HRW ສືບຕໍ່ເສກສັນປັ້ນແຕ່ງກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

(VOVWORLD) - ຫວ່າງແລ້ວນີ້, ອົງການຕິດຕາມກວດກາສິດທິມະນຸດ (HRW) ໄດ້ຍົກອອກບັນດາຂໍ້ມູນຂ່າວທີ່ຜິດກັບຄວາມຈິງ ແລະ ຂາດເຈດຕະນາດີກ່ຽວກັບສະພາບການສິດທິມະນຸດຢູ່ ຫວຽດນາມ, ພິເສດແມ່ນບັນຫາຄວາມເສລີໃນການປາກເວົ້າ ແລະ ຄວາມເສລີທາງເຄືອຂ່າຍອິນເຕີເນັດ. ນີ້ແມ່ນບັນດາຖ້ອຍທຳນອງເກົ່າຂອງອົງການບໍ່ຂຶ້ນກັບລັດຖະບານທີ່ມີທັດສະນະບໍ່ພາວະວິໄສ ກ່ຽວກັບບັນຫາສິດທິມະນຸດຂອງ ຫວຽດນາມ. ບົດຂຽນຂອງ ທູຮວາ, ດ້ວຍຫົວຂໍ້ວ່າ “HRW ສືບຕໍ່ເສກສັນປັ້ນແຕ່ງສິດທິມະນຸດຢູ່ ຫວຽດນາມ”.
 
HRW ສືບຕໍ່ເສກສັນປັ້ນແຕ່ງກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 1ການສະແດງສິລະປະຍ້ອງຍໍປະເທດ ຫວຽດນາມ 

ບົດລາຍງານຫຼ້າສຸດຂອງ HRW ເມື່ອວັນທີ 19 ມິຖຸນາ ໄດ້ສຸມໃສ່ປົກປິດ, ແກ້ໂທດໃຫ້ທີ່ໄດ້ສວຍໃຊ້ສິດເສລີ ໃນການປາກເວົ້າ, ສື່ສານ, ພິເສດແມ່ນ blogger, ນຳໃຊ້ ອິນເຕີເນັດ - facebook… ແລະ ພວກຄົນທີ່ສວຍໃຊ້ການປົກປັກຮັກສາສິ່ງແວດລ້ອມເພື່ອມ້າງທຳລາຍຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຈາກນັ້ນ, HRW ຖືວ່າ ຫວຽດນາມ ໄດ້ “ຕິດຕາມກວດກາສື່ມວນຊົນ, ອິນເຕີເນັດຢ່າງເຄັ່ງຄັດ”, ຈັບຕົວຫຼາຍຄົນ “ທີ່ມີທັດສະນະການເມືອງບໍ່ຄືກັນ”, ບັນດາອະດີດ “ນັກໂທດມະໂນທຳ” ແລະ ບັນດາ blogger.

