Vesak ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ

(VOVWORLD) - ວັນທີ 14 ພຶດສະພາ, ວັນບຸນວິສາຂະບູຊາ ສປຊ Vesak 2019 ໄດ້ອັດລົງຢູ່ຮ່ານາມ (ຫວຽດນາມ) ພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ວັນ. ການຈັດຕັ້ງເຫດການພຸດທະສາສະໜາໃຫ່ຍທີ່ສຸດໃນໂລກນີ້ສຳເລັດຜົນ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກທີ່ມີຕໍ່ສະມາຄົມພຸດທະສາສະໜາຫວຽດນາມ  ເທົ່ານັ້ນ, ຫາກຍັງແມ່ນບາດກ້າວເດີນອີກບາດກ້າວໜຶ່ງບົນເສັ້ນທາງເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ອີກດ້ວຍ. Vesak 2019 ໄດ້ປະກອບສ່ວນສ້າງສັນຕິພາບຂອງປະເທດຊາດ ແລະ ນຳມາຊຶ່ງສັນຕີພາບ ແລະ ນ້ຳໃຈສາມັກຄີໃຫ້ແກ່ມວນມະນຸດ. ບົດຂຽນຂອງນັກຂ່າວທູຮ່ວຽນ.

  ໂດຍໄດ້ເປັນເຈົ້າພາບຈັດງານບຸນວິສາຂະບູຊາ ສປຊ (Vesak), 3 ຄັ້ງນັ້ນ, ຫວຽດນາມ ໄດ້ຢືນຢັນຄວາມມານະພະຍາຍາມ ແລະ ຜົນງານກ່ຽວກັບການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ, ສາສະໜາ, ຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືກັບສາກົນດ້ານສາສະໜາ; ຢືນຢັນບົດບາດຂອງສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ ແລະ ການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ຄວາມມານະພະຍາຍາມຂອງ ສປຊ ໃນການຊຸກຍູ້ສັນຕິພາບ, ໄກ່ເກັ່ຍປອງດອງລະຫວ່າງບັນດາສາສະໜາ ແລະ ພື້ນຖານວັດທະນະທຳ, ຊື່ງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ທີ່ມີຕໍ່ ສປຊ.

Vesak ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ - ảnh 1

ວັດຕາມຈຸກ - ສະຖານທີ່ດໍາເນີນງານບຸນ Vesak (ພາບ: VOV)

   ສະພາບຕົວຈິງພາວະວິໄສກ່ຽວກັບສິດເສລີພາບໃນການເຫຼື້ອມໃສສາສະໜາ, ສາສະໜາ

   ຫົວເລື່ອງຂອງງານບຸນວິສາຂະບູຊາ Vesak  2019 ແມ່ນ “ວິທີສຳຜັດຂອງພຸດທະສາສະໜາກ່ຽວກັບການນຳພາທົ່ວໂລກ ແລະ ໜ້າທີ່ຄວາມຮັບພິດຊອບແບ່ງປັນເພື່ອສັງຄົມຍືນຍົງ” ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງແຮງຂອງລັດຖະບານຫວຽດນາມ, ພຸດທະສາສະໜາຫວຽດນາມ ໃນການປະຕິບັດເປົ້າໝາຍສະຫັດສະຫວັດຂອງ ສປຊ. ພະອາຈານໃຫ່ຍທິກດຶກທ້ຽນ,  ຮອງປະທານທັງເປັນເລຂາທິການໃຫ່ຍສະພາບໍລິຫານສູນກາງພຸດທະສາສະໜາຫວຽດນາມ ເນັ້ນໜັກວ່າ:

