ການພົວ​ພັນ​​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ ຫວຽດ​ນາມ ໝັ້ນ​ໃຈ​ເຊື່ອມ​ໂຍງ

(VOVWORLD) -ໂດຍເສີມຂະຫຍາຍບັນດາຜົນງານການພົວພັນຕ່າງປະເທດຂອງຫວຽດນາມໃນປີ 2018, ປີ 2019 ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການພົວພັນຕ່າງປະເທດ, ພິເສດ ແມ່ນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ, ບັນດາເວທີປາໄສທົ່ວໂລກ. ຫວຽດນາມ ນັບມື້ນັບ ມີຄວາມໝັ້ນໃຈ ຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ດ້ວຍຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີຄວາມອິດທິພົນຊື່ສຽງຂອງປະຊາຄົມສາກົນ.

 ໄລຍະຜ່ານມາ, ພິເສດໃນປີ 2018, ສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປສັບສົນ ແລະ ວ່ອງໄວຫຼາຍຢ່າງ, ຫວຽດນາມ ໄດ້ ແລະ ກຳລັງເສີມຂະຫຍາຍບັນດາກົນໄກຫຼາຍຝ່າຍເປັນຢ່າງດີ ເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດຂອງຕົນ ກໍຄື ເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍລວມຂອງປະຊາຄົມສາກົນ.

ການພົວ​ພັນ​​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ ຫວຽດ​ນາມ ໝັ້ນ​ໃຈ​ເຊື່ອມ​ໂຍງ - ảnh 1ຫວຽດນາມ ຈັດຕັ້ງ ກອງປະຊຸມ WEF ASEAN 2018 ປະສົບຜົນສໍາເລັດຢ່າງຈົບງາມ (ພາບ: VGP)

ຫວຽດນາມມີທີ່ຕັ້ງບົດບາດໃໝ່ໃນເວທີສາກົນ

        ໃນປີຜ່ານມາບັນດາການເຄື່ອນໄຫວພົວພັນການຕ່າງປະເທດຫຼາຍຢ່າງຂອງຫວຽດນາມ ໄດ້ຮັບການເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ ຢູ່ທຸກທາງຝ່າຍ. ດ້ວຍທີ່ຕັ້ງບົດບາດໃໝ່ ເຊິ່ງການພົວພັນຕ່າງປະເທດຫຼາຍຝ່າຍ ທີ່ຫວຽດນາມ ບັນລຸໄດ້ນັ້ນ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກເພື່ອນມິດສາກົນ, ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມລະດັບພາກພື້ນ ແລະ ທົ່ວໂລກທີ່ສຳຄັນ, ພົ້ນເດັ່ນທີ່ສຸດ ແມ່ນເວທີປາໄສເສດຖະກິດ ໂລກ ກ່ຽວກັບ ອາຊຽນ ຖືກຈັດຂຶ້ນ ຢູ່ຫວຽດນາມ. ຜົນສຳເລັດ ແລະ ຄວາມປະທັບໃຈຂອງຫວຽດນາມ ຢູ່ເວທີປາໄສດັ່ງກ່າວ ໄດ້ຮັບການຢັ້ງຢືນ ຈາກທ່ານປະທານ WEF  Borge Brende ວ່າ:

        “ໃນ 27 ປີ ຈັດຕັ້ງເວທີປາໄສ WEF ພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ, ນີ້ ແມ່ນເວທີປາໄສທີ່ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ. ຫວຽດນາມ ໄດ້ຜ່ານຜ່າໄລຍະທາງພັດທະນາທີ່ໜ້າປະທັບໃຈ ແລະ ກອງປະຊຸມຄັ້ງນີ້ ໄດ້ດຶງດູດ ການເຂົ້າຮ່ວມຈາກການນຳບັນດາປະເທດ, ວິສາຫະກິດແຖວໜ້າ ເປັນຈຳນວນຫຼວງຫຼາຍ. ພວກຂ້າພະເຈົ້າ ມີຄວາມເພິ່ງພໍໃຈ ແລະ ຕີລາຄາສູງບົດບາດຂອງຫວຽດນາມ ເມື່ອຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ”.

ການພົວ​ພັນ​​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ ຫວຽດ​ນາມ ໝັ້ນ​ໃຈ​ເຊື່ອມ​ໂຍງ - ảnh 2 ທ່ານປະທານ WEF  Borge Brende (ພາບ: Reuters)

        WEF ອາຊຽນ 2018 ປະສົບຜົນສຳເລັດໄດ້ສ້າງພາບພົດໃໝ່ໃຫ້ ຫວຽດນາມ ໃນໃຈເພື່ອນມິດສາກົນ, ອີກຄັ້ງໜຶ່ງ ຢັ້ງຢືນບົດບາດນຳໜ້າຂອງຫວຽດນາມ ໃນກຸ່ມ ອາຊຽນ, ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າໃນເລື່ອງຮ່ວມສຳພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມືຢູ່ພາຍນອກ. ທ່ານນາງ Victoria Kwakwa ຮອງປະທານທະນາຄານໂລກ  ປະຈຳ ພາກພື້ນ ອາຊີ - ປາຊີຟິກ, ຖືວ່າ:

        “ຫວຽດນາມ ແມ່ນສະມາຊິກໃຫຍ່ ແລະ ສໍາຄັນຂອງ ອາຊຽນ. ຫວຽດນາມ ກໍມີຂໍ້ລິເລີ່ມຫຼາຍຢ່າງ ແລະ ມີນ້ຳໃຈວິສາຫະກິດ ດ້ວຍການພັດທະນາຢ່າງແຮງ ຂອງປະຊາຄົມ Start up. ຫວຽດນາມ ມີຫຼາຍຄົນທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດວິທະຍາສາດເຕັກໂນໂລ, ດັ່ງນັ້ນ ຂ້າພະເຈົ້າ ຖືວ່າ ຫວຽດນາມ ຍັງຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ ປະຊາຄົມ ອາຊຽນ”.

