FTA ຍີ່ປຸ່ນ- EU: ສານຈະແຈ້ງຄັດຄ້ານລັດທິອາລັກຂາການຄ້າ

(VOVWORLD) -ວັນທີ 17 ກໍລະກົດ, ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ, ບັນດາການນຳ ຍີ່ປຸ່ນ ແລະ ສະຫະພາບເອີລົບ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຢ່າງເປັນທາງການ ພາຍຫລັງເຈລະຈາມາເປັນເວລາກວ່າ 5 ປີ. ໃນສະພາບແນວໂນ້ມອາລັກຂາດ້ານການຄ້າແຜ່ລາມອອກສູ່ວົງກວ້າງ, ໃນນັ້ນ ມີນະໂຍບາຍ “ປະເທດອາເມລິກາເຫນືອກວ່າສິ່ງໃດໝົດ”ຂອງ ປະທານາທິບໍດີ ອາເມລິກາ Donald Trump ແລະ ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມປີນຂັ້ນໄດ, ຂໍ້ຕົກລົງສອງຝ່າຍ EU - ຍີ່ປຸ່ນໄດ້ສົ່ງສານສະບັບຫນຶ່ງຢ່າງແຮງເພື່ອຄັດຄ້ານອາລັກຂາດ້ານການຄ້າ ແລະ ຖືວ່າ ບັນດາປະເທດໃຫຍ່ບໍ່ສາມາດນຳໃຊ້ກຳລັງແຮງດ້ານເສດຖະກິດເພື່ອບັງຄັບຂໍ້ກຳນົດດ້ານການຄ້າທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຕົນ.

FTA-EU ຍີ່ປຸ່ນ ຄາດວ່າຈະມີຜົນສັກສິດໃນເດືອນມີນາປີ 2019 ພາຍຫລັງອົງການນິຕິບັນຍັດສອງຝ່າຍໃຫ້ສັດຕະຍາບັນ. ເມື່ອມີຜົນສັກສິດ, FTA ສະບັບນີ້ ຈະສ້າງອອກຫນຶ່ງ ໃນບັນດາກຸ່ມເສດຖະກິດໃຫຍ່ສຸດໃນໂລກຂຶ້ນ, ກວມປະມານ 30% GDP ທົ່ວໂລກ, ດ້ວຍພົນລະເມືອງກວ່າ 600 ລ້ານຄົນຢູ່ 29 ປະເທດ.

ຕາມເນື້ອໃນທີ່ໄດ້ຕົກລົງນຳກັນແລ້ວ, ຍີ່ປຸ່ນ ຈະລົບລ້າງອັດຕາພາສີສຳລັບ 94% ສິນຄ້າທີ່ນຳເຂົ້າຈາກ EU. ສ່ວນ EU ຈະລົບລ້າງອັດຕາພາສີສຳລັບ 99% ສິນຄ້ານຳເຂົ້າຈາກຍີ່ປຸ່ນ. EU ກໍ່ຈະລົບລ້າງອັດຕາພາສີຕາມແຜນການສຳລັບບັນດາຜະລິດຕະພັນຫລັກແຫລ່ງຂອງຍີ່ປຸ່ນ ຄື: ລົດໂອໂຕ, ໂທລະທັດ.

FTA ຍີ່ປຸ່ນ- EU: ສານຈະແຈ້ງຄັດຄ້ານລັດທິອາລັກຂາການຄ້າ - ảnh 1(ພາບປະກອບ) 

ທ່າອ່ຽງຊຸກຍູ້ບັນດາ FTA ໂດຍບໍ່ມີ ອາເມລິກາ.

ຂໍ້ຕົກລົງ FTA ໄດ້ຮັບການລົງນາມໃນສະພາບທີ່ ທັງ EU ແລະ ຍີ່ປຸ່ນ ຊຶ່ງແມ່ນບັນດາປະເທດພັນທະມິດຍາວນານຂອງ ອາເມລິກາ ລ້ວນແຕ່ນອນໃນບັນຊີລາຍຊື່ບັນດາປະເທດ ແລະ ພາກພື້ນ ຖືກວໍຊີງຕັນ ຈັດວາງອັດຕາພາສີໃຫມ່.

