ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ສັບສົນຂຶ້ນຕື່ມ

(VOVWORLD) -ເກືອບ 1 ປີ ພາຍຫລັງວັນຖະແຫລງຖອນອອກຈາກຂໍ້ຕົກລົງນິວເຄຼຍ ກັບ ອີຣານ, ວັນທີ 8 ເມສາ ຜ່ານມາ ປະທານາທິບໍດີ ອາເມລິກາ Donald Trump ພັດມີການກະທຳບໍ່ເຄີຍມີມາກ່ອນເມື່ອປະກາດວ່າ ຖືກຳລັງພິທັກຮັກສາປະຕິວັດ ອີຣານ (IRGC) ແມ່ນອົງການກໍ່ການຮ້າຍ. ສິ່ງດັ່ງກ່າວຈະເປີດຊ່ອງທາງໃຫ້ ອາເມລິກາ ເປີດກວ້າງການນຳໃຊ້ບັນດາມາດຕະການລົງໂທດອີຣານ, ຍູ້ປະເທດນີ້ຕົກເຂົ້າສູ່ສະພາບນັບມື້ນັບຫຍຸ້ງຍາກກວ່າ ພ້ອມທັງເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ສັບສົນຂຶ້ນຕື່ມ.

ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ສັບສົນຂຶ້ນຕື່ມ - ảnh 1 ພາບປະກອບ

ກຳລັງພິທັກຮັກສາ, ແມ່ນກອງກຳລັງຫລວງຂອງ ອີຣານ ໄດ້ຮັບການສ້າງຕັ້ງພາຍຫລັງການປະຕິວັດປີ 1979. ກຳລັງພິທັກຮັກສາ ໄດ້ກາຍເປັນກຳລັງທະຫານ, ການເມືອງ ແລະ ເສດຖະກິດໃຫຍ່ຢູ່ ອີຣານ ມີລະດັບຜົນສະທ້ອນໃຫຍ່ຕໍ່ລະບົບການເມືອງກໍ່ຄືເສດຖະກິດຂອງປະເທດນີ້.

ເປີດກວ້າງເສັ້ນທາງເພື່ອລົງໂທດດ້ານເສດຖະກິດ

ຫາງສຽງກໍ່ຮູ້ໄດ້ວ່າ ພາຍຫລັງການກະທຳເປັນຄັ້ງທຳອິດທີ່ປະທານາທິບໍດີ ອາເມລິກາ Donald Trump  ຖືກອງທັບປະເທດອື່ນແມ່ນອົງການກໍ່ການຮ້າຍ.      ເມື່ອ ກຳລັງພິທັກຮັກສາ ໄດ້ມີຊື່ວ່າແມ່ນອົງການກໍ່ການຮ້າຍນັ້ນ ຈະອະນຸຍາດໃຫ້ ອາເມລິກາ ນຳໃຊ້ບັນດາມາດຕະການລົງໂທດຕໍ່ໄປ ພິເສດ ແມ່ນມີຜົນສະທ້ອນເຖິງຂົງເຂດດຳເນີນທຸລະກິດ ໂດຍມີການເຂົ້າຮ່ວມຂອງ ກຳລັງພິທັກຮັກສາເຂົ້າໃນພື້ນຖານເສດຖະກິດຂອງ ອີຣານ. ບາງຫົວຫນ່ວຍຂອງກຳລັງນີ້ ແລະ ບັນດາອົງການຮ່ວມສຳພັນ ຖືກອາເມລິກາ ຈັດວາງຄຳສັ່ງລົງໂທດ ເພາະມີບັນດາການເຄື່ອນໄຫວຖືກກ່າວຫາວ່າແມ່ນເຜີຍແຜ່, ຫນູນຊ່ວຍໃຫ້ອົງການກໍ່ການຮ້າຍ ແລະ ລະເມີດສິດທິມະນຸດ.

