ກອງປະຊຸມເຊີແນວ1954-ບົດຮຽນໃຫຍ່ໃຫ້ແກ່ວຽກງານການຕ່າງປະເທດຫວຽດນາມ

(vovworld)- ວັນ​ທີ 8/5/1954, ມື້ຫນຶ່ງພາຍຫລັງ​ໄດ້​ຮັບໄຊຊະນະ​ດ້ຽນບຽນ​ຝູ, ກອງ​ປະຊຸມ​ເຊີ​ແນວ​ຢຸດຕິ​ສະພາວະ​ການ​ຮົບ ​ແລະ ສ້າງສັນ​ຕິ​ພາບ​ຢູ່​ອິນດູຈີນ​ຄືນ​ໃຫມ່ຖືກ​ໄຂ​ຂຶ້ນ. ພາຍຫລັງ 75 ​ມື້​ແຫ່ງ​ການເຈລະຈາ​ ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ພົບ​ປະ​ທາງ​ການ​ທູດ​ຢ່າງ​ລຽນຕິດ, ວັນ​ທີ 20/7/1954, ສັນ​ຍາ ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສະພາວະ​ການ​ຮົບຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ຮັບ​ການ​ລົງ​ນາມ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​, ບັນດາ​ປະ​ເທດ​​ໃຫຍ່​ໄດ້​ຍອມຮັບ​ຮູ້​ບັນດາ​ສິດ​​ແຫ່ງ​ຊາດພື້ນຖານ​ຂອງ​ຫວຽດນາມ ຊື່​ງລວມມີ: ​ເອກະລາດ, ອະທິປະ​ໄຕ​,​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ລັດຖະບານ ຝລັ່ງ ຕ້ອງ​ຖອນ​ກຳລັງທະຫານ​ອອກ​ຈາກ​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 60 ປີ ​ແຫ່ງ​ວັນ​ເຊັນ​ສັນຍາ ​ເຊີ​ແນວ, ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີບົດ​ຂຽນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ທີ່​ພາດ​ຫົວ​ຂໍ້​ວ່າ​: ກອງ​ປະຊຸມ​ເຊີ​ແນວ 1954- ບົດຮຽນ​ໃຫຍ່​ໃຫ້​ແກ່​ວຽກ​ງານ​ການ​ຕ່າງປະ​ເທດ​ຫວຽດນາມ.

ກອງປະຊຸມເຊີແນວ1954-ບົດຮຽນໃຫຍ່ໃຫ້ແກ່ວຽກງານການຕ່າງປະເທດຫວຽດນາມ - ảnh 1
ກອງປະຊຸມເຊີແນວປີ 1954
ພາບເອກະສານ

        ກອງ​ປະຊຸມ​ເຊີ​ແນວ ກ່ຽວ​ກັບ​ອິນດູຈີນ ​ໂດຍ​ມີ​ການ​ເຂົ້າ​ຮວ່ມຂອງ​ 9 ຄະນະ​ຜູ້​ແທນຢ່າງ​ເປັນ​ທາງ​ການ​ຄື: ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ສະຫະພາບ​​ໂຊ​ວຽດ​ເກົ່າ, ຈີນ, ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ, ລາຊະ​ອານາຈັກ​ລາວ, ລາຊະ​ອານາ​ຈັກ ກຳປູ​ເຈຍ ​ແລະ ອຳນາດ​ການ​ປົກຄອງ ບ໋າວດ້າຍ. ສັນຍາ ​ເຊີ​ແນວ ​ໄດ້​ຮັບ​ການ​ລົງ​ນາມ ດ້ວຍ​ບັນດາ​ເອກະສານ​ຕົ້ນຕໍ​ຄື: ຖະ​ແຫລ​ງການ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ເຊີ​ແນວ ກ່ຽວ​ກັບ​ບັນຫາ​ສ້າງສັນ​ຕິ​ພາ​ບຢູ່ ອິນດູຈີນ ຄືນ​ໃຫມ່, ສັນຍາ 3 ສະບັບ​ກ່ຽວ​ກັບ​ການ​ຢຸດຕິ​ສະພາວະ​ການ​ຮົບ ຢູ່ ຫວຽດນາມ ,ລາວ, ກຳປູ​ເຈຍ. ສັນຍາ​ໄດ້​ຮັບ​ຮູ້​ບັນດາ​ປະ​ເທດ​ມີ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ​ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ; ຂີດ​ຂັ້ນ​ການ​ທະຫານ(​ເສັ້ນ​ຂະຫນານ 17) ພຽງ​​ແຕ່ມີ​ຄວາມ​ໝາຍ​ຊົ່ວ​ຄາວ​ເທົ່າ​ນັ້ນ ຫາກ​ບໍ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເສັ້ນ​ຂີດ​ຂັ້ນ​ທາງດ້ານ​ການ​ເມືອງ ຫລື​ຜືນ​ແຜ່ນດິນ ​ແລະ ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເດືອນ 7/1956.

        ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ ​ແມ່ນ​ຈຸດໝາຍ, ​ແມ່ນ​ຫລັກການ​ສູງ​ສຸດ

        ທີ່​ກອງ​ປະຊຸມ​ເຊີ​ແນວ, ​ເປັນ​ຄັ້ງ​ທຳ​ອິດ​ພື້ນຖານ​ການ​ທູດ​ທີ່​ຫນຸ່ມ​ແຫນ້ນ​ຂອງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເຈລະຈາ​ຫລາຍ​ຝ່າຍ​ທີ່​ສັບສົນ, ຖືກ​ການ​ຄອບ​ງຳ​ຈາກ​ບັນດາ​ປະ​ເທດ​ໃຫຍ່​. ​ໃນ​ສະພາບ​ການ​ນັ້ນ, ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ ​ແມ່ນ​ບ່ອນ​ອີງ​ໃຫ​້​ແກ່​ວຽກ​ງານ​ຕໍ່ສູ້​ທາງ​ການ​ທູດ, ຫວຽດນາມ​ໄດ້ຕໍ່ສູ້​ໃຫ້​ແກ່​ມາດ​ຕະການ​ຮອບດ້ານ, ຖື​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແມ່ນ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ ​ແມ່ນ​ຈຸດໝາຍ​ພື້ນຖານ​ຕ້ອງ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ເຊີ​ແນວ.

        ​ໂດຍ​ຢືດໝັ້ນ​ຈຸດໝາຍ​ນີ້, ຫວຽດນາມ ​ໄດ້​ຕໍ່ສູ້​ໃຫ້​ນັບ​ທັງ​ມາດ​ຕະການ​ດ້ານ​ການ​ທະຫານ ​ແລະ ການ​ເມືອງ. ​ແນວ​ຮົບ​ດ້ານ​ການ​ທະຫານ​ແມ່ນ​ຢຸດຍິງ, ຖອນ​ກຳລັງ​ທະຫານ​ຕ່າງປະ​ເທດ​ອອກ​ຈາກ​ຫວຽດນາມ ​ແລະ ສ້າງສັນ​ຕິ​ພາບ​ຢູ່​ອິນດູຈີນ ຄືນ​ໃຫມ່. ​ແນວ​​ຮົບການ​ເມືອງ ​ແມ່ນ​ຮັບປະກັນ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ, ຢຸດຕິ​ລະບອບ​ຫົວ​ເມືອງ​ຂຶ້ນ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຢູ່ ອິນ​ດູຈີນ.

