ການຮ່ວມມືລະຫວ່າງ ອາຊີ - ເອີຣົບ ໃນສະພາບເກີດສິ່ງທ້າທາຍໃໝ່

(VOVWORLD) - ໂດຍໄດ້ຮັບການສ້າງຕັ້ງຢ່າງເປັນທາງການເມື່ອປີ 1996, ພາຍຫຼັງ 22 ປີ, ASEM ໄດ້ກາຍເປັນກົນໄກສົນທະນາ ແລະ ຮ່ວມມືແຖວໜ້າ, ມີ ຂອບຂະໜາດໃຫຍ່ທີ່ສຸດ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືໃໝ່ຮອບດ້ານລະຫວ່າງ ອາຊີ ແລະ ເອີຣົບ ກໍຄື ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະຊາຊົນສອງທະວີບ.

ເວທີປາໄສ ການຮ່ວມມື ລະຫວ່າງ ອາຊີ  - ເອີຣົບ (ASEM) ຄັ້ງທີ 12  ເຊິ່ງໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18 19 ຕຸລາ ຢູ່ ບຣຸກແຊນ ປະເທດແບນຊິກ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາລັດ ແລະ ລັດຖະບານ ຈາກ  51 ປະເທດສະມາຊິກ. ດ້ວຍຫົວຂໍ້ “  ອາຊີີ ແລະ ເອີີຣົບ: ການພົວພັນຄູ່ຮ່ວມມືທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ”, ບັນດາການນໍາ ໄດ້ແລກປ່ຽນກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງ 02 ທະວີບຕ້ອງປະເຊີນໜ້າໃນສະພາບການໂລກພວມມີການຜັນປ່ຽນຢ່າງໄວວາ ແລະ ສັບສົນ ແລະ ຍົກອອກບັນດາການກໍານົດທິດໃຫຍ່ ເພື່ອແນໃສ່ເພີ່ມທະວີການສົນທະນາ, ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ ອາຊີ - ເອີຣົບ ໃນການຮັບມືກັບບັນດາສິ່ງທ້າທາຍລວມ.

ASEM ຄັ້ງທີ 12 ໄດ້ດໍາເນີນໃນສະພາບທີ່ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ນັບມື້ນັບຮ້າຍແຮງກວ່າ ແລະ ສະຖານະການໂລກເຕັມໄປດ້ວຍບັນດາບັນຫາ ຍາກທີ່ຈະຄາດເດົາລ່ວງໜ້າໄດ້.  ຈຸດປະສົງຂອງກອງປະຊຸມປີນີ້ ແມ່ນມຸ່ງໄປເຖິງເປົ້າໝາຍວາງອອກມາດຕະການເພື່ອແນໃສ່ເສີມຂະຫຍາຍບົດບາດຂອງ ASEM ໃນເລື່ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ, ການເຊື່ອມຕໍ່ລະຫວ່າງ ອາຊີ - ເອີຣົບ ແລະ ຖືກົດໝາຍສາກົນເປັນສໍາຄັນ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.

ASEM – 22 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ

        ໂດຍໄດ້ຮັບການສ້າງຕັ້ງຢ່າງເປັນທາງການເມື່ອປີ 1996, ພາຍຫຼັງ 22 ປີ, ASEM ໄດ້ກາຍເປັນກົນໄກສົນທະນາ ແລະ ຮ່ວມມືແຖວໜ້າ, ມີ ຂອບຂະໜາດໃຫຍ່ທີ່ສຸດ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືໃໝ່ຮອບດ້ານລະຫວ່າງ ອາຊີ ແລະ ເອີຣົບ ກໍຄື ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະຊາຊົນສອງທະວີບ.

        ກົນໄກການເຄື່ອນໄຫວຂອງ ASEM ລວມມີ ກອງປະຊຸມຂັ້ນສູງ, ກອງປະຊຸມລັດຖະມົນຕີການຕ່າງປະເທດ, ກອງປະຊຸມລັດຖະມົນຕີສະເພາະຂະແໜງ 10 ທາງຝ່າຍໃນການປະສານງານເຄື່ອນໄຫວໃນບັນດາຂົງເຂດ ແລະ ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສ (SOM). ເປົ້າໝາຍຂອງ ASEM ແມ່ນສ້າງ “ການພົວພັນຄູ່ຮ່ວມມືໃໝ່ຮອບດ້ານລະຫວ່າງ ອາຊີ - ເອີຣົບ ເພື່ອມີການເຕີບໂຕຢ່າງແຮງກວ່າ” ແລະ“ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງທະວີບ ແລະ ສ້າງຕັ້ງການໂອ້ລົມສົນທະນານໍາກັນຢ່າງແໜ້ນແຟ້ນ ລະຫວ່າງບັນດາຄູ່ຮ່ວມມືຢ່າງສະເໝີພາບ”.

