ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ

(VOVWORLD) - ປີ 2018 ກໍ່ແມ່ນປີບານພັບ, ມີຄວາມໝາຍຕັດສິນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ.

ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ພວມດຳເນີນໄປຢູ່ ຮ່າໂນຍ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດປີ 2019; ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດເສດຖະກິດທະເລ ຫວຽດນາມ ຮອດປີ 2020 ແລະ ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ໃນບົດກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີສູນກາງພັກເສີມຂະຫຍາຍຈິດໃຈຮັບຜິດຊອບຢ່າງສູງ ແລະ ສຸມໃສ່ຄົ້ນຄວ້າ, ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ.

ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ - ảnh 1 ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ກອງປະຊຸມສູນກາງພັກເທື່ອທີ 8 ດຳເນີນໄປຖືກກັບຈຸດເວລາກາງອາຍຸການຊຸດທີ 12 ຂອງພັກກອມມູນິດ ຫວຽດນາມ. ປີ 2018 ກໍ່ແມ່ນປີບານພັບ, ມີຄວາມໝາຍຕັດສິນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ. ເນື້ອໃນຂອງກອງປະຊຸມນີ້ ລວມມີບັນດາບັນຫາສຳຄັນ, ທີ່ກ່ຽວຂ້ອງໂດຍກົງເຖິງການຊີ້ນຳນຳພາການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມ, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ.

ບັນດາເນື້ອໃນໃໝ່ກ່ຽວກັບເສດຖະກິດສັງຄົມ

        ເລື່ອງສູນກາງພັກພິຈາລະນາ, ປະກອບຄຳເຫັນກ່ຽວກັບບັນຫາເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດປີນີ້ ມີບັນດາເນື້ອໃນໃໝ່, ເລິກເຊິ່ງກ້ວາງຂວາງ, ໄລຍະຍາວ ແລະ ຮອບດ້ານກ່ວາ ເມື່ອທຽບໃສ່ 2 ປີກ່ອນນີ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ນຳຄະນະບໍລິຫານງານສູນກາງພັກ ອີງໃສ່ສະພາບ ຕົວຈິງຂອງປະເທດຊາດ ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດ 9 ເດືອນຜ່ານມາຢ່າງພາວະວິໄສ ແລະ ຮອບດ້ານ, ການຄາດຄະເນຮອດທ້າຍປີ 2018 ແລະ ຕີລາຄາກາງອາຍຸການກ່ຽວກັບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການການເງິນ - ງົບປະມານແຫ່ງລັດ ແລະ ແຜນການລົງທຶນພາກລັດໄລຍະກາງປີ 2016 – 2020. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ສູນກາງພັກຄວນຊີ້ແຈ້ງບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ບັນດາສິ່ງຈຳກັດ, ອ່ອນດ້ອຍທີ່ຍັງຄົງຄ້າງ ແລະ ສາຍເຫດ. ເອົາໃຈໃສ່ປຽບທຽບໃສ່ກັບບັນດາຄາດໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2018 ແລະ ທັງອາຍຸການຊຸດທີ 12, ເປັນຕົ້ນແມ່ນບັນດາເປົ້າໝາຍ, ໜ້າທີ່ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັກສາການເຕີບໂຕໃຫ້ຢູ່ໃນລະດັບ 6,5 – 6,7% ປີ 2018 ແລະ 6,5 – 7% ໃຫ້ໄລຍະ 5 ປີ 2016 – 2020, ປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບແຮງງານ, ມີປະສິດທິຜົນ, ກຳລັງ ຂອງພື້ນຖານເສດຖະກິດ; ພັດທະນາວັດທະນະທຳ - ສັງຄົມ, ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນໜູນຊ່ວຍຊີວິດສັງຄົມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        ກຳນົດເປົ້າໝາຍສັງລວມ, ຄາດຄະເນບັນດາຕົວເລກຄາດໝາຍ, ໜ້າທີ່ຈຸດສຸມ, ສຳຄັນທີ່ສຸດ ແລະ ບັນດານະໂຍບາຍ, ມາດຕະການທີ່ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ຢ່າງສູງ, ຮັບປະກັນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ຂອງປີ 2019 ແລະ ຊຸມປີຕໍ່ໄປ ກໍ່ຄືທັງອາຍຸການຊຸດທີ 12 ຢ່າງມີໄຊ. ພະຍາຍາມຊອກຫາບັນດານະໂຍບາຍ, ມາດຕະການບຸກທະລຸ, ມີລັກສະນະເປັນໄປໄດ້, ເໝາະສົມກັບບັນດາການຜັນແປໃໝ່ຂອງສະພາບການໂລກ ແລະ ພາກພື້ນ, ເປັນຕົ້ນແມ່ນສະພາບຄວາມເຄັ່ງຕຶງ ແລະ ການປະທະກັນດ້ານການຄ້າລະຫວ່າງບັນດາປະເທດມະຫາອຳນາດ, ບັນດາການເໜັງຕີງທີ່ສັບສົນຂອງຕະຫລາດການເງິນ - ເງິນຕາ ແລະ ລາຄານ້ຳມັນດິບໃນໂລກ.

ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ - ảnh 2  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ພັດທະນາເສດຖະກິດທະເລ ຕິດພັນກັບການພັດທະນາເສດຖະກິດປະເທດຊາດ

        ກ່ຽວກັບການສະຫລຸບ 10 ປີແຫ່ງການປະຕິບັດມະຕິກ່ຽວກັບຍຸດທະສາດເສດຖະກິດທະເລ ຫວຽດນາມ ຮອດປີ 2020, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ: ນີ້ແມ່ນບັນຫາສຳຄັນທີ່ສຸດ, ກ່ຽວຂ້ອງເຖິງການພັດທະນາເສດຖະກິດທະເລຕິດພັນກັບການພັດທະນາສັງຄົມ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ການຮ່ວມມືສາກົນກ່ຽວກັບທະເລ. ເລື່ອງຍື່ນສະເໜີສູນກາງພັກພິຈາລະນາ, ປະກາດໃຊ້ມະຕິໃໝ່ກ່ຽວກັບຍຸດທະສາດເສດຖະກິດທະເລ ຫວຽດນາມ ແມ່ນສຳຄັນທີ່ສຸດ ແລະ ຈຳເປັນ, ບໍ່ພຽງແຕ່ເລີ່ມມາຈາກສະພາບຕົວຈິງຂອງມະຕິເລກທີ 09 ທີ່ກຳນົດໄລຍະເວລາຮອດປີ 2020 ເທົ່ານັ້ນ ຫາກຍັງເນື່ອງມາຈາກບັນດາເຫດຜົນພາວະວິໄສ, ອັດຕະວິໄສອື່ນອີກຄື: ສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ໄດ້ ແລະ ພວມມີການປ່ຽນແປງຫລາຍຢ່າງ ຊຶ່ງຮຽກຮ້ອງຕ້ອງມີການເພີ່ມເຕີມ, ພັດທະນາກ່ຽວກັບທັດສະນະ ແລະ ດັດປັບກ່ຽວກັບເປົ້າໝາຍລະອຽດ, ກຳນົດທິດພັດທະນາບາງຂະແໜງການ, ຂົງເຂດເສດຖະກິດທະເລ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        ບັນດາເນື້ອໃນກ່ຽວກັບການພັດທະນາເສດຖະກິດທະເລມີສາຍພົວພັນແບບອົງຄະທາດຢ່າງແໜ້ນແຟ້ນກັບບັນດາບັນຫາຂອງທົ່ວພື້ນຖານເສດຖະກິດປະເທດຊາດ, ຄວນໄດ້ເຜີຍແຜ່, ຊາບຊຶມຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວລະບົບການເມືອງ ແລະ ປະຊາຊົນທຸກຊັ້ນວັນນະ ເພື່ອຈາກນັ້ນ ຍົກສູງຄວາມຮັບຮູ້, ຈິດໃຈຄວາມຮັບຜິດຊອບຂອງືທົ່ວສັງຄົມ ໃນການຄຸ້ມຄອງ, ຂຸດຄົ້ນ, ອະນຸລັກຮັກສາ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທະເລ ຫວຽດນາມ ຢ່າງມີປະສິດທິຜົນ.

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ເລື່ອງປະກາດໃຊ້ມະຕິຈະເປັນການກຳນົດທິດໃຫ້ແກ່ການສ້າງຍຸດທະສາດ, ການວາງແຜນກຳນົດ, ແຜນການ, ນະໂຍບາຍ, ກົດໝາຍ ແລະ ບັນດາລາຍການ, ແຜນຮ່າງ, ໂຄງການຈັດຕັ້ງປະຕິບັດຂອງລັດຖະບານ, ບັນດາທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງ, ພິເສດແມ່ນການລະດົມແຫຼ່ງກຳລັງໃນແຜນການການລົງທຶນໄລຍະກາງໃຫ້ແກ່ການພັດທະນາເສດຖະກິດທະເລ ແລະ ແຄມທະເລ, ເໝາະສົມກັບຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໄລຍະ 2021 – 2030.

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ກອງປະຊຸມຄັ້ງນີ້ ກໍ່ຈະພິຈາລະນາ, ຕົກລົງເລື່ອງປະກາດໃຊ້ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກ, ກຳມະການຄະນະບໍລິຫານງານສູນກາງພັກ, ເລື່ອງສ້າງຕັ້ງບັນດາອະນຸກຳມະການກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ແນະນຳບຸກຄະລາກອນເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງພັກ ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ສຸມໃສ່ຄົ້ນຄວ້າ, ປະກອບຄຳເຫັນເພື່ອສ້າງບັນດາບົດລາຍງານ, ແຜນຮ່າງ, ຮ່າງບັນດາມະຕິ, ບົດສະຫລຸບຂອງສູນກາງ ແລະ ຂໍ້ຕົກລົງໃຫ້ສົມບູນແບບໃນທ້າຍກອງປະຊຸມ ./.

ຕອບກັບ

ຂ່າວ/ບົດ​ອື່ນ