ການປະເຊີນໜ້າລະຫວ່າງ ລັດເຊຍ-ອາເມລິກາແລະບັນດາຜົນຮ້າຍຢ້ອນຫຼັງຍາກທີ່ຈະຄາດຄະເນໄດ້

ການປະເຊີນໜ້າລະຫວ່າງ ລັດເຊຍ-ອາເມລິກາແລະບັນດາຜົນຮ້າຍຢ້ອນຫຼັງຍາກທີ່ຈະຄາດຄະເນໄດ້ - ảnh 1

ທ່າ​ນ​ຮ​ອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Ryabkov

(ພາບ​ປະ​ກອບ: Sputnik/TTXVN)

(vovworld) - ຫຼຸດຜ່ອນ​ການ​ເຈລະຈາ, ​ເພີ່​ມການ​ປະ​​ເຊີນ​ໜ້າ, ​ແລະ ການປະ​ທະ​ກັນ​ໃນ​ບັນຫາ​ຕ່າງໆ, ນັບ​ແຕ່​ການ​ເຄື່ອນ​ໄຫວ​ແກ່ງ​ແຍ້​ງດ້ານ​ການ​ທະຫານ​ຢູ່ ຊີຣີ, ບັນຫາ​ເອີ​ລົບ​ຕາ​ເວັນ​ອອກ ​ແລະ ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ການ​ພົວພັນ​ເຄັ່ງ​ຕຶງ​ລະຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ…​ເບິ່ງ​ຄື​ວ່າ​ຍັງ​ບໍ່​ທັນ​ຢຸດຕິ​ເທື່ອ. ການ​ປະ​ເຊີນ​ໜ້າ​ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອຳນາດ ພວມ​ຍູ້​ການ​ສູ້​ຮົບ​ຢູ່​ ຊີຣີ​ໃຫ້​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ.

        ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ການ​ປະ​ທະ​ກັນ​ໃນ​ຫຼາຍ​ບັນຫາ ​ທີ່ ບໍ່​ສາມາດ​ຊອກຫາ​ທັດສະນະ​ລວມ​​ໃນ​ບັນຫາ ຊີຣີ ໄດ້, ອັນ​ໄດ້​ພາ​ໃຫ້ຫາ​ງ ສຽງ​ສາກົນ​ວິຕົກ​ກັງວົນ​ຕໍ່​ເລື່ອງ ລັດ​ເຊຍ - ອາ​ເມ​ລິ​ກາ ອາດ​ຈະຕ້ອງ​ປະ​ເຊີນ​ໜ້າ​ໂດຍ​ກົງ.

        ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​​​ໄດ

        ​ໃນ​ການ​ຜັນ​ແປ​ລ່າ​ສຸດ, ອາ​ເມ​ລິ​ກາ ໃຫ້​ຮູ້​ພວມ​ພິຈາລະນາ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ເຊິ່ງປະ​ເທດ​ນີ້​ພວມ​ປະ​ສົບ ຈາກ​ເລື່ອງ ​ລັດ​ເຊຍ ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ແນ​ດ​ໃສ່​ກຸ່ມ​ການ​ເມືອງ ອາ​ເມ​ລິ​ກາ. ຄຽງ​ຂ້າງ​ນັ້ນ, ວໍ​ຊິງ​ຕັນ ສືບ​ຕໍ່​ກ່າວ​ຫາ ວັງ​ແກຼມລິນ ​ໜູນ​ຫຼັງ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ ​ເຊິ່ງພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ. ການ​ກະທຳ​ນີ້​ໄດ້​ຮັບ​ການສະ​ແດງ​ອອກ​ຢ່າງ​ແຮງ​ກວ່າ ພາຍຫຼັງ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ ຖືກຍົກ​ເລີກ. ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ຍັງ​ຮຽກຮ້ອງວ່າ ຕ້ອງ​ສືບສວນ ອັນ​ທີ່​ເອີ້ນ​ວ່າ “​ໂທດ​ສົງຄາມ“ ທີ່​ລັດ​ເຊຍ​ໄດ້ກໍ່ຂຶ້ນ​ຢູ່ Aleppo. ວໍ​ຊິງ​ຕັນ ​ກໍ່​ພວມ​ຊັ່ງຊາ​ເລື່ອງ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ຕໍ່ ລັດ​ເຊຍ.

