ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ: ກາລະໂອກາດເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດ ຫວຽດນາມ

(VOVWORLD) - ເລື່ອງການນຳ 2 ປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຫວຽດນາມ ເປັນສະຖານທີ່ພົບປະ ໄດ້ສະແດງໃຫ້ເຫັນທັງ 2 ປະເທດລ້ວນແຕ່ຕີລາຄາ ຫວຽດນາມ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ເປັນປະເທດທີ່ມີນະໂຍບາຍການຕ່າງປະເທດດຸ່ນດ່ຽງ, ເປີດກ້ວາງ. 

ວັນທີ 27 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ໄດ້ດຳເນີນຢູ່ ຮ່າໂນ້ຍ, ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນຄືນໃໝ່ແນວທາງການຕ່າງປະເທດ “ຫັນເປັນຫລາຍຮູບຫລາຍແບບ, ຫັນເປັນຫລາຍຝ່າຍ”, “ເປັນເພື່ອນມິດກັບທຸກປະເທດ”. ກອງປະຊຸມກໍ່ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດການຕ່າງປະເທດໄກ່ເກ່ຍໃນວິວັດການສັນຕິພາບຢູ່ແຫຼມ ເກົາຫຼີ ເປັນຢ່າງດີ.

ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ: ກາລະໂອກາດເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດ ຫວຽດນາມ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ  Kim Jong-un ພົບປະຢູ່ ສິງກະໂປ ປີ 2018. (ພາບ: AFP) 

       ເລື່ອງການນຳ 2 ປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຫວຽດນາມ ເປັນສະຖານທີ່ພົບປະ ໄດ້ສະແດງໃຫ້ເຫັນທັງ 2 ປະເທດລ້ວນແຕ່ຕີລາຄາ ຫວຽດນາມ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ເປັນປະເທດທີ່ມີນະໂຍບາຍການຕ່າງປະເທດດຸ່ນດ່ຽງ, ເປີດກ້ວາງ. ເລື່ອງນະຄອນ ຮ່າໂນ້ຍ, ຂອງ ຫວຽດນາມ ໄດ້ຮັບເລືອກເປັນສະຖານທີ່ດຳເນີນກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ກຳລັງຄວາມສາມາດ, ບົດບາດຂອງ ຫວຽດນາມ ໃນບັນຫາຄວາມສະຫງົບປອດໄພ ແລະ ສັນຕິພາບຂອງພາກພື້ນ ແລະ ໂລກ.

ປາດຖະໜາຢາກປະຕິບັດບົດບາດການຕ່າງປະເທດໄກ່ເກັ່ຍເປັນຢ່າງດີ

        ໜຶ່ງໃນບັນດາຈຸດສຸມບຸລິມະສິດຂອງການຕ່າງປະເທດ ຫວຽດນາມ ປີ 2019 ກໍ່ຄືໃນໄລຍະຈະມາເຖິງ ນັ້ນແມ່ນການຕ່າງປະເທດໄກ່ເກ່ຍ. ສິ່ງດັ່ງກ່າວ ກໍ່ໄດ້ຢັ້ງຢືນໃນຄຳສັ່ງຂອງຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ສະບັບອອກເດືອນ ສິງຫາ 2018. ເປັນປະເທດທີ່ມີບົດຮຽນໃນການໄກ່ເກ່ຍ ແລະ ສັນຕິພາບ, ໂດຍຜ່ານກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນຄັ້ງນີ້, ຫວຽດນາມ ປາດຖະໜາຢາກເສີມຂະຫຍາຍບົດບາດໄກ່ເກ່ຍເປັນຢ່າງດີ ໂດຍຜ່ານບົດບາດເປັນປະເທດເຈົ້າພາບຈັດຕັ້ງ, ໜູນຊ່ວຍກອງປະຊຸມດຳເນີນໄປຢ່າງສະດວກ ແລະ ບັນລຸໄດ້ໝາກຜົນ. ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:

        ຫວຽດນາມ ສະແດງໃຫ້ເຫັນແມ່ນປະເທດທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນປະຊາຄົມສາກົນ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນຂະບວນວິວັດສັນຕິພາບ ແລະ ກໍ່ສະແດງໃຫ້ເຫັນແນວທາງຂອງພວກເຮົາ ແມ່ນຍົກລະດັບການພົວພັນຕ່າງປະເທດຫລາຍຝ່າຍໃນໄລຍະຈະມາເຖິງ, ສວມບົດບາດໄກ່ເກ່ຍ. ເມື່ອສິ້ນສຸດບັນດາການປະທະກັນໃນຫລາຍປີ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ເຊີແນວ, ປາຣີ ເພື່ອສ້າງສັນຕິພາບໃນແຫຼມ ອິນດູຈີນ. ແຕ່ໃນຄັ້ງນີ້, ກອງປະຊຸມສັນຕິພາບໄດ້ຈັດຕັ້ງຢູ່ ຫວຽດນາມ ກໍ່ກົງກັບເວລາທີ່ ຮ່າໂນຍ ໄດ້ຮັບນາມມະຍົດນະຄອນເພື່ອສັນຕິພາບຄົບຮອບ 20 ປີ.