ຂໍ້ມູນຂ່າວທີ່ເສກສັ້ນປັ້ນແຕ່ງ ແລະ ຂາດຄວາມເປັນຈິງ

       ອົງການຕິດຕາມກວດກາສິດທິມະນຸດ (Human Rights Watch- HRW) ມີສຳນັກງານຕັ້ງຢູ່ ປະເທດ ອາເມລິກາ ແລະ ຫ້ອງການຕາງໜ້າຢູ່ບາງປະເທດ. ການເຄື່ອນໄຫວຕົ້ນຕໍຂອງ HRW ແມ່ນເຊື່ອມຕໍ່ລະຫວ່າງບັນດາບຸກຄົນ, ອົງການເຄື່ອນໄຫວໃນຂົງເຂດ “ສິດທິມະນຸດ”, ສະສົມເອກະສານ, ຮຽບຮຽງບົດລາຍງານປະຈຳປີ, ປຸກລະດົມສ່ວນບຸກຄົນ “ຕໍ່ສູ້ເພື່ອສິດທິມະນຸດ”. ຄວາມເປັນຈິງແລ້ວ, ບັນດາບົດລາຍງານກ່ຽວກັບ ຫວຽດນາມ ຂອງ HRW ບໍ່ອີງໃສ່ແຫຼ່ງຂ່າວທາງການຂອງບັນດາສຳນັກງານ, ອົງການຈັດຕັ້ງລັດ, ສື່ມວນຊົນ  ຫວຽດນາມ, ບັນດາອົງການຈັດຕັ້ງຂອງ ສປຊ ຄື: UNDP, UNESCO, ສະພາສິດທິມະນຸດໃດໆເລີຍ. ຫຼືບັນດາອົງການການເງິນສາກົນຄື: IMF, WB, ADB… ຫາກ HRW ອີງໃສ່ເຂົ້າບັນດາແຫຼ່ງຂ່າວທີ່ເຄີຍດູໝິ່ນກັບລະບອບສັງຄົມໂດຍພັກກອມມູນິດນຳພາ, ຊ້ຳບໍ່ໜຳ, ບັນດາ “blogger  ສ່ວນຕົວ” ເພື່ອຮຽບຮຽງບັນດາບົດລາຍງານນີ້. ຄາດໝາຍຂອງ HRW ແມ່ນນຳໃຊ້ບັນຫາສິດທິມະນຸດເພື່ອເຮັດໃຫ້ລະບອບສັງຄົມໂດຍພັກກອມມູນິດ ຫວຽດນາມ ນຳພາອ່ອນເພຍລົງ. HRW ເຄີຍແຊກແຊງຢ່າງແຮງເຂົ້າອະທິປະໄຕແຫ່ງຊາດຂອງ ຫວຽດນາມ, ເມື່ອຮຽກຮ້ອງ ຫວຽດນາມ ຢຸດຕິອັນທີ່ເອີ້ນວ່າ “ທໍລະມານບັນດາຜູ້ຕໍ່ສູ້ເພື່ອສິດທິມະນຸດ”, ຊ້ຳບໍ່ໜຳຍັງຮຽກຮ້ອງ “ຫວຽດນາມ ໄດ້ຍຸບເລີກ, ປັບປຸງບັນດາມາດຕາໃນປະມວນກົດໝາຍອາຍາ”, ປະຕິບັດ “ລະບອບຫຼາຍພັກຝ່າຍ”… ຄືໃນບົດລາຍງານ.

ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຊຸກຍູ້ສິດທິມະນຸດ

        ຮັບປະກັນ ແລະ ຊຸກຍູ້ບັນດາສິດທິມະນຸດແມ່ນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ລັດ ຫວຽດນາມ, ໄດ້ຮັບການປະຕິບັດເໝາະສົມກັບລັດຖະທຳມະນູນ ແລະ ກົດໝາຍ ຫວຽດນາມ ກໍ່ຄືບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ເຊິ່ງ ຫວຽດນາມ ເປັນສະມາຊິກ. ແຕ່ປີ 2014 ມາຮອດປະຈຸບັນ, ເອກະສານນິຕິກຳສຳຄັນນັບສິບໆສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງທີ່ໄດ້ຮັບຮອງເອົາ, ຫັນເປັນລະອຽດບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ເໝາະສົມກັບສົນທິສັນຍາສາກົນເຊິ່ງ ຫວຽດນາມ ເປັນສະມາຊິກຄື: ສົນທິສັນຍາຕ້ານການທໍລະມານ (CAT), ສົນທິສັນຍາກ່ຽວກັບສິດຂອງຄົນພິການ (CRPD), ສົນທິສັນຍາ ສປຊ ກ່ຽວກັບສິດທິມະນຸດ. ຫວຽດນາມ ກໍ່ຕັ້ງໜ້າປະຕິບັດບັນດາພັນທະ ແລະ ຄຳໝັ້ນສັນຍາສາກົນ ກ່ຽວກັບສິດທິມະນຸດຄື ພວມຮັບຜິດຊອບບົດບາດເປັນສະມາຊິກສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ອາຍຸການ 2016 -2018, ສະພາບໍລິຫານອົງການສຶກສາ, ວັດທະນະທຳ ແລະ ວິທະຍາສາດຂອງ ສປຊ (UNESCO) ອາຍຸການ 2015 -2019, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR)… ໃນສະພາບຕົວຈິງແລ້ວ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການພັດທະນາເປັນປົກກະຕິ, ບັນດາອົງການສັງຄົມ ແລະ ປະຊາຊົນເຂົ້າຮ່ວມຕັ້ງໜ້າໃນວິວັດແຫ່ງການກວດກາ, ຕິດຕາມກວດກາການປະຕິບັດກົດໝາຍ, ນະໂຍບາຍຂອງລັດ. ບັນດາອົງການສາສະໜາກໍມີເງື່ອນໄຂສະດວກເພື່ອເຄື່ອນໄຫວ. ສື່ມວນຊົນ, ອິນເຕີເນັດພັດທະນາຢ່າງແຮງ. ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ປະເທດມີຈຳນວນຜູ້ນຳໃຊ້ອິນເຕີເນັດຫຼາຍສຸດໃນໂລກ, ຢືນທີ 8 ຢູ່ພາກພື້ນ ອາຊີ ແລະ ຢືນທີ 2 ໃນອາຊຽນ. ປະຊາຊົນ ຫວຽດນາມ ປະມານ 50 ລ້ານຄົນໄດ້ນຳໃຊ້ ອິນເຕີເນັດ (ກວມປະມານ 52% ຈຳນວນພົນລະເມືອງ) ແລະ ໄດ້ມີສິດເສລີໃນການປາກເວົ້າຂອງຕົນຜ່ານສື່ສັງຄົມຕ່າງໆ.

        ເລື່ອງລັດ ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດທິມະນຸດແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ. ແຕ່ເພື່ອປົກປ້ອງສິດທິມະນຸດ ແລະ ຜົນປະໂຫຍດຂອງປະຊາຊົນເວົ້າລວມ, ຫວຽດນາມ ກໍ່ເດັດດຽວລົງໂທດຕໍ່ບັນດາບຸກຄົນທີ່ລະເມີດກົດໝາຍ, ສວຍໃຊ້ຄວາມເສລີສື່ມວນຊົນ, ຄວາມເສລີໃນການປາກເວົ້າ, ຄວາມເສລີທາງເຄືອຂ່າຍອີນເຕີເນັດ ເພື່ອກໍ່ຄວາມຂາດສະຖຽນລະພາບທາງສັງຄົມ, ຕ້ານຄືນປະເທດຊາດ ແລະ ປະຊາຊົນ, ໄປຝືນກັບຜົນປະໂຫຍດຂອງປະຊາຊົນ, ປະເທດຊາດ.

        ຄວາມຈິງທີ່ຈະແຈ້ງກ່ຽວກັບເລື່ອງຮັບປະກັນສິດທິມະນຸດຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ HRW ນຳໃຊ້ວິທີການທີ່ເກົ່າແກ່ເພື່ອເສກສັ້ນປັ້ນແຕ່ງສະພາບສິດທິມະນຸດຂອງ ຫວຽດນາມ. ບົດລາຍງານຂອງ HRW ທີ່ຫາກໍ່ປະກາດນັ້ນແມ່ນບໍ່ມີມູນຄ່າເລີຍຢ່າງສິ້ນເຊິ່ງ, ຍ້ອນມັນບໍ່ອີງໃສ່ພື້ນຖານຂໍ້ມູນທີ່ຖືກຕ້ອງ, ພາວະວິໄສ, ໄປຝືນກັບຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ຜົນປະໂຫຍດຂອງຜູ້ຮັກຫອມສັນຕິພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