ການກໍ່ສ້າງພັກຕິດພັນກັບການຮ່ຳຮຽນຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ

ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ື້ນ​ເມື່ອ​ວັນ​ທີ 3 ກຸມ​ພາ​ປີ 1930. ການ​ສ້າງ​ຕັ້ງ​ພັກ​ແມ່ນ​ບາດ​ລ້ຽວ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ໃນ​ໄລ​ຍະ​ປະ​ຈຸ​ບັນ, ວຽກ​ງານກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ສຳ​ລັບ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ການ​ຮ່ຳ​ຮຽນ​ຖືກ​ຈັດ​ຕັ້ງ​ແບບ​ລວມ​ສູນ, ເປັນ​ເອ​ກະ​ພາບ​ກັນ​ຈາກ​ຂັ້ນ​ສູນ​ກາ​ງ​ລົງ​ຮອດ​ທ້ອງ​ຖິ່ນ, ທັງ​ມີ​ລັກ​ສະ​ນະ​ແຜນ​ການ ແຕ່​ກໍ​ສາ​ມາດ​ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ດິດ​ຄິດ​ສ້າງ.

 

ການກໍ່ສ້າງພັກຕິດພັນກັບການຮ່ຳຮຽນຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ  - ảnh 1
ປະ​ທານ​ໂຮ່​ຈິ​ມິນ​, ​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ

       ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ທີ່​ຍົກ​ອອກ​ມາ​ແມ່ນ​ຕິດ​ແທດ​ກັບ​ຈຸດ​ພິ​ເສດ, ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່​ຂອງ​ແຕ່​ລະ​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ​ຕ່າງໆ ແລະ ສອດ​ຄ່ອງ​ກັບ​ຄວ​າມ​ສາ​ມາດຂອງ ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ວຽກ​ງານກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ຈາກ​ຂັ້ນ​ສູນ​ກາ​ງ​ລົງ​ຮອດ​ຂັ້ນ​ຮາກ​ຖານ.

   ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ລະ​ບົບ​ການ​ຈັດ​ຕັ້ງ, ຄະ​ນະ​ພັກ​ໃນ​ລະ​ດັບ​ສູງ​ສຸດ

   ນີ້​ແມ່ນ​ວິ​ທີ​ການ​ແກ້​ໄຂ​ທີ່​ສຳ​ຄັນ​ແຖວ​ໜ້າ, ສວມ​ບົດ​ບາດ​ຕັດ​ສິນ​ໂດຍ​ກົງ​ເຖິງ​ປະ​ສ​ິດ​ທິ​ຜົນ​ການ​ປະ​ຕິ​ບັດ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ, ຫມູ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ມະ​ຫາ​ຊົນ. ການ​ສຶກ​ສາ​ອົບ​ຮົມ, ຝຶກ​ຝົນຫຼໍ່ຫຼອມ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ມະ​ຫາ​ຊົນ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງວຽກ​ງານກໍ່​ສ້າງ​ພັກໃນແຕ່​ລະ​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ​ຕ່າງໆ. ເພາະ​ສະ​ນັ້ນ, ຄະ​ນະ​ພັກ, ການ​ນຳ​ຂັ້ນ​ຕ່າງໆ, ຖັນ​ແຖວພະ​ນັກ​ງານ, ສະ​ມາ​ຊິກ​ພັກມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິ​ທິ​ຜົນ​ການ​ເຄື່ອນ​ໄຫວນັ້ນ​ຢູ່​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ​ຂອງ​ຕົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ : 

