ກະຈາຍສຽງ ກໍແມ່ນເພື່ອນ

ຕໍ່​ໜ້າ​ການ​ຂະ​ຫຍາຍ​ຕົວ​ຂອງ​ສື່​ສັງ​ຄົມ, ກະ​ຈາຍ​ສຽງ​ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເພດ​ສື່ມວນ​ຊົນ​ທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ​ຂອງມວນ​ມະ​ນຸດ ຊຶ່ງ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ເພື່ອ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ. ດ້ວຍ​ຄວາມ​ຫວັງ​ແມ່ນ​ຖື​ຜູ້​ຊົມ​ແມ່ນ​ເປົ້າ​ໝາຍ​ໃຈ​ກາງ​ເພື່ອ​ມຸ່ງ​ໄປ​ເຖິງ. ​ວັນ​ກະ​ຈາຍ​ສຽງ​ໂລກວັນ​ທີ 13/2 ປີນີ້ມີ​ຫົວ​ເລື່ອງ “ ກະ​ຈາຍ​ສຽງ ກໍ​ແມ່ນ​ເພື່ອນ ” ຕໍ່ໄປ​ນີ້, ພວກ​ເຮົາ​ຂໍ​ແນະບົດ​ຂຽນ​ຂອງ​ນັກ​ຂ່າວ​ວູ້​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

 

ກະຈາຍສຽງ ກໍແມ່ນເພື່ອນ - ảnh 1
ລາຍ​ການ​ອອກ​ອາ​ກາດ​ສົດ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

         ບໍ່​ພຽງ​ແຕ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ໜັງ​ສື​ພິມ ແລະ ໂທ​ລະ​ພາບ, ສື່​ເອ​ເລັກ​ໂຕ​ນິກ​ກໍ​ພວມ​ຕ້ອງ​ແກ່ງ​ແຍ້ງ​ຢ່າງ​ຂ້ຽວ​ຂາດ​ກັບ​ສື່​ສັງ​ຄົມ. ປະ​ຈຸ​ບັນ, ມີ​ເກືອບ 2,3 ຕື້​ຄົນ​ພວມ​ນຳ​ໃຊ້​ອິນ​ເຕີ​ເນັດ, ກວມ​ເກືອບ 1/3 ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ທົ່ວ​ໂລກ; ມີ​ສື່ສັງ​ຄົມ​ອື່ນໆນັບ​ຮ້ອຍລະ​ຫັດ​ທີ່​ແຕກ​ຕ່​າງ​ກັນ ແລະ ມີ​ປະ​ມານ 1,3 ຕື້​ຄົນ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ເພື່ອ​ເຊື່ອມ​ຕໍ່​ກັບ​ສື່ສັງ​ຄົມ. ໃນ​ຈຳ​ນວນ​ສື່ສັງ​ຄົມ​ນັ້ນ, ມີ Facebook ແມ່ນ​ສື່ສັງ​ຄົມ​ໃ​ຫຍ່​ກ່​ວາ​ໝູ່​ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ເກືອບ 1,6 ຕື້ ສະ​ມາ​ຊິກ, ຖັດ​ມາ​ແມ່ນ Youtube ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ກວ່າ 1 ຕື້ ສະ​ມາ​ຊິກ. ບັນ​ດາ ​ສື່ສັງ​ຄົມ​ແບບ​ວິ​ທີ​ສຳ​ພັດ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ມີຫຼາຍ​ຮູບຫຼາຍ​ແບບ, ສາ​ມາດ​ນຳ​ໃຊ້​ຢ່າງ​ສະ​ດວກ​ສະ​ບາຍ, ມີ​ລັກ​ສະ​ນະ​ເຄື່ອນ​ໄຫວ​ຕ່າງ​ຫາກ​ຢ່າງ​ສູງ, ຍ້ອນ​ແນວນັ້ນ ຈຶ່ງ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ນຳ​ໃຊ້ ແລະ ກາຍ​ເປັນ​ຊ່ອງ​ສື່​ສານຫຼາຍ​ປ​ະ​ເພດ​ໃຫຍ່​ທີ່​ສຸດ​ເມື່ອ​ທຽບ​ໃສ່​ສື່ມວນ​ຊື່ນ​ອື່ນໆໃນ​ໂລກ. ສະ​ເພາະ​ຢູ່​ຫວຽດ​ນາມ, ພາຍຫຼັງ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 19/11/1997, ພຽງ​ໃນ​ຮອບ​ເວ​ລາ 20 ປີ​ເທົ່າ​ນັ້ນ, ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ​ເຖິງ 40 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ເນັດ ແລະ ປະ​ມານ 20 ລ້ານ​ຄົນ​ນຳ​ໃຊ້ ​ສື່ສັງ​ຄົມ Facebook.

