ກອບກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ

(VOVWORLD) -ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ 2018 ມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດ 2019, ເປັນຂີດໝາຍສ້າງບາດກ້າວໃໝ່ ແລະ ສ້າງພື້ນຖານດ້ານນິຕິກຳອັນສຳຄັນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ.

ກອບກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ - ảnh 1 ອົງການກວດກາລັດຖະບານ ຫາກໍ່ປະກາດບົດສະຫຼຸບການກວດກາເຂດຕົວເມືອງໃໝ່ ທຸ໋ທຽມ

(ພາບປະກອບ: tuoitre.vn)

ໃນໄລຍະ 6 ກວ່າປີຜ່ານມາ, ນັບແຕ່ວັນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການສ້າງຕັ້ງ, ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ສ້າງຄວາມໄວ້ເນື້ອເຊື່ອໃຈອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ.

        ອົງການກວດກາລັດຖະບານ ຫາກໍ່ປະກາດບົດສະຫຼຸບການກວດກາເຂດຕົວເມືອງໃໝ່ ທຸ໋ທຽມ, ຂຶ້ນກັບນະຄອນໂຮ່ຈິມິນ. ນີ້ແມ່ນ1 ໃນກໍລະນີທີ່ຜິດດ້ານເສດຖະກິດອັນໃຫຍ່ຫຼວງ, ໄດ້ເກີດຂຶ້ນໃນເວລາອັນຍາວນານ, ເຊິ່ງຫາງສຽງສັງຄົມມີຄວາມເອົາໃຈໃສ່ເປັນພິເສດ. ບົດສະຫຼຸບການກວດກາໄດ້ຊີ້ແຈ້ງວ່າ ໃນຂັ້ນຕອນການປະຕິບັດການລົງທຶນ, ກໍ່ສ້າງເຂດຕົວເມືອງໃໝ່ ທຸທຽມ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງໄດ້ມີຈຸດບົກພ່ອງ, ລະເມີດກົດໝາຍ.

ບັນດາການສໍ້ລາດບັງຫຼວງໃຫຍ່ຖືກຍົກອອກມາເຮັດແຈ້ງ

        ເຂດຕົວເມືອງໃໝ່ ທຸ໋ທຽມ ແມ່ນໜຶ່ງໃນບັນດາກໍລະນີລະເມີດກົດໝາຍທາງດ້ານເສດຖະກິດ ທີ່ຖືກຍົກອອກມາເຮັດແຈ້ງໃນຊຸມປີມໍ່ໆມານີ້. ຕາມອົງການກວດກາລັດຖະບານແລ້ວ, ໃນເວລາ 6 ກວ່າປີ, ນັບແຕ່ເມື່ອຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການສ້າງຕັ້ງ ຕາມຂໍ້ຕົກລົງຂອງກົມການເມືອງ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ມີຫຼາຍໂຄງການເສດຖະກິດໃຫຍ່ສໍ້ລາດບັງຫຼວງຖືກທຳລາຍ, ຢຶດເອົາຊັບສິນມາໃຫ້ລັດ ແລະ ປະຊາຊົນ, ມີເຈົ້າໜ້າທີ່ຫຼາຍຄົນເສື່ອມທາດຂາດຄຸນຖືກຟ້ອງສານ ແລະ ຖືກລົງໂທດຢ່າງເຄັ່ງຄັດຈາກກົດໝາຍ. ການສໍ້ລາດບັງຫຼວງ ພວມໄດ້ຮັບການຄວບຄຸມ, ສະກັດກັ້ນ, ຍູ້ໃຫ້ຖອຍໄປເທື່ອລະກ້າວ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.

        ພິເສດ, ຄະນະກຳມະການກວດກາສູນກາງ ໄດ້ກວດກາເຮັດແຈ້ງຫຼາຍກໍລະນີລະເມີດກົດໝາຍທີ່ຮ້າຍແຮງທີ່ສຸດ ກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ, ຕົກລົງປະຕິບັດລະບຽບວິໄນ ແລະ ສະເໜີຕໍ່ກົມການເມືອງ, ຄະນະເລຂາ, ຄະນະບໍລິຫານງານສູນກາພັກ ປະຕິບັດລະບຽບວິໄນບັນດາອົງການຈັດຕັ້ງພັກ ແລະ ສະມາຊິກພັກແມ່ນພະນັກງານຂັ້ນສູງຂອງພັກ, ລັດ ທີ່ລະເມີດ, ນັບທັງຜູ້ພວມດຳລົງຕຳແໜ່ງ, ຜູ້ຍ້າຍຕຳແໜ່ງ ແລະ ຜູ້ພັກກິນເບ້ຍບຳນານແລ້ວ. ພ້ອມກັນນັ້ນ, ບັນດາອົງການຂອງລັດໄດ້ປະຕິບັດລະບຽບວິໄນຢ່າງເໝາະສົມກັບລະບຽບພັກ ສຳລັບພະນັກງານ, ລັດຖະກອນທີ່ລະເມີດ, ຮັບປະກັນລັກສະນະທັນການ, ຄົບຊຸດລະຫວ່າງລະບຽບວິໄນຂອງພັກ ແລະ ລະບຽບວິໄນຕາມກົດໝາຍຂອງລັດ. ເລື່ອງພິພາກສາໄດ້ຮັບການປ່ຽນແປງໃໝ່ຕາມທິດເປີດເຜີຍ, ມີປະຊາທິປະໄຕ, ກະຈ່າງແຈ້ງ, ຖືກຕາມຂໍ້ກຳນົດຂອງກົດໝາຍ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ, ບໍ່ມີສິດທິພິເສດ, ເຄັ່ງຄັດ, ຖືກຫຼັກຖືກໃຈ, ໄດ້ຮັບຄວາມເຫັນດີ, ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນ.

