ກົດໝາຍວ່າດ້ວຍງົບປະມານປ້ອງກັນປະ​ເທດອາເມລິກາ2019:ການລົງທຶນສຳຄັນໃນປະຫວັດສາດກອງທັບອາເມລິກາ

(VOVWORLD) - ວັນທີ 13 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີ 2019 (NDAA).

ທ່ານ D.Trump ຕີລາຄາວ່າ ນີ້ແມ່ນການລົງທຶນສຳຄັນໃນປະຫວັດສາດທັນສະໄໝຂອງກອງທັບ ອາເມລິກາ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນກົດໝາຍໄດ້ສະແດງໃຫ້ເຫັນຫຼັກໝັ້ນກ້ຳເກີ່ງກັບ ຈີນ ທີ່ແຂງກະດ້າງກ່ວາ ເມື່ອທຽບໃສ່ບັນດາປະທານາທິບໍດີຄົນລຸ້ນກ່ອນ, ພິເສດແມ່ນໃນດ້ານຍຸດທະສາດ.

ກົດໝາຍວ່າດ້ວຍງົບປະມານປ້ອງກັນປະ​ເທດອາເມລິກາ2019:ການລົງທຶນສຳຄັນໃນປະຫວັດສາດກອງທັບອາເມລິກາ - ảnh 1ທ່ານປະທານາທິບໍດີ  ອາເມລິກາ  Donald Trump  (ພາບ: AP)

        ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ ໄດ້ເຊັນປະກາດໃຊ້, ກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີການເງິນ 2019 ໂດຍສະພາຕ່ຳ ແລະ ສະພາສູງອາເມລິກາ ຮັບຮອງເອົາເມື່ອທ້າຍເດືອນ ກໍລະກົດ ແລະ ຕົ້ນເດືອນ ສິງຫາ ດ້ວຍຄວາມເຫັນດີເຫັນພ້ອມສູງ. ເລື່ອງສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ໄດ້ຮັບຖືວ່າແມ່ນການສະໜັບສະໜູນຄຳຮຽກຮ້ອງຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບການເພີ່ມທະວີກຳລັງແຮງໃຫ້ກອງທັບ.

ການລົງທຶນໃຫຍ່ໃຫ້ກອງທັບ ອາເມລິກາ

        ກົດໝາຍດັ່ງກ່າວ ອະນຸຍາດສະໜອງງົບປະມານປ້ອງກັນປະເທດຂອງ ອາເມລິກາ ຢູ່ໃນລະດັບ 716 ຕື້ USD ໃນປີການເງິນ 2019. ໃນຈຳນວນເງິນດັ່ງກ່າວ, ອຳນາດການປົກຄອງຈະເບີກຈ່າຍ 69 ຕື້ USD ເພື່ອອຸປະຖຳໃຫ້ບັນດາການເຄື່ອນໄຫວໃຊ້ຈ່າຍຢູ່ຕ່າງປະເທດ ແລະ ເກືອບ 22 ຕື້ USD ໃຫ້ໂຄງການອາວຸດນິວເຄຼຍ. NDAA ກໍ່ສະເໜີເບີກຈ່າຍຈຳນວນເງິນຫລາຍສົມຄວນເພື່ອຊື້ເຮືອບິນຕ້ານລະບົບຣາດາ F-35 77 ລຳ, ຊຶ່ງແມ່ນໂຄງການອາວຸດທີ່ສິ້ນເປືອງທີ່ສຸດຂອງທຳນຽບ 5 ແຈ ແລະ ປະມານ 24 ຕື້ USD ຈະສະຫງວນໃຫ້ການຕໍ່ເຮືອບິນລຳໃໝ່ ແລະ ຊຸກຍູ້ການອຸປະຖຳໃຫ້ບັນດາເຮືອບິນໃນອະນາຄົດ, ໃນນັ້ນ ມີກ່ຳປັ່ນເດີ່ນບິນລຸ້ນ Ford ທີ 4 ແລະ ກ່ຳປັ່ນດຳນ້ຳບັນຈຸລູກສອນໄຟນຳວິຖີລຸ້ນ Columbia 1 ລຳ.

ນອກຈາກນັ້ນ, ຮ່າງກົດໝາຍດັ່ງກ່າວກໍ່ໄດ້ລວບລວມແຜນງົບປະມານໃຫ້ແກ່ການຊື້ອາວຸດປະເພດຕ່າງໆ ກໍ່ຄືແຜນການພັດທະນາບັນດາອາວຸດປະເພດໃໝ່ຄື ເຮືອບິນຖິ້ມລະເບີດຕ້ານລະບົບຣາດາໄລຍະໄກ B -21, ເລື່ອງປະສານສົມທົບ 2 ລະບົບປ້ອງກັນລູກສອນໄຟ Patriot ແລະ THAAD.

        ເລື່ອງກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດ ອາເມລິກາ ປີ 2019 ໄດ້ຮັບການຮັບຮອງເອົາເປັນການສະແດງໃຫ້ເຫັນເລື່ອງພາຍຫຼັງເວລາຫຼາຍປີໄດ້ຫລຸດຜ່ອນງົບປະມານນັ້ນ, ອາເມລິກາ ພວມສ້າງກອງທັບຢູ່ໃນລະດັບບໍ່ເຄີຍມີມາກ່ອນ.