          ປະ​ຈຸ​ບັນ, ວິ​ທີ​ການ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ສານ​ຂອງມວນ​ຊົນ​ໄດ້​ປ່ຽນ​ແປງ​ແລ້ວ. ​ຍ້ອນ​ເຫດນັ້ນ, ວິ​ທີ​ເຮັດ​ວຽກ​ງານສື່ມວນ​ຊົນກໍ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ເລື່ອງ​ສະ​ໜອງ ຂໍ້​ມູນ​ຂ່າວ​ສານ​ໂດຍ​ຜູກ​ຂາດແມ່ນບໍ່​ຄົງ​ຕົວ​ອີກ​ແລ້ວ. ​ສື່ສັງ​ຄົມໄດ້​ກາຍ​ເປັນ​ແຫຼ່ງ​ຫົວ​ເລື່ອງ, ແຫຼ່ງ​ຂ່າວ ແລະ ເອ​ກະ​ສານ​ເພື່ອ​ທາບ​ທາມ, ແມ່ນຊ່ອງ​ຂ່າວ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ກໍ​ແມ່ນ​ແຫຼ່ງ​ອາ​ລົມ​ຂອງ​ບັນ​ດາ​ນັກ​ຂ່າວ. ​ສື່ສັງ​ຄົມແມ່ນ​ຊ່ອງ​ຂ່າວ​ໂດຍ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສື່ມວນ​ຊົນ​ກັບ​ມວນ​ຊົນ, ເຮັດ​ໃຫ້​ປ່ຽນ​ແປງ​ແບບ​ວິ​ທີ​ເຮັດ​ວຽກ​ງານ​ໜັງ​ສື​ພິມ. ພົນ​ລະ​ເມືອງ​ແຕ່​ລະ​ຄົນ​ສາ​ມາດ​ກາຍ​ເປັນ​ນັກ​ຂ່າວ​, ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ,​ ຜູ້​ຕຳ​ໜິ​ວິ​ຈານ ແລະ ຜູ້​ຈຳ​ໜ່າຍ… ຍ້ອນ​ເຫດນີ້​ເອງ, ຖ້າ​ຫາກບໍ່​ມີ​ຫຍັງ​ປ່ຽນ​ແປງ​ກ່ຽວ​ກັບ​ວິ​ທີ​ສຳ​ພັດ​ກັບ ຂໍ້​ມູນ​ຂ່າວ​ສານ​ ແລະ ການ​ເຜີຍ​ແຜ່​ຂ່າວ​ຄາວ, ບັນ​ດາ​ຮູບ​ແບບ​ສື່ມວນ​ຊົນ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວນັ້ນ, ແນ່ນອນ​ວ່າ​ຈະ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ເພື່ອ​​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ.

