ກອງປະຊຸມໃຫຍ່ ASOSAI 14 - ຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີຫວຽດນາມ

(VOVWORLD) -ວັນທີ 19 ກັນຍາ, ກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີແຫ່ງລັດສູງສຸດອາຊີ ຄັ້ງທີ 14 (ASOSAI 14) ຖືກໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ. ນີ້ເປັນຄັ້ງທຳອິດອົງການກວດສອບບັນຊີແຫ່ງລັດຫວຽດນາມ ໃນຖານະເປັນປະເທດເຈົ້າພາບຈັດກອງປະຊຸມໃຫຍ່ ASOSAI.

ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍສຳຄັນ, ສ້າງຂີດໝາຍພິເສດໃນວິວັດການເຊື່ອມໂຍງ ແລະ ຮ່ວມມືກັບສາກົນຂອງອົງການກວດສອບແຫ່ງລັດຫວຽດນາມ ນັບແຕ່ເມື່ອເຈົ້າເປັນສະມາຊິກ ASOSAI ໃນເດືອນມັງກອນປີ 1997. ບົດຂຽນຂອງນັກຂ່າວ ເລເຟືອງ.

        ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຮັບການສ້າງຕັ້ງນັບແຕ່ປີ 1994 ແລະ ແມ່ນອົງການວິຊາສະເພາະທີ່ຍັງໜຸ່ມແໜ້ນຢູ່ໃນອົງການຈັດຕັ້ງແຫ່ງລັດຫວຽດນາມ, ກໍຄືປະຊາຄົມກວດສອບບັນຊີລັດຖະບານພາກພື້ນ ແລະ ໃນໂລກ. ດ້ວຍທິດນຳໃນການຮັບເອົາ ແລະ ຮ່ຳຮຽນເອົາບົດຮຽນຈາກສາກົນ ເພື່ອເພີ່ມທະວີກຳລັງຄວາມສາມາດ ແນໃສ່ຫຼຸດຜ່ອນຄວາມຜິດໂຕນໃນການພັດທະນາ, ນັບແຕ່ວັນສ້າງຕັ້ງມາຮອດປະຈຸບັນ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ເປີດກວ້າງການພົວພັນກັບປະຊາຄົມສາກົນຢ່າງບໍ່ຢຸດຢັ້ງ.

ກອງປະຊຸມໃຫຍ່ ASOSAI 14 - ຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີຫວຽດນາມ - ảnh 1 ທ່ານ ໂຮດຶກເຝິກ, ຫົວໜ້າອົງການກວດສອບບັນຊີແຫ່ງລັດຫວຽດນາມ

(ພາບ: tienphong.vn)

ອົງການກວດສອບບັນຊີແຫ່ງລັດຫວຽດນາມ-ສະມາຊິກທີ່ຕັ້ງໜ້າຂອງບັນດາອົງການກວດສອບບັນຊີສາກົນແລະພາກພື້ນ

        ນັບແຕ່ເວລາອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຮັບການສ້າງຕັ້ງເມື່ອປີ 1994, ການນຳອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຖືການເຄື່ອນໄຫວພົວພັນກັບຕ່າງປະເທດແມ່ນຂົງເຂດສຳຄັນທີ່ຂາດບໍ່ໄດ້ໃນວິວັດການແຫ່ງການພັດທະນາຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ. ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຕັ້ງໜ້າເປີດກວ້າງບັນດາການພົວພັນຮ່ວມມືກັບບັນດາອົງການກວດສອບບັນຊີສູງສຸດ (SAI), ບັນດາອົງການຈັດຕັ້ງສາກົນ ເພື່ອແນໃສ່ຮ່ຳຮຽນເອົາບົດຮຽນທາງດ້ານຄວາມຮູ້, ບົດຮຽນໃນການກວດສອບບັນຊີ.

        ໜຶ່ງໃນບັນດາຂີດໝາຍສຳຄັນທຳອິດໃນການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ເຂົ້າໃນປະຊາຄົມກວດສອບບັນຊີໂລກ ນັ້ນແມ່ນເລື່ອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນບັນດາອົງການກວດສອບບັນຊີສູງສຸດ (INTOSAI) ເມື່ອປີ 1996. ຕໍ່ຈາກນັ້ນ, ປີ 1997, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ເຂົ້າເປັນສະມາຊິກ ASOSAI. ອົງການກວດສອບບັນຊີແຫ່ງລັດຫວຽດນາມ ແມ່ນໜຶ່ງໃນ 3 ອົງການຮ່ວມສ້າງຕັ້ງອົງການບັນດາອົງການກວດສອບບັນຊີສູງສຸດພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ASEANSAI) ເມື່ອປີ 2011.

