ການພົວພັນ ອາເມລິກາ - ຕວກກີ ຍັງເຄັ່ງຕຶງຢູ່

(VOVWORLD) -ການພົວພັນລະຫວ່າງ 2 ປະເທດສໍາພັນທະມິດ NATO  ນັ້ນແມ່່ນອາເມລິກາ ແລະ ຕວກກີ ຍັງຢູ່ໃນສະພາບຂັດແຍ້ງ ແລະ ບໍ່ລົງລອຍກັນ ພາຍຫຼັງສອງຝ່າຍບໍ່ຊອກຫາໄດ້ທັດສະນະລວມໃນການປ່ອຍຕົວຄຸນພໍ່ຊາວອາເມລິກາ Andrew Brunson. ແທນທີ່ຈະຊຸກຍູ້ການເຈລະຈາ, ປັດຈຸບັນ, ຕວກກີຫັນໄປຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືກໍ້າເກີ່ງຂອງ ອາເມລິກາ, ໃນຂະນະ ວໍຊິງຕັນ ພັດໃຊ້ຄັນຕະລະບັດເລັ່ງໃສ່ພື້ນຖານເສດຖະກິດພວມຕົກໃນສະພາບວິກິດການຂອງສໍາພັນທະມິດ.

  ໃນເວລາສອງອາທິດ ນັບແຕ່ເມື່ອເກີດເຫດການທີ່ກ່ຽວຂ້ອງເຖິງຄຸນພໍ່ຊາວ ອາເມລິກາ, ມາຮອດປັດຈຸບັນ ການພົວພັນລະຫວ່າງອາເມລິກາ - ຕວກກີ ແມ່ນຍັງບໍ່ທັນມີສັນຍານຕັ້ງໜ້າ. ເຖິງວ່າບັນດາການພົບປະໄດ້ຈັດຂຶ້ນກໍຕາມ ແຕ່ເບິ່ງຄືວ່າຍັງບໍ່ທັນພຽງພໍ ທັງດ້ານປະລິມານ ແລະ ລະດັບ.

ຄວາມຂັດແຍ້ງຍິ່ງເພີ່ມຂຶ້ນ

  ຫາງສຽງຄິດວ່າ ວໍຊິງຕັນ ຈະຢຸດຕິພາຍຫຼັງອອກຄໍາສັ່ງລົງໂທດ (ໃນວັນທີ 1/8) ແນໃສ່ເຈົ້າໜ້າທີ 02 ຄົນຂອງຕວກກີ ເຊິ່ງແມ່ນ ທ່ານລັດຖະມົນຕີກະຊວງຍຸຕິທໍາ Abdulhamit Gul ແລະ ທ່ານລັດຖະມົນຕີກະຊວງພາຍໃນ Suleyman Soylu ຍ້ອນມີສ່ວນກ່ຽວຂ້ອງເຖິງການພິພາກສາຄຸນພໍ່ຊາວອາເມລິກາ Andrew Brunson ທີ່ຖືກ Ankara ກ່າວຫາວ່າ ເປັນອາດຊະຍາກໍາກໍ່ການຮ້າຍ ແລະເປັນນັກສືບ.  ເຖິງຢ່າງໃດກໍຕາມ,  02 ອາທິດຕໍ່ມາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ອອກຄໍາຕັດສິນ ຈະເພີ່ມລະດັບຈັດວາງອັດຕາພາສີຂຶ້ນທົບສອງເທົ່າສໍາລັບບັນດາຜະລິດຕະພັນອາລູມີນຽມ ແລະ ເຫຼັກກ້າ ທີ່ນໍາເຂົ້າຈາກຕວກກີ. ຄໍາຕັດສິນໃໝ່ຂອງອາເມລິກາ ໄດ້ເຮັດ   ໃຫ້ຕະຫຼາດການເງິນຂອງຕວກກີຖືກຜົນສະທ້ອນຢ່າງແຮງ ແລະ ເງິນ Lira ຖືກຕົດຄ່ານັບມື້ນັບຫຼາຍ, ພາຍຫຼັງໄດ້ຫຼຸດລົງເຖິງ 30% ນັບແຕ່ຕົ້ນປີ 2018. ເລື່ອງອັດຕາເສຍພາສີ ໂດຍທ່ານ Donald Trump  ຕົກລົງຈັດວາງນັ້ນ ອາດຈະບໍ່ພາໃຫ້ ຕວກກີ ປະສົບກັບຄວາມຫຍຸ້ງຍາກເຖິງຂະໜາດນັ້ນ ຖ້າຫາກວ່າປະເທດນີ້ບໍ່ປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ. ດັ່ງນັ້ນ, ການຕັດສິນຂອງວໍຊິງຕັນ ຍິ່ງເຮັດໃຫ້ ຕວກກີ ພວມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະຫຍຸ້ງຍາກກວ່າອີກ ແລະ ທ່ານ Donald Trump ຄືວ່າພວມມຸ່ງໄປເຖິງການຄອບງໍາ ຕວກກີ ດ້ວຍກໍາລັງແຮງດ້ານເສດຖະກິດ. ບໍ່ພຽງແຕ່ເທົ່ານັ້ນ, ຕົ້ນອາທິດຜ່ານມາ, ທ່ານປະທານາທິບໍດີ Donald Trump ກໍໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍ ງົບປະມານປ້ອງກັນປະເທດຂອງອາເມລິກາ ປີ 2019, ໃນນັ້ນ ສະກັດກັ້ນເລື່ອງມອບເຮືອບິນ F-35 ລໍາຕ່າງໆໃຫ້ຕວກກີ.