        ສ່ວນ ມົດ​ສະ​ກູ ຍັງ​ຄົງ​ເດັດ​ດຽວ​ປະຕິ​ເສດ​ເລື່ອງ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່ ອາ​ເມ​ລິ​ກາ. ​ເພື່ອ​ໂຕ້​ຕອບ​ຄືນຕໍ່​ຝ່າຍ​ຕາ​ເວັນ​ຕົກ, ມົດ​ສະ​ກູ​ ໄດ້​ຢຸດຕິ​ສົນ​ທິສັນຍາ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ນິວຄະ​ເລຍ​ກັບ ວໍ​ຊິງ​ຕັນ ​ໂດຍ​ບັງ​ເອີນ, ດ້ວຍ​ສາຍ​ເຫດ​ທີ່​ວ່າ, ການ​ນາບ​ຂູ່​ຈາກ​ຝ່າຍ ອາ​ເມ​ລິ​ກາ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນອກ​ນັ້ນ ກຸ່ມ​ປະສົມ​ລູກ​ສອນ​ໄຟ Iskanda ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ມໍ​່ກັບ​ເຂດ​ຊາຍ​ແດນຕິດ​ກັບ NATO ຢູ່ ​ເອີ​ລົບ. ຫວ່າງ​ແລ້ວ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ອາ​ເມ​ລິ​ກາ Sergey Kislyak ​ ​ຍອມຮັບ​ວ່າ, ການ​ພົວພັນ​ລະຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ ​ພວມ​ຢູ່​ໃນ​ໄລຍະ​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ສົງຄາມ​ເຢັນ​ມາ​ຮອດ​ປະຈຸ​ບັນ, ​ແລະ ວໍ​ຊິງ​ຕັນ ​ພວມ​ປະຕິບັດ​ບາດກ້າວ​ຕ່າງໆ​ທີ່​ບໍ່​ສະໜິດສະໜົມ​ກັບ ລັດ​ເຊຍ, ອັນ​ໄດ້​ບັງຄັບ​ໃຫ້​ປະ​ເທດ​ນີ້​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ກະດ້າງ​ຂອງ​ຕົນ.


ຍູ້​ສົງ​ຄາມ​ຢູ່​ຊີ​ຣີ​ເຂົ້າ​ສູ່​ສະ​ພາບບໍ່​ມ​ີ​ທາງ​ອອກ

        ພາຍຫຼັງ​ການ​ເຈລະ​ຈາ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ປະ​ເທດ ລັດ​ເຊຍ ແລະ ອ​າ​ເມ​ລິ​ກາ ໃນ​ວັນ​ທີ 15/10 ບໍ່​ມີ​ຄວາມ​ຄືບ​ໜ້ານັ້ນ, ວັນ​ທີ 17/10, ລັດ​ເຊຍ ໄດ້​ປະ​ກາດໂດຍ​​ບັງ​ເອີນ​ໂດຍ​ໃຫ້​ຮູ້ວ່າ ກຳ​ລັງ​ທັງ​ໝົດ​ຂອງ​ປະ​ເທດນີ້ ແລະ ​ທະ​ຫານ​​ລັດ​ຖະ​ບານ ຊີ​ຣີ ຈະ​ຢຸດ​ຍິງໃນໄລ​ຍະ​ເວ​ລາ​ສັ້ນໆ​ຢູ່​ນະ​ຄອນ Aleppo ໃນ​ວັນ​ທີ 20/10. ຄຳ​ສັ່ງ​ຢຸດ​ຍິງນີ້​ແກ່​ຍາວ​ເປັນ​ເວ​ລາ 8 ຊົ່ວ​ໂມງ, ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ສາ​ມັນ​ຊົນ​ເຄື່ອນ​ຍ້າຍ​, ອົບ​ພະ​ຍົບ​ຄົນ​ເຈັບ​ຢ່າງ​ເສ​ລີ ແລະ ຮັບ​ປະ​ກັນ​ໃຫ້ບັນ​ດາ​ມື​ປືນ​ຖອນອອກ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກົງ​ກັນ​ຂ້າມ​ກັບ​ການ​ຄາດ​ຄະ​ເນ, ຄຳ​ຕັດ​ສິນ​ຢຸດ​ຍິງ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຂອງ ລັດ​ເຊຍ ບໍ່​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ເມື່ອ​ຕຳ​ນິ​ຕິ​ຕຽນ​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວ​ລາພຽງ 8 ຊົ່ວ​ໂມງເທົ່າ​ນັ້ນ ບໍ່​ສາ​ມາດ​ຖື​ເປັນ​ມາດ​ຕະ​ການ ແລະ ​ໄລ​ຍະເວ​ລານີ້ບໍ່​ພ​ຽງ​ພໍ​ໃຫ້​ແກ່​​ການ​ຂົນ​ສົ່ງສິນ​ຄ້າ​ໜູນ​ຊ່ວຍ​​ເຖິງ​ບ່ອນມີ​ຄວາມ​ຕ້ອງ​ການ​ໄດ້.

