ການທູດວັດທະນະທຳໂຄສະນາກຳລັງແຮງທີ່ອ່ອນໂຍນຂອງຫວຽດນາມ

ປີ 2016, ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຈັດ​ຕັ້ງຫຼາຍ​ເຫດ​ການ​ສຳ​ເລັດ​ຜົນ ຊຶ່ງ​ໄດ້​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ. ຍ້ອນ​ສາ​ມາດ​ເສີມ​ຂະ​ຫຍາຍ​ກຳ​ລັງ​​ແຮງສັງ​ລວມ, ໃນ​ນັ້ນ​ມີ ການ​ທູດ​ວັດ​ທະ​ນະ​ທຳ, ຮູບ​ພາບ​ປະ​ເທດ​ຫວຽດ​ນາມຮັກ​ຫອມ​ສັນ​ຕິ​ພາບ, ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຂັ້ມ​ຂົ້ນ​ສີ​ສັນ ແລະ ພວມ​ເຊື່ອມ​ໂຍງ​ຢ່າງ​ແຂງ​ແຮງ​ໄດ້​ຮັບ​ການ​ຮັບ​ຮູ້ຈາກ​ໂລກ​ຢ່າງ​ຈະແຈ້ງກວ່າ.

 

ການທູດວັດທະນະທຳໂຄສະນາກຳລັງແຮງທີ່ອ່ອນໂຍນຂອງຫວຽດນາມ - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ

      ປີ 2016, ວຽກ​ງານ ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ. ນີ້​ແມ່ນ​ປີ​ທີ່​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ສືບ​ຕໍ່​ໄດ້​ຮັບ​ການ​ເຊີດ​ຊູ. ການ​ທູດ​ວັດ​ທະ​ນະ​ທຳກໍ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕາງ​ໜ້າ​ຂອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ອອກ​ສູ່​ໂລກ​ພາຍນອກ.

    ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໄດ້​ຮັບ​ການ​ເຊ​ີດ​ຊູ

 ພ້ອມ​ກັບ​ບັນ​ດາ​ສຳ​ເນົາ​ເອ​ກະ​ສານ​ຂອງ​ຫວຽດ​ນາມ​ຄື ພະ​ລາດ​ຊະ​ວັງ​ທັງ​ລອງ, ກຳ​ແພງ​ລາດ​ຊະ​ວົງ​ໂຮ່, ຂັບ​ຊວານ, ປະ​ເພ​ນີ​ການ​ເຫຼື້ອມ​ໃສ​ບູ​ຊາເຈົ​້າຊີ​ວິດຮຸ່ງ, ສິ​ລະ​ປະ​ເດີນ​ກາ​ຕາຍ​ຕື​ພາກ​ໃຕ້​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງ​ການ UNESCO ແມ່ນມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ​ແຕ່​ຊຸມ​ປີ​ກ່ອນນີ້, ປີ 2016 ຂັບ​ວີ້​ຢ້ຳ ເງະ​ຕິ້ງ, ການ​ເຫຼື້ອມ​ໃສ​ບູ​ຊາພະ​ແມ່​ສືບ​ຕໍ່ໄດ້​ຮັບ​ການ​ເຊີດ​ຊູ ຈາກ​ອົງ​ການ UNESCO ກາຍ​ເປັນມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງຂອງມວນ​ມະ​ນຸດ.

      ຕາມ​ທ່ານ ຝ້າມແຊງ​ເຈົາ ຫົວ​ໜ້າ​ກົມ​ພົວ​ພັນ​ວັດ​ທະ​ນະ​ທຳ​ກັບ​ຕ່າງ​ປະ​ເທດ UNESCO, ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ UNESCO ປະ​ຈຳ​ປາ​ຣີ​ແລ້ວ, ນີ້​ແມ່ນ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາສູງ​ຂອງວົງ​ຄະ​ນະ​ຍາດ​ສາ​ກົນ. ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ສູງ​ທາງ​ດ້ານ​ກົດ​ໝາຍ​ເທົ່າ​ນັ້ນ, ບັນ​ດາມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ທີ່ໄດ້​ຮັບ​ການ​​ເຊີດ​ຊູຈາກ​ອົງ​ການ UNESCO ນັ້ນ, ຍັງ​ຢືນ​ຢັນບັນ​ດາ​ຄຸນ​ຄ່າທີ່​ຫາ​ຍາກ, ມີ​ສີ​ສັນ​ສະ​ເພາະ​ຂອງ​ຫວຽດ​ນາມ, ນັ້ນ​ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຊັ້ນ. ທ່ານ ​ຝ້າມ​ແຊງ​ເຈົາ ກ່າວ​ວ່າ : 

