ການຢ້ຽມຢາມຫລາຍເປົ້າໝາຍ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມມີການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອຂຶ້ນກຳອຳນາດ, ດ້ວຍການຢ້ຽມຢາມເຖິງບັນດາປະເທດ: ອາຣັບບິ ຊະອຸດິ, ອິດສະລາແອັນ, ສຳນັກວາຕີກັງ, ແບນຊິກ ແລະ ອີຕາລີ ໃນລະຫວ່າງວັນທີ 19 27 ພຶດສະພາ 2017. ເຖິງວ່າເສັ້ນທາງໄປຢ້ຽມຢາມຍັງບໍ່ຮອດເຄິ່ງໜຶ່ງກໍ່ຕາມ ແຕ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບຜົນງານຫລາຍຢ່າງກ່ຽວກັບການພົວພັນດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ການຢ້ຽມຢາມຫລາຍເປົ້າໝາຍ”.
ການຢ້ຽມຢາມຫລາຍເປົ້າໝາຍ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AFP)

ການຢ້ຽມຢາມຂອງທ່ານປະທານາທິບໍດີ Donald Trump ພຽງແຕ່ດຳເນີນໄປພາຍຫລັງ 100 ວັນ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ. ຕາມທ່ານແລ້ວ ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອ “ຢ້ຽມຢາມບັນດາການນຳຢູ່ຫລາຍປະເທດໃນໂລກ ແນໃສ່ເພີ່ມທະວີນ້ຳໃຈມິດຕະພາບຊຶ່ງມີຢູ່ແລ້ວ, ສ້າງບັນດາການພົວພັນຄູ່ຮ່ວມມືໃໝ່ ແລະ ສາມັກຄີໂລກສີວິໄລໃນການຕໍ່ສູ້ຕ້ານກໍ່ການຮ້າຍ”.

        ແຜນການເຄື່ອນໄຫວດຳເນີນງານຢ່າງໜາແໜ້ນ.

        ທີ່ອາຣັບບິ ຊະອຸດິ, ທ່ານປະທານາທິບໍດີ ອາເມລິກາ ມີບົດປາໄສຕໍ່ບັນດາການນຳຈາກ 50 ປະເທດອິດສະລາມ, ໃນນັ້ນ ຊີ້ແຈ້ງວ່າ ວໍຊິງຕັນ ປາດຖະໜາຢາກຮັດແໜ້ນການພົວພັນຮ່ວມມືໃນການຕໍ່ສູ້ຕ້ານອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ. ຕໍ່ໄປ, ທີ່ Jerusalem ທ່ານປະທານາທິບໍດີ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ພ້ອມກັນແລກປ່ຽນບັນດາມາດຕະການເພີ່ມທະວີສາຍພົວພັນແບບສຳພັນທະມິດລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີ Donald Trump ກໍ່ຍັງພົບປະກັບການນຳ ປາແລັດສະຕິນ ທ່ານ Mahmoud Abbas ຢູ່ Bethlehem ເພື່ອປຶກສາຫາລືຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ. ທີ່ ສຳນັກວາຕີກັງ ທ່ານປະທານາທິບໍດີ ອາເມລິກາ ພ້ອມກັບສັນຕະປະປາ Francis ຈະມີບົດກ່າວປາໄສຕໍ່ມະຫາຊົນ. ເນື່ອງໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ Donald Trump ກໍ່ຈະເຂົ້າຮ່ວມການປະຊຸມຂອງອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ຢູ່ນະຄອນ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 25 ພຶດສະພາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ເກາະ Sicily ປະເທດ ອີຕາລີ ແຕ່ວັນທີ 26 – 27 ພຶດສະພາ.

        ສາມັກຄີກັບໂລກອິດສະລາມ

        ນັບແຕ່ກ່ອນມາຮອດປະຈຸບັນ, ຍັງບໍ່ທັນມີປະທານາທິບໍດີ ອາເມລິກາ ທ່ານໃດທີ່ໄດ້ເລືອກເຟັ້ນ ອາຣັບບິ ຊະອຸດິ ເປັນປະເທດທີ່ຈະໄປຢ້ຽມຢາມຄັ້ງທຳອິດ, ຄຳຕັດສິນຂອງທ່ານປະທານາທິບໍດີ Donald Trump ແມ່ນການເລືອກເຟັ້ນທີ່ປະຫລາດໃຈ, ພິເສດ ພາຍຫລັງບັນດາຄຳເວົ້າລະດົມກຳລັງໃຈໃຫ້ນະໂຍບາຍ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດ” ຊຶ່ງທ່ານ Trump ເຄີຍເວົ້າໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງຕົນ, ກໍ່ຄືຄຳຮຽກຮ້ອງຂອງທ່ານ ຫ້າມຊາວອິດສະລາມເຂົ້າເມືອງ ແລະ ບັນດາລັດຖະດຳລັດຈຳກັດແຂກທ່ອງທ່ຽວຈາກ 6 ປະເທດທີ່ມີພົນລະເມືອງສ່ວນຫລາຍຖືສາສະໜາອິດສະລາມ. ເຖິງວ່າ ໃນບັ້ນຫາສຽງເລືອກຕັ້ງ ທ່ານ Trump ມີຄຳເວົ້າຕ້ານຄືນ ແລະ ປະຕິເສດອິດສະລາມ, ກໍ່ຄື ພາຍຫລັງກາຍເປັນປະທານາທິບໍດີ, ທ່ານ Trump ໄດ້ເຊັນລັດຖະດຳລັດບາງສະບັບ ຈຳກັດພົນລະເມືອງບາງປະເທດອິດສະລາມເຂົ້າເມືອງ ອາເມລິກາ, ແຕ່ເລື່ອງທ່ານ Trump ເລືອກເຟັ້ນ ອາຣັບບິ ຊະອຸດິ ເປັນປະເທດທຳອິດໃນ ການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ໄດ້ຮັບການຊົມເຊີຍຈາກ ອາຣັບບິ ຊະອຸດິ ແລະ ບັນດາປະເທດອິດສະລາມນິກາຍ Sunni. ໃນການເຈລະຈາກັບເຈົ້າຊີວິດ Salman Bin Abdul Aziz, ທ່ານປະທານາທິບໍດີ Donald Trump ໄດ້ຢືນຢັນຄືນໃໝ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ, ເປັນເອກະພາບເພີ່ມທະວີບັນດາສາຍພົວພັນໃກ້ຊິດຕິດແທດກ່ຽວກັບດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳລະຫວ່າງ ອາເມລິກາ ແລະ ອາຣັບບິ ຊະອຸດິ. ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ອາຣັບ ອິດສະລາມ ແລະ ກອງປະຊຸມສຸດຍອດ ອາເມລິກາ ກັບບັນດາປະເທດສະພາຮ່ວມມືເຂດອ່າວເປົ້າໝາຍ (GCC) ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງ ວໍຊິງຕັນ ຢາກຮັດແໜ້ນການພົວພັນຮ່ວມມືໃນການຕໍ່ສູ້ຕ້ານອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ.

