ການປ່ຽນແປງໃໝ່ແລະຫົວຄິດປະດິດສ້າງ, ຖືຊາວໜຸ່ມເປັນໃຈກາງຂອງການພັດທະນາ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄັ້ງທີ 11, ດຳເນີນໃນລະຫວ່າງວັນທີ 10 – 13 ທັນວາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນດີເດັ່ນໃນທົ່ວປະເທດ 1.000 ຄົນ, ທີ່ຕາງໜ້າໃຫ້ສະມາຊິກຊາວໜຸ່ມກວ່າ 6,4 ລ້ານຄົນ ແລະ ຊາວໜຸ່ມຫວຽດນາມກວ່າ 24 ລ້ານຄົນ. ນີ້ແມ່ນເຫດການການເມືອງສຳຄັນຂອງໄວໜຸ່ມຫວຽດນາມ, ເປັນຂີດໝາຍບາດກ້າວພັດທະນາຂອງອົງການຈັດຕັ້ງຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນໃນໄລຍະໃໝ່.

ການປ່ຽນແປງໃໝ່ແລະຫົວຄິດປະດິດສ້າງ, ຖືຊາວໜຸ່ມເປັນໃຈກາງຂອງການພັດທະນາ - ảnh 1 ອ້າຍ ເລກ໋ວກຟອງ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ

(ພາບ: doanthanhnien.vn)

ຄຳຂວັນຂອງກອງປະຊຸມໃຫຍ່ແມ່ນ “ໄວໜຸ່ມຫວຽດນາມ ປະຈັນບານ, ຄຸນນະທາດ, ສາມັກຄີ, ຫົວຄິດປະດິດສ້າງ, ພັດທະນາ”, ສະແດງຄວາມຕັດສິນໃຈປ່ຽນໃໝ່ເນື້ອໃນ, ແບບວິທີເຄື່ອນໄຫວຂອງອົງການຈັດຕັ້ງຊາວໜຸ່ມຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່, ສົມເປັນກຳລັງສຳຮອງທີ່ໜ້າໄວ້ເນື້ອເຊື່ອໃຈຂອງພັກກອມມູນິດຫວຽດນາມ, ແມ່ນໂຮງຮຽນສັງຄົມນິຍົມຂອງຊາວໜຸ່ມ, ເປັນຕົວແທນໃນການເບິ່ງແຍງດູແລ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ.

ເສີມຂະຫຍາຍກຳລັງແຮງໜຸ່ມເພື່ອຮັບໃຊ້ການປ່ຽນແປງໃໝ່, ພັດທະນາປະເທດຊາດ

        ໃນໄລຍະ 5 ປີຜ່ານມາ, ພັກ ແລະ ລັດ ສືບຕໍ່ມີບັນດາແຜນນະໂຍບາຍ, ນະໂຍບາຍສຳຄັນ, ສ້າງເງື່ອນໄຂສະດວກເພື່ອເບິ່ງແຍງ, ສຶກສາ, ບຳລຸງສ້າງ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ. ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ອົງການຈັດຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ຊາວໜຸ່ມໄດ້ບື່ນຕົວຂຶ້ນຢ່າງຮອບດ້ານ, ມີຄວາມຮັບຜິດຊອບຕໍ່ຕົວເອງ, ຄອບຄົວ ແລະ ສັງຄົມ. ການສຶກສາມູນເຊື້ອໄດ້ຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ ແລະ ການພັດທະນາຂອງປະເທດຊາດ, ສະແດງໃຫ້ເຫັນຢ່າງຈະແຈ້ງນ້ຳໃຈຮັກຊາດ, ຄວາມເອກອ້າງຖະນົງໃຈຕໍ່ປະເທດຊາດ.

        ໃນອະຍຸການຜ່ານມາ, ບັນດາຂະບວນການຂອງຄະນະຊາວໜຸ່ມ ໄດ້ມີບາດກ້າວພັດທະນາໃໝ່, ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດປະຈັນບານ, ນ້ຳໃຈອາສາສະໝັກ, ມີຫົວຄິດປະດິດສ້າງຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ບັນດາຂະບວນການຂອງຄະນະຊາວໜຸ່ມ ໄດ້ສ້າງສະພາບແວດລ້ອມທີ່ອຸດົມສົມບຸນ, ກວ້າງໃຫຍ່ເພື່ອເສີມຂະຫຍາຍ, ຝຶກຝົນຫຼໍ່ຫຼອມຊາວໜຸ່ມ. ຜ່ານນັ້ນ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນແກ້ໄຂຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມທີ່ນັບມື້ນັບດີກວ່າ. ອ້າຍ ເລກ໋ວກຟອງ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ຕົວຢ່າງຄື ເລື່ອງລາວກ່ຽວກັບການຮ່ຳຮຽນ, ເລື່ອງລາວກ່ຽວກັບການເລີມທຸລະກິດ, ວຽກເຮັດງານທຳ, ກໍ່ຮ່າງສ້າງຕົວ… ແລະ ບັນຫາວາງອອກແມ່ນແບບວິທີປະຕິບັດ ແລະ ການຈັດຕັ້ງບັນດາການເຄື່ອນໄຫວດັ່ງກ່າວນັບມື້ນັບໃໝ່ອ່ຽມກວ່າ, ທັນສະໄໝກວ່າ, ມີລັກສະນະດຶງດູດຊາວໜຸ່ມກວ່າ. ສິ່ງດັັ່ງກ່າວເອງຈຶ່ງສາມາດສ້າງກຳລັງດຶງດູດບັນດາເພື່ອນໜຸ່ມເຂົ້າຮ່ວມຂະບວນການຊາວໜຸ່ມ. ຈາກການເຄື່ອນໄຫວຂອງຄະນະຊາວໜຸ່ມ ໄດ້ຊ່ວຍໃຫ້ພວກເພື່ອນມີອາລົມຈິດ ແລະ ແບ່ງປັນແນວຄວາມຄິດ, ປະກອບບັນດາຂໍ້ລິເລີ່ມຂອງຕົນເພື່ອ ເຂົາເຈົ້າເອງ ພ້ອມກັບຄະນະຊາວໜຸ່ມສ້າງບັນດາການເຄື່ອນໄຫວໃຫ້ຊາວໜຸ່ມ.”