        ສະ​ນັ້ນ ນັບ​ແຕ່​ມື້​ດຳ​ເນີນ​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການ​ເຄື່ອ​ນ​ໄຫວ​ທາງ​ການ​ທູດ​ຫລາຍ​ຢ່າງ ​ແລະ ຂົນຂວາຍ​ສາກົນ. ​ໄປ​ຄຽງ​ຄູ່​ກັບ​ການ​ຕໍ່ສູ້​ຢູ່​ເທິງ​​ໂຕະ​ເຈລະຈາ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຕັ້ງຫນ້າ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ ​ໂຊ​ວຽດ​ເກົ່າ, ຈີນ ​ແລະ ຝລ່ັງ, ​ໄດ້​ຈັດການ​ປະຊຸມ​ຂ່າວ, ພົບ​ປະ​ກັບ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ນັບ​ຮ້ອຍ​ຄະນະ ​ແລະ ວົງ​ການ​ການ​ເມືອງ ຝລ່ັງ ​ເພື່ອ​ສະ​ແດງ​ເຈດ​ຕະນາ​ດີ ​ແລະ ຄວາມ​ຕັດສິນ​​ໃຈ​ຂອງ​ຫວຽດນາມ, ກ່າວຕູ່​ຫາ​ການ​ກະທຳ​ກະຫາຍ​ສົງຄາມ ​ແລະ ກົນ​ອຸ​ບາຍ​ທຳລາຍ​ຂອງບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ປະກອບສ່ວນ​​ເຮັດ​ໃຫ້​ລັດຖະບານ ຝລ່ັງ ຕ້ອງ​ຍອມຮັບ​ວິທີ​ການກ່ຽວ​ກັບ​ມາດ​ຕະການ​ທັງ​ໝົດ​ສຳລັບ​ຫວຽດນາມ ​ແລະ ອິນດູຈີນ. ບັນດາ​ເອກະສານ​ກອງ​ປະຊຸມ​ກໍ​ໄດ້​ຊີ້​ແຈ້ງ​ວາ: ​ເສັ້ນຂີດ​ຂັ້ນ​ທີ່​ແບ່ງ​ແຍກ 2 ພາກ​ ຄື​ພາກ​ເຫນືອ ​ແລະ ພາກ​ໃຕ້ຂອງ​ຫວຽດນາມ ​ແມ່ນ​ຊົ່ວ​ຄາວ ​ແລະ ພາຍຫລັງ 2 ປີ, ພາກ​ເຫນືອ ​ແລະ ພາກ​ໃຕ້​ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເພື່ອ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

        ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ວຽກ​ງານ​ການຕ່າງປະ​ເທດ

ກອງ​ປະຊຸມ​ເຊີ​ແນວ ຖືກ​ຈັດ​ຂຶ້ນ​ຕາມ​ຂໍ້​ລິ​ເລີ່​ມຂອງ​ບັນດາ​ປະ​ເທດ​ໃຫຍ່. ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ, ບັນດາ​ປະ​ເທດ​ໃຫຍ່ ​ໄດ້​ຊອກ​ທຸກ​ວິທີ​ເພື່ອ​ບັງຄັບ ​ແລະ ​ແກ່​ດຶງ​ຫວຽດນາມ ຍອມຮັບ​ມາດ​ຕະການ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ເຂົາ​ເຈົ້າ. ສາທາລະນະ​ລັດ​ປະຊາທິປ​ະ​ໄຕ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດ້ວຍ​ຖານະ​ຂອງ​ຜູ້​​ໄດ້​ຮັບ​ໄຊຊະນະ​ຢູ່​ບັ້ນ​ຮົບ ດ້ຽນບຽນ​ຝູ ສະ​ນັ້ນ ​ໄດ້​ກຳນົດ​ຈຸດໝາຍ​ເຈລະຈາ​ຢ່າງ​ຈະ​ແຈ້ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ບາດກ້າວ​ລະອຽດ​ທີ່​ກ່ຽວຂ້ອງ​ເຖິງ​ຮູບ​ການ​ເຈລະຈາ, ຈຸດ​ເວລາ​ເປີດ​ສາກ ​ແລະ ສິ້ນ​ສຸດ​ການ​ເຈລະຈາ, ຈັດ​ແບ່ງ​ວຽກ​ງານ​ສົມທົບ​ກັບ​ບັນດາ​ກຳລັງ​ໃນ​ການ​ເຈລະຈາ ຍາມ​ໃດ​ກໍ​ຖືກ​ປະ​ເທດ​ໃຫຍ່​ແຊກ​ແຊງ ​ແລະ ກະທົບ​ເຖິງ. ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫລວງ​ຕໍ່​ຄວາມ​ມານະ​ພະຍາຍາມ​ເປັນ​ເຈົ້າ​ການ​ໃນ​ວິວັດ​ການ​ເຈລະຈາ. ສະ​ນັ້ນ ບົດ​ຮຽນ​ກ່ຽວ​ກັບ​ການ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ເຈລະຈາ​ດ້ານ​ການ​ທູດ ຢູ່ ​ເຊີ​ແນວ ປີ 1954 ຍິ່ງ​ມີ​ຄວາມ​ໝາຍ​ກວ່າ.