        ໃນ​ຂະ​ນະ​ນັ້ນ, ໃນ​ສະ​ຖານ​ທີ່​ຕົວ​ຈິງ, ສົງ​ຄາມ​ຢູ່ ຊີ​ຣີ ຍັງ​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ. ໄລ່​ສະ​ເພາະ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ໄດ້​ມີ​ການ​ບຸກ​ໂຈມ​ຕີດ້ວຍ​ປືນ​ໃຫ​ຍ່ 49 ຄັ້ງອັນ​ໄດ້​ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​​ຢ່າງ​ຫລວງຫຼາຍ. ອາ​ເມ​ລິ​ກາ ກ່າວ​ປະ​ນາ​ມອ​ຳ​ນາ​ດ​ການ​ປົກ​ຄອງ ຊີ​ຣີ ແລະ ສະ​ຫະ​ພັນ ລັດ​ເຊຍ ໄດ້​ວາງ​ລ​ະ​ເບ​ີດ​​ໃສ່​ບັນ​ດາ​ສະ​ຖານ​ທີ່​ຂອງ​ສາ​ມັນ​ຊົນ ແລະ ຝ່າຍ​ຄ້ານ​ປະ​ກອບ​ອາ​ວຸດ. ແທນ​ທີ່ນັ້ນ, ດາ​ມາ​ກຸ​ດ ແລະ ​ມົດ​ສ​ະ​ກູ ເນັ້ນ​ໜັກ​ວ່າ: ເຂົາ​ເຈົ້າ​ພຽງ​​ແຕ່ບຸກ​ໂຈມ​ຕີ​​ໃສ່​ບັນ​ດາ​ຖານ​ທີ່​ໝັ້ນ ​ຂອງ​ພວກກໍ່​ການ​ຮ້າຍ, ພ້ອມ​ທັງ​ກ່າວ​ຫາ ວໍ​ຊິງ​ຕັນ ບໍ່​ໄດ້​ກໍ່​ຄວາມ​ກົດ​ດັນ ສ້າງ​ເງື່ອນ​ໄຂ​ໃຫ້​ກ​ຳ​ລັງ​ຝ່າຍ​ຄ້ານສະ​ຫງ່​ຽມ​ຄ່ຽມ​ຄົມຈັດ​ແບ່ງຊາຍ​ແດນ​ຢ່າງ​ຈະ​ແຈ້ງ​ກັບ​ພວກກໍ່​ການ​ຮ້າຍ.