    “ ຫວຽດ​ນາມ​ກໍ​ໂຊກ​ດີ ຊຶ່ງມ​ີ​ມໍ​ລະ​ດົກ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ຫຼາຍ​ແຫ່ງ​ໂດຍ​ປູ່​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້ ກໍ​ຄື​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້. ດ້ວຍ​ບັນ​ດາ​ມໍ​ລະ​ດົກ​ເຊັ່ນ​ນັ້ນ, ນີ້​ກໍ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນ​ົງ​ໃຈ​ຂອງ​ຊາດ, ຜ່ານນັ້ນ​ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໂຄ​ສະ​ນາ​ດ້ານ​ການ​ທ່ອງ​ທ່ຽວ, ເພື່ອ​ດຶງ​ດູດແຂກ​ທ່ອງທ່ຽວມາ​ຫວຽດ​ນາມຫຼາຍ​ຂຶ້ນ, ປະ​ກອບ​ສ່​ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ແລະ ທັງປະ​ເທດ​ຊາດ ”

   ປີ 2016, ເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມ, ຮອງ​ສາດ​ສະ​ດາ​ຈານ, ປອ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຫວຽດ​ນາມ ທ່ານ​ນາງ ຫງວຽນ​ທິ​ຮ່ຽນ ໄດ້​ຜ່ານ​ຜ່າ ຜູ້​ສະ​ໝັກ​ເລືອກ​ຕັ້ງ 2 ຄົນ​ອື່ນ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ເພື່ອ​ກາຍ​ເປັນ​ຊາວ​ຫວຽດ​ນາມ​ຄົນ​ທຳ​ອິດ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ຄະ​ນະ​ທີ່​ປຶກ​ສາ ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່ມີ​ຮູບ​ຮ່າງຂອງ UNESCO.

   ບັນ​ລຸ​ຜົນ​ສຳ​ເລັດ​ເຫຼົ່າ​ນັ້ນ, ກໍ​ຍ້ອນ​ຫວຽດ​ນາມ​ມີ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຢ່າງ​ຖືກ​ຕ້ອງ, ມີ​ແນວ​ທາງ​ເຊື່ອມ​ໂຍງ​ເຂົ້າກັບ​ສາ​ກົນ, ໃນ​ນັ້ນ​ມີ​ແນວ​ທາງ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳ. ຫວຽດ​ນາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ດີ​ງາມ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ປະ​ຕິ​ສັງ​ຂອນ​ມໍ​ລະ​ດົກ ແລະ ພ້ອມ​ກັນ​ນັ້ນ ກໍ​ຂຸດ​ຄົ້ນ​ມໍ​ລະ​ດົກ​ເພື່ອ​​ຮັບ​ໃຊ້​ການພັດ​ທະ​ນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ຜູ້​ປະ​ສານ​ງານ​ຂອງ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ Pratibha Mehta ຖື​ວ່າ 

   “  ຫວຽດ​ນາມ​ຍາມ​ໃດ​ກໍ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຕົນ, ຊຶ່ງ​ແມ່ນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ. ຂ້າ​ພະ​ເຈົ້າ​ຖື​ວ່າ ຫວຽດ​ນາມ​ຍັງ​ມີ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳຫຼາຍ​ເກີນ​ໄປ​ທີ່​ຕ້ອງ​ໂຄ​ສະ​ນາຢ່າງ​ກ້​ວາງ​ຂວາງ​ຍ້ອນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເປັນ​ເອ​ກະ​ລັກ​ສະ​ເພາະ. ຄຸນ​ຄ່​າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໄດ້​ຮັບ​ການຫຼໍ່ຫຼອມ​ຜ່ານຫຼາຍໆ​ລຸ່ນ​ຄົນ. ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຍັງ​ຖືກ​ສະ​ແດງ​ອອກ​ຜ່ານ​ບັນ​ດາມ​ໍ​ລະ​ດົກວັດ​ທະ​ນ​ະທຳເຊັ່ນ ອ່າວ​ຫ້າ​ລອງ, ປູ​ຊະ​ນີ​ຍະ​ສະ​ຖານ ມີ້​ເຊີນ…ວັດ​ທະ​ນະ​ທຳ​ຍັງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຊີ​ວິດ​ປະ​ຈຳ​ວັນ. ບັນ​ດາ​ສີ​ສັນ​ວັດ​ທະ​ນະ​ທຳ​ເຫຼົ່າ​ນັ້ນ ໄດ້ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ​້າໃນ​ການສ້າງ​ກຳ​ລັງ​ແຮງ​ຫວຽດ​ນາມ ”

    ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ໄມ​ຕີ​ຈິດ​ມິດ​ຕະ​ພາບ

  ປີ 2016 ກໍ​ແມ່ນ​ປີ​ທີ່​ຫວຽດ​ນາມ​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກັບຫຼາຍ​ປະ​ເທດ​ໃນ​ໂລກ. ໂດຍ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ງານ​ວາງ​ສະ​ແດງ, ຊຸມວັນ​ວັດ​ທະ​ນະ​ທຳຫວຽດ​ນາມ​ຢູ່​ປະ​ເທດ​ຕ່າງໆ, ປະ​ຊາ​ຊົນ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ມີ​ຄວາມ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ, ວັດ​ທະ​ນະ​ທຳ​ຫວຽດ​ນາມ ເພື່ອ​ຈາກນັ້ນ​ສ້າງ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂວາງກວ່າ​ໃນຫຼາຍ​ຂົງ​ເຂດ. ປີ 2016, ຫວຽດ​ນາມ​ກໍ​ຂຸ້ນ​ຂ້ຽວ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ເຫດ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໂດຍ​ຜ່ານ​ປີ APEC 2017. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງຽດ​ງາ, ທີ່​ປຶກ​ສາ​ຂັ້ນ​ສູງ​ຄະ​ນະ​ເລ​ຂາ APEC 2017 ຢືນ​ຢັນ​ວ່າ :

   “ ໂດຍ​ແມ່ນ​ປະ​ເທດ​ເຈົ້າ​ພາບ​ຈັດ APEC , ພວກ​ຂ້າ​ພະ​ເຈົ້າ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຜັນ​ຂະ​ຫຍາຍ, ເຮັດ​ແນວ​ໃດ​ເພື່ອ​ເຊີດ​ຊູ​ຮູບ​ພາບ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ, ກຳ​ລັງ​ແຮງ​ທີ່​ອ່ອນ​ໂຍນ​ຂອງ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ມະ​ນຸດ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ຍິ່ງ​ມີ​ການ​ພົວ​ພັນ​ແລກ​ປ່ຽນ, ຍິ່ງ​ຮ່ວມ​ສ​ຳ​ພັນ​, ເຂົ້າ​ໃຈ​ວັດ​ທະ​ນ​ະ​ທຳ, ເຄົ​າ​ລົບຊຶ່ງ​ກັນ​ແລະ​ກັນ​ນັ້ນ, ກໍ​ຈະ​ມີ​ເງື່ອນ​ໄຂ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ຮ່ວມ​ມື​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ”

      ໃນ​ປະ​ຫວັດ​ສາດຂອງ​ຊາດ​ຫວຽດ​ນາມ, ພື້ນ​ຖານ​ການ​ທູດ​ຫວຽດ​ນາມ, ການ​ທູດ​ວັດ​ທະ​ນະ​ທຳໄດ້​ຖືກ​ນຳ​ໃຊ້ຫຼາຍ​ຄັ້ງ​ຢ່າງ​ສຳ​ເລັດ​ຜົນ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ ແລະ ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຢ່າງ​ໝັ້ນຄົງກັບ​ບັນ​ດາ​ປະ​ເທດ. ເພາະ​ສະ​ນັ້ນ, ກາ​ນ​ສ້າງ​ຍຸດ​ທະ​ສາດ​ຍາວ​ນານ​ໃຫ້​ແກ່ການ​ທູດ​ວັດ​ທະ​ນະ​ທຳ, ສ້າງ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກໃຫ້​ແກ່​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ບົນ​ເວ​ທີ່​ສາ​ກົນ ສືບ​ຕໍ່​ແມ່ນ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມໃນ​ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