 ນັບແຕ່ເມື່ອຂຶ້ນກຳອຳນາດ, ປະທານາທິບໍດີ ອາເມລິກາ Donald Trump ຍາມໃດກໍ່ຮັກສານະໂຍບາຍນຳປະເທດ ອາເມລິກາ “ກັບຄືນສູ່ປະເທດຍິ່ງໃຫຍ່”. ສຳລັບທ່ານ Donald Trump “ອາເມລິກາເຫນືອກວ່າສິ່ງໃດໝົດ”. ແຕ່ໂລກ ພັດມີຄວາມຄິດແຕກຕ່າງ. ບັນດາພື້ນຖານເສດຖະກິດໃຫຍ່ບໍ່ຍອມຮັບທັດສະນະຂອງ ອາເມລິກາ ກ່ຽວກັບການອາລັກຂາການຄ້າ. ຕໍ່ຫນ້າບັນດາການກະທຳຂອງ ວິຊິງຕັນ ຄື: ການຖອນຕົວອອກຈາກບັນດາສັນຍາການຄ້າເສລີຫລາຍຝ່າຍ, ຢາກເຈລະຈາ FTA ສອງຝ່າຍກັບແຕ່ລະປະເທດ, ຍັງບໍ່ທັນມີປະເທດໃດຍອມຮັບຂໍ້ສະເຫນີຂອງທ່ານ D. Trump ກ່ຽວກັບເລື່ອງເຈລະຈາບັນດາຂໍ້ຕົກລົງ 2 ຝ່າຍໃຫມ່ ແລະ ຫລາຍປະເທດໄດ້ເລືອກເຟັ້ນການລົງນາມບັນດາຂໍ້ຕົກລົງໃຫມ່ກັບບັນດາຄູ່ຮ່ວມມືອື່ນ ຫລື ຊອກຫາບັນດາຂໍ້ຕົກລົງການຄ້າຫລາຍຝ່າຍທີ່ເໝາະສົມ. ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແມ່ນຕົວຢ່າງຫນຶ່ງ ແທນໃຫ້ສັນຍາການຄ້າຂ້າມປາຊິຟິກ TPP ຊື່ງອາເມລິກາຖອນຕົວອອກກ່ອນນີ້.

ສໍາລັບ ອີຢູ ແລ້ວ, ໃນຂະນະທີ່ບັນດາການເຈລະຈາລະຫວ່າງ ອາເມລິກາ - ອີຢູ ໄດ້ປຸກລະດົມ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Barack Obama ຖືກຢຸດສະຫງັກ ພາຍໃຕ້ອໍານາດການປົກຄອງຂອງ ທ່ານ Donald Trump, ອີຢູ ຊອກຫາວິທີຍູ້ໄວການລົງນາມໃນບັນດາສັນຍາການຄ້າເສລີສະບັບໃໝ່ໃນທົ່ວໂລກ, ຊອກຫາວິທີເອົາທຸກສິ່ງທຸກຢ່າງທີ່ເຂົາເຈົ້າຖືວ່າແມ່ນຊ່ອງຫວ່າງໃໝ່ ໃນການຊຸກຍູ້ບັນດາສັນຍາເປິີດປະຕູຕະຫຼາດ. ວັນທີ 6 ກໍລະກົດ, ສະຫະພາບ ເອີຣົບ (ອີຢູ) ແລະຍີ່ປຸ່ນ ເຫັນດີຕໍ່ຂໍ້ຕົກລົງການຄ້າເສລີ ກ່ອນການດໍາເນີນກອງປະຊຸມສຸດຍອດ G20 ແລະ ຂໍ້ຕົກລົງສະບັບດັ່ງກ່າວໄດ້ລົງນາມຢ່າງເປັນທາງການໃນວັນທີ 17 ກໍລະກົດ. ກວມເອົາກວ່າ ¼ ພື້ນຖານເສດຖະກິດທ່ົວໂລກ, ຂໍ້ຕົກລົງສະບັນນີ້ ຈະຍູ້ແຮງການຄ້າລະຫວ່າງ 02 ຕະຫຼາດ ພ້ອມທັງ ເຮັດໃຫ້ກາລະໂອກາດດໍາເນີນທຸລະກິດໃຫ້ບັນດາບໍລິສັດ ອາເມລິກາ ຖືກຫຼຸດນ້ອຍຖອຍລົງ.

                ນອກຈາກຍີ່່ປຸ່ນແລ້ວ, ໃນປີ 2018, ອີຢູ ຍັງພະຍາຍາມບັນລຸໄດ້ບັນດາຂໍ້ຕົກລົງ ການຫຼຸດອັດຕາພາສີ ແລະເປີດປະຕູຕະຫຼາດໃໝ່ ຈາກ ເມັກຊີໂກ ແລະ ຈີເລ. ອີຢູ ກໍພວມເຈລະຈາ ສັນຍາການຄ້າສະບັບໜຶ່ງ ກັບກຸ່ມ Mercosur ເຊິ່ງລວມມີ ອາກຊັງຕີນ, ບຣາຊິນ, ປາຣາກວາຍ ແລະ ອູຣູກວາຍ. ໃນຂະນະນັ້ນ, ທັງ ການາດາ ແລະ ເມັກຊິກໂກ ລ້ວນແຕ່ມີສັນຍານຫັນຫຼັງໃສ່ ອາເມລິກາ ເມື່ອລົງນາມໃນສັນຍາສະບັບໃໝ່, ແທນໃຫ້ NAFTA (ສັນຍາການຄ້າເສລີ ອາເມລິກາເໜືອ) ໃນເມື່ອສັນຍາສະບັບດັ່ງກ່າວຖືກພັງທະລາຍ. ເລື່ອງ ອາເມລິກາ ຖອນຕົວອອກຈາກສັນຍາ TPP  ແລະ ແຜນນະໂຍບາຍເຈລະຈາອັນແຂງກະດ້າງ ສໍາລັບ NAFTA ໄດ້ບັງຄັບໃຫ້ບັນດາລັດຖະບານ ແລະ ຜູ້ຖືຫຸ້ນຢູ່ພາກພື້ນດັ່ງກ່າວ ຕ້ອງຕີລາຄາຄືນໃໝ່ ເລື່ອງເຂົາເຈົ້າຕ້ອງອີງໃສ່ຕະຫຼາດຂອງອາເມລິກາ.