    “ຜ່ານນັ້ນສະແດງໃຫ້ເຫັນແນວທາງຂອງພັກ, ລັດຫວຽດນາມ ທີ່ມີຕໍ່ນະໂຍບາຍເສລີພາບທາງສາສະໜາເພື່ອໃຫ້ເພື່ອນມິດສາກົນເຫັນໄດ້ສະພາບຕົວຈິງພາວະວິໄສກ່ຽວກັບສິດເສລິພາບໃນການເຫຼື້ອມໄສສາສະໜາຢູ່ຫວຽດນາມ. ນີ້ກໍ່ແມ່ນເຫດການເພື່ອໃຫ້ໂລກເຫັນໄດ້ໜ້າທີ່ຄວາມຮັບຜິດຊອບຂອງພວກເຮົາທີ່ມີຕໍ່ ສປຊ ໃນທຸກດ້ານ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າປະດິດສ້າງສຳລັບການເຄື່ອນໄຫວສາກົນຫຼາຍຢ່າງ ແລະ ຖືວ່າ ນັ້ນແມ່ນຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ເພື່ອນມິດສາກົນ”.

   ພະມະຫາອາຈານທິກຢາກວາງ, ຮອງປະທານຄະນະກຳມະການຈັດຕັ້ງສາກົນ ງານບຸນວິສາຂະບູຊາ ສປຊ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະໂຄສະນາສື່ສານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ກໍ່ຖືວ່າ, ງານບຸນວິສາຂະບູຊາ Vesak 2019 ມີຄວາມໝາຍອັນໃຫ່ຍຫຼວງຕໍ່ພຸດທະສາສະໜາຫວຽດນາມ, ຊື່ງໄດ້ຢັ້ງຢືນຄວາມເອົາໃຈໃສ່ຂອງພັກ, ລັດທີ່ມີຕໍ່ການເຄືອ່ນໄວຫວທາງດ້ານສາສະໜາຂອງປະຊາຊົນຢູ່ຫວຽດນາມ:

  “ ເລື່ອງເປັນເຈົ້າພາບຈັດຕັ້ງງານບູນວິສາຂະບູຊາ Vesak ແມ່ນຄວາມເປັນກຽດອັນໃຫ່ຍຫຼວງສຳລັບພຸດທະສາສະໜາຫວຽດນາມ, ອັນໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງພຸດທະສາສະໜາຫວຽດນາມ ໃນປະຊາຄົມບັນດາເຜົ່າຢູ່ຫວຽດນາມ ກໍ່ຄືການປະກອບສ່ວນຂອງສະມາຄົມພຸດທະສາສະໜາຫວຽດນາມ ໃນສະມາຄົມພຸດທະສາສະໜາຫວຽດນາມ ແລະ ໃນເວທີສາກົນອີກດ້ວຍ. ທີສອງແມ່ນໄດ້ຢືນຢັນຄວາມເອົາໃຈໃສ່ຂອງພັກ ແລະ ລັດແມ່ນຈະແຈ້ງທີ່ສຸດ. ທີສາມແມ່ນສະແດງໃຫ້ເຫັນຄວາມສະຫນິດຕິດພັນ, ຮ່ວມເດີນທາງ ແລະ ຕິດພັນກັບພຸດທະສາສະໜາໂລກ. ທີສີ່ແມ່ນໂອກາດເພື່ອໂຄສະນາພາບພົດປະເທດຊາດຫວຽດນາມ ທີ່ຮັກຫອມສັນຕິພາບ”.

Vesak ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ - ảnh 2 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນເຈົ້າພາບງານລ້ຽງການນໍາ ແລະ ຜູ້ແທນເຂົ້າຮ່ວມງານບຸນ (ພາບ: VOV)

ຍົກສູງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ

        ທ່ານ ບຸ່ຍຫືວເຢືອກ, ຫົວໜ້າກົມ ພຸດທະສາສະໜາ, ຄະນະສາສະໜາລັດຖະບານຫວຽດນາມ ຢັ້ງຢັນວ່າ ງານບຸນວິສາຂະບູຊາ Vesak ສປຊ 2019 ແມ່ນເຫດການຕ່າງປະເທດສໍາຄັນ ປະກອບສ່ວນຍົກສູງບົດບາດຂອງ ພຸດທະສາສະໜາຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ. ໃນນັ້ນ ມີບົດບາດອັນໃຫຍ່ຫຼວງຂອງລັດຖະບານຫວຽດນາມ:

