ການພົວພັນ ຫວຽດນາມ - ອິນເດຍ ພ້ອມກັນຮ່ວມມືພັດທະນາ

(vovworld) - ​​ປີ 2017, ຫວຽດນາມ ​ແລະ ອິນ​ເດຍ ສະ​​ເຫຼີ​ມສະຫຼອງ 2 ​ເຫດການ​ສຳຄັນ: 45 ປີ​ແຫ່​ງວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ, 10 ປີ​ແຫ່ງ​ວັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ບັນຫາ​ນີ້​ ​ໃນ​ວັນ​ທີ 21/03, ນັກ​ການ​ທູດ, ວົງ​ການ​ນັກ​ຄົ້ນຄວ້າ​ຫລາຍ​ຄົນ​ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ ຫວຽດນາມ - ອິນ​ເດຍ ​ໄດ້​ຕອບ​ສະໜອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ປະກອບສ່ວນ​ຮັກສາ​ສັນຕິພາບ​ໃນ​ໂລກ. ບົນ​ພື້ນຖານ​ອັນ​ດີ​ງາມ​ຂອງ​ການ​ພົວພັນ 2 ຝ່າ​ຍ, ຫວຽດນາມ ​ແລະ ອິນ​ເດຍ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

ການພົວພັນ ຫວຽດນາມ - ອິນເດຍ ພ້ອມກັນຮ່ວມມືພັດທະນາ - ảnh 1
ການພົວພັນ ຫວຽດນາມ - ອິນເດຍ ພ້ອມກັນຮ່ວມມືພັດທະນາ
(ພາບປະກອບ / TTXVN)

  ການ​ພົວພັນ ຫວຽດນາມ - ອິນ​ເດຍ ມີ​ປະຫວັດຄວາມ​ເປັນ​ມາ​ແຕ່​ດົນ​ນານ, ຊຶ່ງ​​ທ່ານປະທານ ​ໂຮ່ຈີ​ມິນ ​ແລະ ທ່ານນາຍົກ​ລັດຖະມົນຕີ Jawaharlal Nehru ສ້າງ​ຂຶ້ນ, ພ້ອມ​ກັບ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ. 2 ປະ​ເທດ​​ໄດ້ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 07/01/1972. ປີ 2007, ຫວຽດນາມ - ອິນ​ເດຍ ​ໄດ້ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ນັບ​ແຕ່​ປີ 2016.

ຕອບ​ສະໜອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ

45 ປີຜ່ານມາ, ການ​ພົວພັນ​ດ້ານ​ການ​ເມືອງ - ການ​ທູດ ຫວຽດນາມ - ອິນ​ເດຍ ​ໄດ້ຮັບ​ການ​ຍົກ​ລະດັບພັດທະນາຢ່າງ​ເລິກ​ເຊິ່ງ. ທ່ານ ຫງວຽນ​ຊວນ​ທັ໋ງ ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ແມ່ນ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ດີງາມ​ທີ່ສຸດ. ຍ້ອນມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງສຸດ​ລະຫວ່າງ 2 ປະ​ເທດ ​​ເປັນ​ພື້ນຖານ​ໃຫ້​​ແກ່ຜົນງານ​ນີ້.

        “2 ປະ​ເທດມີ​ ຜົນ​ປະ​ໂຫຍ​ດກ່ຽວ​ກັບຍຸດ​ທະ​ສາດທັບ​ຊ້ອນ​ກັນ, ພ້ອມ​ແລ້ວ​ທີ່​ຈະ​ມີ​ຄວາມເຊື່ອ​ໝັ້ນ ​ແບ່ງປັນນຳ​ກັນ​ໃນ​ບັນດາ​ບັນຫາ​ເກືອບ​ທັງ​ໝົດ​ຂອງ 2 ຝ່າຍ​ ກໍ່​ຄື​ຫລາຍ​ຝ່າຍ, ນັບ​ທັງ​ບັນດາ​ບັນ​ຫາຄວາມ​ເຄັ່ງຮ້ອນ. ພິ​ເສດ ບໍ່​ພຽງ​ແຕ່​ຢຸດຕິ​ຢູ່​ຖະ​ແຫຼ​ງການ​ເທົ່າ​ນັ້ນ ຫາກ​ ອິນ​ເດຍ ຍັງມີ​ບັນດາ​ການ​ກະທຳ​​ຕົວ​ຈິງ​ສົມທົບ​ກັບ ຫວຽດນາມ ​ເພື່ອ​ຮັບປະກັນ​ສະພາບ​ແວດ​ລ​້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ເສລີ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກອີກ​ດ້ວຍ. ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ນັ້ນ ​ໄດ້​ຮັບ​ການ​ປັບປຸງ​ໂດຍ​ຜ່ານ​ເລື່ອງ 2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ​ເປັນ​ປະຈຳ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ການ​ນຳ​ສູງ​ສຸດ​ຂອງ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ອິນ​ເດຍ. ​ແລະກົງກັນຂ້າມ ບັນດາ​ການ​ນ​ຳ ອິນ​ເດຍ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ, ຈັດ​ຕັ້ງ​ເວທີ​ປາ​ໄສ​ຫລາຍ​ຄັ້ງ ບໍ່​ພຽງ​ແຕ່​ຢູ່​​ໃນ​ລະດັບມະຫາ​ພາກ​ເທົ່າ​ນັ້ນ ຫາກ​ຍັງນັບທັງ​ຈຸ​ລະ​ພາກ​ອີກ​ດ້ວຍ”.

