ການພົວພັນລະຫວ່າງຫວຽດນາມ-ລັດເຊຍສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ປະຈຸບັນ, ການພົວພັນລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ພວມພັດທະນາຢ່າງດີງາມ.
ການພົວພັນລະຫວ່າງຫວຽດນາມ-ລັດເຊຍສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ - ảnh 1(ພາບປະກອບ: TTXVN)

ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຖືກດຳເນີນພາຍຫຼັງການຢ້ຽມຢາມລັດເຊຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ ເມື່ອເດືອນ ກັນຍາ 2018 ຜ່ານມາ. ການຢ້ຽມຢາມຈະສ້າງກຳລັງຊຸກຍູ້ສຳຄັນ, ຍູ້ແຮງຄວາມໄວໃນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດ.

ການພົວພັນຫວຽດນາມ-ລັດເຊຍບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນທຸກຂົງເຂດ

        ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ຖືກທົດສອບໂດຍຜ່ານໄລຍະເວລາ, ພວມພັດທະນາຢ່າງແຮງນັບທັງລວງກວ້າງ ແລະ ລວງເລິກ ດ້ວຍຜົນງານທີ່ໃຫຍ່ຫຼວງຫຼາຍຢ່າງໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ສາທາລະນະສຸກ, ມະນຸດສະທຳ. ການພົວພັນດ້ານການເມືອງ ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງສູງທີ່ນັບມື້ນັບໄດ້ຮັບການເພີ່ມທະວີຜ່ານກົນໄກແລກປ່ຽນຄະນະຜູ້ແທນ ແລະ ການພົບປະ 2 ຝ່າຍເປັນປະຈຳຢູ່ທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ກົນໄກທາບທາມຄຳເຫັນ, ເຈລະຈາຍຸດທະສາດ.

        ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ເມື່ອເດືອນກັນຍາ ຜ່ານມາ ໄດ້ສ້າງພະລັງແຮງໃໝ່, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. 2 ຝ່າຍໄດ້ປຶກສາຫາລືທຸກບັນຫາໃນການພົວພັນ 2 ຝ່າຍ. 2 ປະເທດໄດ້ແບ່ງປັນຄວາມຄ້າຍຄືກັນໃນຂົງເຂດການເມືອງ, ໜູນຊ່ວຍການແກ້ໄຂບັນຫາບໍ່ພຽງແຕ່ຢູ່ຫວຽດນາມ ແລະ ສະຫະພັນລັດເຊຍ ເທົ່ານັ້ນ, ຫາກຍັງຢູ່ໃນໂລກອີກດ້ວຍ.

        ໃນການຢ້ຽມຢາມຄັ້ງນີ້, ມີເອກະສານກ່ຽວກັບການຮ່ວມມືໃນບັນດາຂົງເຂດອຸດສາຫະກຳ, ທະນາຄານ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ 15 ສະບັບໄດ້ຮັບການລົງນາມ. 2 ຝ່າຍໄດ້ເຫັນດີສ້າງກຳລັງແຮງໃຫ້ແກ່ສັນຍາການຄ້າເສລີລະຫວ່າງສະຫະພັນເສດຖະກິດອາຊີ - ເອີລົບ ແລະ ຫວຽດນາມ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ພາຍຫຼັງໄລຍະ 2 ປີເລີ່ມມີຜົນສັກສິດ, ວົງເງິນການຄ້າຫວຽດນາມ - ລັດເຊຍ ບັນລຸໄດ້ 3,55 ຕື້ USD ໃນປີ 2017, ເພີ່ມຂຶ້ນ 31% ເມື່ອທຽບໃສ່ປີ 2016, ສ່ວນໃນ 9 ເດືອນຕົ້ນປີ 2018 ບັນລຸໄດ້ 3,4 ຕື້ USD, ເພີ່ມຂຶ້ນເກືອບ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ໂງດຶກແມ້ງ, ຖືວ່າ.