    “ ພວກ​ເຮົາ​ຕ້ອງ​ເດັດ​ດຽວ, ຍຶດ​ໝັ້ນ​ການ​ຍູ້​ແຮງ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບວຽກ​ງານກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນວຽກ​ງານກໍ່​ສ້າງ​ພັກ, ສະ​ກັດ​ກັ້ນ, ຍູ້​ຖອຍ​ສະ​ພາບ​ການ​ເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ ແລະ ບັນ​ດາ​ປະ​ກົດ​ການ “ ຜັນ​ແປ​ເອງ” “ ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນ. ເອົາ​ໃຈ​ໃສ່​ຊີ້​ນຳ​ນຳ​ພາ​ການ​ປ່ຽນ​ແປງ​ໃໝ່ ຍົກ​ສູງຄຸນ​ນະ​ພາບ ແລະ ລັກ​ສະ​ນະແທ້​ຈິງ​ຂອງວຽກ​ງານ​ຈັດ​ຕັ້ງ​ພະ​ນັກ​ງານ, ຊຶ່ງ​ຈຸດ​ສຸມ​ແມ່ນ​ການ​ຕີ​ລາ​ຄາ​ພະ​ນັກ​ງານ. ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ອົງ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ ແລະ ສະ​ມາ​ຊິກ​ພັກ, ຮັກ​ສາ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ວິ​ໄນ​ຢ່າງ​ເຂັ້ມ​ງວດ, ເຊີດ​ຊູ​ແບບ​ຢ່າງ, ຄຳ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ ”

     ອົງ​ການ​ຈັດ​ຕັ້ງ​ພັກ, ໃນ​ນັ້ນ​ແກ່ນ​ສານ​ແມ່ນ​ຄະ​ນະ​ພັກ, ມີ​ບົດ​ບາດ​ຕັດ​ສິນ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນໃຫ້​ແກ່ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ມະ​ຫາ​ຊົນ. ການ​ນຳ​ຂັ້ນ​ຕ່າງໆ​ຕ້ອງ​ກຳ​ນົດ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ຍູ້​ແຮງການຮ່ຳ​ຮຽນ ແລະ ເຮັດ​ຕາມ​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນໃຫ້​ແກ່ພະ​ນັກ​ງານ, ສະ​ມາ​ຊິກ​ພັກ.

      ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ.

  ນີ້​ແມ່ນວິ​ທີ​ການ​ແກ້​ໄຂ​ທີ່​ມີ​ລັກ​ສະ​ນະ​ກະ​ໂດດ​ຂັ້ນ, ແມ່ນ​ກຳ​ລັງ​ຫນູນ, ຕ່ອງ​ໂສ້​ສຳ​ຄັນ​ໃນ​ວິ​ວັດ​ການກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ຍູ້​ແຮງການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ໃນ​ການ​ປະ​ຕິ​ບັດ​ການ​ຮັກ​ສາບັນ​ດາຫຼັກ​ການກໍ່​ສ້າງ​ພັກ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ, ປະ​ຕິ​ບັດ​ການ​ຕຳໜິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ໜິ​ຕິ​ຊົມ​ກັນ​ໃນ​ການ​ຮ່ຳ​ຮຽນ, ປະ​ຕິ​ບັດ, ດຳ​ເນີນ​ຊີ​ວິດ​ພັກ, ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ແບບ​ຢ່າງ​ຂອງ​ຜູ້​ເປັນ​ຫົວ​ໜ້າ​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ. ທ່ານ​ນາງຮອງ​ສາດ​ສະ​ດາ​ຈານ, ປອ ຫງວຽນ​ທິ​ເຟືອງ​ຮ​ວາ, ຫົວ​ໜ້າ​ກົມ, ຫົວ​ໜ້າ​ໜ່ວຍ​ງານ​ສະ​ເພາະ​ກິດ​ຊ່ວຍ​ວຽກ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບການ​ “ສືບ​ຕໍ່​​ຍູ້ແຮງການ​ຮ່ຳ​ຮຽນ ແລະ ເຮັດ​ຕາມແບບ​ຢ່າງຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ”, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ ຖື​ວ່າ : 