ຊົມເຊີຍໃນການລົງນາມໃນສັນຍາການຄ້າເສລີ

        ເລື່ອງຍີ່ປຸ່ນ ແລະ ອີຢູ ລົງນາມໃນສັນຍາ FTA, ຕາມການຕີລາຄາຂອງບັນດານັກຊ່ຽວຊານ ແລ້ວ, ບໍ່ພຽງແຕ່ແມ່ນບັນຫາພາສີ ແລະ ຮົ້ວກີດຂວາງ ເທົ່ານັ້ນ ຫາກຍັງມີຄວາມໝາຍອັນໃຫຍ່ຫຼວງດ້ານການເມືອງ ອີກດ້ວຍ, ນັ້ນແມ່ນການຄ້າເສລີ ຈະແມ່ນບັນຫາ ທີ່ຈໍາເປັນ, ແມ່ນເດັ່ນກວ່າລັດທິອາລັກຂາ. ສິ່ງດັ່ງກ່າວ ໂດຍບັນດາການນໍາແຖວໜ້າຂອງ ຄະນະກໍາມະການເອີຣົບ ຢັ້ງຢືນວ່າ ເຖິງເວລາແລ້ວ ທີ່ອີຢູ “ຕ້ອງຍອມຮັບຊາຕະກໍາຂອງຕົນດ້ວຍຕົນເອງ”. ແຜນນະໂຍບາຍດັ່ງກ່າວ ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ ເມື່ອມໍ່ໆມານີ້, ບັນດາການນໍາຫຼັກແຫຼ່ງຂອງອີຢູ ໄດ້ປະກົດຕົວເປັນປະຈໍາຢູ່ຕາເວັນອອກກາງ, ຍີ່ປຸ່ນ, ຈີນ ເພື່ອຊອກຫາການຮ່ວມມື. ທ່ານ Norbert Roettgen ປະທານກໍາມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ເຢຍລະມັນ ກໍເຄີຍເນັ້ນໜັກຕໍ່ກັບທ່ານ Donald Trump, ບັນດາຄໍານິຍາມກ່ຽວກັບເພື່ອນມິດ, ສໍາພັນທະມິດ, ຄູ່ຮ່ວມມື, ຄູ່ແຂ່ງ ຫຼື ສັດຕູ ບໍ່ຄົງຕົວຢ່າງຈະແຈ້ງ. ດັ່ງນັ້ນ, ຈະບໍ່ຕົກສະເງີ້ ເມື່ອ ອີຢູ ມຸ່ງໄປເຖິງບັນດາເພື່ອນມິດຢູ່ບ່ອນອື່ນ.

        ແລະເຂົາເຈົ້າ ຊອກໄດ້ສິ່ງດັ່ງກ່າວ ເມື່ອ ລົງນາມໃນ “ຂໍ້ຕົກລົງການຄ້າເສລີສອງຝ່າຍ ກັບຍີ່ປຸ່ນ ທີ່ໃຫຍ່ກວ່າເວລາໃດໝົດ”. ພາຍໃຕ້ການສັງເກດຂອງບັນດານັກຊ່ຽວຊານແລ້ວ, ນີ້ແມ່ນການກະທໍາ ທີ່ມີຄວາມສໍາຄັນຍຸດທະສາດເປັນພິເສດ ສໍາລັບຄວາມເປັນລະບຽບຮຽບຮ້ອຍຂອງສາກົນ ໂດຍອີງໃສ່ກົດໝາຍ. ສໍາລັບສັນຍາ FTA ທີ່ຫາກໍໄດ້ລົງນາມນັ້ນ, ສອງຝ່າຍພວມສົ່ງສານຈະແຈ້ງສະບັບໜຶ່ງວ່າ ເຂົາເຈົ້າພວມຄຽງບ່າຄຽງໄລ່ພ້ອມກັນຕ້ານລັດທິອາລັກຂາ.

ຕອບກັບ

ຂ່າວ/ບົດ​ອື່ນ