        ​ໃນ​ຂົງ​ເຂດ​ເສດຖະກິດ, ປະຈຸ​ບັນ ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດນາມ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ 4 ຂອງ ອິນ​ເດຍ ​ໃນ​ກຸ່ມ ອາ​ຊຽນ. ລະດັບ​ການ​ເຕີບ​ໂຕ​ກ່ຽວ​ກັບ​ການ​ແລກປ່ຽນ​ການ​ຄ້າສະ​ເລ່ຍ​ແຕ່ລະ​ປີ​ແມ່ນ 16%, ປະຈຸ​ບັນ​ບັນລຸ 5 ຕື້ USD. ການ​ນຳ 2 ປະ​ເທດ​ວາງ​ຄາດໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ທົບ 3 ​ເທົ່າ, ບັນລຸ 15 ຕື້ USD ​ໃນ​ປີ 2020. ກ່ຽວ​ກັບ​ການ​ລົງທຶນ, ຫວຽດນາມ ​ແມ່ນ​ປະ​ເທດ​ລົງທຶນ​ທີ່​ດຶງ​ດູດ​ຂອງ​ວິ​ສາ​ຫະກິດ ອິນ​ເດຍ ດ້ວຍ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກ່ວາ 130 ​ແຫ່ງ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ໊ສ, ນອກຈາກ 3 ບໍ່​ນ້ຳມັນ​ອາຍ​ແກ໊ສຊຶ່ງ​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ພວມ​ຂຸດ​ຄົ້ນ, ​​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຫວຽດນາມ ​ໄດ້​ເຊີນ ອິນ​ເດຍ ສຳ​ຫລວດ​ເພີ່ມ 5 ບໍ່​ນ້ຳມັນ​ອາຍ​ແກ໊ສຕື່ມ​ອີກ​ໃນ​ເຂດ​ເສດຖະກິດ​ພິ​ເສດຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ນອກ​ນັ້ນ ບັນດາ​ຂົງ​ເຂດ​ອື່ນໆ​ຄື: ​ໄຟຟ້າ, ພະລັງງານ​ຜະລິດ​ຄືນ​ໃໝ່​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ 2 ຝ່າຍ.

        ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ກຳນົດຈາກ​ການ​ນຳ 2 ປະ​ເທດ​ວ່າ ​ແມ່ນ​ເສົາ​ຄ້ຳຍຸດ​ທະ​ສາດ​ໃນ​ການ​ພົວພັນ 2 ຝ່າຍ. ນອກຈາກ​ບັນດາ​ການ​ຢ້ຽມຢາມ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລ້ວ ​ແຜນ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ​ໄລຍະ 2015 – 2020 ​ແມ່ນ​ລະອຽດ​ທີ່​ສຸດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ທຳລາຍ​ຄວາມ​ສະຫງົບ​ທີ່​​ເຄີຍ​ມີ​ມາ, ຕ້ານ​ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ​ແບ່ງປັນ​ບົດຮຽນ ​ເຂົ້າ​ຮ່ວມ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ສາດສະດາຈານ - ປະລິນຍາ​ເອກ ​ແມ້ງ​ກວາງ​ທັ໋ງ ​ອາຈານສອນ​ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

              “ 2 ປະ​ເທດ​ໄດ້​ຊອກ​ເຫັນ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ກຳ​ລັງ​ແຮງ​ທາງ​ດ້ານ​ການ​ທູດ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ. ປະ​ເທດ​ອີນ​ເດຍ​ຕ້ອງ​ການ​ມີ​ກຳ​ລັງ​ແຮງ, ຕ້ອງ​ບືນ​ຕົວ​ຂຶ້ນ​ໃນ​ຖາ​ນະ​ແມ່ນ​ປະ​ເທດ​ໃຫຍ່, ສາ​ມາດ​ສົ່ງຜົນ​ສະ​ທ້ອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນບໍ່​ໜ້ອຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ທະ​ຫານ, ວັດ​ທະ​ນະ​ທຳ. ຫວຽດ​ນາມ​ກໍ​ຕ້ອງ​ການ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ, ໃນ​ນັ້ນ​ມີ​ອິນ​ເດຍ​ແມ່ນ​ປະ​ເທດ​ຈຸດ​ສຸມ.  ”

     ຊຸກ​ຍູ້​ການ​ຮ່ວມ​ມື​ເຂົ້າ​ສູ່​ລ່ວງ​ເລິກ

    ການ​ພົວ​ພັນ​ຫວຽດ​ນາມ-ອີນ​ເດຍ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ບໍ່​ພຽງ​ແຕ່​ແມ່ນ​ການ​ສືບ​ຕໍ່​ປະ​ຫວັດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​​ຕ້ອງ​ການ​ໄດ້​ພັດ​ທະ​ນາ ແລະ ເພີ່ມ​ທະ​ວີ. ທ່ານ​ສາດ​ສະ​ດາ​ຈານ, ປອ ແມ້ງກວາງ​ທັ້ງ ຖື​ວ່າ ຕ້ອງ​ຕັ້ງການ​ພົວ​ພັນ​ຫວຽດ​ນາມ-ອີນ​ເດຍເຂົ້າ​ໃນ​ສະ​ພາບ​ການ​ລວມ​ຂອງ​ສາຍ​ພົວ​ພັນ​ສາ​ກົນ.

