ການພົວພັນຫວຽດນາມ-ສິງກະໂປ: ພ້ອມກັນມຸ່ງໄປເຖິງອະນາຄົດ

(VOVWORLD) -ວັນທີ 01 ສິງຫາ 1973, ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ຜ່ານ 45 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ເພີ່ມພູນຄຸນສ້າງຈາກການນຳ 2 ປະເທດຢ່າງບໍ່ຢຸດຢັ້ງ. ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແມ່ນໂອກາດເພື່ອໃຫ້ການນຳ ແລະ ປະຊາຊົນ 2 ປະເທດພ້ອມກັນຫວນຄືນ ແລະ ມຸ່ງໄປເຖິງອະນາຄົດ, ຊຸກຍູ້ການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່.

ການພົວພັນຫວຽດນາມ-ສິງກະໂປ: ພ້ອມກັນມຸ່ງໄປເຖິງອະນາຄົດ - ảnh 1 ເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VISIP)

(ພາບອີນເຕີແນັດ)

ໂດຍພ້ອມກັນນອນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສິງກະໂປ ແລະ ຫວຽດນາມ ເຫັນໄດ້ຄຸນຄ່າ ແລະ ຄວາມສຳຄັນຂອງກັນໂດຍໄວ. ພື້ນຖານໜັກແໜ້ນໃຫ້ແກ່ນ້ຳໃຈມິດຕະພາບຫວຽດນາມ - ສິງກະໂປ ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມເປັນເອກະພາບດ້ານຜົນປະໂຫຍດ. 45 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວຍາວໄກ, ກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ ແລະ ກັນ. ການຮ່ວມມື 2 ຝ່າຍບໍ່ພຽງແຕ່ໄດ້ຮັບການເປີດກວ້າງໃນທຸກຂົງເຂດເທົ່ານັ້ນ, ຫາກຍັງແມ່ນການຮ່ວມມືໃນວິວັດທະນາການສ້າງປະຊາຄົມອາຊຽນ ທີ່ມີຄວາມວັດທະນາຖາວອນ ແລະ ເປັນເອກະພາບຢ່າງມີປະສິດທິຜົນອີກດ້ວຍ.

ພື້ນຖານນ້ຳໃຈມິດຕະພາບ

        ເມື່ອເຕື້ອງເຖິງການພົວພັນລະຫວ່າງຫວຽດນາມ - ສິງກະໂປ ບໍ່ອາດບໍ່ເວົ້າເຖິງນ້ຳໃຈເພື່ອນມິດທີ່ສະໜິດສະໜົມລະຫວ່າງທ່ານອະດີດນາຍົກລັດຖະມົນຕີສິງກະໂປ ຫຼີກຸງຢູ່ ແລະ ອະດີດນາຍົກລັດຖະມົນຕີຫວຽດນາມ ວໍວັນກຽດ. ພວກທ່ານມີຄຸນງາມຄວາມດີອັນໃຫຍ່ຫຼວງເພື່ອຊ່ວຍໃຫ້ 2 ປະເທດພັດທະນາຢ່າງແຮງຄືນໃນປະຈຸບັນ.