ເພາະສະນັ້ນ ວົງການອາເມລິກາ ຕີລາຄາ ວ່າ ເລື່ອງຖື  ກຳລັງພິທັກຮັກສາ ປະຕິວັດ ອີຣານ ແມ່ນອົງການກໍ່ການຮ້າຍ ແມ່ນບາດກ້າວເດີນທີ່ບໍ່ເຄີຍມີມາກອ່ນ. ທ່ານປະທານາທິບໍດີ ອາເມລິກາ ກໍ່ຍອມຮັບວ່າ ການກະທຳນີ້ ເພື່ອແນໃສ່ “ເປີດກວ້າງຂອບເຂດ ແລະ ຂອບຂະຫນາດກຳລັງດັນຕໍ່ອີຣານຫລາຍພໍສົມຄວນ”. ປະທານາທິບໍດີ ອາເມລິກາ ກໍ່ໄດ້ກ່າວເຕືອນບັນດາປະເທດ, ອົງການອື່ນ ເມື່ອເວົ້າຕໍ່ໄປວ່າ ຖ້າຫາກພວມດຳເນີນທຸລະກິດກັບ ກຳລັງພິທັກຮັກສາປະຕິວັດ ໝາຍຄວາມວ່າ ພວມອຸປະຖຳໃຫ້ອົງການກໍ່ການຮ້າຍ. ພາຍຫລັງການກະທຳຂອງທ່ານປະທານາທິບໍດີ D. Trump, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ກ່າວເຕືອນທຸກທະນາຄານ ແລະ ວິສາຫະກິດ ກ່ຽວກັບຜົນຮ້າຍຢ້ອນຫລັງ ຖ້າຫາກສືບຕໍ່ປະຕິບັດການພົວພັນຕິດຕໍ່ກັບ       ກຳລັງພິທັກຮັກສາປະຕິວັດ ອີຣານ.

ແລະ ອາເມລິກາ ຍັງບໍ່ທັນມີເຈດຈຳນົງຢຸດຕິ ເມື່ອມີບົດກ່າວປາໄສຕໍ່ຫນ້າກຳມາທິການສະພາສູງໃນວັນທີ 10 ເມສາ, ທ່ານ Mike Pompeo ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ ຈະສືບຕໍ່ເພີ່ມກຳລັງດັນສຳລັບ ອີຣານ ເພື່ອໃຫ້ປະເທດນີ້ຕ້ອງປ່ຽນແປງການກະທຳ.

ຄວາມວິຕົກກັງວົນ

IRGC ບໍ່ພຽງແຕ່ມີລະດັບຜົນສະທ້ອນໃຫຍ່ເຖິງດ້ານການເມືອງເທົ່ານັ້ນ ຫາກຍັງມີບົດບາດສຳຄັນຕໍ່ເສດຖະກິດ ຂອງ ອີຣານ , ມີການຮ່ວມສຳພັນກັບຫລາຍສ່ວນບຸກຄົນ ແລະ ອົງການຕ່າງປະເທດ. ເພາະ ສະນັ້ນ ການກະທຳຫນຶ່ງທີ່ມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຂອງ ອາເມລິກາ ອາດຈະທຳລາຍທຸກສິ່ງທຸກຢ່າງຈາກການຮ່ວມສຳພັນດ້ານເສດຖະກິດ ການຕ່າງປະເທດ ຕະຫລອດຮອດບັນດາການຮ່ວມສຳພັນທົ່ວໂລກ. ບັນດານັກໄຈ້ແຍກຖືວ່າ ການກະທຳນີ້ຂອງ ອາເມລິກາ ພ້ອມກັບການໂຕ້ຕອບອາດຈະເກີດຂຶ້ນຈາກ ອີຣານ ແລະ ບັນດາກຳລັງອິດສະລາມ ນິກາຍ ຊີອາ ຢູ່ບັນດາປະເທດ ຕາເວັນອອກກາງ ຈະສືບຕໍ່ເຮັດໃຫ້ການສູ້ຢັນໃນພາກພື້ນປີນຂັ້ນໄດ ແລະ ເຮັດໃຫ້ຫນ້າທີ່ຂອງບັນດາກຳລັງ ແລະ ວົງການການທູດ ອາເມລິກາ ຢູ່ ພາກພຶ້ື້ນ ສັບສົນຂຶ້ນຕື່ມ.