ກອບກົດໝາຍສະກັດກັ້ນຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ

        ພ້ອມກັບບັນດາກົນໄກ, ນະໂຍບາຍຂອງລັດ, ວຽກງານກວດກາ, ປະຕິບັດລະບຽບວິໄນຂອງພັກ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດ 2019 ເປັນຕົ້ນມາ ແມ່ນໜຶ່ງໃນບັນດາ “ອາວຸດ” ສຳຄັນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ເມື່ອທຽບໃສ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2005, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ມີຈຸດໃໝ່ຫຼາຍຈຸດ. ຕາມນັ້ນແລ້ວ, ເປົ້າໝາຍຕ້ອງແຈ້ງຊັບສິນ, ລາຍຮັບສ່ວນຕົວ ບໍ່ພຽງແຕ່ແມ່ນໃນ “ພະນັກງານ, ລັດຖະກອນຈຳນວນໜຶ່ງ” ຄືຂໍ້ກຳນົດໃນກົດໝາຍສະບັບເກົ່າອີກແລ້ວ, ຫາກຍັງໄດ້ເປີດກວ້າງໄປສູ່ນາຍຕຳຫຼວດປະຊາຊົນ; ນາຍທະຫານປະຊາຊົນ, ນາຍທະຫານອາຊີບ; ບັນດາຜູ້ດຳລົງຕຳແໜ່ງຈາກຮອງຫົວໜ້າພະແນກ ແລະ ຂັ້ນທຽບເທົ່າຂຶ້ນໄປ ທີ່ພວມປະຕິບັດງານໃນອົງການພາກລັດ, ລັດວິສາຫະກິດ, ຜູ້ໄດ້ສົ່ງໄປເປັນຜູ້ຕາງໜ້າຫຸ້ນທຶນພາກລັດ ຢູ່ວິສາຫະກິດ; ຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ, ຜູ້ອອກສະໝັກຜູ້ແທນສະພາປະຊາຊົນ… ນອກຈາກຕ້ອງແຈ້ງຊັບສິນ, ລາຍຮັບສ່ວນຕົວຄືເມື່ອກ່ອນແລ້ວ, ກົດໝາຍສະບັບໃໝ່ຍັງຮຽກຮ້ອງໃຫ້ບັນດາເປົ້າໝາຍດັ່ງກ່າວຕ້ອງແຈ້ງກິດຈະກຳກໍ່ສ້າງ ແລະ ຊັບສິນອື່ນທີ່ຕິດພັນກັບທີ່ດິນ, ເຮືອນຢູ່, ກິດຈະກຳກໍ່ສ້າງ. ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ຊີ້ແຈ້ງວ່າ, ບັນຊີການແຈ້ງຊັບສິນຂອງຜູ້ມີພັນທະຕ້ອງແຈ້ງຊັບສິນນັ້ນ ຕ້ອງໄດ້ເປີດເຜີຍຢູ່ສຳນັກງານ, ອົງການຈັດຕັ້ງ, ຫົວໜ່ວຍທີ່ຜູ້ນັ້ນເຮັດວຽກຢູ່ເປັນປະຈຳ.

        ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ຍັງກຳນົດວ່າ, ອົງການໃດປະໃຫ້ເກີດການສໍ້ລາດບັງຫຼວງ, ຫົວໜ້າຕ້ອງຮັບຜິດຊອບ. ໃນນັ້ນ, ຫົວໜ້າຕ້ອງຮັບຜິດຊອບໂດຍກົງຖ້າຫາກວ່າຜູ້ລາດບັງຫຼວງຢູ່ໃນການຄຸ້ມຄອງຂອງຕົນໂດຍກົງ. ຂັ້ນຮອງຫົວໜ້າ ຕ້ອງຮັບຜິດຊອບໂດຍກົງຖ້າຫາກເກີດການສໍ້ລາດບັງຫຼວງໃນຂົງເຂດວຽກງານ ແລະ ໃນຫົວໜ່ວຍໂດຍຕົນເອງໄດ້ຮັບມອບໝາຍໃນຮັບຜິດຊອບໂດຍກົງ; ຫົວໜ້າຕ້ອງຮັບຜິດຊອບຜູ້ທີ່ມີສ່ວນກ່ຽວຂ້ອງ…

        ການສໍ້ລາດບັງຫຼວງບໍ່ພຽງແຕ່ເກີດຂຶ້ນຢູ່ຫວຽດນາມ ເທົ່ານັ້ນ, ຫາກໄດ້ກາຍເປັນໄພອັນຕະລາຍຂອງຫຼາຍປະເທດຢູ່ໃນໂລກອີກດ້ວຍ. ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທົ່ວສັງຄົມ. ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018 ດ້ວຍບັນດາຂໍ້ກຳນົດໃໝ່ຈະສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