       ນັກຊ່ຽວຊານສາກົນຫລາຍທ່ານໃຫ້ຂໍ້ສັງເກດວ່າ: ຫວຽດນາມ ກໍ່ແມ່ນປະເທດທີ່ມີບົດຮຽນຫລາຍຢ່າງ ໃນການເລືອກເປັນປະເທດທີ 3 ເພື່ອຈັດຕັ້ງກອງປະຊຸມເຈລະຈາສັນຕິພາບສິ້ນສຸດສົງຄາມ, ພ້ອມທັງ ຫວຽດນາມ ໄດ້ຮັບການຕີລາຄາສູງກ່ຽວກັບທັດສະນະພາວະວິໄສ, ສະເໝີຕົ້ນສະເໝີປາຍໃນບັນດາບັນຫາສາກົນ. ຫວຽດນາມ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງບັນດາຝ່າຍ, ພ້ອມທັງແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີການພົວພັນຕັ້ງໜ້າກັບທັງ ສປປ.ເກົາຫຼີ ແລະ ອາເມລິກາ. ທ່ານ ຫວາງຈີນເຊີງ ຫົວໜ້າຫ້ອງການຄົ້ນຄວ້າຍຸດທະສາດບ້ານໃກ້ເຮືອນຄຽງ ແລະ ທົ່ວໂລກ ຂຶ້ນກັບສະຖານບັນວິທະຍາສາດສັງຄົມ ຈີນ ຖືວ່າ:

        ຄັ້ງນີ້ ທົ່ວໂລກໄດ້ມຸ່ງໄປເຖິງ ຫວຽດນາມ. ອາດເວົ້າໄດ້ວ່າ, ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດຂອງຕົນ. ສປປ.ເກົາຫຼີ ແລະ ອາເມລິກາ ລ້ວນແຕ່ເລືອກເອົາ ຫວຽດນາມ ແມ່ນບໍ່ມີຫຍັງເປັນສິ່ງຕົກສະເງີ້, ຍ້ອນ ຫວຽດນາມ ມີການພົວພັນອັນດີງາມກັບທັງ ອາເມລິກາ ແລະ ສປປ.ເກົາຫຼີ. ຫວຽດນາມ ແລະ ອາເມລິກາ ກໍ່ເຄີຍເກີດສົງຄາມ, ຫລັງຈາກນັ້ນ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ ແລະ ປັດຈຸບັນກາຍເປັນຄູ່ຮ່ວມມືຂອງກັນ, ນັ້ນແມ່ນການພົວພັນທີ່ປະສົບຜົນສຳເລັດທີ່ສຸດ. ສຳລັບ ສປປ.ເກົາຫຼີ, ການພົວພັນກັບ ຫວຽດນາມ ພັດທະນາມິດຕະພາບແຕ່ປີ 1950 ພາຍຫລັງ 2 ປະເທດສ້າງຕັ້ງການພົວພັນທາງການທູດມາຮອດປັດຈຸບັນ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ: ເຖິງວ່າແມ່ນ ອາເມລິກາ ຫຼື  ສປປ.ເກົາຫຼີ, ລ້ວນແຕ່ຖືບົດບາດເປັນສຳຄັນຂອງ ຫວຽດນາມ. ບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ກອງປະຊຸມຄັ້ງນີ້ ຈະໄດ້ຮັບຄວາມສົນໃຈຈາກທົ່ວໂລກ.

ຢັ້ງຢືນພາບພົດຂອງປະເທດທີ່ຮັກຫອມສັນຕິພາບ

        ໃນຕະຫລອດຂະບວນວິວັດແຫຼ່ງປະຫວັດສາດ, ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ ແຕ່ກໍ່ແມ່ນປະເທດຖືກສົງຄາມຫລາຍຄັ້ງ ແລະ ຕ້ອງຜ່ານກອງປະຊຸມເຈລະຈາສັນຕິພາບຫລາຍຄັ້ງ ຈຶ່ງມີພື້ນຖານສັນຕິພາບແບບຍືນຍົງຢ່າງແທ້ຈິງ. ຍິ່ງກ່ວາໃຜໝົດ, ຫວຽດນາມ ເຂົ້າໃຈໄດ້ຄຸນຄ່າຂອງສັນຕິພາບ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນບັນຫາສ້າງສັນຕິພາບໃຫ້ແກ້ພາກພື້ນ ແລະ ໂລກ. ດ້ວຍທີ່ຕັ້ງ ແລະ ບົດບາດຂອງປະເທດລະດັບກາງ, ຫວຽດນາມ ເປັນກຽດເມື່ອໄດ້ເລືອກເປັນ “ຈຸດນັດພົບສັນຕິພາບ” ໃຫ້ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2. ໂດຍຜ່ານແຜນນະໂຍບາຍສະໜັບສະໜູນການພົບປະເຈລະຈາ, ຫວຽດນາມ ຍາມໃດກໍ່ປາດຖະໜາຢາກສະແດງໃຫ້ເຫັນພາບພົດຂອງປະເທດ ຫວຽດນາມ ຮັກຫອມສັນຕິພາບ, ທະລຸລົງຈາກປະຫວັດສາດ, ອະດີດຮອດປັດຈຸບັນ ແລະ ອະນາຄົດ.

        ສະພາບແວດລ້ອມແຫ່ງຄວາມໝັ້ນຄົງທີ່ມີຄຸນນະພາບສູງໃຫ້ກອງປະຊຸມ, ປະເທດເຈົ້າພາບເປັນກາງ, ສະໜິດສະໜົມ, ຮັກແຂກຄົນ, ຈິດໃຈຊົນຊາດປອງດອງ, ຮັກຫອມສັນຕິພາບ…ບັນດາປັດໄຈທັງໝົດນີ້ ໄດ້ ແລະ ພວມສ້າງພື້ນຖານພາບພົດ ຫວຽດນາມ ຢ່າງຕັ້ງໜ້າ ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ບັນຫາແຫຼມ ເກົາຫຼີ ປອດນິວເຄຼຍ ./.

ຕອບກັບ

ຂ່າວ/ບົດ​ອື່ນ