ການຢ້ຽມຢາມສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມແລະມຽນມາ

(VOVWORLD) -ວັນທີ 24 ສິງຫາ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສາທາລະນະລັດສະຫະພາບ ມຽນມາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ມຽນມາ Myanmar Htin Kyaw. ການຢ້ຽມຢາມ ມຽນມາ ແຕ່ວັນທີ 24 – 26 ສິງຫາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແມ່ນຂີດໝາຍໃຫມ່, ລະດັບສູງໃຫມ່, ກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ເພື່ອໃຫ້ການຮ່ວມມືນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ. 
ການຢ້ຽມຢາມສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມແລະມຽນມາ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ

ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພາຍຫລັງ 20 ປີນັບແຕ່ເມື່ອການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ເມື່ອປີ 1997. ການຢ້ຽມຢາມທາງລັດຖະກິດ ມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ດຳເນີນໄປໃນສະພາບການພົວພັນລະຫວ່າງ ຫວຽດນາມ ແລະ ມຽນມາ ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່, ໄປພ້ອມກັບບັນດາກາລະໂອກາດ ແລະ ສິ່ງສະດວກ.

ການຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດ

ປີ 2017, ຫວຽດນາມ ແລະ ມຽນມາ ສະເຫລີມສະຫລອງ 42 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 70 ປີແຫ່ງວັນຫວຽດນາມ ເປີດຫ້ອງການຜູ້ຕາງຫນ້າທຳອິດຢູ່ ມຽນມາ. ເຖິງຢ່າງໃດກໍຕາມ, ການພົວພັນລະຫວ່າງ ຫວຽດນາມ ແລະ ມຽນມາ ບໍ່ພຽງແຕ່ເປັນຂີດໝາຍດ້ວຍຈຳນວນປີສ້າງຕັ້ງການພົວພັນທາງການທູດເທົ່ານັ້ນ ຫາກນັບທັງວິວັດການພັດທະນາອີກດ້ວຍ.

ກ່ຽວກັບດ້ານການເມືອງ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ພິເສດ ແມ່ນຂັ້ນສູງ ຊື່ງຫວ່າງແລ້ວນີ້ແມ່ນການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີມຽນມາ Htin Kyaw ເມື່ອປີ 2016 ແລະ ຜູ້ບັນຊາການບັນດາກຳລັງປະກອບອາວຸດ ເມື່ອເດືອນມີນາປີ 2017; ການຢ້ຽມຢາມມຽນມາ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມ AIPA -37 ເມື່ອປີ 2016 ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ.

 ກ່ຽວກັບການຮ່ວມມືດ້ານເສດຖະກິດ, ໃນຊຸມປີຜ່ານມາ, ຫວຽດນາມ ແລະ ມຽນມາ ຮັກສາ 12 ຂົງເຂດຮ່ວມມືບຸລິມະສິດ ນັ້ນແມ່ນ ກະສິກຳ, ປູກຕົ້ນໄມ້ອຸດສາຫະກຳ, ສິນໃນນ້ຳ, ການເງິນ - ທະນາຄານ, ການບິນ, ໂທລະຄົມມະນາຄົມ, ນ້ຳມັນອາຍແກສ, ຂຸດຄົ້ນແຮ່ທາດ, ການຜະລິດອຸປະກອນໄຟຟ້າ, ຜະລິດ ແລະ ຕິດຕັ້ງລົດໂອໂຕ, ກໍ່ສ້າງ ແລະ ການລົງທຶນ ການຄ້າ. ວົງເງິນການຄ້າສອງສົ້ນ ຫວຽດນາມ - ມຽນມາ ບັນລຸເກືອບ 550 ລ້ານ USD ໃນປີ 2016, ລື່ນກາຍຄາດໝາຍ ຊື່ງການນຳຂັ້ນສູງສອງປະເທດວາງອອກ. ສອງຝ່າຍ ໄດ້ ແລະ ພວມຜັນຂະຫຍາຍຫລາຍໂຄງການຮ່ວມມືເສດຖະກິດສຳຄັນຄື: ກໍ່ສ້າງສູນປະສົມ ຮ່ວາງແອງ ຢາລາຍ ຢູ່ Yangon, ສ້າງສາຍການບິນໂດຍກົງ ຮ່າໂນ້ຍ - Yangon ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines), ການຮ່ວມມືສຳຫລວດນ້ຳມັນອາຍແກສ, ໂຄງການກໍ່ສ້າງໂຮງງານຕ່ອງໂສ້ການຜະລິດ ແລະ ຈຳຫນ່າຍການຢາຂອງບໍລິສັດຫຸ້ນສ່ວນການຢາ ແອງຊາວຫວຽດ. ເປັນຫນ້າສົນໃຈ, ຕົ້ນປີ 2017 ບໍລິສັດຮ່ວມທຸລະກິດ ດ້ວຍຊື່ວ່າ Mytel ລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ (Viettel) ແລະ 2 ບໍລິສັດຄູ່ຮ່ວມມືຂອງ ມຽນມາ  ໄດ້ຮັບຫນັງສືອະນຸຍາດການຜັນຂະຫຍາຍກໍ່ສ້າງພື້ນຖານໂຄງລ່າງ ແລະ ສະຫນອງການບໍລິການໂທລະຄົມມະນາຄົມ ຈາກລັດຖະບານ ມຽນມາ. ນອກນັ້ນ ຍັງມີຫລາຍເຄື່ອງໝາຍຜະລິດຕະພັນ ແລະ ການບໍລິການຂອງຫວຽດນາມ ໄດ້ມີຫນ້າຢູ່ ມຽນມາ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ໃຊ້ສອຍມຽນມາວ່າແມ່ນມີຄຸນນະພາບກໍ່ຄືລາຄາຜະລິດຕະພັນແກ້ງແຍ້ງ.