ທຳນຽບ 5 ແຈ ແລະ ປະຊາຄົມສືບລາຊະການລັບ ອາເມລິກາ ກໍ່ມີຄວາມວິຕົກກັງວົນວ່າ ການກະທຳດັ່ງກ່າວຂອງທ່ານ D. Trump ອາດຈະເຮັດໃຫ້ເກີດການຄັດຄ້ານຢ່າງແຮງ ເພື່ອແນໃສ່ບັນດາກຳລັງອາເມລິກາໃນພາກພື້ນ “ຫາກບໍ່ຖືກຮັບຜົນຮ້າຍຄືດັ່ງການຄາດຄະເນສຳລັບພື້ນຖານເສດຖະກິດອີຣານ”. ຄວາມວິຕົກກັງວົນນີ້ແມ່ນຈຳເປັນ ຂະນະທີ່ບັນດາກຸ່ມຕໍ່ຕ້ານຂອງ ປາແລດສະຕີນ, ອີຣັກ  ໄດ້ກ່າວປະນາມ ອາເມລິກາ ທີ່ໄດ້ນຳ IRGC ເຂົ້າບັນຊີລາຍຊື່ດຳ ແລະ ໃຫ້ຮູ້ວ່າ ການກະທຳນີ້ຂອງ ອາເມລິກາ ຈະບໍ່ສົ່ງຜົນສະທ້ອນເຖິງວິທີສຳຜັດຂອງ ບັນດາກຸ່ມຕໍ່ຕ້ານນີ້. ສ່ວນທ່ານປະທານາທິບໍດີ ອີຣານ  Hassan Rouhani ໄດ້ກ່າວປະນາມຂໍ້ຕົກລົງຂອງ ອາເມລິກາ ແລະ ຢືນຢັນວ່າ: IRGC ໄດ້ຕໍ່ສູ້ຕ້ານການກໍ່ການຮ້າຍ ນັບແຕ່ເມື່ອໄດ້ສ້າງຕັ້ງ ແລະ ທ່ານມີຄວາມເຊື່ອໝັ້ນວ່າ ອາລົມຈິດຂອງ ປະຊາຊົນ ອີຣານ ສຳລັບ IRGC ຈະສະຫນິດແຫນ້ນກວ່າ ຍ້ອນການກະທຳຂອງ ວິຊີງຕັນ. ທ່ານກໍ່ໃສ່ໃຈວ່າ ອີຣານ ຈະບໍ່ອະນຸຍາດໃຫ້ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ເຮັດໃຫ້ການພັດທະນາດ້ານວິທະຍາສາດ ແລະ ການທະຫານຂອງປະເທດນີ້ຖືກຢຸດສະງັກ ແລະ ຖືກກີດຂວາງ.

ຂໍ້ຕົກລົງລົງໂທດກຳລັງພິທັກຮັກສາປະຕິວັດ ອີຣານ ຈະມີຜົນສັກສິດນັບແຕ່ອາທິດຫນ້າເປັນຕົ້ນໄປ. ເຖິງວ່າ ອາເມລິກາ ຖືວ່ານີ້ແມ່ນສິ່ງທີ່ຈຳເປັນເພື່ອບັງຄັບໃຫ້ ອີຣານ ຕ້ອງມີບັນດາການກະທຳປ່ຽນແປງໂຄງການນິວເຄຼຍ ຢ່າງແຮງ ແຕ່ແນ່ນອນວ່າ ອີຣານ ບໍ່ຢຸດຕິຢ່າງງ່າຍດ່າຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