        ເຊິ່ງເປັນສະມາຊິກຕັ້ງໜ້າຂອງບັນດາອົງການກວດສອບບັນຊີໃນພາກພື້ນ ແລະ ສາກົນ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງຫຼາຍເຫດການສຳຄັນຂອງ ASOSAI ສຳເລັດຜົນ, ເຊິ່ງໄດ້ຮັບການຕີລາຄາສູງຈາກວົງການປະຊາຄົມ. ພິເສດ, ປີ 2015, ໄດ້ເປັນຂີດໝາຍທີ່ໜ້າຈົດຈຳສຳລັບອົງການກວດສອບແຫ່ງລັດຫວຽດນາມ ເມື່ອອົງການກວດສອບແຫ່ງລັດຫວຽດນາມ ໄດ້ຮັບການຄັດເລືອກຈາກ ASOSAI 13 ວ່າແມ່ນອົງການກວດສອບບັນຊີສູງສຸດເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI 14 ຢ່າງເປັນທາງການ. ທ່ານ ໂຮດຶກເຝິກ, ຫົວໜ້າອົງການກວດສອບບັນຊີແຫ່ງລັດຫວຽດນາມ, ຢັ້ງຢືນວ່າ.

        “ພວກຂ້າພະເຈົ້າເປັນກຽດທີ່ໄດ້ຮັບການຄັດເລືອກ ແລະ ເລືອກຕັ້ງຈາກບັນດາສະມາຊິກ SAI ເປັນເຈົ້າພາບຈັດຕັ້ງ ASOSAI. ດ້ວຍຖານະນີ້, ອົງການກວດສອບແຫ່ງລັດຫວຽດນາມ ມີບົດບາດຊີ້ນຳນຳພາການເຄື່ອນໄຫວຂອງ ASOSAI ໃນອາຍຸການຈະມາເຖິງ 2018 – 2021 ໃຫ້ມີປະສິດທິຜົນທີ່ສຸດ. ຜ່ານບັນດາລາຍການ, ແຜນການຂອງ ASOSAI ໄດ້ກຳນົດໃນກອງປະຊຸມໃຫຍ່ຄັ້ງນີ້, ພວກຂ້າພະເຈົ້າຕ້ອງປະຕິບັດເປັນຢ່າງດີທີ່ສຸດ; ພ້ອມທັງ, ອົງການກວດສອບແຫ່ງລັດຫວຽດນາມ ຍັງແມ່ນຮູບແບບລວມໃຫ້ບັນດາອົງການສະມາຊິກ ASOSAI (SAI) ແລະ ຊີ້ນຳນຳພາ SAI ມີທັດສະນະຮ່ວມ ແລະ ມີຄວາມສາມັກຄີ, ມີລັກສະນະຮ່ວມງານສູງ ແລະ ຮ່ວມມືໃນວິວັດການແບ່ງປັນບົດຮຽນ, ປະສົບການ. ເປົ້າໝາຍແມ່ນເຮັດແນວໃດເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຂອງບັນດາປະເທດສະມາຊິກເຂົ້າຮ່ວມ ASOSAI ລ້ວນແຕ່ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນ, ຫຼື ເວົ້າແນວອື່ນແມ່ນເພີ່ມທະວີກຳລັງຄວາມສາມາດຂອງຕົນໃນບັນຫາປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນກ່ຽວກັບດ້ານກວດສອບບັນຊີ. ແລະ ເພີ່ມທະວີຄວາມສາມັກຄີໃນອົງການກວດສອບບັນຊີ SAI ແລະ ແບ່ງປັນຄວາມຮູ້, ບົດຮຽນ, ເຄື່ອງມືເພື່ອປະຕິບັດວຽກງານກວດສອບບັນຊີໃຫ້ເປັນຢ່າງດີທີ່ສຸດ ແລະ ປະຕິບັດບັນດາຫົວຂໍ້ກວດສອບບັນຊີລວມ”.