ໄລ່ຮອດເດືອນກຸມພາປີ 2017, ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນກວ່າ 2 ຕື້ USD ເຂົ້າໃນບັນດາໂຄງການຢູ່ ມຽນມາ. ດ້ວຍໝາກຜົນນີ້, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 9 ແລະ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 7 ຂອງມຽນມາ. ຕາມວົງການເຈົ້າຫນ້າທີ່ ມຽນມາ ແລ້ວ, ສຳລັບພື້ນຖານເສດຖະກິດພວມຢູ່ໃນໄລຍະເປີດປະຕູ, ມຽນມາ ປາດຖະຫນາຢາກສືບຕໍ່ດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າມາດຳເນີນທຸລະກິດ, ໃນນັ້ນ ມີບັນດານັກລົງທຶນຫວຽດນາມ.

ຫວຽດນາມ ແລະ ມຽນມາ ໄດ້ມີບັນດາກົນໄກເຈລະຈາປະຈຳປີກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ. ສອງປະເທດພວມໄດ້ຮັບການຜັນຂະຫຍາຍປະສິດທິຜົນກົນໄກເຈລະຈາຄວາມໝັ້ນຄົງຂັ້ນຮອງລັດຖະມົນຕີລະຫວ່າງ ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງພາຍໃນ ມຽນມາ, ແລກປ່ຽນຂໍ້ມູນຂ່າວ ແລະ ການຮ່ວມມືໃນຂອບເຂດສັນຍາປ້ອງກັນ, ຕ້ານອາດຊະຍາກຳ ຊື່ງໄດ້ລົງນາມໃນປີ 2014, ຜັນຂະຫຍາຍກົນໄກຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນລັດຖະມົນຕີເປັນສອງປີ/ຄັ້ງ.

ແງ່ຫວັງການຮ່ວມມືອັນດີງາມ

ບັນດາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແມ່ນປະຖົມປັດໄຈອັນດີງາມເພື່ອໃຫ້ຫວຽດນາມ ແລະ ມຽນມາ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. ສອງປະເທດ ມຸ່ງໄປເຖິງບັນດາກົນໄກຮ່ວມມືກ່ຽວກັບຜະລິດຕະພັນກະເສດ, ວິທະຍາສາດເຕັກໂນໂລຊີ, ສອນວິຊາຊີບ, ສາທາລະນະສຸກ.. ນັ້ນແມ່ນສາຍເຫດຊື່ງສອງປະເທດຈະລົງນາມໃນບັນດາບົດບັນທຶກຊ່ວຍຈຳ (MOU) ຕື່ມອີກ ກ່ຽວກັບການຮ່ວມມືສອງຝ່າຍ. ຫວຽດນາມ ແລະ ມຽນມາ ຄວນມີບັນດາຄະນະກຳມະການຮ່ວມມືລວມ ກ່ຽວກັບບັນດາຂົງເຂດການຮ່ວມມືນີ້.

ສະນັ້ນ ໃນການຢ້ຽມຢາມທາງລັດຖະກິດ ມຽນມາ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ການນຳຂັ້ນສູງສອງປະເທດ ຈະປຶກສາຫາລືກ່ຽວກັບແຜນນະໂຍບາຍ ແລະ ການກຳນົດທິດໃຫມ່, ເພື່ອແນໃສ່ສ້າງກຳລັງຫນູນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ມຽນມາ. ພ້ອມກັນນັ້ນ ສອງຝ່າຍ ກໍ່ສ້າງຕັ້ງຂອບເຂດການຮ່ວມມືລະອຽດກວ່າ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ມຽນມາ ໃຫ້ເລິກເຊິ່ງ, ມີປະສິດທິຜົນໃນການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ມຽນມາ, ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

ດ້ວຍຄວາມສາມາດບົ່ມຊ້ອນການຮ່ວມມືທີ່ມີຢູ່ແລ້ວ ແລະ ສືບຕໍ່ທ່າພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ, ການຢ້ຽມຢາມທາງລັດຖະກິດ ມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະສ້າງກຳລັງຫນູນເພື່ອນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ມຽນມາ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