    ທ່ານ Neeklakantan ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອີນ​ເດຍ​ປະ​ຈຳ​ຫວຽດ​ນາມ ມີ​ຂໍ້​ສະ​ເໜີ​ວ່າ : (ເທບ)

    “ 2 ຝ່າຍ​ຕ້ອງ​ມີ​ລັກ​ສະ​ນະ​ເຊື່ອມ​ຈອດ, ຄວນ​ມີ​ການ​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ. ບໍ​ລິ​ສັດ Jetstar ຂອງ​ຫວຽດ​ນາມ​ໄດ້​ຕິດ​ປະ​ກາດ​ໃນ​ຕະຫຼາດຫຼັກ​ຊັບ ແລະ   ໄດ້​ມີ​ການ​ນູນ​ຊ່ວຍ​ແກ່​ຂະ​ແໜງ​ການ​ບິນ​ຫວຽດ​ນາມ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ກ່​ວາ. 2 ປະ​ເທດ​ອາດ​ຈະ​ໜູນ​ຊ່ວຍ​ຊຶ່ງ​ກັນ ແລະ ກັນ ແລະ ສາ​ມາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ບິນ, ເຮັດ​ແນວ​ໃດ​ເພີີ່ມ​ທະ​ວີ​ຈຳ​ນວນ​ຖ້ຽວ​ບິນ​ໂດຍ​ກົງ​ລະ​ຫວ່າງຫວຽດ​ນາມ-ອີນ​ເດຍ ”

      ສ່ວນທ່ານ​ສາດ​ສະ​ດາ​ຈານ, ປອ ເລ​ວັນ​ເກືອງ   ອະ​ດີດຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ກະ​ຊວງ​ຕຳຫຼວດຫວຽດ​ນາມ ຖື​ວ່າ: (ເທບ)

     “ ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ອີນ​ເດຍ​ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ຂົງ​ເຂດນີ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ 2 ປະ​ເທດ​ຄວນ​ມີ​ການ​ຮ່ວມ​ມືຫຼາຍ​ກ່​ວາ​ອີກ, ອາດ​ຈະ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານຂອງອີນ​ເດຍຢູ ່​ຫວຽດ​ນາມ. ທີ 2 ​ຫວຽດ​ນາມ ແລະ ອີນ​ເດຍຄວນ​ຮ່ວມ​ມື​ໃນ​ຂົງ​ເຂດຮັບປະ​ກັນ​ຄວາມ​ປອດ​ໄພ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດຫຼາຍ​ກ່​ວາ​ອີກ. ທີ 3, ຊາວຫວຽດ​ນາມ​ມັກ​ໄປ​ທ່ອງ​ທ່ຽວ​ຢູ່​ອິນ​ເດຍ ແລະ ກົງ​ກັນ​ຂ້າມ. ທີ່ 4 ແມ່ນ​​ເພີ່ມ​ທະ​ວີການຮ່ວມ​ມືໃນ​ຂົງ​ເຂດຮັບປະ​ກັນ​ຄວາມ​ປອດ​ໄພທາງ​ການ​ບິນ, ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ມະ​ຫາ​ສະ​ໝຸດ​ອີນ​ເດຍ, ທີ 5 ແມ່ນ​ຄວນ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ 2 ຝ່າຍ ”

     45 ປີ​ທີ່​ຜ່າ​ນມາ, ການ​ພົວ​ພັນ​ຫວຽດ​ນາມ-ອີນ​ເດຍໄດ້​ຜ່າ​ນ​ໄລ​ຍະ​ທາງ​ອັນ​ຍາວ​ໄກ ແລະ ໄດ້​ຮັບ​ບັນ​ດາ​ຜົນ​ງານ​ດ້ານ​ການ​ຮ່ວມ​ມື​ອັນ​ດີ​ງາມ​ອີງ​ໃສ່​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ. ດ້ວຍ​ໄລ​ຍະ​ທາງ​ປະ​ຫວັດ​ສາດແຫ່ງ​ກາ​ນທົດ​ສອບ ແລະ  ພວມສ້າງ​ທ່ວງ​ທ່າ​ເພື່ອ​ພັດ​ທະ​ນາ, ສາຍ​ພົວ​ພັນ​ນີ້​ພວມ​ຢືນ​ຢູ່​ຕໍ່​ໜ້າ​ແງ່​ຫວັງ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