ການທູດແຫ່ງການສ້າງສັນເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ

ປີ 2016, ໂດຍ​ປະ​ຕິ​ບັດ​ຕາມ​ສານ​ກ່​ຽວ​ກັບ​ການ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ກະ​ທຳ​ນັ້ນ, ຂະ​ແໜງ​ການ​ທູດ​ຫວຽດ​ນາມ​ຍາດ​ໄດ້​ຜົນ​ງານຫຼາຍ​ຢ່າງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ບໍ່​ພຽງ​ແຕ່​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ​ເທົ່າ​ນັ້ນ, ຫວຽດ​ນາມ​ຍັງ​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງວົງ​ຄະ​ນະ​ຍາດ​ສາ​ກົນ. ທົ່ວ​ຂະ​ແໜງ​ໄດ້​ສ້າງ​ທິດ​ທາງ​ພັດ​ທະ​ນາ​ສອດ​ຄ່ອງ​ກັບ​ກຳ​ນົດ​ທິດ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ກະ​ທຳ, ສັດ​ຊື່​ບໍ​ລິ​ສຸດ​ເພື່ອ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ເທດ​ຊາດ. ປີ 2017 ໝັ້ນ​ໝາຍ​ຈະ​ສ້າງຫຼັກ​ໝາຍ​ໃໝ່​ໃຫ້​ແກ່​ການ​ທູດ​ຫວຽດ​ນາມ.

   

ການທູດແຫ່ງການສ້າງສັນເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດ​ນາມຫງວຽນ​ຟູ້​ຈ້ອງທີ່ ກອງ​ປະ​ຊຸມ​ວຽກ​ງານ​ການ​ທູດ​ຄັ້ງ​ທີ 29

        ອາດ​ຈະຢື​ນ​ຢັນ​ໄດ້​ວ່າ ບໍ່​ມີ​ຍາມ​ໃດ​ທີ່​ຫວຽດ​ນາມ​ພັດ​ມີ​ສາຍ​ພົວ​ພັນ​ທີ່​ກ້​ວາງ​ໃຫຍ່ຄື​ໃນ​ປະ​ຈຸ​ບັນ. ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​​ຄຸນ​ນະ​ພາບ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ໄດ້​ວາ​ງອອກບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ຈາກ​ຈີນ​ຕະ​ນາ​ການ​ຕະຫຼອດ​ຮອດ​ວິ​ທີ​ເຮັດ​ວຽກ.

       ປ່ຽນ​ແປງ​ໃໝ່​ຈີນ​ຕະ​ນາ​ການ​ວຽກ​ງານ​ການ​ທູດ

   ບົນ​ຈິດ​ໃຈ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ສັດ​ຊື່​ບໍ​ລິ​ສຸດ,​ ກະ​ທຳຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ, ການ​ທູດ​ຫວຽດ​ນາມ​ໄດ້ ປ່ຽນ​ແປງ​ໃໝ່​ຈີນ​ຕະ​ນາ​ການຄຸ້ມ​ຄອງ​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ້​ວາງ​ຂວາງ. ຈິດ​ໃຈ​ນີ້​ໄດ້​ຖືກ​ເຊື່ອມ​ຊຶມ, ຊາບ​ຊຶມ ແລະ ຫັນ​ມາ​ເປັນ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ, ເປັນ​ຂໍ້​ລິ​ເລີ່ມ​ລະ​ອຽດ, ໝາກ​ຜົນ​ລະ​ອຽດ. ດ້ວຍວິ​ທີສຳ​ພັດ​ລະ​ຫວ່າງ​ຂະ​ແໜງ, ຫຼາຍ​ຂະ​ແໜງ, ຫຼາຍ​ຝ່າຍ, ທ່ວງ​ທັນ​ກັບ​ຈັ່ງຫວະ​ຂອງ​ຍຸກ​ສະ​ໄໝ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​ຂອງ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຍາມ​ໃດ​ກໍ​ຊອກ​ຫາ, ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ເປັນ​ຢ່າງ​ດີ. ທ່ານ​ເອກອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ​ປະ​ຈຳ​ຈີນ ດັ້ງ​ມິນ​ຄອຍ ຖື​ວ່າ : 

