຫົວຂໍ້ວ່າ ເພີ່ມທະວີຄູ່ຮ່ວມມືເພື່ອອະນາຄົດທີ່ສົດໃສ.

ກອງປະຊຸມແມ່ນເພື່ອແນໃສ່ສົ່ງສານທີ່ແຂງແຮງເພື່ອເພີ່ມທະວີການຮ່ວມມືພາຍໃນກຸ່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນໂລກ, ພົວພັນແລກປ່ຽນດ້ວຍວັດທະນະທຳມະນຸດອັນເລິກເຊິ່ງ. ແຕ່ເຖິງຢ່າງໃດກໍຕາມ, ບັນດາສິ່ງທ້າທາຍທີ່ BRICS ໃນມໍ່ໆມານີ້ພວມປະເຊີນໜ້າຄື ການຂັດແຍ້ງກັນກ່ຽວກັບບັນຫາຊາຍແດນຫຼືສະພາບການຢູ່ພາຍໃນບາງປະເທດພາຄີຂາດສະຖຽນລະພາບ, ອັນໄດ້ເຮັດໃຫ້ຫາງສຽງມີຄວາມລະແວງສົງໄສ. BRICS ອາດຈະກ້າວເດີນຢ່າງເຂວທິດໃນການປະຕິບັດເປົ້າໝາຍກາຍເປັນກຳກັງສູ້ຢັນໃໝ່ກັບຝ່າຍຕາເວັນຕົກໃນຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດຫຼືບໍ່ ?

BRICS: ໄລຍະທາງ 16 ປີ ແລະ ບັນດາສິ່ງທ້າທາຍໃນສະເພາະໜ້າ - ảnh 1 ບັນດາການນຳກຸ່ມ BRIC

       ຄວາມສຳນຶກ BRIC ເປັນຄັ້ງທຳອິດໄດ້ຖືກຍົກອອກມາເມື່ອປີ 2001 ຊຶ່ງປະກອບດ້ວຍບັນດາຕົວອັກສອນພາສາອັງກິດທຳອິດຂອງບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຂຶ້ນຄື : ບຣາຊິນ, ລັດເຊຍ, ອິນເດຍ, ຈີນ. ມາຮອດປີ 2010, BRIC ຈຶ່ງປ່ຽນຊື່ເປັນ BRICS ຍ້ອນມີການເຂົ້າຮ່ວມຂອງອາຟະລິກາໃຕ້.

      ດ້ວຍບັນດາຈຸດພິເສດລວມ ນັ້ນແມ່ນຈຳນວນປະຊາກອນຫຼວງຫຼາຍ, ເນື້ອທີ່ກ້ວາງຂວາງ, ກຳລັງບົ່ມຊ້ອນດ້ານການທະຫານເຂັ້ມແຂງ, ເສດຖະກິດປະຕິຮູບຢ່າງແຂງແຮງ ແລະ ມີການເຕີບໂຕເສດຖະກິດສູງພໍສົມຄວນ. BRICS ຍາມໃດກໍນຳໜ້າໂລກກ່ຽວກັບລະດັບການເຕີບໂຕເສດຖະກິດ ແລະ ມາຮອດປະຈຸບັນ, BRICS ກວມປະມານ 28% GDP ທົ່ວໂລກ. ໄລຍະທີ່ຜ່ານມາ, ກຸ່ມບັນດາປະເທດ BRICS ໄດ້ສວມບົດບາດເປັນກຳລັງໜູນຊຸກຍູ້ການຟື້ນຟູເສດຖະກິດໂລກພາຍຫຼັງວິກິດການການເງິນ, ມີທີ່ຕັ້ງບົດບາດທີ່ນັບມື້ນັບສູງຄຽງຂ້າງກຸ່ມ G7 ຫຼື  G 20.