   “ ຍົກ​ສູງ​ຄວາມ​ຜິດ​ຊອບ, ເປັນ​ແບ​ບຢ່າງ, ມີ​ສະ​ຕິ​ຕື່ນ​ຕົວນຳ​ໜ້າ​ຂອງ​ການ​ນຳຫຼັກ​ແຫຼ່ງ​ຂອງ​ຜູ້​ເປັນ​ຫົວ​ໜ້າ ແລະ ຂອງພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ເຮັດ​ໃຫ້​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນກາຍ​ເປັນ​ພື້ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ​ຂອງ​ຊີ​ວິດສັງ​ຄົມ, ວັດ​ທະ​ນະ​ທຳ​ມະ​ນຸດ​ຫວຽດ​ນາມ. ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຮັບ​ຮູ້​ໄດ້​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຄຸນ​ຄ່າ​ອັນ​ໃຫຍ່ຫຼ​ວງ​ຂອງ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ”

     ຍູ້​ແຮງ​ລັກ​ສະ​ນະ​ຕື່ນ​ຕົວ​ໃນ​ການ​ຮ່ຳ​ຮຽນ ແລະ ຝຶກ​ຝົນຫຼໍ່ຫຼອມ​ຂອງພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ

     ນີ້​ແມ່ນ​ວິ​ທີ​ການ​ແກ້​ໄຂ ຮັກ​ສາ​ບົດ​ບາດ​ເປັນ​ເສົາ​ຄ້ຳ​ໃນ​ລະ​ບົບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ. ເພາະ​ວ່າ ຖ້າ​ຫາກ ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ, ຂຶ້ນ​ແຜນ​ການ​ຢ່າງ​ລະ​ອຽດ​, ແຕ່​ກະ​ໂຕພະ​ນັກ​ງານ, ສະ​ມາ​ຊິກ​ພັກແຕ່​ລະ​ຄົນ​ນີ້ເອງ ບໍ່​ຍົກ​ສູງ​ສະ​ຕິ​ຕື່ນ​ຕົວ, ເປັນ​ເຈົ້າ​ການ ຊາບ​ຊຶມ, ຮ່ຳ​ຮຽນ​ ແລະ ເຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ນັ້ນ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຈະ​ບໍ່​ສູງ. ທ່ານ​ມາຍ​ວັນ​ນິງ ຮອງ​ຫົວ​ໜ້າ ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກໃຫ້​ຮູ້​ວ່າ : 

“ ບັນ​ດາບຸ​ກຄົນທີ່​ເປັນ​ຕົວ​ແບບ ຕ່າງ​ກໍ​ຮ່ຳ​ຮຽນ​ຕາມ​ແບບ​ຢ່າງ​ປະ​ທານ​ໂຮ່​ຈິ​ມິນ​ໂດຍ​ສະ​ໝັກ​ໃຈ ແລະ ຕື່ນ​ຕົວ​ປະ​ຕິ​ບັດ. ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມແບບ​ຢ່າງຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນແມ່ນ​ວຽກ​ງານ​ປະ​ຕິ​ບັດ​ເປັນ​ປະ​ຈຳ​ຂອງ​ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້ງ​ພັກ, ຂະ​ແໜງ​ການ​ຂັ້ນ​ຕ່າງໆ ແລະ ທົ່ວ​ທັງ​ສັງ​ຄົມ  ”

      ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ພະ​ນັກ​ງານ, ສະ​ມາ​ຊິກ​ພັກທຸກໆ​ຄົນ​ຈົ່ງ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ເດັດ​ດຽວ​ຕໍ່​ສູ້​ ຍູ້​ຖອຍ​ສະ​ພາບ​ການ​ເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ, ສືບ​ຕໍ່​​ຍູ້​ແຮງ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບວຽກ​ງານກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການ​ຮ່ຳ​ຮຽນຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ”. ກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂົ້ມ​ແຂງ​ຢ່າງບໍ່​ຢຸດຢັ້ງ, ຍົກ​ສູງຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ, ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