          “ ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ຂົວ​ເຊື່ອມ​ຕໍ່ດ້ານ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ນອກ​ຈາກນັ້ນ ຍັງ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ຂ້າ​ພະ​ເຈົ້າ​ຖື​ວ່າ ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ, ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດມີ​ການ​ພົວ​ພັນ ແລກ​ປ່ຽນ ຕີ​ລາ​ຄາ​ຢ່າງ​ໃກ້​ຊິດ​ກ່​ວາ. ໜ້າ​ທີ່ຂອງ​ບັນ​ດາ​ອົງ​ການ ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແມ່ນ​ຕ້ອງ​ເຫັນ​ປະ​ຈັກ​ຕາການ​ປ່ຽນ​ແປງ, ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ, ຈາກນັ້ນ ກໍ​ຕີ​ລາ​ຄາ​ສະ​ພາບ​ການໂລກ ແລະ ພາກ​ພື້ນ, ເປັນ​ເສ​ນາ​ທິ​ການ​ໃຫ້​ການ​ນຳ​ພັກ, ລັດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຢ່າງ​ທັນ​ການ ”

     ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ຫວຽດ​ນາມ​ໄດ້​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ຂາດ​ຄວາມ​ເປັນ​ເຈົ້າ​ການ ແລະ ຈະ​ຕ້ອງ​ຮັບ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ພາຍນອກ, ຕ້ອງ​ຕອບ​ສະ​ໜອງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຊຶ່ງ​ໄດ້​ເຂົ້າ​ຮ່ວມ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ແລ້ວ, ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ, ບັນ​ດາສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​, ວິ​ສາ​ຫະ​ກິດ ຕ້ອງ​ກຳ​ແໜ້ນ​ສະ​ພາບ​ການ​ເຄື່ອນ​ໄຫວ, ບໍ່​ປະ​ໃຫ້​ຊອງວ່າ​ງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ກາຍ​ເປັນ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ກຸ່ມ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ. ຍົກ​ຕົວ​ຢ່າງ​ຄື ບັນ​ຫາ​ຕ້ານ​ການ​ຂາຍ​ບຸບ​ລ​າ​ຄາ​ຢູ່​ອາ​ເມ​ລິ​ກາ​ໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ. ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ເນັ້ນ​ໜັກ​ວ່າ : 

     “ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລວມ​ກ່ຽວ​ກັບ​ການ​ພົວ​ພັນ 2 ຝ່າຍ, ພ້ອມ​ກັນ​ນັ້ນ ກໍ​ເປີດ​ກ້​ວາງ ແລະ ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ບັນ​ດາ​ປະ​ເພດ​ສິນ​ຄ້​າ​ສົ່ງ​ມາຂາຍໃຫ້​ຕະຫຼາດ​ຫວຽດ​ນາມ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ການ​ທູດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຄວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງຫຼາຍກວ່າ​ອີກ, ພ້ອມ​ກັນ​ນັ້ນ, ເມື່ອ​ເກີດ​ການ​ຂັດ​ແຍ້ງນັ້ນ, ກໍ​ເຂົ້າ​ຮ່ວມການ​ຕໍ່​ສູ້, ແກ້ໄຂ​ການ​ຂັດ​ແຍ້ງ​ເຫຼົ່າ​ນັ້ນ. ລະ​ຫວ່າງ​ບັນ​ດາ​ນັກ​ການ​ທູດ, ຜູ້​ວາງ​ນະ​ໂຍ​ບາຍ, ບັນ​ດາ​ວິ​ສາ​ຫະ​ກິດ​ຄວນ​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນກວ່າ​ອີກ ”

     ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ

      ທີ່ກອງ​ປະ​ຊຸມ​ວຽກ​ງານ​ການ​ທູດ​ຄັ້ງ​ທີ 29 ຊຶ່ງ​ຖືກ​ດຳ​ເນີນ​ເມື່ອ​ເດືອນ 9/2016, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດ​ນາມຫງວຽນ​ຟູ້​ຈ້ອງ​ໄດ້​ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ໃໝ່, ບັນ​ດາ​ນັກ​ການ​ທູດ​ຕ້ອງ​ເປັນຜູ້​ຕາງ​ໜ້າ​ກ່ຽວ​ກັບ​ພາບ​ພົດ, ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ຂອງ​ຫວຽດ​ນາມ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ. ນັກ​ການ​ທູດ​ອາ​ຊີບ​ຂອງ​ຍຸກ​ສະ​ໄໝ​ໃໝ່​ຈະ​ຕ້ອງ​ສວມ​ບົດ​ບາດ​ເປັນ​ນັກ​ເສດ​ຖະ​ສາດ, ນັກ​ຮຽນ​ຮູ້, ສົ່ງ​ເສີມ​ການ​ລົງ​ທຶນ, ນັກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ນັ້ນ​ແມ່ນ​ບັນ​ດາ​ໜ້າ​ທີ່​, ພາ​ລະ​ກຳອັນ​ສູງ​ສົ່ງ​ແຕ່​ມີ​ຄວາມ​ໜັກ​ໜາບໍ່​ແມ່ນ​ໜ້ອຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດ​ນາມຫງວຽນ​ຟູ້​ຈ້ອງ ກ່າວ​ວ່າ : 

