ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງໄດ້ຫຼືບໍ?

(VOVWORLD) -ຄາດວ່າທ່ານປະທານາທິບໍດີລັດເຊຍ V.Putin ແລະຄູ່ຕໍາແໜ່ງອາເມລິກາ D.Trump ຈະມີການພົບປະຂັ້ນສຸດຍອດໃນວັນທີ 16 ກໍລະກົດ ຈະມາເຖິງຢູ່ Helsinki, ປະເທດແຟງລັງ. ພາຍຫຼັງບັນດາຄວາມເຄັ່ງຕຶງ, ການພົວພັນສອງປະເທດພວມຕົກຢູ່ໃນລະດັບຕໍ່າທີ່ສຸດ ນັບແຕ່ສົງຄາມເຢັນເປັນຕົ້ນມາ, ບາງຄັ້ງບາງຄາວ ເກືອບຄືວ່າ ຈະຕົກເຂົ້າສູ່ສະພາບສູ້ຢັນກັນແລ້ວ.  ຜ່ານກອງປະຊຸມສຸດຍອດຄັ້ງນີ້, ການນໍາສອງປະເທດ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງທີ່ມີມາແຕ່ດົນນານ ໄດ້ຫຼືບໍ? ເພື່ອສ້າງການພົວພັນທີ່ໜ້າໄວ້ເນື້ອເຊື່ອໃຈກວ່າ ໃນອະນາຄົດ ນັ້ນແມ່ນສິ່ງທີ່ຫາງສຽງພວມມີຄວາມສົນໃຈເປັນພິເສດ.

ນີ້ແມ່ນຄັ້ງທໍາອິດທີ່ ທ່ານປະທານາທິບໍດີ ອາເມລິກາ D.Trump ແລະ ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ພົບປະກັນຢ່າງເປັນທາງການ ນັບແຕ່ເມື່ອ ທ່ານ D.Trump ກ້າວເຂົ້າສູ່ທໍານຽບຂາວ ແລະ ກໍແມ່ນຄັ້ງທໍາອິດ ທີ່ປະມຸກລັດສອງປະເທດໄດ້ພົບປະກັນຢ່າງເປັນທາງການ ນັບແຕ່ປີ 2009 ມາຮອດປັດຈຸບັນ.

ການພົວພັນທີ່ເຕັມໄປດ້ວຍອຸປະສັກ

        ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາການພົວພັນລະຫວ່າງປະເທດໃຫຍ່ ທີ່ສັບສົນທີ່ສຸດໃນໂລກ. ຄວາມແຕກຕ່າງກັນ ກ່ຽວກັບລະບອບການເມືອງ, ການສູ້ຢັນກັນ ກ່ຽວກັບກໍາລັງແຮງດ້ານການທະຫານ ເຮັດໃຫ້ສອງປະເທດດັ່ງກ່າວ ຍາກທີ່ຈະສາມາດສ້າງການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໄດ້.

ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ອາດສາມາດແກ້ໄຂບັນດາຄວາມຂັດແຍ້ງໄດ້ຫຼືບໍ? - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

ໃນກວ່າ 10 ປີຜ່ານມາ, ການພົວພັນລະຫວ່າງລັດເຊຍ - ອາເມລິກາ ໄດ້ຜ່ານຜ່າຫຼາຍເຫດການສໍາຄັນ, ໃນນັ້ນສິ່ງທີ່ເປັນໜ້າສົນໃຈ ແມ່ນວິກິດການ ຢູແກຼນ ແລະ ເລື່ອງ Crime ໄດ້ໂຮມເຂົ້າລັດເຊຍ, ລັດເຊຍແຊກແຊງດ້ານການທະຫານເຂົ້າຊີຣີ, ວິກິດການທາງການທູດລະຫວ່າງ ລັດເຊຍ - ອາເມລິກາ ຜ່ານການເນລະເທດບັນດານັກການທູດອອກຈາກປະເທດ..., ກໍຄືການຖົກຖຽງກັນໄດ້ເກີດຂຶ້ນ ຢ່າງບໍ່ຢຸດຢັ້ງ ໃນຫຼາຍປີຜ່ານມາ ຫຼືກ່ຽວຂ້ອງເຖິງ ເລື່ອງຫຼຸດຜ່ອນອາວຸດນິວເຄຼຍ, ລະບົບປ້ອງກັນລູກສອນໄຟ. ຄວາມບໍ່ລົງລອຍກັນທັງໝົດເຫຼົ່ານັ້ນ ໄດ້ຍູ້ທ່າອ່ຽງຂອງການພົວພັນສອງຝ່າຍລະຫວ່າງອາເມລິກາ - ລັດເຊຍ ໃຫ້ຖອຍລົງ.