        “ລັດເຊຍ ແມ່ນຕະຫຼາດໃຫຍ່ ດ້ວຍປະຊາກອນ 140 ລ້ານຄົນ ແລະ ມີຊາວຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ. ຫວຽດນາມ ກໍ່ແມ່ນປະເທດທຳອິດລົງນາມໃນສັນຍາ FTA ກັບສະຫະພັນເສດຖະກິດອາຊີ - ເອີລົບ, ສະນັ້ນ, ນີ້ແມ່ນກາລະໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມ. ກ່ອນອື່ນໝົດ, ພວກເຮົາສາມາດສະໜອງບັນດາສິນຄ້າທີ່ມີລັກສະນະເພີ່ມເຕີ່ມໃຫ້ລັດເຊຍ ຄືບັນດາຜະລິດຕະພັນຂອງເຂດໂຊນຮ້ອນ, ຕົວຢ່າງຄືໝາກໄມ້. ສິ່ງທີ່ໜ້າຊື່ນຊົມແມ່ນ ສິນຄ້າຂອງຫວຽດນາມ ນັບມື້ນັບມີຄຸນນະພາບສູງ ແລະ ຕອບສະນອງໄດ້ຄວາມຕ້ອງການທີ່ນັບມື້ນັບສູງຂອງຊາວລັດເຊຍ. ນອກນັ້ນ, ພວກເຮົາມີກຳລັງຊາວຫວຽດນາມ ອາໄສຢູ່ລັດເຊຍ ແຕ່ດົນນານ, ເຊິ່ງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງລັດເຊຍ ແລະ ເຂົາເຈົ້າເອງກໍ່ແມ່ນຂົວເຊື່ອມຕໍ່ເພື່ອແລກປ່ຽນສິນຄ້າລະຫວ່າງຫວຽດນາມ - ລັດເຊຍ”.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຫວ່າງມໍ່ໆມານີ້, ການພົວພັນລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດໄດ້ຮັບການພັດທະນາຢ່າງແຮງ ແລະ ນັບມື້ນັບແທ້ຈິງ, ມີຄວາມເອົາໃຈໃສ່ເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາຫຼາຍກວ່າເກົ່າ. ກ່ຽວກັບທາງດ້ານການສຶກສາ, ໃນ 2 – 3 ປີມານີ້, ລັດຖະບານລັດເຊຍ ໄດ້ສະໜອງທຶນສຶກສາໃຫ້ແກ່ນັກສຶກສາຫວຽດນາມ 1.000 ທຶນ ໄປຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງລັດເຊຍ, ຈຳນວນທຶນນັ້ນສູງກວ່າສະໄໝອະດີດສະຫະພາບໂຊວຽດ. ໃນບັນດາຂົງເຂດທ່ອງທ່ຽວ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນສືບຕໍ່ໄດ້ຮັບການຍູ້ແຮງ. 2 ຝ່າຍໄດ້ຈັດຕັ້ງຊຸມວັນວັດທະນະທຳ, ສັບປະດາວັດທະນະທຳ, ບັນດາງານວາງສະແດງ, ກອງປະຊຸມສຳມະນາໂຄສະນາກ່ຽວກັບປະເທດຊາດ ແລະ ມະມຸດຂອງກັນຢ່າງເປັນປະຈຳ.

        ເຖິງວ່າມີເງື່ອນໄຂສະດວກຄືແນວນັ້ນ, ແຕ່ພ້ອມກັນນັ້ນ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນນຳໃຊ້ໄດ້ໝົດເທື່ອ. ທ່ານ ເຈືອງດິ່ງແຮ່, ເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP),  ໃຫ້ຮູ້ວ່າ.

        “ພື້ນຖານເສດຖະກິດຂອງລັດເຊຍ ພວມຢູ່ໃນໄລຍະຟື້ນຟູ, ສະນັ້ນຄວາມຕ້ອງການຍັງບໍ່ທັນຫຼາຍ ແລະ ພິເສດລັດເຊຍ ກໍ່ແມ່ນປະເທດມີແຫຼ່ງສິນໃນນ້ຳຫຼາຍ, ສະນັ້ນ ອາດຈະມີການເລືອກເຟັ້ນຈາກຫຼາຍແຫຼ່ງອື່ນໆ. ສ່ວນບັນຫາທີ່ຍັງບໍ່ທັນແກ້ໄຂໄດ້ແມ່ນການເປີດກວ້າງບັນດາວິສາຫະກິດທີ່ມີເງື່ອນໄຂຢ່າງພຽງພໍເພື່ອສົ່ງອອກໄປຍັງຕະຫຼາດລັດເຊຍ”.

ການຢ້ຽມຢາມສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ - ລັດເຊຍ

        ຍາມໃດຫວຽດນາມ ກໍ່ຖືລັດເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ ແລະ ກົງກັນຂ້າມ ລັດເຊຍ ຈັດຫວຽດນາມ ແມ່ນປະເທດມີທີ່ຕັ້ງສຳຄັນທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະນັ້ນ, ຄວາມຕ້ອງການເປີດກວ້າງ ແລະ ເພີ່ມທະວີການຮ່ວມມືແມ່ນເລີ່ມມາຈາກທັງ 2 ຝ່າຍ. ບັນຫາແມ່ນຕ້ອງເດັດດ່ຽວປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມ ເພື່ອນຳມາເຊິ່ງບັນດາຜົນງານໃໝ່ໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ແມ່ນສະແດງໃຫ້ເຫັນເຈດຈຳນົງຂອງການນຳຂັ້ນສູງ 2 ປະເທດໃນເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ, ນຳມາເຊິ່ງປະສິດທິຜົນໃໝ່ນັບທັງທາງດ້ານການເມືອງ ແລະ ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