    “  ໃນ​ໂລກ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ການ​ຫັນ​ປ່ຽນ, ວຽກ​ງານການ​ທູດຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ສ້າງ​ຂະ​ແໜງ​ການ​ທູດ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ກວ່າ 70 ປີ​ທີ່​ຜ່ານ​ມາ, ການ​ເຄ​ື່ອນ​ໄຫວພົວ​ພັນຕ່າງ​ປະ​ເທດ​ໄດ້​ສ້າງ​ພື້ນ​ຖານ​ການ​ທູດ​ທີ່​ເປັນ​ເອ​ກະ​ລັກ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ “ຕົ້ນ​ໄມ້​ໄຜ່​ຫວຽດ​ນາມ ” - ອ່ອນ​ໂຍນ, ແຕ່​ແຂງ​ແກ່ນ, ເມດ​ຕາ​ຈິດ ແລະ ອົງ​ອາດ​ກ້າ​ແກ່ນ, ມີ​ຄວາມ​ມາ​ນະ​ອົດ​ທົນ, ຮູ້​ບຸກ​ຮູ້​ຖອຍ, ເຂົ້າ​ໃຈ​ຕົນ​ເອງ ແລະ ເຂົ້າ​ໃຈ​ໝູ່…ສະ​ແດງ​ໃຫ້​ເຫັນ​ຈິດ​ວິນ​ຍານ ແລະ ຄວາມ​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຖັນ​ແຖວ​ພະ​ນັກ​ງານ​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ຈະ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ພາ​ລະ​ກິດ​ພັດ​ທະ​ນາ​ ແລະ ການ​ຍືນ​ຍົງ​ຄົງ​ຕົວຂອງ​ປະ​ເທດ​ຊາດ”

      ໄຊ​ຊະ​ນະຫຼື​ປະ​ລາ​ໄຊ​ຂອງວຽກ​ງານ​ການ​ທູດ ກໍ​ຂຶ້ນ​ກັບ​ກຳ​ລັງ​ແຮງ​ຢ່າງ​ແທ້​ຈິງ ແລະ ທີ່​ຕັ້ງ​ບົດ​ບາດ. ກຳ​ລັງ​ແຮງ​ຢ່າງ​ແທ້​ຈິງ ແລະ ທີ່​ຕັ້ງ​ບົດ​ບາດຢູ່ນີ້ ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ຜ່ານ​ກຳ​ລັງ​ແຮງ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ອອກ​ຜ່ານ​ກຳ​ລັງ​ແຮງ​ອ່ອນ​ໂຍນ​ອີກ​ດ້ວຍ. ນັ້ນ​ແມ່ນ​ຄວາມ​ຊອບ​ທຳ​ໃນ​ພາ​ລະ​ກິດ​ຂອງ​ຫວຽດ​ນາມ, ແມ່ນ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນັ້ນ​ຍັງ​ແມ່ນ​ການ​ປະ​ຕິ​ບັດ​ແນວ​ທາງ ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຢ່າງ​ຄ່ອງ​ແຄ້ວ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຊຶ່ງ​ລວມ​ມີ​ບັນ​ດາ​ຄຸນ​ຄ່າ​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ, ຄຸນ​ຄ່າ​ທາງ​ດ້ານ​ຈິດ​ໃຈ ແລະ ຄຸນ​ຄ່າ​ມະ​ນຸດ​ຫວຽດ​ນ​າມ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ປະ​ເທດ​ຊາດ.

      ພ້ອມກ​ັບ​ການ​ສ້າງລັດ​ຖະ​ບານແຫ່ງ​ສ້າງ​ສັນ, ຂະ​ແໜງ​ການ​ທູດ​ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ທີ່​ຕັ້ງ​​ທາງ​ດ້ານການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ຍຸດ​ທະ​ສາດ​ລະ​ດັບ​ພາກ​ພື້ນ ແລະ ທົ່ວ​ໂລກ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