        ນັບແຕ່ເມື່ອ ທ່ານ D.Trump ຮັບດໍາລົງຕໍາແໜ່ງຢູ່ ອາເມລິກາ ມາຮອດປັດຈຸບັນ, ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ບໍ່ໄດ້ດີປານໃດ ເມື່ອທຽບໃສ່ຊຸມປີກ່ອນໆ.  ຕົ້ນເດືອນ ເມສາ 2018 ທີ່ຜ່ານມາ, ຝ່າຍອາເມິລກາ ໄດ້ເພີ່ມມາດຕະການ ແລະ ຈັດວາງການລົງໂທດລັດເຊຍ ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະການເງິນ ຢູ່ໃນລະດັບສູງກວ່າຍ້ອນຫຼາຍສາຍເຫດທີ່ຕ່າງກັນ. ໃນກໍລະນີ ນັກສືບຂ່າວຄົນລັດເຊຍ Sergey  Skripal ຖືກວາງຢາເບື່ອຢູ່ອັງກິດ, ເຖິງວ່າຫຼັກຖານຫາກໍພຽງແຕ່ ແມ່ນບັນດາການກ່າວຫາລ້າໆຂອງລັດຖະບານອັງກິດ ເທົ່ານັ້ນ, ແຕ່ຝ່າຍອາເມລິກາ ໄດ້ນໍາໜ້າໃນສົງຄາມດ້ານການທູດຕ້ານລັດ   ເຊຍ. ເນື້ອໃນປະມວດກົດໝາຍໃໝ່ ເຊິ່ງທ່ານ V.Putin ໄດ້ເຊັນປະກາດໃຊ້ນັ້ນ ແມ່ນບັນດາມາດຕະການຂອງລັດເຊຍ ເພື່ອແນໃສ່ລົງໂທດບັນດາປະເທດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນທັງໝົດ ທີ່ຮ່ວມມືກັບອາເມລິກາ ແລະ ເຂົ້າຮ່ວມພ້ອມກັບອາເມລິກາ ລົງໂທດລັດເຊຍ.

        ເຖິງຢ່າງໃດກໍຕາມ, ເພື່ອປະຕິບັດ ແລະ ປົກປ້ອງຜົນປະໂຫຍດດ້ານການເມືອງ ຄວາມໝັ້ນຄົງ ບໍ່ວ່າຢູ່ບ່ອນໃດໃນໂລກ, ທ່ານ D.Trump ລ້ວນແຕ່ຕ້ອງການເຖິງການສະໜັບສະໜູນ ແລະ ການເຂົ້າຮ່ວມຂອງລັດເຊຍ ຫຼືມີການຮ່ວມເດີນທາງຂອງລັດເຊຍ ຍາມໃດກໍ່ແມ່ນສິ່ງດີກວ່າ ແລະ ສະດວກກວ່າສໍາລັບອາເມລິກາ. ໃນຂະນະນັ້ນ, ທ່ານ V.Putin ກໍມີຄວາມຕ້ອງການຄ້າຍຄື ກັນໃນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ແລະ ມີເຈດຕະນາຢາກແບ່ງແຍກ ອາເມລິກາ ກັບບັນດາສໍາພັນທະມິດ ແລະ ຄູ່ຮ່ວມມືຍຸດທະສາດຂອງອາເມລິກາຢູ່ຫຼາຍເຂດແຄວ້ນໃນໂລກ. ເພາະສະນັ້ນ, ຖ້າຫາກພິຈາລະນາຢ່າງເລິກເຊິ່ງແລ້ວ, ທັງສອງຝ່າຍລ້ວນແຕ່ຄິດໄລ່ ແລະ ມີການປະພຶດຢູ່ລະດັບໃດໜຶ່ງ ເພື່ອບໍ່ປະໃຫ້ສະພາບການເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ ແລະ ເກີນຄວາມສາມາດຄວບຄຸມໄດ້.