     ສຳ​ລັບ​ການ​ກະ​ຈາຍ​ສຽງ, ຜູ້​ຟັງ​ບໍ່​ພຽງ​ແຕ່​ແມ່ນ​ເປົ້າ​ໝາຍ​ທີ່​ຕ້ອງ​ມຸ່ງ​ໄປ​ສູ່​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ລາຍ​ການ​ອີກ​ດ້ວຍ. ປະ​ຈຸ​ບັນ, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຢູ່​ໃນ​ທ່າ​ຮັບ​ເພື່ອ​ຕິດ​ຕາມ​ຂ່າວ​ຜ່ານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງ​, ອັນ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ຂອງ​ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອີກ​ດ້ວຍ. ກະ​ໂຕ​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ນີ້ເອງ ກໍ​ຄວນ​ສັງ​ເກດ​ຄືນ​ວ່າ ຄວນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ການ​ກະ​ຈາຍ​ສຽງ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົນ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ຕັ້ງ​ໜ້າ​ລະ​ຫວ່າງ​ມະ​ນຸດ​ດ້ວຍ​ກັນ, ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ການ​ຜູກ​ຮັດ​ວົງ​ຄະ​ນະ​ຍາດ, ຊ່ວຍ​ມະ​ນຸດ​ຫຍັບ​ມໍ່​ເຂົ້າ​ກັນ​ກວ່າ. ໃນ​ປະ​ຫວັດ​ສາດ​ຂອງ​ຕົນ, ກະ​ຈາຍ​ສຽງ​ກໍ​ມີ​ຍາມ​ເບັ່ງ​ບານ ແລະ  ກໍ​ມີຍາມບໍ່​ຖືກ​ນິ​ຍົມ ແຕ່​ປະ​ເພດ​ສື່ມວນ​ຊົນ​ນີ້ ຍາມ​ໃດ​ກໍ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ສັງ​ຄົມ​ຍຸກ​ປະ​ຈຸ​ບັນ. ກະ​ຈາຍ​ສຽງ ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ລັກ​ສະ​ນະ​ໜູ​ນຊ່ວຍແກ່​ກັນ​ຢ່າງ​ສູງ, ແທດ​ຈິງ ແລະ ໃກ້​ຊິດ​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ໂດຍ​ຜ່ານ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ບັນ​ດາ​ລາຍ​ການ​ບັນ​ເທິງ, ກະ​ຈາຍ​ສຽງ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງມວນ​ຊົນ​ຢ່າງຫຼວງຫຼາຍ. ມີຫຼາຍ​ສະ​ໂມ​ສອນຜູ້​ຟັງ, ເພື່ອ​ຮ່ວມ​ງານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແລກ​ປ່ຽນ ຂໍ້​ມູນ​ຂ່າວ​ສານ​, ນຳ​ສະ​ເໜີ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ.

     ໂດຍ​ມີ​ຄວາມ​ເປັນ​ເຈົ້າ​ການ​ຮັບ​ເອົາ ຂໍ້​ມູນ​ຂ່າວ​ສານ​​ຈາກ ​ສື່ສັງ​ຄົມ, ນຳ​ໃຊ້​ທ່າ​ດີ​ຂອງ ​ສື່ສັງ​ຄົມ, ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໄດ້​ມີຫຼາຍ​ວິ​ທີ​ສຳ​ພັດ ແລະ ສົ່ງ​ ຂໍ້​ມູນ​ຂ່າວ​ສານ​ເຖິງມວນ​ຊົນ​ດ້ວຍຫຼາຍ​ຮູບ​ການ, ຢັ້ງ​ຢືນ​ການ​ໝັ້ນ​ໝາຍມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ ບັນ​ດາ​ຜູ້​ເຮັດ​ວຽກ​ງານສື່ມວນ​ຊົນ. ດ້ວຍ​ວິ​ທີ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ຜູ້​ຟັງ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ, ກະ​ຈາຍ​ສຽງ​ໄດ້​ສ່ອງແສງ​ບັນ​ດາ​ທັດ​ສະ​ນະຫຼາຍ​ຮູບຫຼາຍ​ສີ ແລະ ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ທຸກໆ​ຄົນ​ປະ​ກອບ​ຄຳ​ເຫັນ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ຊີວ​ິດ​ປະ​ຈຳ​ວັນ ຊຶ່ງ​ພວກ​ເຮົາ​ຕ້ອງ​ປະ​ເຊີນ​ໜ້າ. ມີ​ເຄື່ອງວິ​ທະ​ຍຸ​ຕິດ​ຕາ​ມ​ຕົວກໍ​ມີ​ຄວາມ​ໝາຍ​ວ່າ ເພື່ອບໍ່​ຢູ່​ໂດດ​ດ່ຽວ. ບັນ​ດາ​ທ່ານ​ຍາມ​ໃດ​ກໍ​ມີ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​​ຢູ່​ຄຽງ​ຂ້າງເພື່ອ​ແລກ​ປ່ຽນ, ສະ​ແດງ​ຄວາມ​ໃນ​ໃຈ. ເວ​ລານັ້ນ, ກະ​ຈາຍ​ສຽງ ກາຍ​ເປັນ​ແມ່ນ​ເພື່ອນຂອງ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