        “ອາດເວົ້າໄດ້ວ່າ ນີ້ແມ່ນເຫດການສໍາຄັນຂອງ ພຸດທະສາສະໜາ, ແຕ່ກໍແມ່ນເຫດການສໍາຄັນຂອງປະເທດຊາດ. ພຸດທະສາສະໜາ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຄວາມສັດທາຂອງຕົນ ຕໍ່ການແຜ່ຂະຫຍາຍຄຸນຄ່່າຂອງພະພຸດທະເຈົ້າ. ແຕ່ສໍາລັບປະເທດ ນີ້ແມ່ນການເຄື່ອນໄຫວສາກົນ ເພາະວ່າມີກວ່າ 100 ປະເທດ ແລະ ຜູ້ແທນກວ່າ 1600 ທ່ານຈົດທະບຽນເຂົ້າຮ່ວມ. ໂລກຕີລາຄາສູງຕໍ່ວຽກງານການຈັດຕັ້ງຂອງຫວຽດນາມ, ຮັບປະກັນຄວາມສະຫງົບປອດໄພໃນຫຼາຍດ້ານ. ແລະ ວັນບຸນວິສາຂະບູຊາ Vesak ທີ່ຈັດຂຶ້ນຢູ່ຫວຽດນາມ ຍາມໃດກໍແມ່ນພາບພົດທີ່ສວຍງາມ ເພື່ອໃຫ້ສາກົນຍ້ອງຍໍຊົມເຊີຍ ກ່ຽວກັບການກະກຽມອັນລອບຄອບຖີ່ຖ້ວນຂອງປະເທດເຈົ້າພາບ, ຄວາມຮັກແພງແຂກຄົນຂອງ ພະສົງສໍາມະເນນ, ຂອງພຸດທະສາສະນິກກະຊົນ ແລະ ພິເສດ ແມ່ນຄວາມປິຕິຊົມຊື່ນຂອງປະຊາຊົນຫວຽດນາມ”.

        ສານລວມທີ່ໃຫຍ່ສຸດ ເຊິ່ງຜູ້ແທນ ສປຊ, ການນໍາບັນດາປະເທດ, ການນໍາສະມາຄົມພຸດທະສາສະໜາບັນດາປະເທດ... ເຫັນໄດ້ໃນ Vesak 2019 ນີ້ ແມ່ນ ສານເພື່ອໂລກແຫ່ງສັນຕິພາບ. ຖະແຫຼງການຮ່ວມຮ່ານາມ ໄດ້ປະກາດໃນວັນປິດວັນບຸນວິສາຂະບູຊາ Vesak ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມເຫັນດີຂອງພຸດທະສາສະໜາຂອງບັນດາປະເທດໃນການແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມໃຫ້ຫຼາຍກວ່າອີກ ເພື່ອສະໜັບສະໜູນ, ກໍ່ສ້າງ, ຮັກສາ ແລະ ພັດທະນາສັງຄົມໃຫ້ໝັ້ນຄົງໃນສະພາບການ ວິກິດການສັງຄົມ, ການເມືອງ, ເສດຖະກິດ, ວັດທະນະທໍາ ນັບມື້ນັບຮ້າຍແຮງ ແລະ ສັບສົນ. ເລື່ອງເປັນເຈົ້າພາບຈັດຕັ້ງວັນບຸນວິສາຂະບູຊາ Vesak ສໍາເລັດຢ່າງຈົບງາມ ແລະ ປະທັບໃຈນີ້ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃຫ້ປະເທດດຽວເທົ່ານັ້ນ, ຫາກຍັງນໍາມາເຊິ່ງສັນຕິພາບ ແລະ ຄວາມສາມັກຄີໃຫ້ມວນມະນຸດ ອີກດ້ວຍ, ຜ່ານນັ້ນ, ຍົກສູງ ບົດບາດທີ່ຕັ້ງ ຂອງ ຫວຽນນາມ ໃນເວທີສາກົນ./.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