ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14: ປ່ຽນໃໝ່, ປະຊາທິປະໄຕ ແລະ ມີປະສິດທິຜົນ

(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 1 ເດືອນ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 24 ພະຈິກ 2017 ຢູ່ນະຄອນຫຼວງ ຮ່າໂນ້ຍ. ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດໄດ້ປະຕິບັດສຳເລັດປະລິມານວຽກງານອັນໃຫຍ່ຫຼວງ, ຮັບຮອງເອົາກົດໝາຍ, ມະຕິສຳຄັນຫຼາຍສະບັບທີ່ສົ່ງຜົນສະທ້ອນໂດຍກົງເຖິງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. 
ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14: ປ່ຽນໃໝ່, ປະຊາທິປະໄຕ ແລະ ມີປະສິດທິຜົນ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດ

ສະພາແຫ່ງຊາດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງປ່ຽນແປງໃໝ່ດ້ານຈິດໃຈ, ປະຊາທິປະໄຕ ແລະ ມີປະສິດທິຜົນໃນບັນດາການເຄື່ອນໄຫວທີ່ກອງປະຊຸມສະໄໝສາມັນຄັ້ງນີ້.

        ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຊຸດທີ 14 ໄດ້ສ້າງຂີດໝາຍໃນການປະຕິບັດບັນດາໜ້າທີ່ຂອງສະພາແຫ່ງຊາດ ໃນທັງ 3 ຂົງເຂດນິຕິບັນຍັດ, ການຕິດຕາມກວດກາ ແລະ ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ໃນວຽກງານນິຕິບັນຍັດ, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ມະຕິບາງສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 9 ສະບັບ.

ປ່ຽນແປງໃໝ່ຈິດໃຈ, ປະຊາທິປະໄຕ

       ຈຸດເດັ່ນຂອງກອງປະຊຸມສະໄໝສາມັນແມ່ນໃນວຽກງານບໍລິຫານ. ບັນດາສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ລ້ວນແຕ່ໄດ້ສ້າງເງື່ອນໄຂປະກອບຄຳເຫັນ ແລະ ໂຕ້ວາທີທີ່ວາລະປະຊຸມຄັ້ງຕ່າງໆ, ພິເສດແມ່ນບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມ. ບັນດາວາລະປຶກສາຫາລື, ການໂຕ້ວາທີໄດ້ຮັບການດຳເນີນໄປຢ່າງເປີດອົກເປີດໃຈ, ກົງໄປກົງມາ, ປະຊາທິປະໄຕ. ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງບັນດາ ສສຊ ຕໍ່ຜູ້ມີສິດເລືອກຕັ້ງ, ຕໍ່ປະຊາຊົນ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດໄດ້ສະຫງວນເວລາ 3 ວັນເພື່ອປະຕິບັດການຊັກຖາມ ແລະ ຕອບຄຳຊັກຖາມ, ນີ້ແມ່ນການພິສູດໃຫ້້້ເຫັນພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດນັບມື້ນັບມີປະສິດທິຜົນ. ບັນດາບັນຫາໄດ້ເລືອກເຟັ້ນຊັກຖາມລ້ວນແຕ່ແທດຈິງ, ຕິດແທດກັບສະພາບຕົວຈິງຂອງຊີວິດການເປັນຢູ່ທີ່ສຸດ. ຫຼາຍຄຳຖາມ, ຄຳຕອບແມ່ນຖືກຕ້ອງຊັດເຈນ ແລະ ບັນດາບັນຫາໄດ້ຮັບການໂຕ້ວາທີເຮັດແຈ້ງບັນຫາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາວ່າ:

        “ເບິ່ງລວມແລ້ວ, ບັນດາວາລະຊັກຖາມໄດ້ດຳເນີນໃນບັນຍາກາດປະຊາທິປະໄຕ, ຟົດຟື້ນ ແລະ ສ້າງສັນ. ສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມສຸດຈິດສຸດໃຈ, ຈິດໃຈເຮັດວຽກຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ, ພິເສດແມ່ນຕັ້ງໜ້າເຂົ້າຮ່ວມການໂຕ້ວາທີ, ບໍ່ພຽງແຕ່ໂຕ້ວາທີລະຫວ່າງບັນດາ ສສຊ ນຳກັນເທົ່ານັ້ນ ຫາກຍັງ ໂຕ້ວາທີກັບບັນດາສະມາຊິກລັດຖະບານ ຕອບຄຳຊັກຖາມເພື່ອເຮັດແຈ້ງບັນຫາອີກດ້ວຍ. ນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ຕອບຄຳຖາມຢ່າງຄົບຖ້ວນ, ເຂັ້ມງວດ, ກົງໄປກົງມາຫຼາຍບັນຫາທີ່ຂຶ້ນກັບຂອບເຂດຄວາມຮັບຜິດຊອບ; ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາສິ່ງຄົງຄ້າງ, ຂໍ້ຈຳກັດຕັດສິນໃຈຍົກສູງປະສິດທິຜົນ, ປະສິດທິພາບການບໍລິຫານ, ສ້າງການຫັນປ່ຽນຕັ້ງໜ້າໃນໄລຍະຈະມາເຖິງ.”

        ວຽກງານຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບກອງປະຊຸມສະໄໝສາມັນຄັ້ງນີ້ ກໍ່ໄດ້ຮັບການປັບປຸງບາດກ້າວໜຶ່ງ. ຈຳນວນບັນດາວາລະປະຊຸມຂອງສະພາແຫ່ງຊາດໄດ້ຮັບການຖ່າຍທອດສົດທາງວິທະຍ, ໂທລະພາບທັງໝົດແມ່ນ 12 ຄັ້ງ, ເມື່ອທຽບໃສ່ບັນດາກອງປະຊຸມສະໄໝຫວ່າງແລ້ວນີ້ແມ່ນໄດ້ເພີ່ມຂຶ້ນ. ພິເສດ, ສະພາແຫ່ງຊາດ ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືບັນດາເນື້ອໃນສຳຄັນຄື ສະພາບການພັດທະນາເສດຖະກິດ - ສັງຄົມ, ວຽກງານຕິດຕາມກວດກາ. ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາການປ່ຽນໃໝ່ນີ້, ປະກອບສ່ວນສ້າງການຫັນປ່ຽນຢ່າງຕັ້ງໜ້າຂອງປະເທດຊາດໃນທຸກໆຂົງເຂດໃນໄລຍະຈະມາເຖິງ. ອ້າຍ ເວືອງຊວນຮຽບ, ຜູ້ມີສິດເລືອກຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຄັ້ງນີ້, ສະພາແຫ່ງຊາດໄດ້ເພີ່ມເວລາຖ່າຍທອດສົດທາງໂທລະພາບ ຂຶ້ນຕື່ມ ເມື່ອເປັນເຊັ່ນນັ້ນ, ແມ່ນເພີ່ມຄວາມເອົາໃຈໃສ່ຂອງຜູ້ມີສິດເລືອກຕັ້ງ. ຂ້າພະເຈົ້າເຫັນວ່າ ຄຸນນະພາບໄດ້ຮັບການຍົກສູງຂຶ້ນຫຼາຍເມື່ອທຽບໃສ່ກັບກອງປະຊຸມສະໄໝສາມັນຄັ້ງກ່ອນ. ທ່ານຜູ້ວ່າການທະນາຄານແຫ່ງລັດ ເລມີງຮຶງ ແມ່ນຜູ້ຕອບຄຳຊັກຖາມດີທີ່ສຸດ. ຜູ້ວ່າການທະນາຄານແຫ່ງລັດ ເລມີງຮຶງ ບໍ່ຕ້ອງໃຊ້ເອກະສານ ຫາກຕອບຄຳຖາມໂດຍກົງ ຢ່າງຄົບຖ້ວນ, ຊັດເຈນ, ຖືກກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ”

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14: ປ່ຽນໃໝ່, ປະຊາທິປະໄຕ ແລະ ມີປະສິດທິຜົນ - ảnh 2 ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ກອງປະຊຸມ

        ປຶກສາຫາລືບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ ເພື່ອນຳປະເທດຊາດກ້າວຂຶ້ນ

       ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາບການພັດທະນາເສດຖະກິດ, ສັງຄົມ ແມ່ນເນື້ອໃນໄດ້ຮັບຄວາມເອົາໃຈໃສ່, ປຶກສາຫາລືເປັນພິເສດຈາກບັນດາສະມາຊິກສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ ເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຂອງລັດຖະບານ ແມ່ນໃນໄລຍະປະຈຸບັນ, ຫວຽດນາມ ສືບຕໍ່ບຸລິມະສິດຮັບປະກັນພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັກສາທ່າເຕີບໂຕເສດຖະກິດ. ທ່ານ ຫງວຽນງອັກເຟືອງ, ຮອງຫົວໜ້າຄະນະ ສສຊ ແຂວງ ກວາງບີ່ງ, ຖືວ່າ:

        “ອາດເວົ້າໄດ້ວ່າ ບໍ່ສະເພາະຕົວຂ້າພະເຈົ້າເອງເທົ່ານັ້ນ ຫາກຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ຂອງປະຊາຊົນໃນທົ່ວປະເທດ ກໍ່ມີຄວາມເຊື່ອໝັ້ນຕໍ່ກອງປະຊຸມສະໄໝສາມັນຄັ້ງນີ້ທີ່ສຸດ. ຍ້ອນວ່າ, ສະພາບການເສດຖະກິດ - ສັງຄົມ ໄດ້ມີບັນດາບາດກ້າວພັດທະນາ, GDP ປີ 2017 ຄາດວ່າ ເພີ່ມຂຶ້ນ 6,7%. ນັ້ນແມ່ນບາດກ້າວກະໂດດຂັ້ນ, ເປັນປະຖົມປັດໄຈພັດທະນາໃຫ້ຊຸມປີຕໍ່ໄປ.”

        ບັນດາ ສສຊ ຕີລາຄາສູງແຜນນະໂຍບາຍສ້າງລັດຖະບານສ້າງສັນຂອງນາຍົກລັດຖະມົນຕີ; ຖືນີ້ແມ່ນບາດກ້າວບຸກທະລຸໃນນະໂຍບາຍບໍລິຫານເສດຖະກິດ - ສັງຄົມ. ບັນດາ ສສຊ ກໍ່ປະກອບຄຳເຫັນຢ່າງເລິກເຊິ່ງ, ກ້ວາງຂວາງ ເຂົ້າໃນບັນດາຮ່າງກົດໝາຍກ່ຽວຂ້ອງເຖິງເສດຖະກິດ, ສັງຄົມຄື: ກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ); ກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ, ເສດຖະກິດພິເສດ.

        ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຊຸດທີ 14 ໄດ້ເສີມຂະຫຍາຍຈິດໃຈປະຊາທິປະໄຕ, ພູມປັນຍາ, ມີຫົວຄິດປະດິດສ້າງຢ່າງແທ້ຈິງ. ກອງປະຊຸມສະໄໝສາມັນຄັ້ງນີ້ໄດ້ ສະແດງໃຫ້ເຫັນຄວາມຕັດສິນໃຈປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ. ໝາກຜົນຂອງກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ປະກອບສ່ວນນຳປະເທດກ້າວຂຶ້ນ, ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງກ່ວາ.

 

ຕອບກັບ

ຂ່າວ/ບົດ​ອື່ນ