        ຮູ້​ວິທີ​ເອົາ​ຊະນະ​ເທື່ອ​ລະ​ກ້າວ, ຍາດ​ແຍ່ງ​ການ​ສະຫນັບສະຫນູນ​ຂອງ​ຫາງ​ສຽງ​ສາກົນ

        ​​ໂດຍ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ໃຫຍ່, ຊື່​ງລວມມີ: ​ໂຊ​ວຽດ, ຈີນ ​ແລະ ​ເຂົ້າ​ໃຈ​ສະພາວະ​ການ​ໂລກ​ຢ່າງ​ຈະ​ແຈ້ງ, ຫວຽດນາມ ​ໄດ້​ຕົກລົງ​ເຊັນ​ສັນຍາ​ເຊີ​ແນວ ດ້ວຍ​ບັນດາ​ມາດຕາ ບໍ່​​ເຕື້ອງ​ເຖິງ​ໄຊຊະນະ​ຂອງ​ຕົນ​ຢູ່​ສະຫນາ​ມຮົບ​ຢ່າງ​ຄົບ​ຖ້ວນ. ຂໍ້​ຕົກລົງ​ນີ້​ແມ່ນ​ແບບຢ່າງ​ກ່ຽວ​ກັບ​ບົດຮຽນ​​ໄຊຊະນະ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​ຫວຽດນາມໃນ​ແຕ່​ລະບາດ​ກ້າວ.

        ນອກຈາກ ການ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ ລະຫວ່າງ​ການ​ຕໍ່ສູ້​ທາງ​ການ​ທູດ​ກັບ​ການ​ຕໍ່ສູ້ ທາງ​ຫາ​ງສຽງ, ຍາດ​​ແຍ່ງ​ການ​ສະຫນັບສະຫນູນ​ຂອງ​ປະຊາ​ຄົມ​ໂລກ ​​ແມ່ນ​ບົດຮຽນ​ອັນ​ລຳ້​ຄ່າ​ຕະຫລອດ​ການ.  ທີ່​ກອງ​ປະ​ຊຸມ​ເຊີ​ແນວ, ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ເພື່ອ​ສັນຕິພາບ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ສອດ​ຄອ່ງກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ລວມຂອງ​ມວນ​ມະນຸດ​ທີ່​ກ້າວຫນ້າ, ນັບ​ທັງ​ປະຊາຊົນ​ກ້າວຫນ້າ​ຂອງຝລ່ັງ.

        60 ປີ​ໄດ້​ຜ່ານ​ໄປ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ກໍ​ຄື​ທີ່​ຕັ້ງ​ຂອງ​ຫວຽດນາມ ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ. ສັນຕິພາບ,​ການ​ຮ່ວມ​ມື ​ແລະ ພັດທະນາ​ໄດ້​ກາຍ​ເປັນ​ທ່າ​ອ່ຽງ ​ແລະ ຄວາມ​ມຸ່ງ​ຫວັງ​ອັນ​ໃຫຍ່​ຫລວງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ການ​ກະທົບທີ່​ສັບສົນ​ຂອງ​ສະພາບ​ການ​ໂລກ ຍັງ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ນັ້ນ ບັນດາ​ບົດ​ຮຽນ​ຈາກ​ກອງ​ປະຊຸມ ​ເຊີ​ແນວ ຍັງ​ຄົງ​ຮັກສາ​ຄຸນຄ່າ​ເໝືອນ​ເດ​ີມ​ໃນ​ການ​ສ້າງສັນ​ຕິ​ພາບ,​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