     ບັນດາຄວາມຫຍຸ້ງຍາກໃນປະຈຸບັນຂອງ BRICS

    ຕໍ່ໜ້າບັນດາການຫັນປ່ຽນຢ່າງວ່ອງໄວຂອງສະພາບການໂລກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກພວມມີການປ່ຽນທິດ, ທັງ 5 ປະເທດສະມາຊິກຫຼັກແຫຼ່ງຂອງ BRICS ລ້ວນແຕ່ພວມປະເຊີນໜ້າກັບສິ່ງທ້າທາຍ. ຖ້າຫາກວ່າ ບຣາຊິນ ປະເຊີນໜ້າກັບວິກິດການເສດຖະກິດ, ການເມືອງນັ້ນ, ອາຟະລິກາໃຕ້ກໍຖືກຕົກເລິກເຂົ້າສູ່ສະພາບຊຸດໂຊມເສດຖະກິດ. ການເຕີບໂຕຂອງ ອາຟະລິກາໃຕ້ບັນລຸພຽງ 0,6%, ສ່ວນ ບຣາຊິນ, ພາຍຫຼັງຖືກຊຸດໂຊມເປັນເວລາ 3 ປີຢ່າງລຽນຕິດ, ໃນມໍ່ໆມານີ້ ຈຶ່ງມີສັນຍາຫຼຸດພົ້ນອອກຈາກສະພາບວິກິດການດ້ວຍລະດັບເຕີບໂຕ 0,2%. ສ່ວນລັດເຊຍໃນສອງສາມປີທີ່ຜ່ານມາ, ຕ້ອງໄດ້ຜ່ານຜ່າຄຳສັ່ງຂວ້ຳບາດຂອງອາເມລິກາ ແລະ ບັນດາປະເທດພັນທະມິດ ແລະ ໃນປະຈຸບັນ, ລັດເຊຍບໍ່ນອນໃນກຸ່ມ 10 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກ. ສ່ວນ ອິນເດຍ ແລະ ຈີນຍາມໃດກໍສູ້ຢັນກັນກ່ຽວກັບຜົນປະໂຫຍດ ແລະ ການແກ່ງແຍ້ງທາງດ້ານພູມສາດ, ການເມືອງ.

        ການພັດທະນາຢ່າງກະໂດດຂັ້ນຂອງ ຈີນ  ແລະ ບັນດາຄວາມມັກໃຫຍ່ໃຝ່ສູງດ້ານພູມສາດການເມືອງຂອງປະເທດນີ້ ນັບມື້ນັບໃຫຍ່ຫລວງ ໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງບັນດາປະເທດຫລຸດລົງ. ພ້ອມກັນນັ້ນ, ທ່າອ່ຽງການປົກປ້ອງດ້ານການຄ້າພວມເກີດຂຶ້ນ ກໍ່ແມ່ນສິ່ງທ້າທາຍອັນໃຫຍ່ຫລວງຕໍ່ BRICS ໃນວິວັດການເຕີບໂຕ ແລະ ພັດທະນາ.

ມານະພະຍາຍາມລົບລ້າງຄວາມສົງໄສກ່ຽວກັບການເຊື່ອມຈອດ

        ໃນສະພາວະນັ້ນ, ກອງປະຊຸມສຸດຍອດ BRICS ຄັ້ງທີ 9 ຢູ່ ຈີນ ໄດ້ຮັບຖືວ່າ ແມ່ນກາລະໂອກາດ ເພື່ອໃຫ້ກຸ່ມ BRICS ລົບລ້າງຄວາມສົງໄສຈາກຫາງສຽງ ເມື່ອຖືວ່າ ອົງການຈັດຕັ້ງດັ່ງກ່າວ ຂາດການເຊື່ອມຈອດ ແລະ ຄົງບໍ່ເໝາະສົມອີກ.

