ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄື່ອອິນເຕີເນັດປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງພົນລະເມືອງ

(VOVWORLD) - ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແມ່ນການຫັນບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງຄວາມປອດໄພທາງເຄືອຂ່າຍອິນເຕີເນັດຂອງ ຫວຽດນາມ ກ່ອນນີ້ເປັນລະບົບ, ລວມສູນ ແລະ ສ້າງເປັນກົດໝາຍ.
ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄື່ອອິນເຕີເນັດປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງພົນລະເມືອງ - ảnh 1ພາບປະກອບ

ກົດໝາຍສະບັບນີ້ບໍ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງອົງການຈັດຕັ້ງ, ສ່ວນບຸກຄົນ. ກົດໝາຍກໍ່ເໝາະສົມກັບລັດຖະທຳມະນູນ ແລະ ບໍ່ກີດຂວາງການປະຕິບັດບັນດາສົນທິສັນຍາສາກົນເຊິ່ງ ຫວຽດນາມ ເປັນສະມາຊິກ.

        ຕາມດັດຊະນີສາກົນແລ້ວ, ຫວຽດນາມ ຢືນອັນດັບທີ 100 ໃນໂລກ ແລະ ຖືກຈັດຢູ່ອັນດັບສຸດທ້າຍໃນພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ລະດັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຕ່ຳໄດ້ພາໄປເຖິງໃນປີ 2017 ຜ່ານມາ, ບັນດາລະບົບຂໍ້ມູນຂ່າວສານຢູ່ ຫວຽດນາມ ຕ້ອງຖືກຮັບມືກັບການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດເຖິງ 15.000 ຄັ້ງ, ກໍ່ຄວາມເສຍຫາຍປະມານ 12.300 ຕື້ດົ່ງ. ໃນ 5 ເດືອນຕົ້ນປີ 2018, ບັນດາອົງການກ່ຽວຂ້ອງໄດ້ຮັບຮູ້ 4.035 ເຫດການບຸກໂຈມຕີທາງອິນເຕີເນັດຢູ່ ຫວຽດນາມ. ຊ່ອງຫວ່າງຂາດຄວາມປອດໄພເພີ່ມຂຶ້ນປະມານກ່ວາ 300%/ປີ, ເຮັດໃຫ້ ຫວຽດນາມ ປະສົບກັບໄພອັນຕະລາຍຫຼາຍຢ່າງເມື່ອກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0

        ສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແມ່ນຖືກຕ້ອງ

        ໃນສະພາບການຄືແນວນັ້ນ, ເລື່ອງ ຫວຽດນາມ ສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ ແມ່ນຖືກຕ້ອງ ແລະ ຈຳເປັນເພື່ອປ້ອງກັນ, ກຽມພ້ອມສະກັດກັ້ນບັນດາໄພນາບຂູ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ປົກປ້ອງອຳນາດອະທິປະໄຕ, ຜົນປະໂຫຍດ, ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງອົງການຈັດຕັ້ງ, ສ່ວນບຸກຄົນ. ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ຢັ້ງຢືນວ່າ:

        “ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແມ່ນບັນຫາສຳຄັນທີ່ສຸດ, ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງຂອງຊາດ. ໃນຊຸມປີມໍ່ໆມານີ້, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ໄດ້ກາຍເປັນຄວາມສົນໃຈພິເສດຂອງຫຼາຍປະເທດ ແລະ ອົງການສາກົນ, ພາກພື້ນ. ບັນດາການບຸກໂຈມຕີເພື່ອແນໃສ່ສະພາບແວດລ້ອມທາງເຄືອຂ່າຍອິນເຕີເນັດ ພັດທະນາຢ່າງວ່ອງໄວທັງດ້ານວິທີການ ແລະ ຂອບຂະໜາດ, ມີລັກສະນະຂ້າມຊາຍແດນ, ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງສະຖຽນລະພາບດ້ານເສດຖະກິດ, ການເມືອງຂອງທຸກໆປະເທດ. ໃນຂະນະນັ້ນ, ບັນດາຄວາມມານະພະຍາຍາມເພື່ອແນໃສ່ປັບປຸງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນຍ້ອນຂາດລະບອບກົດໝາຍ ແລະ ກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ດັ່ງນັ້ນ, ເລື່ອງສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແມ່ນຈຳເປັນທີ່ສຸດໃນສະພາບການປະຈຸບັນ.”

  ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງພົນລະເມືອງ      ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແມ່ນການຫັນບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງຄວາມປອດໄພທາງເຄືອຂ່າຍອິນເຕີເນັດຂອງ ຫວຽດນາມ ກ່ອນນີ້ເປັນລະບົບ, ລວມສູນ ແລະ ສ້າງເປັນກົດໝາຍ. ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ໄດ້ດັດປັບບັນດາການພົວພັນໃນເຄືອຂ່າຍອິນເຕີເນັດ ເພື່ອແນໃສ່ປົກປ້ອງຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ. ໃນການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນສິ່ງດັ່ງກ່າວຢ່າງຈະແຈ້ງວ່າ:

        “ຂອບເຂດການດັດປັບ, ກົດໝາຍນີ້ມີ 3 ບັນຫາຕົ້ນຕໍ, ທີໜຶ່ງແມ່ນຄວາມໝັ້ນຄົງແຫ່ງຊາດ, ທີສອງແມ່ນຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ ແລະ ສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງອົງການຈັດຕັ້ງ, ສ່ວນບຸກຄົນ, ໝາຍຄວາມວ່າ ຖ້າພວກເຮົາໄດ້ສຸມໃສ່ເຂົ້າຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມຫຼາຍນັ້ນ ຈະລະເມີດສິດເສລີສ່ວນບຸກຄົນໃນການສຳຜັດກັບຂໍ້ມູນຂ່າວສານ ຫຼື ສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງບັນດາວິສາຫະກິດເມື່ອນຳໃຊ້ຂໍ້ມູນຂ່າວສານຫຼືບໍ່? ທັງໝົດສິ່ງເຫຼົ່ານັ້ນລ້ວນແຕ່ໄດ້ຮັບການຄິດໄລ່ຊັ່ງຊາ ເພື່ອຮັບປະກັນບໍ່ສົ່ງຜົນສະທ້ອນເຖິງສິດເສລີຂອງສ່ວນບຸກຄົນ. ແລະ ກົດໝາຍສະບັບນີ້ໄດ້ສະກັດກັ້ນ, ແກ້ໄຂ, ຕໍ່ສູ້ກັບບັນດາການກະທຳລະເມີດກົດໝາຍໃນເຄືອຂ່າຍອິນເຕີເນັດແມ່ນຕົ້ນຕໍ ຖ້າຫາກນຳໃຊ້ເຄືອຂ່າຍອິນເຕີເນັດຄືທຳມະດານັ້ນ ຈະບໍ່ມີໃຜກໍ່ຄວາມຫຍຸ້ງຍາກໄດ້. ໝາຍຄວາມວ່າ, ບັນດາການກະທຳຖືກຕ້ອງຕາມກົດໝາຍຈະໄດ້ຮັບການປົກປ້ອງ.”

ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄື່ອອິນເຕີເນັດປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງພົນລະເມືອງ - ảnh 2ພາບປະກອບ

        ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ບໍ່ມີຂໍ້ກຳນົດໃດຈຳກັດສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຂອງພົນລະເມືອງ. ເລື່ອງຫັນກົດໝາຍເປັນລະອຽດ ແລະ ຊີ້ແຈ້ງລະອຽດພໍສົມຄວນບັນດາການກະທຳຖືກເກືອດຫ້າມຍ້ອນລະເມີດກົດໝາຍ ເມື່ອປະຕິບັດສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນຂອງພົນລະເມືອງ ຍ້ອນບັນດາການກະທຳນີ້ໄດ້ກຳນົດແມ່ນການກະທຳລະເມີດກົດໝາຍໃນປະມວນກົດໝາຍອາຍາ. ກ່ຽວກັບສິ່ງດັ່ງກ່າວ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ເມື່ອພົບປະກັບຜູ້ມີສິດເລືອກຕັ້ງແຂວງ ດົ່ງນາຍ, ທ່ານໄດ້ເນັ້ນໜັກວ່າ:

        “ຕ້ອງຢັ້ງຢືນວ່າ, ເມື່ອສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດນັ້ນ ຈະບໍ່ມີເລື່ອງລະເມີດສິດເສລີໃນການປາກເວົ້າ, ສິດໄດ້ສະແດງທັດສະນະ, ຄຳຄິດເຫັນຂອງພົນລະເມືອງ. ໃຜກໍ່ມີສິດສະແດງຄຳຄິດເຫັນ ແຕ່ພວກເຮົາຕ້ອງປະຕິບັດຕາມຂໍ້ກຳນົດຂອງກົດໝາຍ, ບໍ່ແມ່ນວ່າພວກເຮົາເວົ້າວ່າເສລີ ແລ້ວຢາກເຮັດຫຍັງກໍ່ເຮັດໄດ້.”

        ສອດຄ່ອງກັບກົງຫມາຍ ແລະ ບໍ່ກີດຂວາງການປະຕິບັດບັນດາສົນທິສັນຍາສາກົນ

        ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ບໍ່ມີຈຸດປະສົງສະກັດກັ້ນບັນດານັກລົງທຶນຕ່າງປະເທດ. ກົງກັນຂ້າມ, ມັນມີຈຸດປະສົງໜູນຊ່ວຍບັນດາການເຄື່ອນໄຫວໃນເຄືອຂ່າຍອິນເຕີເນັດໃຫ້ປອດໄສກ່ວາ. ເລື່ອງກົດໝາຍສ້າງຕັ້ງບັນດາຂໍ້ກຳນົດເຂັ້ມງວດໃນ ເຄືອຂ່າຍອິນເຕີເນັດ ສຳລັບບັນດາວິສາຫະກິດ ເຄື່ອນໄຫວໃນຂົງເຂດອິນເຕີເນັດໄດ້ຊ່ວຍໃຫ້ບັນດາວິສາຫະກິດຕ່າງປະເທດຄິດໄລ່ຊັ່ງຊາຢ່າງລະອຽດກ່ວາເມື່ອເຂົ້າຮ່ວມການເຄື່ອນໄຫວດຳເນີນທຸລະກິດທາງເຄືອຂ່າຍອິນເຕີເນັດຢູ່ ຫວຽດນາມ. ເລື່ອງສ້າງກົດໝາຍສະບັບນີ້ແມ່ນເໝາະສົມກັບລັດຖະທຳມະນູນ ແລະ ບໍ່ກີດຂວາງການປະຕິບັດບັນດາສົນທິສັນຍາສາກົນເຊິ່ງ ຫວຽດນາມ ເປັນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