        ທ່ານອະດີດນາຍົກລັດຖະມົນຕີ ຫຼີກຸງຢ, ຜູ້ກໍ່ຕັ້ງສິງກະໂປ, ເຊິ່ງເຄີຍມາຢ້ຽມຢາມຫວຽດນາມ ເປັນຫຼາຍຄັ້ງ. ທ່ານມີຄວາມປະທັບໃຈຕໍ່ຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດຂອງຫວຽດນາມ ເມື່ອດຳເນີນວິວັດແຫ່ງການປ່ຽນແປງໃໝ່ ແລະ ການພົວພັນລະຫວ່າງ 2 ປະເທດໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢ່າງໄວກາຍເປັນການຮ່ວມມືລະອຽດ. ແນວຄວາມຄິດສ້າງຕັ້ງເຂດເສດຖະກິດຕາມຮູບແບບສິງກະໂປ ຢູ່ຫວຽດນາມ ເຊິ່ງການນຳ 2 ປະເທດໄດ້ຍົກອອກມາເມື່ອປີ 1994 ແລະ ພາຍຫຼັງພຽງ 2 ປີເທົ່ານັ້ນ, ເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VISIP) ແຫ່ງທຳອິດໄດ້ເປີດຢ່າງເປັນທາງການຢູ່ແຂວງ ບິ່ງເຢືອງ, ທາງພາກໃຕ້ຫວຽດນາມ. ນັບແຕ່ນັ້ນມາຮອດປະຈຸບັນ, ມີເຂດອຸດສາຫະກຳຫວຽດນາມ - ສິງກະໂປ 7 ແຫ່ງໄດ້ຮັບການສ້າງຕັ້ງ ແຕ່ເໜືອຮອດໃຕ້ຢູ່ຫວຽດນາມ ນັ້ນແມ່ນສິ່ງພິສູດໃຫ້ເຫັນຄວາມພົ້ນເດັ່ນໃນການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ. ບັນດາໂຄງການດັ່ງກ່າວໄດ້ດຶງດູດເງິນລົງທຶນປະມານ 10,9 ຕື້ USD ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫວຽດນາມ ນັບແສນຄົນ

        ມີບໍລິສັດອະສັງຫາລິມະຊັບຂອງສິງກະໂປ ຫຼາຍແຫ່ງຄື: Kepel Land, Capita Land, Mapletree, Ascendas – Singbridge ລ້ວນແຕ່ມີບັນດາໂຄງການລົງທຶນໄລຍະຍາວຢູ່ຫວຽດນາມ. ເຄື່ອງໝາຍການຄ້າດ້ານອາຫານການກິນຈາກສິງກະໂປຄື: Jumbo, Kakun, Hill Street ແລະ Pastamania ໄດ້ເລີ່ມສ້າງບັນດາສາຂາແຫ່ງທຳອິດຢູ່ນະຄອນໂຮ່ຈິມິນ.

ການຮ່ວມມື 2 ຝ່າຍໃນປະຈຸບັນ

        ເສົາຄ້ຳສຳຄັນຂອງການພົວພັນລະຫວ່າງຫວຽດນາມ - ສິງກະໂປ ແມ່ນການຮ່ວມມືທາງດ້ານເສດຖະກິດ. ວົງເງິນການຄ້າຂອງ 2 ປະເທດໄດ້ເພີ່ມຂຶ້ນໃນແຕ່ລະປີ. ນັບແຕ່ເມື່ອສັນຍາແມ່ກ່ຽວກັບການເຊື່ອມຕໍ່ດ້ານເສດຖະກິດຫວຽດນາມ - ສິງກະໂປ ໄດ້ຮັບການສ້າງຕັ້ງເມື່ອປີ 2006, ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນທົບ 2 ເທົ່າ, ບັນລຸເກືອບ 22 ຕື້ USD ໃນປີ 2017. ປະຈຸບັນ, ສິງກະໂປ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ແລະ ແມ່ນນັກລົງທຶນໃຫຍ່ກວ່າໝູ່ໃນອາຊຽນ ຂອງຫວຽດນາມ, ດ້ວຍຈຳນວນເງິນ 43 ຕື້ຶ້ USD ແລະ ກວ່າ 1.800 ໂຄງການ.