  ໂດຍບໍ່ເຄົາລົບຕໍ່ການປະພຶດຂອງສໍາພັນທະມິດໃນ ກຸ່ມ NATO, ຕວກກີ ຖືການຕັດສິນຈັດວາງອັດຕາພາສີຂອງວໍຊິງຕັນແມ່ນການໃຊ້ກໍ້າປັ້ນຕີຫຼັງ, ແມ່ນການກະທໍາບຸກໂຈມຕີທີ່ມີເຈດຕະນາຂອງອໍານາດການປົກຄອງ ອາເມລິກາ ເລັ່ງໃສ່ພື້ນຖານເສດຖະກິດຂອງຕວກກີ. Ankara ກໍໂຕ້ຕອບຄືນດ້ວຍວິທີເພີ່ມອັດຕາພາສີສໍາລັບບາງປະເພດສິນຄ້າທີ່ນໍາເຂົ້າຈາກ ອາເມລິກາ ຢ່າງແຮງ ຄື ຍົກລະດັບຈັດວາງອັດຕາພາສີສໍາລັບລົດເມ ທີ່ນໍາເຂົ້າຈາກອາເມລິກາ ເພີ່ມຂຶ້ນເຖິງ 120%, ສໍາລັບຜະລິດຕະພັນປະເພດນໍ້າດື່ມມີແກັສ ເພີ່່ມຂຶ້ນເຖິງ 140% ແລະ ຢາສູບເພີ່ມຂຶ້ນເຖິງ 60%. ນອກຈາກນັ້ນ, Ankara ກໍຍັງເພີ່ມອັດຕາພາສີສໍາລັບບາງປະເພດສິນຄ້າອື່ນ ເຊິ່ງລວມມີ ເຄື່ອງສໍາອາງ, ເຂົ້າສານ ແລະ ຖ່ານຫີນ. ນອກຈາກນັ້ນ, ຕວກກີຈະຈັດວາງບັນດາອັດຕາພາສີເພີ່ມເຕີມ ລວມມີມູນຄ່າ 533 ລ້ານ USD ສໍາລັບສິນຄ້າທີ່ນໍາເຂົ້າຈາກອາເມລິກາອີກດ້ວຍ.

  ໃນຂະນະນັ້ນ, ສານນະຄອນ Izmir ຢູ່ທາງທິດຕາເວັນຕົກຂອງ ຕວກກີ, ໃນວັນທີ 15 ສິງຫາ, ກໍໄດ້ປະຕິເສດຮັບໃບຟ້ອງອຸທອນ ສະບັບໃໝ່ ເພື່ອທວງປ່ອຍຕົວໃຫ້ແກ່ຄຸນພໍ່ຊາວອາເມລິກາ Andrew Brunson ນັ້ນ. ສານຕັດສິນວ່າ ຄຸນພໍ່ Andrew Brunson ຈະສືບຕໍ່ຖືກກັກບໍລິເວນ. ແນ່ນອນວ່າ ການກະທໍາດັ່ງກ່າວຂອງ Ankara ຈະພາໃຫ້ວໍຊິງຕັນ ຄຽດແຄ້ນ ແລະ ການພົວພັນລະຫວ່າງສອງຝ່າຍ ຍັງຄົງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