        ໃນໄລຍະ 5 ປີຜ່ານມາ, ໄດ້ມີສະມາຊິກຊາວໜຸ່ມກວ່າ 16 ລ້ານເທື່ອຄົນເຂົ້າຮ່ວມບັນດາການເຄື່ອນໄຫວປະຈັນບານຂອງຄະນະຊາວໜຸ່ມ. ນີ້ແມ່ນຕົວເລກທີ່ປະເອີບໃຈກ່ຽວກັບຂະບວນການຊາວໜຸ່ມປະຈັນບານເຂົ້າຮ່ວມການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ມຸ່ງໄປເຖິງການສ້າງລຸ່ນໜຸ່ມຫວຽດນາມ ໃຫ້ມີຄວາມຮັກຫອມປະເທດຊາດ, ມີຄຸນນະທາດ, ມີຫົວຄິດປະດິດສ້າງ

        ໃນອະຍຸການຈະມາເຖິງ, ອົງການຈັດຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ວາງຄາດໝາຍປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປະຈັນບານ, ຮັບ ແລະ ປະຕິບັດບັນດາວຽກງານທີ່ຫຍຸ້ງຍາກ, ວຽກໃໝ່ເປັນຢ່າງດີ, ຕິດພັນກັບຄວາມຕ້ອງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ຂອງຊາວໜຸ່ມ. ເພື່ອປະຕິບັດບັນດາຄາດໝາຍດ່ັ່ງກ່າວໃຫ້ເປັນຢ່າງດີ, ບັນດາລາຍການ, ຂະບວນການຂອງຄະນະຊາວໜຸ່ມ ມຸ່ງໄປເຖິງການປຸກລູກພູມປັນຍາ, ນ້ຳໃຈຮັກຊາດ ແລະ ກຳລັງແຮງຂອງຊາວໜຸ່ມ. ໃນນັ້ນ, ປ່ຽນໃໝ່ບັນດາການເຄື່ອນໄຫວອາສາສະໝັກຢ່າງແຮງ, ຖືນີ້ແມ່ນພື້ນຖານເພື່ອເສີມຂະຫຍາຍບົດບາດ, ພູມປັນຍາຂອງໄວໜຸ່ມ. ອົງການຈັດຕັ້ງຊາວໜຸ່ມ ກໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວມີຫົວຄິດປະດິດສ້າງ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີຂອງໄວໜຸ່ມໃນໄລຍະການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ພວມມີການກະທົບຢ່າງແຮງເຖິງຫວຽດນາມ ກວ່າ. ອ້າຍ ເລກ໋ວກຟອງ, ໃຫ້ຮູ້ຕື່ມອີກວ່າ.

        “ພວກຂ້າພະເຈົ້າຍັງກຳນົດກ່ຽວກັບການສ້າງແບບຢ່າງຊາວໜຸ່ມຫວຽດນາມ ໃນໄລຍະໃໝ່ ດ້ວຍມາດຖານລະອຽດທີ່ສຸດກ່ຽວກັບອຸດົມການປະຕິວັດ, ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ຕໍ່ການພັດທະນາຂອງປະເທດຊາດ. ຫຼື ຮຽກຮ້ອງກ່ຽວກັບນ້ຳໃຈຮັກຊາດ, ຊື່ຕົງມີຫົວຄິດປະດິດສ້າງ ປັດໃຈສ້າງຄວາມເຂັ້ມແຂງດ້ວຍຕົວເອງ, ຄຸນນະທາດຂອງສະມາຊິກຊາວໜຸ່ມ ລ້ວນແຕ່ຖືກຍົກອອກມາ ປຶກສາຫາລືເພື່ອຊອກຫາບັນດາຄຸນຄ່າຄຸນນະທາດຕ້ອງມີຂອງຊາວໜຸ່ມຫວຽດນາມ. ພິເສດແມ່ນໃນສະພາບເຕັກໂນໂລຊີ 4.0 ແລະ ການພັດທະນາ, ການເຊື່ອມໂຍງຂອງປະເທດຊາດນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ບົນພື້ນຖານນັ້ນ, ພວກຂ້າພະເຈົ້າໄດ້ກຳນົດ 3 ຂະບວນການຊາວໜຸ່ມອາສາສະໝັກ, ໄວໜຸ່ມມີຫົວຄິດປະດິດສ້າງ, ໄວໜຸ່ມປະຈັນບານປົກປັກຮັກສາປະເທດຊາດ”.

        ອົງການຈັດຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ ກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຊາວໜຸ່ມໃນການຮ່ຳຮຽນ, ເລີ່ມທຸລະກິດ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາທັກສະ, ຍົກສູງສຸຂະພາບ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຊີວິດທາງດ້ານວັດທະນະທຳ, ຈິດໃຈ. ມີເນື້ອໃນສຳຄັນໜຶ່ງອີກເຊິ່ງຄະນະຊາວໜຸ່ມຂັ້ນກະຊວງໃນທົ່ວປະເທດ ສຸມໃສ່ປະຕິບັດ ນັ້ນແມ່ນ ຍົກສູງ, ປຸກລູກໜ້າທີ່ຄວາມຮັບຜິດຊອບຂອງຊາວໜຸ່ມຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງການສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