        ສິ່ງດັ່ງກ່າວໂດຍທ່ານປະທານາທິບໍດີ D. Trump ຮັບຮູ້ແມ່ນການລົງທຶນສຳຄັນທີ່ສຸດໃນປະຫວັດສາດຍຸກທັນສະໄໝຂອງກອງທັບ ອາເມລິກາ, ຊ່ວຍເພີ່ມທະວີກຳລັງແຮງທີ່ບໍ່ເຄີຍມີມາກ່ອນ ແລະ ກອງທັບຈະມີເຮືອບິນ, ກ່ຳປັ່ນສູ້ຮົບ, ລົດຖັງ ແລະ ລູກສອນໄຟລຸ້ນດີທີ່ສຸດ.

ຈຸດປະສົງ ແລະ ປະຕິກິລິຍາຈາກພາຍນອກ

        ໄປຄຽງຄູ່ກັບການເພີ່ມທະວີການລົງທຶນໃຫ້ແກ່ກອງທັບ ອາເມລິກາ, ກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີການເງິນ 2019 ກໍ່ຢັ້ງຢືນເຖິງສິ່ງທ້າທາຍສຳລັບ ຄວາມວັດທະນາຖາວອນ ແລະ ຄວາມໝັ້ນຄົງຂອງ ອາເມລິກາ ແມ່ນການປະກົດອອກການຂັດແຍ້ງກັນຍຸດທະສາດໄລຍະຍາວຄືນໃໝ່, ໃນນັ້ນ, ອາເມລິກາ ຕ້ອງມີການກະທຳຫຼາຍກ່ວາເພື່ອແກ່ງແຍ້ງກັບ ຈີນ ແລະ ລັດເຊຍ. ດັ່ງນັ້ນ, ພ້ອມກັບບັນດາມາດຕະການຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າຈາກຈີນ ໃນຊຸມເດືອນມໍ່ໆມານີ້ນັ້ນ, NDAA ຂອງ ອາເມລິກາ ໃນປີການເງິນ 2019 ໄດ້ມີບັນດາມາດຕາແຂງກະດ້າງກ່ວາສຳລັບປະເທດ ອາຊີຕາເວັນອອກສ່ຽງເໜືອນີ້. NDAA ກໍ່ອະນຸຍາດສະໜອງດ້ານການເງິນໃຫ້ແກ່ 14 ການກະທຳເພື່ອສະກັດກັ້ນ ຈີນ, ໃນນັ້ນ ມີເລື່ອງໜູນຊ່ວຍຂໍ້ລິເລີ່ມສ້າງເຂດ ມະຫາສະໝຸດ ອິນເດຍ - ປາຊີຟິກ ມີສະຖຽນລະພາບ; ຍົກລະດັບຂໍ້ລິເລີ່ມຄວາມປອດໄພການເດີນທະເລຢູ່ອາຊີຕາເວັນອອກສ່ຽງໃຕ້ສະບັບເກົ່າ ເພື່ອກວມລວມໃນເຂດ ມະຫາສະໝຸດ ອິນເດຍ - ປາຊີຟິກ…

        ນອກຈາກນັ້ນ, ຮ່າງກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີການເງິນ 2019 ກໍ່ເພີ່ມທະວີສິດອຳນາດຂອງຄະນະກຳມະການລົງທຶນຕ່າງປະເທດເຂົ້າ ອາເມລິກາ. ຄະນະກຳມະການນີ້ໄດ້ຕິດຕາມບັນດາບ້ວງເງິນລົງທຶນຂອງຈີນ ແລະ ປະຈຸບັນ, ຄະນະກຳມະການນີ້ໄດ້ຖືກມອບວຽກງານຕີລາຄາຜົນກະທົບຂອງບັນດາບ້ວງເງິນລົງທຶນນີ້ຕໍ່ຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ຖ້າເມື່ອທຽບໃສ່ຮ່າງກົດໝາຍສະບັບຕົ້ນນັ້ນ, ກົດໝາຍສະບັບນີ້ຈະໄດ້ຮັບຖືວ່າ ແມ່ນຫລຸດຜ່ອນບັນດາມາດຕະການຄວບຄຸມການເຄື່ອນໄຫວຂອງບໍລິສັດເຕັກໂນໂລຊີຂອງຈີນ 2 ແຫ່ງນັ້ນແມ່ນ ZTE Corp ແລະ Huawei Technologies Co Ltd.

        ນັບແຕ່ເມື່ອຮ່າງກົດໝາຍໄດ້ຮັບການຮັບຮອງເອົາທີ່ສະພາແຫ່ງຊາດ ອາເມລິກາ, ປັກກິ່ງ ໄດ້ຕິໜິຕິຕຽນການກະທຳນີ້ ແລະ ຮຽກຮ້ອງໃຫ້ ວໍຊິງຕັນ ປະລະ “ເຈດຕະນາການສົງຄາມເຢັນທີ່ຫຼ້າຫຼັງ, ຜູ້ຮັບໄຊຊະນະຜູ້ຖືກປະລາໄຊ”. ໂຄສົກກະຊວງການຕ່າງປະເທດ ຈີນ ເກີ໋ນສາງ ເຄີຍເນັ້ນໜັກວ່າ ອາເມລິກາ ພວມ “ທຳລາຍການພົວພັນ ແລະ ການຮ່ວມມືສອງຝ່າຍ” .

        ຮ່າງກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດຂອງອາເມລິກາ ໃນປີການເງິນ 2019 ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອຳນາດການປົກຄອງປະທານາທິບໍດີ Donald Trump ກ່ຽວກັບການຮັກສາພື້ນຖານອຸດສາຫະກຳປ້ອງກັນຊາດຢ່າງແຮງ ແລະ ຢຶດໝັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ກົດໝາຍສະບັບດັ່ງກ່າວກໍ່ພວມ ແລະ ຈະກໍ່ໃຫ້ເກີດບັນດາຄວາມວິຕົກວັງວົນໃຫ້ແກ່ປະຊາຄົມສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