        ການເຕີບໃຫຍ່ຢ່າງໄວວາຂອງ ASEM ແມ່ນເລີ່ມມາຈາກໄລຍະມີພຽງແຕ່ 26 ປະເທດໃນເບື້ອງຕົ້ນ, ປັດຈຸບັນມີເຖິງ 53 ສະມາຊິກ, ໃນນັ້ນ ສ່ວນຫຼາຍແມ່ນບັນດາປະເທດສະມາຊິກຂອງອາຊຽນ ແລະ ສະຫະພາບ ເອີຣົບ ພ້ອມດ້ວຍຄະນະເລຂາ ອາຊຽນ ແລະ ຄະນະກໍາມະການເອີຣົບ, ເປັນການຢັ້ງຢືນກໍາລັງດູດດື່ມ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ກໍຄື ທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນຂອງ ASEM.  ບັນດາການປະກອບສ່ວນທີ່ມີປະສິດທິຜົນຂອງ ASEM ໃນໄລຍະຜ່ານມາ ສໍາລັບບັນດາບັນຫາ ຂອງພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໄດ້ປະກອບສ່ວນ ເຂົ້າໃນຄວາມມານະພະຍາຍາມລວມຂອງທົ່ວໂລກ ພໍສົມຄວນ ເພື່ອແນໃສ່ຊຸກຍູ້ການຮ່ວມມື ຟື້ນຟູເສດຖະກິດ, ມຸ່ງໄປເຖິງການເຕີບໂຕແບບຍືນຍົງ, ດຸ່ນດ່ຽງ, ສະໝໍ່າສະເໝີກັນ, ຮັບປະກັນການປະຕິບັດບັນດາເປົ້າໝາຍພັດທະນາຂອງສະຫັດສະວັດ, ໂຄງການດໍາເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ກໍຄືການຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ.

ຕ້ອງມີຄວາມຂະຫຍັນຂັນເຄື່ອນ ແລະ ສະໜິດຕິດພັນກວ່າ ໃນສະພາບເກີດສິ່ງທ້າທາຍໃໝ່

        ເຖິງຢ່າງໃດກໍຕາມ, ກໍເຊັ່ນດຽວກັນກັບຫຼາຍອົງການຮ່ວມມືອື່ນໃນໂລກ, ການນໍາບັນດາປະເທດ  ASEM ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍ ນັ້ນແມ່ນ ຕ້ອງພິສູດໃຫ້ເຫັນວ່າກົນໄກຮ່ວມມືນີ້ ຍັງຄົງມີປະສິດທິຜົນ, ໃນສະພາບທີ່ ທັງສອງທະວີບ ຕ້ອງປະເຊີນໜ້າກັບສະພາບການໂລກພວມມີການຜັນປ່ຽນຢ່າງໄວວາ ແລະ ສັບສົນ. ຫຼາຍບັນຫາສໍາຄັນສໍາລັບ ເອີຣົບ ແລະ ອາຊີ ໄດ້ນໍາມາປຶກສາຫາລືທີ່ເວທີປາໄສຄັ້ງນີ້. ນັບແຕ່ບັນດາເອກະສານກ່ຽວກັບຄວາມໝັ້ນຄົງໃຫຍ່ຄື ບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ບັນຫານິວເຄຼຍ ຂອງ ອີຣານ, ຕະຫຼອດຮອດບັນດາແງ່ຫວັງການຮ່ວມມືດ້ານເສດຖະກິດລະຫວ່າງ ອາຊີ - ເອີຣົບ. ເຖິງຢ່າງໃດກໍຕາມ, ການເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ ເອີຣົບ - ອາຊີ ໃນສະພາບທີ່ທ່າອ່ຽງ ອາລັກຂາດ້ານການຄ້າ ພວມເພີ່ມຂຶ້ນ ບາງເທື່ອອາດຈະແມ່ນສິ່ງທ້າທາຍແຖວໜ້າຂອງ ກອງປະຊຸມສຸດຍອດ ASEM ຄັ້ງນີ້.