ຍາກທີ່ຈະມີບາດກ້າວບຸກທະລຸ, ມີຄວາມໝາຍເປັນສັນຍາລັກຫຼາຍກວ່າ

        ເພື່ອມຸ່ງໄປເຖິງການພົບປະຂັ້ນສຸດຍອດຄັ້ງນີ້, ໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ມີບັນດາການກະທໍາ “ພົວພັນນໍາກັນ” ຜ່ານບັນດາການພົບປະຄະນະຜູ້ແທນຂັ້ນສູງ, ໃນນັ້ນມີ ຄະນະສະມາຊິກລັດຖະສະພາ ອາເມລິກາ ໄປຢ້ຽມຢາມ ລັດເຊຍ. ເຖິງຢ່າງໃດກໍຕາມ, ສັນຍານຕັ້ງໜ້າທີ່ສຸດ ແມ່ນ ຄວາມເປັນເຈົ້າການຂອງ ທ່ານປະທານາທິບໍດີ D.Trump, ເມື່ອທ່ານອອກຄໍາຖະແຫຼງວ່າ ຈະສະໜັບສະໜູນເລື່ອງປັບປຸງການພົວພັນກັບ ລັດເຊຍ ຢ່າງບໍ່ຢຸດຢັ້ງ, ຖືການເຈລະຈາໂດຍກົງ ແມ່ນວິທີດີທີ່ສຸດ ເພື່ອແກ້ໄຂບັນດາບັນຫາລະຫວ່າງສອງປະເທດ.

        ກໍາແໜ້ນ “ກາລະໂອກາດຄໍາ” ນີ້, ສອງຝ່າຍພວມອອກເຫື່ອເທແຮງກະກຽມໃຫ້ແກ່ການພົບປະ ທີ່ໄດ້ຮັບການຕີລາຄາວ່າ ແມ່ນການພົບປະສໍາຄັນທີ່ສຸດ. ແຕ່ວ່າ, ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ການພົບປະດັ່ງກ່າວ ມີລັກສະນະເປັນສັນຍາລັກຫຼາຍກວ່າ. ແລະ ແທນທີ່ໃຫ້ແກ່ການຊອກຫາຫຼັກໝັ້ນລວມ ກ່ຽວກັບບັນດາບັນຫາທີ່ສັບສົນຄື ຢູແກຼນ ຫຼື ຊີຣີ, ວໍຊິງຕັນ ແລະ ມົດສະກູ ຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນ ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ, ໃນນັ້ນ, ແນ່ນອນວ່າ ວັງ Kremlin ຈະຂົນຂວາຍເພື່ອໃຫ້ ອາເມລິກາ ໜູນຊ່ວຍເລື່ອງຫຼຸດລະດັບບັນດາມາດຕະການລົງໂທດດ້ານເສດຖະກິດຂອງຝ່າຍຕາເວັນຕົກ ທີ່ແນໃສ່ ລັດເຊຍ ແລະນີ້ອາດຈະແມ່ນເງື່ອນໄຂທີ່ ອາເມລິກາ ໄດ້ຍົກອອກມາ ເພື່ອໃຫ້ ລັດເຊຍ ເພີ່ມກໍາລັງດັນຕໍ່ ອີຣານ, ເຮັດໃຫ້ ອີຣານ ຕ້ອງຢຸດຕິການມີໜ້າຂອງພົນທະຫານຢູ່ຊີຣີ ແລະຄວບຄຸມລະດັບຜົນສະທ້ອນຂອງອີຣານໃນພາກພື້ນ.

        ອີງຕາມບັນດາການຜັນແປໃນປັດຈຸບັນ, ອາດເຫັນໄດ້ວ່າ ກອງປະຊຸມສຸດຍອດ ຍັງບໍ່ທັນມີຄວາມສາມາດຢ່າງພຽງພໍ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ, ແຕ່ຢ່າງໜ້ອຍສຸດກໍແມ່ນບາດກ້າວເດີນຕາມທິດຖືກຕ້ອງ ເພື່ອແນໃສ່ຫຼີກລ້ຽງເລື່ອງເດີນຕາມເສັ້ນທາງເກົ່າ ພາໄປເຖິງການເກີດສົງຄາມເຢັນອີກ. ສິ່ງສໍາຄັນທີ່ສຸດ ແມ່ນ ການພົບປະຄັ້ງນີ້ ຈະໃຊ້ເປັນແປ້ນຢັນ ຊ່ວຍໃຫ້ການພົວພັນສອງຝ່າຍ “ໃສແຈ້ງກວ່າເກົ່າ” ./.

ຕອບກັບ

ຂ່າວ/ບົດ​ອື່ນ