   ສັນຕິພາບໃຫ້ແກ່ຕາເວັນອອກກາງ

ໃນການຢ້ຽມຢາມອິດສະຣາແອນ ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເປັນເວລາ 2 ວັນ, ປະທານາທິບໍດີອາເມລິກາ Donald Trump ໄດ້ມີການເຈລະຈາເປັນ ລຳດັບກັບປະທານາທິບໍດີປະເທດເຈົ້າພາບ Reuven Rivlin ແລະ ທ່ານນາຍົກລັດຖະມົນຕີ Benjamin Netanyahu. ປະທານາທິບໍດີອາເມລິກາ Donald Trump ຍັງມີການພົບປະກັບ ປະທານາທິບໍດີປາແລັດສຕິນ Abbas ຢູ່ Bethlehem. ບັນດາການເຈລະຈາໄດ້ສຸມໃສ່ບັນດາຄວາມມານະພະຍາຍາມເຊື່ອມຕໍ່ບັນດາການເຈລະຈາລະຫວ່າງປາແລັດສຕິນ ແລະ ອິດສະຣາແອນທີ່ຖືກຕັດຕອນນັບແຕ່ເດືອນ 4/2014 ຄືນໃໝ່, ແນໃສ່ນຳມາເຊິ່ງຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ. ປະທານາທິບໍດີອາເມລິກາ Donald Trump ສະເໜີວ່າ ຕ້ອງມີບັນດາບາດກ້າວເດີນທີ່ມີລັກສະນະສ້າງຄວາມເຊື່ອໝັ້ນລະຫວ່າງ 2 ຝ່າຍດ້ວຍການສ້າງ 2 ເຂດອຸດສາຫະກຳຢູ່ Jalameh ໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ຢູ່ Tarqumiyeh - ພາກໃຕ້ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ເປີດຂົວ Allenby ເຊື່ອມຕໍ່ເຂດຝັ່ງຕາເວັນຕົກກັບຈໍແດນໃນເວລາທຸກວັນ ແລະ ຄືນ. ເບິ່ງຄືວ່າ ປະທານາທິບໍດີອາເມລິກາ Donald Trump ຢາກແກ້ໄຂບັນຫາ ປາແລັດສຕິນ - ອິດສະຣາແອນ, ຊຸກຍູ້ 2 ຝ່າຍເຊື່ອມຕໍ່ການເຈລະຈາ ແລະ ສົນທະນາຢ່າງບໍ່ຕ້ອງການມີເງື່ອນໄຂຕັດສິນ ແນໃສ່ບັນລຸສັນຕິພາບຮອບດ້ານ.

     ໂດຍເດີນທາງໄດ້ເຄິ່ງໄລຍະທາງຢ້ຽມຢາມ, ແຕ່ອາດຈະເຫັນຢ່າງຈະແຈ້ງວ່າ ນີ້ແມ່ນແບບວິທີຊຶ່ງ ປະທານາທິບໍດີອາເມລິກາ Donald Trump ໄດ້ຢັ້ງຢືນນະໂຍບາຍດ້ານການທູດ “ ປະເທດອາເມລິກາເໜືອກ່ວາສິ່ງໃດໝົດ ” ຄືດັ່ງຄຳຖະແຫຼງຂອງທ່ານຜ່ານສື່ສັງຄົມໃນຈຸດເວລາກ່ອນດຳເນີນການຢ້ຽມຢາມທີ່ວ່າ : “ ຈະປົກປ້ອງຜົນປະໂຫຍດຂອງອາເມລິກາຢ່າງເດັດດ່ຽວ-ນີ້ແມ່ນສິ່ງທີ່ຂ້າພະເຈົ້າຢາກປະຕິບັດ”

ຕອບກັບ

ຂ່າວ/ບົດ​ອື່ນ