        ສະພາບການພົ້ນເດັ່ນ ຂອງ ກອງປະຊຸມສຸດຍອດ ASEM ຄັ້ງທີ 12 ນີ້ ແມ່ນບັນດາສົງຄາມການຄ້າ ລະຫວ່າງ ອາເມລິກາ - ຈີນ ທີ່ເກີດຂຶ້ນມາໄດ້ 2 -3 ເດືອນນີ້ ຍ້ອນການຕັດສິນເພີ່ມອັດຕາພາສີນໍາເຂົ້າສອງຝ່າຍ ດ້ວຍມູນຄ່າສິນຄ້ານັບເປັນພັນຕື້ USD. ເພາະສະນັ້ນ,ການປົກປ້ອງອົງການການຄ້າໂລກ (WTO) ແມ່ນການໃຫ້ບຸລິມະສິດທີ່ກອງປະຊຸມຄັ້ງນີ້. ສິ່ງທີ່ເປັນໜ້າຊື່ນຊົມ, ນີ້ແມ່ນສິ່ງທີ່ບັນດາປະເທດເອີຣົບ ແລະ ອາຊີ ລ້ວນແຕ່ມີສິດ ແລະຜົນປະໂຫຍດລວມ, ຖືວ່າ WTO ຍັງແມ່ນອົງການໜຶ່ງດຽວທີ່ມີພະລັງຊີວິດ, ມີຄວາມສາມາດນໍາມາເຊິ່ງກົນໄກ ອີງໃສ່ພື້ນຖານກົດໝາຍ ເພື່ອແກ້ໄຂບັນດາການຂັດແຍ້ງທາງດ້ານການຄ້າໃນທົ່່ວໂລກ.

        ນອກຈາກການເນັ້ນໜັກເຖິງຄໍາໝັ້ນສັນຍາລວມ ສໍາລັບຮູບແບບການຄ້າເປີດກວ້າງ, ເສລີ ແລ້ວ, ASEM ຍັງວາງອອກເປົ້າໝາຍບຸລິມະສິດຊຸກຍູ້ການເຊື່ອມຕໍ່ ແລະ ພັດທະນາແບບທົ່ວເຖິງ, ສະໜັບສະໜູນບັນດາລະບົບຫຼາຍຝ່າຍ ແລະ ການຮ່ວມມືກັນແກ້ໄຂບັນດາບັນຫາທົ່ວໂລກ ເປັນຕົ້ນແມ່ນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ປະຕິບັດຂໍ້ຕົກລົງ ນິວເຄຼຍ ກັບ ອີຣານ, ການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງຢູ່ທະເລ, ບັນຫາຊາວອົບພະຍົບ.... ຫວ່າງມໍ່ໆມານີ້, ຄະນະກໍາມະການເອີຣົບ ຫາກໍປະກາດແຈ້ງການພິເສດ ເຮັດແຈ້ງຍຸດທະສາດເຊື່ອມຕໍ່ໃໝ່ລະຫວ່າງ ເອີຣົບ ແລະ ອາຊີ, ກໍານົດຂອບເຂດອະນຸຍາດໃຫ້ ສະຫະພາບເອີຣົບຊຸກຍູ້ບັນດາໂຄງການເຊື່ອມຕໍ່ໃນພາກພື້ນ ກັບບັນດາປະເທດ ອາຊີ ໃນຫຼາຍຂົງເຂດ ຄື ການຄົມມະນາຄົມຂົນສົ່ງ, ພະລັງງານ ຕະຫຼອດຮອດເສດຖະກິດດີຈີຕອນ. ສິ່ງດັ່ງກ່າວ ຢັ້ງຢືນໃຫ້ເຫັນຄວາມຕັດສິນໃຈຂອງບັນດາປະເທດ ອາຊີ - ເອີຣົບ ໃນຍຸດທະສາດເຊື່ອມຕໍ່ລະຫວ່າງສອງພາກພື້ນ, ມຸ່ງໄປເຖິງຄວາມຂະຫຍັນຂັນເຄື່ອນ ແລະ ຜູກພັນກັນວ່າຂອງກົນໄກຮ່ວມມືດັ່ງກ່າວໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