        ບັນດາຂົງເຂດຮ່ວມມືໃນປະຈຸບັນບໍ່ພຽງແຕ່ຈຳກັດໃນບັນດາຂົງເຂດລົງທຶນທີ່ມີມາແຕ່ດົນນານຄື ເຂດອຸດສາຫະກຳ, ອະສັງຫາລິມະຊັບ ແລະ ເຄື່ອງໃຊ້ສອຍເທົ່ານັ້ນ, ຫາກບັນດາບໍລິສັດຂອງສິງກະໂປ ກໍພວມພິຈາລະນາລົງທຶນເຂົ້າບັນດາຂົງເຂດອື່ນໆຢູ່ຫວຽດນາມ.  ການກຳນົດທິດດັ່ງກ່າວແມ່ນເໝາະສົມກັບຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງພື້ນຖານເສດຖະກິດຫວຽດນາມ ເມື່ອຫວຽດນາມ ພວມມຸ່ງໄປເຖິງການປະຕິວັດອຸດສາຫະກຳ 4.0 ດ້ວຍການເຄື່ອນໄຫວມູນຄ່າເສດຖະກິດທີ່ເພີ່ມຂຶ້ນຫຼາຍກວ່າ.

        ໜຶ່ງໃນບັນດາຈຸດພົ້ນເດັ່ນອື່ນໆໃນການພົວພັນລະຫວ່າງຫວຽດນາມ - ສິງກະໂປ ໃນປະຈຸບັນແມ່ນການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ມີພະນັກງານຫວຽດນາມ ກວ່າ 18.000 ຄົນ ໄດ້ເຂົ້າຮ່ວມບັນດາຊຸດຮຽນໃນໂຄງການຮ່ວມມືສິງກະໂປ ຕາມຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ ນັບແຕ່ປີ 1992.

        ນອກຈາກຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ການຮ່ວມມືໃນຂົງເຂດສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວ ກໍ່ລ້ວນແຕ່ບັນລຸຕົວເລກທີ່ປະທັບໃຈ. ປີ 2016, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສິງກະໂປ ເກືອບ 260.000 ເທື່ອຄົນ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ປີ 2015.

ພ້ອມກັນມຸ່ງໄປເຖິງອະນາຄົດ

        ນອກຈາກບັນດາການຮ່ວມມື 2 ຝ່າຍຢ່າງແຮງໃນປະຈຸບັນ, ສິງກະໂປ ແລະ ຫວຽດນາມ ຍັງຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນຄືອາຊຽນ, ເອເປັກ, ອາແຊມ, ສະຫະປະຊາຊາດ. ໂດຍກ່ຽວຂ້ອງເຖິງບັນດາບັນຫາຄວາມສະຫງົບຍຸດທະສາດຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, 2 ປະເທດໄດ້ຕັ້ງໜ້າຮ່ວມມື, ແບ່ງປັນທັດສະນະ ແລະ ປົກປັກຮັກສາຫຼັກໝັ້ນລວມຂອງອາຊຽນ. ທັງຫວຽດນາມ ແລະ ສິງກະໂປ ລ້ວນແຕ່ຍົກສູງຈິດໃຈເຄົາລົບກົດໝາຍ, ສ້າງໂຄງສ້າງພາກພື້ນທີ່ເປີດອົກເປີດໃຈ, ຮອບດ້ານ ແລະ ອີງໃສ່ຫຼັກການ. ທັງ 2 ປະເທດລ້ວນແຕ່ເຊື່ອໝັ້ນເຂົ້າໃນເລື່ອງປັບປຸງທີ່ຕັ້ງໃຈກາງຂອງອາຊຽນ ໃນພາກພື້ນ ແລະ ຕັດສິນໃຈສ້າງອາຊຽນ ເປັນເອກະພາບ.

        ໃນສະພາບພື້ນຖານການພົວພັນມິດຕະພາບທີ່ໝັ້ນຄົງຍາວນານ, ການຮ່ວມມືໃນປະຈຸບັນພວມພັດທະນາ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນອະນາຄົດ, ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (01 ສິງຫາ 1973 – 01 ສິງຫາ 2018) ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (ເດືອນກັນຍາ 2013 - ກັນຍາ 2018) ແມ່ນໂອກາດເພື່ອໃຫ້ 2 ປະເທດຫວນຄືນໄລຍະທາງໃນໄລຍະຜ່ານມາ, ມີຄວາມໝັ້ນໃຈຕໍ່ບັນດາແຜນການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