ເພີ່ມ​ບັນ​ດາ​ການ​ເຄື່ອນ​ໄຫວດ້ານ​ການ​ທະ​ຫານ

        ພ້ອມ​ກັບ​ບັນ​ດາ​​ຄວາມ​ບ​ໍ່​ລົງ​ລອຍ​ກັນຢ່າງ​ເລິກເຊິ່ງ ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການສັນ​ຕິ​ພາບ ຢູ່​ຊີ​ຣີ, ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ  ​ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ ເພີ່ມ​ກຳ​ລັງ​ການ​ທະ​ຫານຢູ່​ປະ​ເທດນີ້. ໃນ​ໄລ​ຍະ 2,3 ​ວັນ​ຜ່ານ​ມາ ເຫຼົ່າ​ທັບ​ເຮືອ​ລັດ​ເຊຍ ໄດ້ສົ່ງ​ບັນ​ດາ​ກຳ​ປັ່ນ​​ລູກ​ສອນ​ໄຟຂະ​ໜາດ​ນ້ອຍ ແຕ່ມີ​ກຳ​ລັງ​ບຸກ​ໂຈມ​ຕີ​ແຮງທີ່ ຂື້ນ​ກັບ​ກັບ​ກອງທັບ​ເຮືອ​ທະ​ເລ​ດຳ ​ເຖິງ​ກຸ່ມ​ສູ້​ຮົບ​ຂອງກອງທັບ​ເຮືອນີ້ ທີ່​ພວມຕັ້ງ​ທັບ ຢູ່​ເຂດທະ​ເລ​ເມ​ດີ​ແຕ​​ຣາ​ນາ, ຕິດ​ກັບ​ຝັ່ງ​ທະ​ເລ​ຊີ​ຣີ ຢ່າງ​ລຽນ​ຕິດ. ຫວ່າງ​ແລ້ວນີ້ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໄດ້​ຢືນ​ຢັນວ່າ​ກຸ່ມລູກ​ສອນ​ໄຟ​​ປ້ອງ​ກັນ​ອາ​ກາດ​ S-300 ໄດ້ຖືກ​ສົ່ງ​ໄປ​ຍັງ​ຊີ​ຣີ ​ຢ່າງ​ເປັນ​ທາງ​ການ, ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ ທີ່ລັດ​ເຊຍ ນຳ​​ເອົາລະ​ບົບ​ນີ້​ອອກ​ຈາກ​ປະ​ເທດ ວົງ​ການນັກສັງ​ເກດ​ການ ໃຫ້​ຂໍ້​ສັງ​ເກດວ່າ ເລື່ອງ​ລັດ​ເຊຍ ສົ່ງກຸ່ມປ້ອງ​ກັນ​ອາ​ກາດ​ ທັນ​ສະ​ໄໝ​ທີ່​ສຸດຂອງ​ໂລກ​ ໄປ​ຍັງ​ຊີ​ຣີ ແມ່ນເປັນ​ສານ​ທີ່​ສົ່ງ​ເຖິງ​ອາ​ເມ​ລິ​ກາ, ດ້ວຍ​ຄຳ​ກ່າວ​ເຕືອນຢ່າງ​ແຮງ​ວ່າ: ວໍ​ຊິງ​ຕັນ ຈະ​ຖືກ​ລົງ​ໂທດ ຖ້າ​ຫາກ​ມີ​ຄວາມ​ຕັ້ງ​ໃຈແຊກ​ແຊງ ​ຕ້ານ​ຄືນບັນ​ດາ​ການ​ເຄື່ອນ​ໄຫວ​ ຂອງ​ຊີ​ຣີ ຫຼື ລັດເຊຍ. ໃນ​​ຂະ​ນະນັ້ນ, ຝ່າຍ​ອາ​ເມ​ລິ​ກາ ກໍ່​ເຕື້ອງ​ເຖິງ “ແຜນ B” ຫຼາຍ​ເທື່ອ ໃນ​ກໍ​ລະ​ນີ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ ຊີ​ຣີ ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ .ໃນ​ການ​ກະ​ທຳ​​ໄດ້​ຮັບຖື​ວ່າ​​ແມ່ນນອນຢູ່​ໃນ​ແຜນການນີ້, ອາ​ລັບ, ຊາ​ອຸ​ດິ, ​ເຊິ່ງ​ແມ່ນພັນ​ທະ​ມິດ​ທີ່​ສະ​ໜິດ​ສະ​ໝົມ ​ຂອງ​ອາ​ເມ​ລິ​ກາ​ ໃນ​ເຂດພາກ​ຕາ​ເວັນ​ອອກ​ກາງ, ​ຖະ​ແຫຼງ​ການ​ວ່າ​ພວມ​ພິ​ຈາ​ລະ​ນາ​ວິ​ທີ​ການ​ ເພີ່ມ​ແຫຼ່ງ​ສະ​ໜອງ​ອາ​ວຸດ​ ໃຫ້​ກຳ​ລັງ​ຝ່າຍ​ຄ້ານ ຢູ່ Aleppo, ຊີ​ຣີ.

        ຕາມ​ບັນ​ດາ​ນັກ​ວິ​ເຄາະ​ແລ້ວ ການ​ພົວ​ພັນ ລະ​ຫວ່າງ ລັດ​ເຊຍ ແລະ ອາ​ເມ​ລິ​ກາ, ​ພວມ​ຊ້ອນ​ແຝງໄພ​ອັນ​ຕະ​ລາຍຫຼາຍ​ຢ່າງ ​ທີ່​ອາດ​ຈະ​ພາ​ໄປ​ເຖິງ​ບັນ​ດາສະ​ຖາ​ນະ​ການອັນ​ຕະ​ລາຍ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ດ້ວຍຜົນ​ສະ​ທ້ອນອັນກ້ວາງ​ໃຫຍ່​ ແນ່ນອນວ່າ: ຈຳ​ເປັນ​ຕ້ອງ​ມີ​ຄວາມເຄົາ​​ກັນ​ສົມເປັນ​ທີ່​ຕັ້ງ​ແມ່ນ ​ເປັນ 2 ປະ​ເທດ​ມະ​ຫາ​ອຳ​ນາດ ໃນ​ການ​ສ້າງ​​ສັນ​ຕິ​ພາບ​ໃຫ້​ໂລກ.


ຂ່າວ/ບົດ​ອື່ນ