 ຊອກຫາຄູ່ຮ່ວມມືອື່ນ

        ເຖິງວ່າ ຕວກກີ ບໍ່ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງໃຫ້ດ້ານເສດຖະກິດ ອາເມລິກາ ກໍຕາມ ແຕ່ກ່ຽວກັບດ້ານການເມືອງ ປະເທດນີ້ ພັດນຳມາເຊິ່ງຜົນປະໂຫຍດດ້ານຍຸດທະສາດໃຫ້ອາເມລິກາ. ຖ້າຫາກບໍ່ມີການສະຫນັບສະຫນູນຂອງ Ankara, ເປົ້າໝາຍຊື່ງ ວໍຊິງຕັນມຸ່ງໄປເຖິງ ຢູ່ ຊີຣີ, ລັດເຊຍ, ອີຣານ ແລະ ຊ້ຳບໍ່ໜຳ ນັບທັງ ເອີລົບ ຍາກທີ່ຈະບັນລຸໄດ້.

 ເຖິງຢ່າງໃດກໍຕາມ ອຳນາດການປົກຄອງ D. Trump ພວມຖືເບົາບົດບາດຂອງ Ankara. ການກະທຳຂອງ ອາເມລິກາ ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ແມ່ນຊົ່ວຮ້າຍລົງ, ນາບຂູ່ເຖິງການພົວພັນສຳພັນທະມິດ ແລະ ຍູ້ຕວກກີ ຫຍັບໃກ້ກັບ ລັດເຊຍ ກໍ່ຄືບັນດາປະເທດກ້ຳເກີ່ງອື່ນຂອງ ອາເມລິກາກວ່າ. ສິ່ງດັ່ງກ່າວ ບໍ່ມີຜົນປະໂຫຍດໃຫ້ແກ່ຍຸດທະສາດຂອງ ວໍຊີງຕັນ, ເປັນຕົ້ນສຳລັບບັນດາຖານທີ່ໝັ້ນກອງທັບອາກາດ ຕັ້ງຢູ່ ຕວກກີ.

0ຄວາມຈິງ ໃນຊຸມມື້ມໍ່ໆມານີ້, ລັດເຊຍ ແລະ ຕວກກີ ໄດ້ຕົກລົງ “ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ”. ກ່ອນຫນ້ານີ້ ຕວກກີ ກໍ່ໄດ້ປະຕິເສດການເຂົ້າຮ່ວມບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກ ເລັ່ງໃສ່ ລັດເຊຍ. Ankara ກໍ່ບໍ່ມີເຈດຈຳນົງສະຫນັບສະຫນູນການກະທຳຄ້າຍຄືກັນຂອງ ວໍຊິງຕັນ ສຳລັບ ເຕເຮຣານ. ໃນຂະນະນັ້ນ ອີຣານ ຖະແຫລງຈະຮ່ວມແຮງຮ່ວມໃຈພ້ອມກັບ ຕວກກີ ປະເຊີນຫນ້າກັບບັນດາກຳລັງດັນຈາກ ອາເມລິກາ. ໃນໄລຍະຍາວ, ພັນທະມິດ ລັດເຊຍ  ຕວກກີ ແລະ ອີຣານ ຈະໄດ້ຮັບການເພີ່ມທະວີຂຶ້ນ ແລະເປີດກວ້າງກວ່າ. ຕວກກີ ໄດ້ຮັບຖືວ່າ ກຽມພ້ອມເພື່ອຊອກຫາບັນດາພັນທະມິດໃຫມ່, ອົງການໃຫມ່ຄື ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຫລື ອົງການຮ່ວມມື ຊຽງໄຮ່ (SCO) ເພື່ອແທນໃຫ້ບັນດາປະເທດພັນທະມິດເດີມ.

ອາດຈະເຫັນໄດ້ວ່າ ບັນດາການພົບປະຂັ້ນສູງເພື່ອປັບປຸງການພົວພັນສອງຝ່າຍລະຫວ່າງ ອາເມລິກາ ແລະ ຕວກກີ ແມ່ນຫນ້ອຍກວ່າຫລາຍເມື່ອທຽບໃສ່ບັນດາມາດຕະການໂຕ້ຕອບເຊິ່ງກັນ ແລະກັນ. ເຖິງຢ່າງໃດກໍຕາມ ເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງໃນການພົວພັນສອງຝ່າຍ, ມາຮອດປະຈຸບັນ ຕວກກີ ແລະ ອາເມລິກາ ຄວນກັບຄືນການເຈລະຈາ. ການນາບຂູ່, ກໍ່ກຳລັງດັນພຽງແຕ່ສົ່ງຜົນກະທົບຢ່າງຫຍໍ້ທໍ້ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