        ໃນບົດກ່າວຄຳເຫັນໄຂພິທີ ດ້ວຍຖານະເປັນປະເທດເຈົ້າພາບ, ທ່ານປະທານປະເທດ ຈີນ ສືຈິ້ນຜິງ ເນັ້ນໜັກວ່າ ໃນສະພາບການໂລກ ມີການປ່ຽນແປງສັບສົນຫລາຍຢ່າງ ແລະ ເລິກເຊິ່ງຄືປະຈຸບັນ ຮຽກຮ້ອງໃຫ້ບັນດາສະມາຊິກ BRICS ຕ້ອງຊຸກຍູ້ການຮ່ວມມືເສດຖະກິດຢ່າງແທ້ຈິງ, ຊຸກຍູ້ການປະຕິຮູບກຳລັງຄວາມສາມາດການບໍລິຫານເສດຖະກິດໂລກ. ບັນດາສະມາຊິກ BRICS ຕ້ອງສະແດງຄວາມເຄົາລົບນັບຖືຊຶ່ງກັນ ແລະ ກັນ, ຫລີກລ້ຽງການປະທະກັນ. ກ່ຽວກັບການຮ່ວມມືພາຍໃນກຸ່ມ. ການນຳ ຈີນ ຢືນຢັນວ່າ: ຕົວເລກແລກປ່ຽນພາຍໃນກຸ່ມກວມເອົາ 5,7% ໃນຍອດຈຳນວນເງິນລົງທຶນຈາກຕ່າງປະເທດ 197 ຕື້ USD ເຂົ້າ BRICS ໃນປີ 2016 ແມ່ນຍັງໜ້ອຍຢູ່ ແລະ ບັນດາປະເທດສະມາຊິກຕ້ອງມີຄວາມຮັບຜິດຊອບ ຊຸກຍູ້ການຮ່ວມມືໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ. ຈີນ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງ 76,4 ລ້ານ USD ໃຫ້ແກ່ແຜນການຮ່ວມມືກ່ຽວກັບເສດຖະກິດ ແລະ ເຕັກໂນໂລຊີຂອງກຸ່ມ BRICS, ພ້ອມທັງ ປະກອບເງິນ 4 ລ້ານ USD ໃຫ້ບັນດາໂຄງການຂອງທະນາຄານພັດທະນາໃໝ່ຂອງກຸ່ມ BRICS (NDB). ຈີນ ກໍ່ຍົກອອກແນວຄວາມຄິດກ່ຽວກັບ BRICS ເປີດກ້ວາງ (BRICS+) ເພື່ອຍົກສູງຈຳນວນສະມາຊິກຂອງກຸ່ມນີ້. ແນວຄວາມຄິດເປີດກ້ວາງ BRICS ອາດຈະຊ່ວຍໃຫ້ “ຖົມເຕັມ” ຊ່ອງວ່າງ ໂດຍນະໂຍບາຍປົກປ້ອງດ້ານການຄ້າຂອງ ອາເມລິກາ ປະໄວ້, ຊ່ວຍໃຫ້ BRICS ສາມາດຮັບປະກັນບົດບາດສຳຄັນໃນໂລກພວມພັດທະນາກ່ວາ.

        ໂດຍແມ່ນຂໍ້ລິເລີ່ມທີ່ຖືກສ້າງຂຶ້ນກ່ອນນີ້ 16 ປີ, ຕາມຄວາມຈິງແລ້ວ BRICS ໄດ້ສ້າງຜົນສະທ້ອນໃນປະຊາຄົມສາກົນບໍ່ນ້ອຍ. ຕໍ່ໜ້າບັນດາສິ່ງທ້າທາຍຄືປະຈຸບັນ, BRICS ພວມມານະພະຍາຍາມສົ່ງສານທີ່ຕັ້ງໜ້າກ່ຽວກັບເລື່ອງເພີ່ມທະວີການຮ່ວມມືແທດຈິງ, ສາມັກຄີພາຍໃນກຸ່ມ, ມຸ່ງໄປເຖິງຈຸດໝາຍ “ການບໍລິຫານທົ່ວໂລກ”.  

ຕອບກັບ

ຂ່າວ/ບົດ​ອື່ນ