ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14: ຮັບຮູ້ສິ່ງທ້າທາຍເພື່ອວາງແຜນພັດທະນາເສດຖະກິດປະເທດຊາດ

(VOVWORLD) -ພາຍຫຼັງເຮັດວຽກດ້ວຍຈິດໃຈຄວາມຮັບຜິດຊອບສູງມາເປັນເວລາເກືອບ 1 ເດືອນ, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໄດ້ອັດລົງໃນວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ດ້ວຍການປະຕິບັດສຳເລັດບັນດາເນື້ອໃນເຊິ່ງສະພາແຫ່ງຊາດໄດ້ວາງອອກ.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14: ຮັບຮູ້ສິ່ງທ້າທາຍເພື່ອວາງແຜນພັດທະນາເສດຖະກິດປະເທດຊາດ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14

(ພາບ: quochoi.vn)

ພາຍຫຼັງກອງປະຊຸມຄັ້ງນີ້, ມີເອກະສານດ້ານກົດໝາຍ, ນະໂຍບາຍຫຼາຍສະບັບ ໄດ້ຮັບການນຳໃຊ້ເຂົ້າໃນສະພາບການຕົວຈິງ ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດ, ເໝາະສົມກັບທ່າອ່ຽງພັດທະນາຂອງປະເທດຊາດ, ຜ່ານນັ້ນ ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ, ສ້າງສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ປີ 2018 ແລະ ຊຸມເດືອນຕົ້ນປີ 2019 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໃນການປະຕິບັດບັນດາເປົ້າໝາຍເສດຖະກິດ, ສັງຄົມ ເຊິ່ງສະພາແຫ່ງຊາດໄດ້ມອບໝາຍໃຫ້, ເມື່ອມີຮອດ 3 ເຄົ້າໝາຍບັນລຸໄດ້ ແລະ 9 ຄາດໝາຍລື່ນກາຍເປົ້າໝາຍແຜນການທີ່ໄດ້ວາງອອກ, ເພີ່ມຂຶ້ນ 1 ຄາດໝາຍລື່ນກາຍແຜນການນັ້ນແມ່ນຄາດໝາຍການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP).

ວາງແຜນນະໂຍບາຍເພື່ອພັດທະນາເສດຖະກິດ, ສັງຄົມ

        ກອງປະຊຸມຖືກດຳເນີນໃນສະພາບການຢູ່ພາກພື້ນ ແລະ ສາກົນ ສືບຕໍ່ມີການຜັນແປສັບສົນຫຼາຍຢ່າງ; ເສດຖະກິດໂລກໄດ້ຮັບການຄາດຄະເນວ່າ ມີສັນຍານເຕີບໂຕຊັກຊ້າລົງ ແລະ ຊ້ອນແຝງສິ່ງທ້າທາຍຫຼາຍຢ່າງ; ຄວາມບໍ່ລົງລອຍກັນທາງດ້ານເສດຖະກິດ, ການເມືອງລະຫວ່າງບັນດາປະເທດໃຫຍ່ ໄດ້ກະທົບເຖິງເສດຖະກິດຫວຽດນາມ ຢ່າງໃຫຍ່ຫຼວງ. ໃນຂະນະນັ້ນ, ລັດຖະບານຫວຽດນາມ ໄດ້ຢືນຢັນ  ປີ 2019 ແມ່ນປີກ້າວກະໂດດຂັ້ນເພື່ອປະຕິບັດສຳເລັດແຜນການ 5 ປີ ໄລຍະ 2016 – 2020, ດ້ວຍທິດນຳທີ່ວ່າ “ມີລະບຽບວິໄນ, ສັດຊື່ບໍລິສຸດ, ການກະທຳ, ປະດິດຄິດສ້າງ, ບຸກທະລຸ, ມີປະສິດທິຜົນ”. ຕາມນັ້ນແລ້ວ, ລັດຖະບານໄດ້ຢຶດໝັ້ນຕໍ່ບັນດາເປົ້າໝາຍ, ຄາດໝາຍແຜນການທີ່ໄດ້ວາງອອກ; ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການແກ້ໄຂຕາມບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ. ຜ່ານບັນດາວາລະປຶກສາຫາລືທີ່ຫໍສະພາແຫ່ງຊາດ ແລະ ຢູ່ໜ່ວຍ, ຜູ້ມີສິດເລືອກຕັ້ງເຫັນວ່າ ສະພາແຫ່ງຊາດໄດ້ເຫັນແຈ້ງສະພາບການເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ມີຄວາມຕັດສິນໃຈສູງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ, ນຳປະເທດໃຫ້ກ້າວຂຶ້ນ. ທ່ານສະມາຊິກສະພາແຫ່ງຊາດ  ເຈິ່ນແອັງຕ໊ວນ, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ເຖິງວ່າ, ບັນລຸ ແລະ ລືນກ່າຍບັນດາຄາດໝາຍໃນປີ 2019, ກໍຄືບັນດາບາດກ້າວຄືບໜ້າໃນຊຸມເດືອນຕົ້ນປີ 2019, ເຖິງຢ່າງໃດກໍ່ຕາມ ຍັງມີສິ່ງຈຳກັດບາງຢ່າງ. ບັນດາສະມາຊິກສະພາແຫ່ງຊາດໄດ້ຊີ້ໃຫ້ເຫັນບັນດາສິ່ງຈຳກັດ ແລະ ສາຍເຫດທີ່ພາໃຫ້ມີຈຳກັດນັ້ນຢ່າງກົງໄປກົງມາ ເພື່ອໜູນຊ່ວຍລັດຖະບານມີບັນດາມາດຕະການບໍລິຫານເປັນຢ່າງດີກວ່າ, ເປັນພື້ນຖານກວ່າໃນຊຸມເດືອນທ້າຍປີ 2019 ແລະ ໃນຊຸມປີຕໍ່ໆໄປ”.

        ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ມີຮ່າງກົດໝາຍ 7 ສະບັບ ແລະ ມະຕິ 10 ສະບັບໄດ້ຮັບການພິຈາລະນາຮັບຮອງເອົາ, ພ້ອມກັນນັ້ນ, ສະພາແຫ່ງຊາດໄດ້ເປັນເອກະພາບເລືອກເອົາຫົວເລື່ອງສະເພາະ ເພື່ອດຳເນີນການຕິດຕາມກວດກາສູງສຸດທີ່ກອງປະຊຸມຄັ້ງທີ 9 ກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍ ການປ້ອງກັນ, ຕ້ານການທຳຮ້າຍເດັກ”. ພິເສດ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນເລື່ອງເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງອົງການແຮງງານສາກົນ ກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່, ເຊິ່ງຫາງສຽງພາຍໃນປະເທດ ແລະ ສາກົນມີຄວາມສົນໃຈເປັນພິເສດ, ຍ້ອນສິ່ງດັ່ງກ່າວແມ່ນຊີ້ໃຫ້ເຫັນບາດກ້າວເຊື່ອມໂຍງຢ່າງເລິກເຊິ່ງຂອງຫວຽດນາມ ດ້ວຍບັນດາຄຳໝັ້ນສັນຍາສາກົນໃນຂົງເຂດແຮງງານ, ໂດຍສະເພາະເມື່ອຫວຽດນາມ ເຂົ້າຮ່ວມສັນຍາການຄ້າຢູ່ພາກພື້ນ ແລະ ສາກົນຫຼາຍສະບັບ. ທ່ານສະມາຊິກສະພາແຫ່ງຊາດ ງໍ້ຢຸຍຮ໋ຽວ, ຄະນະສະມາຊິກສະພາແຫ່ງຊາດຮ່າໂນ້ຍ, ຖືວ່າ.

        “ເລື່ອງໃຫ້ສັດຕະຍາບັນແມ່ນການສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ທີ່ສຸດ, ແຕ່ພ້ອມກັນນັ້ນກໍ່ສ້າງສະພາບແວດລ້ອມທາງສັງຄົມ, ສະພາບແວດລ້ອມການອອກແຮງງານຢ່າງຕັ້ງໜ້າ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ເປັນຢ່າງດີກວ່າ, ຈາກນັ້ນຊຸກຍູ້ເສດຖະກິດ, ສັງຄົມໃຫ້ພັດທະນາ. ເມື່ອເຂົ້າຮ່ວມ, ຫວຽດນາມ ຕ້ອງຫັນເປັນກົດໝາຍພາຍໃນ ເພື່ອຮັບປະກັນບັນດາຂໍ້ກຳນົດດ້ານກົດໝາຍຢ່າງຄົບຊຸດ, ສ້າງປະຖົມປັດໃຈໃຫ້ແກ່ການພັດທະນາ ແລະ ເພື່ອໃຫ້ສາກົນຮັບຮູ້ໄດ້ບັນດາການປ່ຽນແປງນີ້”.

ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖານຕ້ອງສ້າງໃຫ້ສົມບູນແບບກວ່າ

        ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ມີລັດຖະມົນຕີ 4 ທ່ານຄື: ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງກໍ່ສ້າງ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ດ້ວຍບັນຍາກາດຢ່າງຟົດຟື້ນ, ມີປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມການຊັກຖາມ ແລະ ໂຕ້ວາທີ 230 ເທື່ອ. ທ່ານສະມາຊິກສະພາແຫ່ງຊາດ ເລິມກວາງດ້າຍ, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ, ຖືວ່າ.

        “ຜ່ານຊັກຖາມເວລາ 2 ມື້ເຄິ່ງ ບັນດາສະມາຊິກລັດຖະບານລວມມີ: ລັດຖະມົນຕີ 4 ທ່ານ ແລະ ບັນດາຮອງນາຍົກລັດຖະມົນຕີ ແລະ ພິເສດແມ່ນຄຳເຫັນຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກບັນດາບັນຫາສັງຄົມເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ຄຳຕອບຂອງບັນດາລັດຖະມົນຕີທີ່ຖືກຊັກຖາມ ແມ່ນຖືກຕ້ອງກັບບັນດາຄວາມຮຽກຮ້ອງຂອງບັນດາສະມາຊິກສະພາແຫ່ງຊາດຊັກຖາມ”.

        ອາດເວົ້າໄດ້ວ່າ, ບັນດາການປ່ຽນແປງໃໝ່ໃນວິທີປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ - ງົບປະມານແຫ່ງລັດ, ເລື່ອງເພີ່ມເວລາປຶກສາຫາລືຢູ່ຫໍປະຊຸມ, ເພີ່ມທະວີລັກສະນະເຈລະຈາ ແລະ ໂຕ້ວາທີ ໄດ້ສ້າງຄວາມເຫັນດີເຫັນພ້ອມຢ່າງສູງໃນການເຄື່ອນໄຫວສ້າງກົດໝາຍ, ການຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນ. ເວທີປຶກສາຫາລືສະພາແຫ່ງຊາດຍິ່ງຟົດຟື້ນເທົ່າໃດນັ້ນ, ຍິ່ງນຳມາເຊິ່ງລົມຫາຍໃຈແຫ່ງຊີວິດ, ຄວາມໃກ້ຊິດສະໜິດສະໜົມກັບຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍ ແລະ ບັນດາລັດຖະນະໂຍບາຍ ຈະມີຄວາມໃກ້ຊິດຕິດແທດກັບສະພາບຕົວຈິງກວ່າ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ, ຖືວ່າ.

        “ບັນດາຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ດ້ານໜຶ່ງແມ່ນສະແດງໃຫ້ເຫັນບົດບາດ, ໜ້າທີ່ຄວາມຮັບຜິດຊອບ, ສິດຕິດຕາມກວດກາຂອງສະພາແຫ່ງຊາດ, ແຕ່ດ້ານອື່ນກໍ່ແມ່ນການຮ່ວມເດີນທາງ, ແບ່ງປັນຄວາມຫຍຸ້ງຍາກໃນວຽກງານຄຸ້ມຄອງ, ບໍລິຫານ, ພ້ອມກັນນັ້ນກໍ່ແມ່ນເຈາະຈີ້ມ, ເພີ່ມເຕີ່ມບັນດາມາດຕະການແກ້ໄຂໃຫ້ບັນດາໂຄງການ, ແຜນການຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ເພື່ອມຸ່ງໄປເຖິງການແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ”.

        ບົນພື້ນຖານການຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ຈະຄົ້ນຄວ້າຢ່າງເຂັ້ມງວດ, ກະກຽມມະຕິເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາໃນຕອນທ້າຍກອງປະຊຸມ, ເປັນພື້ນຖານດ້ານກົດໝາຍໃຫ້ແກ່ການປະຕິບັດ ແລະ ການຕິດຕາມກວດກາການປະຕິບັດ ເພື່ອແນໃສ່ຕອບສະໜອງຄວວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ. ພ້ອມກັນນັ້ນ, ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ຈະສືບຕໍ່ປ່ຽນແປງໃໝ່ກວ່າອີກ, ຕິດແທດກັບພຶດຕິກຳຕົວຈິງ ເພື່ອປະກາດໃຊ້ບັນດາລັດຖະນະໂຍບາຍໃຫ້ຖືກຕ້ອງ, ທັນການ, ຕິດແທດກັບພຶດຕະກຳຕົວຈິງ, ແທດເໝາະກັບຈິດໃຈຂອງປະຊາຊົນ, ປະກອບສ່ວນສ້າງສະພາແຫ່ງຊາດທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ແລະ ໃກ້ຊິດກັບປະຊາຊົນຢ່າງແທ້ຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