ASOSAI 14 - ຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີຫວຽດນາມ

        ເລື່ອງບັນດາສະມາຊິກຂອງ ASOSAI ຄັດເລືອກອົງການກວດສອບບັນຊີແຫ່ງລັດຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ASOSAI 14 ແມ່ນມີຄວາມໝາຍສຳຄັນພິເສດໃນການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມ. ນີ້ແມ່ນເຫດການການຕ່າງປະເທດມີລັກສະນະບາດລ້ຽວຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ, ປະກອບສ່ວນຍົກສູງທີ່ຕັ້ງນິຕິກຳຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ຢູ່ພາຍໃນປະເທດ ກໍຄືບົນເວທີພາກພື້ນ ແລະ ສາກົນ, ຫວັງນຳມາເຊິ່ງບັນດາກາລະໂອກາດທີ່ໃຫຍ່ຫຼວງກວ່າໃຫ້ແກ່ການເຄື່ອນໄຫວຮ່ວມມືກັບສາກົນໃນຫຼາຍດ້ານຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ.

        ASOSAI 14 ຍັງແມ່ນກາລະໂອກາດເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເຮັດສຳເລັດທຸກດ້ານ, ສ້າງສະພາບແວດລ້ອມ ແລະ ກຳລັງໜູນໃຫ້ແກ່ຖັນແຖວພະນັກງານກວດສອບບັນຊີ ຝຶກຝົນ, ເພີ່ມທະວີກຳລັງຄວາມສາມາດດ້ານວິຊາສະເພາະ ແລະ ຈັນຍາບັນອາຊີບໃນເວທີສາກົນ ແລະ ແມ່ນກາລະໂອກາດເພື່ອໂຄສະນາກ່ຽວກັບພາບພົດ, ປະເທດຊາດ ແລະ ຊາວຫວຽດນາມ ເຖິງເພື່ອນມິດ 5 ທະວີບ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູຮົ່ງນາມ, ເນັ້ນໜັກວ່າ.

        “ເລື່ອງຫວຽດນາມ ເປັນເຈົ້າພາບຈັດ ASOSAI 14 ຢູ່ຮ່າໂນ້ຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ໃນການປະຕິບັດຍຸດທະສາດພັດທະນາຮອດປີ 2020. ຄວາມມານະພະຍາຍາມນີ້ຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ກໍ່ແມ່ນສິ່ງພິສູດໃຫ້ເຫັນການເຕີບໃຫຍ່, ການພັດທະນາເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ. ASOSAI 14 ກໍ່ແມ່ນຈຸດເດັ່ນສຳຄັນ ມີຄຸນປະໂຫຍດແຜ່ຂະຫຍາຍ ແລະ ຍົກສູງບົດບາດຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ. ASOSAI 14 ຈະແມ່ນການປະກອບສ່ວນມີຄວາມໝາຍສຳຄັນທີ່ສຸດຂອງຫວຽດນາມ ໄດ້ຊີ້ໃຫ້ເຫັນການເຊື່ອມຕໍ່ການເຊື່ອມໂຍງ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ, ໂດຍສະເພາະແມ່ນໃນຂົງເຂດເພີ່ມທະວີລະບອບລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາພື້ນຖານການເງິນພາກລັດ, ໃຫ້ມີຄວາມໂປ່ງໄສ”.

        ດ້ວຍເລື່ອງເປັນປະເທດເຈົ້າພາບຈັດຕັ້ງ ASOSAI 14, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ຈະແມ່ນສະມາຊິກຄະນະບໍລິຫານ ASOSAI ໃນ 3 ອາຍຸການລຽນຕິດ, ໄລຍະແຕ່ປີ 2015 – 2024, ໃນນັ້ນ, ກໍ່ເປັນປະທານ ASOSAI ໄລຍະ 2018 – 2021. ນີ້ແມ່ນໂອກາດເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມ ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງຕົນຄືດັ່ງສະມາຊິກທີ່ຕັ້ງໜ້າສຳລັບປະຊາຄົມພາກພື້ນ ຜ່ານການຫັນບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນໃຫ້ແກ່ການພັດທະນາລວມຂອງ ASOSAI ເປັນລະອຽດ. ພ້ອມກັນນັ້ນ, ບົດບາດຂອງປະທານ ASOSAI ຈະຊ່ວຍໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມ ນັບມື້ນັບສົມບູນແບບກວ່າ ຜ່ານການນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ, ກໍຄືຂຸດຄົ້ນແຫຼ່ງກຳລັງທີ່ຍັງຊ້ອນແຝງຂອງ ASOSAI ເພື່ອສຳຜັດກັບພູມປັນຍາ, ບົດຮຽນ, ລະດັບຄວາມຮູ້ດ້ານວິຊາສະເພາະທີ່ກ້າວໜ້າ ເພື່ອສືບຕໍ່ປ່ຽນແປງໃໝ່, ເຮັດສຳເລັດໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