ເລື່ອງບັນດາປະເທດ ຖືເປັນສຳຄັນທີ່ຕັ້ງບົດບາດຂອງຫວຽດນາມ ນັບມື້ນັບສູງ ໃນເວທີສາກົນ ຍັງໄດ້ສະແດງອອກຢູ່ເລື່ອງ ຫວຽດນາມ ມີຄວາມໄວ້ວາງໃຈ ໄດ້ຮັບເລືອກຕັ້ງເຂົ້າເປັນ ສະມາຊິກ ຄະນະກຳມະການກົດໝາຍສາກົນ ສະຫະປະຊາຊາດ ແລະ ເປັນແຂກຖືກເຊີນຂອງກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໃນໂລກ (G7)

ໝັ້ນໃຈເຊື່ອມໂຍງ

ການເປັນເຈົ້າການ ແລະ “ທີ່ຕັ້ງບົດບາດ” ຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມການສ້າງອົງການຂອງພາກພື້ນ ແລະ ສາກົນ..., ສິ່ງທັງໝົດເຫຼົ່ານັ້ນ ແມ່ນ ປະຖົມປັດໄຈ ເພື່ອໃຫ້ຫວຽດນາມ ໝັ້ນໃຈ ຮັບປະກັນບັນດາໜ້າທີ່ສຳຄັນຂອງສາກົນໃນໄລຍະຈະມາເຖິງ, ໃນນັ້ນ ມີເລື່ອງສະໝັກເລືອກຕັ້ງເປັນ ກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ພາຍຫຼັງ 10 ປີ, ດ້ວຍການປະກອບສ່ວນຂອງຫວຽດນາມ ໃນອາຍຸການ 2008 – 2009 ຢູ່ ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍຄື ທີ່ຕັ້ງບົດບາດຂອງຫວຽດນາມ ໃນປັດຈຸບັນ, ຫວຽດນາມ ຫວັງວ່າ ບັນດາປະເທດ ຈະມີຄວາມໄວ້ເນື້ອເຊື່ອໃຈ ຫວຽດນາມ ຫຼາຍກວ່າ, ສາມາດປະກອບສ່ວນຫຼາຍກວ່າ ເຂົ້າໃນອົງການຈັດຕັ້ງດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຖືວ່າ:

“ນີ້ແມ່ນ ໂອກາດ ຂອງພວກເຮົາ ພ້ອມທັງແມ່ນ ສິ່ງທ້າທາຍ ນັ້ນແມ່ນ ຕ້ອງຕອບສະໜອງໄດ້ຄວາມຫວັງຂອງບັນດາປະເທດ. ກ່ອນນີ້ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ໄລຍະເວລານີ້ ຕ້ອງເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າກວ່າ. ສິ່ງດັ່ງກ່າວໝາຍຄວາມວ່າ ພວກເຮົາ ບໍ່ພຽງແຕ່ສົນໃຈເຖິງບັນຫາຂອງພວກເຮົາ, ຂອງພາກພື້ນເທົ່ານັ້ນ ຫາກຍັງເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນບັນດາບັນຫາທົ່ວໂລກ, ໂດຍສະເພາະ ແມ່ນ ສຳລັບບັນຫາຄວາມໝັ້ນຄົງ, ສັນຕິພາບ, ສົງຄາມ ຢູ່ບັນດາປະເທດໃນໂລກ”.

ພ້ອມກັບເລື່ອງ ສະໝັກເລືອກຕັ້ງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄັ້ງທີ 2, ຫວຽດນາມ ກໍປະກອບສ່ວນຮັກສາສັນຕິພາບ ສປຊ ຜ່ານເລື່ອງແຕ່ງຕັ້ງໂຮງໝໍເຄື່ອນທີ່ລະດັບ 2 ຊູດັງໃຕ້. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ຫວຽດນາມ ປາດຖະໜາຢາກປະກອບສ່ວນສ້າງສັນຕິພາບຂອງໂລກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເນັ້ນໜັກວ່າ:

“ຜ່ານການແລກປ່ຽນ, ບັນດາປະເທດຕັ້ງຄວາມຫວັງຕໍ່ການເຂົ້າຮ່ວມຂອງຫວຽດນາມ. ເພາະວ່າ ສຳລັບບັນດາພາກພື້ນເກີດການປະທະກັນ ແລະ ບັນດາບັນຫາທີ່ເກີດຂຶ້ນນັ້ນ ປະເທດນັ້ນຖືຮູບພາບທະຫານຫວຽດນາມປະຕິບັດໜ້າທີ່ ເຂົາເຈົ້າໄດ້ຕີລາຄາວ່າ ໂດຍມີປະຫວັດສາດອັນອົງອາດກ້າຫານ ຍາມໃດກໍຕໍ່ສູ້ ເພື່ອປົກປັກຮັກສາປະເທດຊາດ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ເຂົາເຈົ້າ. ປັດຈຸບັນ, ບັນດາການເຄື່ອນໄຫວຂອງພວກເຮົາ ໄດ້ຮັບການຕີລາຄາສູງທີ່ສຸດ”.

ປີ 2010, ຫວຽດນາມ ກໍ ໄດ້ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ. ດ້ວຍບັນດາຄວາມປະທັບໃຈປະສົບຜົນສຳເລັດ ໃນເວທີສາກົນ ໃນໄລຍະຜ່ານມາ, ຫວຽດນາມ ມີຄວາມໝັ້ນໃຈເຊື່ອມໂຍງ ແລະ ພັດທະນາພ້ອມກັບປະຊາຄົມສາກົນ, ຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